ກອງປະຊຸມສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021

15:00 | 08/02/2021

ເມື່ອບໍ່ດົນມານີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມ ສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ຂຶ້ນ, ໂດຍການເປັນປະທານກິດຕິມະສັກ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງການເງິນ, ມີບັນດາທ່ານລັດຖະມົນຕີ, ປະທານອົງການທຽບເທົ່າຂັ້ນສູນກາງ, ເຈົ້າ ແຂວງ, ຮອງປະທານອົງການທຽບເທົ່າຂັ້ນສູນກາງ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ພະນັກງານຫລັກແຫລ່ງຂອງຂະແໜງ ແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນທົ່ວປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊ ມສະຫລ ບວຽກງານ ແຜນການ ການລ ງທ ນ ແລະ ການເງ ນ ປະຈຳປ 2020 ແລະ ທ ດທາງແຜນການ ປະຈຳປ 2021 ຫວຽດນາມ: ວົງເງິນສົ່ງອອກເຄື່ອງຕໍ່າແຜ່ນຕັດຫຍິບໃນເດືອນມັງກອນ 2021 ຄາດຄະເນບັນລຸ 2,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020
ກອງປະຊ ມສະຫລ ບວຽກງານ ແຜນການ ການລ ງທ ນ ແລະ ການເງ ນ ປະຈຳປ 2020 ແລະ ທ ດທາງແຜນການ ປະຈຳປ 2021 ຂະແໜງການເງິນຈັດກອງປະຊຸມ ສະຫລຸບວຽກງານ ປະຈຳປີ 2020 ແລະ ທິດທາງແຜນການປະຈໍາປີ 2021
ກອງປະຊ ມສະຫລ ບວຽກງານ ແຜນການ ການລ ງທ ນ ແລະ ການເງ ນ ປະຈຳປ 2020 ແລະ ທ ດທາງແຜນການ ປະຈຳປ 2021
ກອງປະຊຸມສະຫລຸບວຽກງານ ແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 5 ປີ (2016-2020), ທິດທາງ 5 ປີ (2021-2025) ແລະ ກຳນົດວຽກງານຈຸດສຸມໃນປີ 2021. ນອກຈາກນັ້ນ, ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບວຽກງານຈຸດສຸມຈຳນວນໜຶ່ງ ເປັນຕົ້ນ ການຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 02/ນຍ, ຄໍາສັ່ງສະບັບເລກທີ 03/ນຍ, ການປັບປຸງຄໍາແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍການລົງທຶນຂອງລັດ, ແຜນງານການຫັນເປັນທັນສະໄໝຂອງຂະແໜງການເງິນ, ວຽກງານງົບປະມານ, ຄັງເງິນ, ວຽກສ່ວຍສາອາກອນ, ພາສີ, ວຽກງານຄຸ້ມຄອງຊັບສິນຂອງລັດ ແລະ ສະເໜີ ນິຕິກຳລຸ່ມກົດໝາຍຈໍານວນໜຶ່ງ ໃຫ້ກອງປະຊຸມປະກອບຄຳຄິດຄຳເຫັນ.

ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປີ 2021 ໄດ້ກໍານົດຄາດໝາຍສູ້ຊົນ ເຮັດໃຫ້ລວມຍອດ ມູນຄ່າຜະລິດຕະພັນພາຍໃນ (GDP) ປີ 2021 ເພີ່ມຂຶ້ນຢ່າງຕໍ່າຢູ່ໃນລະດັບ 4%, ຮັບປະກັນສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ, ສູ້ຊົນປະຕິບັດ ແຜນລາຍຮັບງົບປະມານ ໃຫ້ໄດ້ 27.629 ຕື້ກີບ ຫລື ທຽບເທົ່າ 15,13% ຂອງ GDP ແລະ ລາຍຈ່າຍງົບປະມານທັງໝົດ 31.583 ຕື້ກີບ ຫລື ເທົ່າກັບ 17,30% ຂອງ GDP ແລະ ບັນດາຄາດໝາຍອື່ນໆ ທີ່ໄດ້ກໍານົດໄວ້ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ຊາດ ປະຈໍາປີ 2021, ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 12/ສພຊ, ລົງວັນທີ 4 ພະຈິກ 2020 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ແລະ ມະຕິສະພາແຫ່ງຊາດ ສະບັບເລກທີ 13/ສພຊ, ລົງວັນທີ 4 ພະຈິກ 2020 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫລຸບການຈັດຕັ້ງປະ ຕິບັດງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນປະຕິບັດໝົດປີ 2020 ແລະ ແຜນການ ປະຈຳປີ 2021.

