![]() |
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN) |
ຕາມບົດລາຍງານສະຫຼຸບວຽກງານ ເຊິ່ງຫາກໍໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ, ໃນອາຍຸການ 2016 – 2021, ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ, ປະທານສະພາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ, ຫົວໜ້າຄະນະຊີ້ນຳການປະຕິຮູບຍຸຕິທຳສູນກາງ ແລະ ເປັນສະມາຊິກສະພາແຫ່ງຊາດຊຸດທີ 14, ປະທານປະເທດໄດ້ປະຕິບັດໜ້າທີ່ ແລະ ສິດອຳນາດຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ບັນດາໜ້າທີ່ໂດຍກົມການເມືອງ, ຄະນະເລຂາທິການສູນກາງພັກມອບໝາຍໃຫ້.
ນອກຈາກບັນດາການເຄື່ອນໄຫວພົວພັນຕ່າງປະເທດທາງລັດຖະກິດ, ປະທານປະເທດ, ຮອງປະທານປະເທດ ຍາມໃດກໍມີຄວາມເອົາໃຈໃສ່ເຖິງບັນດາການເຄື່ອນໄຫວການທູດປະຊາຊົນ; ພົບປະແລກປ່ຽນກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງຕ່າງໆ ຫຼື ບັນດາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ປະຈຳຊາດໃນແຕ່ລະປີທີ່ຈັດຕັ້ງຢູ່ ຫວຽດນາມ.
ໃນອາຍຸການ 2016 – 2021 ໄດ້ມີການປ່ຽນແປງກ່ຽວກັບບຸກຄະລາກອນ ປະທານປະເທດ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ, ຮອງປະທານປະເທດດັ້ງທິງອກທິ້ງ ໄດ້ຮັບດຳລົງຕຳແໜ່ງເປັນ ຮັກສາການປະທານປະເທດ ນັບແຕ່ວັນທີ 23 ກັນຍາ 2018 ຮອດວັນທີ 23 ຕຸລາ 2018. ວັນທີ 23 ຕຸລາ 2018, ກອງປະຊຸມເທື່ອທີ 6, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ເລືອກຕັ້ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ.
![]() | ຮອງເລຂາຜູ້ປະຈຳການອົງຄະນະພັກແຂວງ ແຂວງວິງຟຸກ ຟ້າມຮ່ວາມແອັງ ໄດ້ຮັບການເລືອກຕັ້ງເປັນປະທານສະຫະສະມາຄົມມິດຕະພາບແຂວງ ຍສໝ - ເຂົ້າຮ່ວມໂຄງການ ມີທ່ານ ຟ້າມຮ່ວາງແອັງ ຮອງເລຂາຜູ້ປະຈຳການອົງຄະນະພັກແຂວງ ແຂວງວິງຟຸກ, ທ່ານ ຫງວຽນຮຸຍກວາງ - ຮອງປະທານສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບ ແຂວງວິງຟຸກ, ພ້ອມກັບສະມາຊິກຄະນະບໍລິຫານງານສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບແຂວງ ວິງຟຸກ ຊຸດທີ II. |
![]() | ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມປຶກສາຫາລືຂອງ ສະພາຄວາມໝັ້ນຄົງ ສປຊ ຍສໝ - ທີ່ກອງປະຊຸມ, ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນວ່າ ໂລກລະບາດໂຄວິດ - 19 ສືບຕໍ່ກໍ່ຜົນກະທົບຕໍ່ສັນຕະພາບ, ຄວາມໝັ້ນຄົງສາກົນ, ເຮັດໃຫ້ວິວັດການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຖືກຊ້າລົງ, ເນັ້ນໜັກເຖິງຕ້ອງເຜີຍແຜ່ ແລະ ຮັບປະກັນຄວາມສະເໝີພາບໃນການສຳຜັດກັບຊັກຊິນຢ່າງທັນການ. |
![]() | ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມແລກປ່ຽນວຽກງານຍາມຕົ້ນປີໃໝ່ຂອງ ຄະນະປະຈຳລັດຖະບານກ່ຽວກັບສະພາບການບຸນເຕັດ, ການປ້ອງກັນ ຍສໝ - ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ລັດຖະມົນຕີສາທາລະນະສຸກກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ບັນດາບັນຫາໃນວຽກງານສຳຄັນນີ້, ໃນນັ້ນມີແຜນນະໂຍບາຍຂອງຄະນະປະຈຳລັດຖະບານຢູ່ກອງປະຊຸມຄັ້ງກ່ອນ (ຕອນບ່າຍວັນທີ 4 ບຸນເຕັດ) ກ່ຽວກັບການຊື້ວັກຊິນເພື່ອສັກໃຫ້ປະຊາຊົນ. |
vovworld.vn