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍທັງ 2 ຂະແໜງການ ທີໄດ້ທຸ້ມເທເຫື່ອ ແຮງສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ກໍຄື ການພັດທະນາຂອງປະເທດ ໃຫ້ມີຄວາມຄືບໜ້າເປັນກ້າວໆ, ພ້ອມທັງຮຽກ ຮ້ອງໃຫ້ຄະນະນໍາ ພ້ອມດ້ວຍພະນັກງານຫລັກແຫລ່ງຂອງຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນ ແລະ ທຸກຂະແໜງການ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃນພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກ ແໜ້ນ, ມີຈິດໃຈຮັກຊາດ, ເສຍສະຫລະເພື່ອສ່ວນລວມ, ຊື່ສັດບໍລິສຸດ ພ້ອມກັນສ້າງບາດລ້ຽວໃໝ່ຂອງການພັດທະນາ; ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາ ຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປີ 2021 ໃຫ້ມີໝາກຜົນຕົວຈິງ ເພື່ອພ້ອມກັນຕັດສິນໃຈຜ່ານຜ່າສະພາບຂໍ້ຫຍຸ້ງຍາກຕ່າງໆ ແລະ ສ້າງພື້ນຖານການພັດທະນາເສດຖະກິດ-ສັງຄົມ ສູ່ທິດທີ່ມີຄຸນນະພາບ, ມີຈຸດສຸມ, ສີຂຽວ ແລະ ຍືນຍົງ ຕາມຈຸດໝາຍກ້າວຂຶ້ນສັງຄົມນິຍົມ ທີ່ພັກໄດ້ວາງໄວ້.

ກອງປະຊ ມສະຫລ ບວຽກງານ ແຜນການ ການລ ງທ ນ ແລະ ການເງ ນ ປະຈຳປ 2020 ແລະ ທ ດທາງແຜນການ ປະຈຳປ 2021 EARC 2021: ເຊື່ອມ​ໂຍງ​ ແລະ ເຊື່ອມ​ຕໍ່​ດີ​ຕີ​ຕອ​ນ ອາ​ຊີ​ຕາ​ເວັນ​ອອກ​ເພື່ອ​ອະ​ນາ​ຄົດ​ທີ່​ໝັ້ນ​ຄົງ

ຍ​ສ​ໝ - ຄາດ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາ EABC ຈະ​ຈັ້ງ​ຕັ້ງ ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ກອງ​ປະ​ຊຸມ​ຂອງ​ກຸ່ມ​ເຮັດ​ວຽກວິ​ຊາ​ສະ​ເພາະ ເພື່ອ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ EABC ແລະ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂັ້ນ​ສູງ ອາ​ຊ​ຽນ + 3 (SEOM +3), ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ +3 (AEM+3).

ກອງປະຊ ມສະຫລ ບວຽກງານ ແຜນການ ການລ ງທ ນ ແລະ ການເງ ນ ປະຈຳປ 2020 ແລະ ທ ດທາງແຜນການ ປະຈຳປ 2021 ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ຫວຽດ​ນາມ ວາງ​ອອກ 6 ມາດ​ຕະ​ຖານ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ປີ 2021

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ກຳ​ມະ​ການ​ສະ​ມາ​ກອງ​ທຶນ​ເພີ່ມ​ເຕີມ, ຮັ​ບ​ຟັງ​ລາຍ​ງານ​ໝາກ​ຜົນ​ການ​ເຄື່ອ​ນ​ໄຫວ​ປີ 2020 ແລະ ທິດ​ທາງ, ໜ້າ​ທີ ປີ 2021, ບົດ​ລາຍ​ງານ​ທາງ​ກາ​ນ​ເງິນ ປີ 2020, ບົດ​ລາຍ​ງານ​ຂອງ ຄະ​ນະ​ກວດ​ກາ, ກອງ​ປະ​ຊຸມ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ເຕີມ​ກຳ​ມະ​ການ​ສະ​ພາ​ກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ອາ​ຍຸ​ການ 2019 – 2024.

ກອງປະຊ ມສະຫລ ບວຽກງານ ແຜນການ ການລ ງທ ນ ແລະ ການເງ ນ ປະຈຳປ 2020 ແລະ ທ ດທາງແຜນການ ປະຈຳປ 2021 ເສດຖະກິດຫວຽດນາມ ຍັງຄົງໄດ້ຮັບການຄາດຄະເນວ່າ ຈະບັນລຸການເຕີບໂຕສູງ ແລະ ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນຂອງເສດຖະກິດໂລກປີ 2021

ຍສໝ - ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນປີ 2020 ພ້ອມກັບບັນດາການຕີລາຄາຢ່າງມີວິທະຍາສາດ, ພາວະວິໄສກ່ຽວກັບແງ່ຫວັງເສດຖະກິດ ສັງຄົມ ກໍ່ຄື ຖານະບົດບາດຂອງຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ, ຍົກສູງຂຶ້ນໃນເວທີ ສາກົນ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.