EARC 2021: ເຊື່ອມ​ໂຍງ​ ແລະ ເຊື່ອມ​ຕໍ່​ດີ​ຕີ​ຕອ​ນ ອາ​ຊີ​ຕາ​ເວັນ​ອອກ​ເພື່ອ​ອະ​ນາ​ຄົດ​ທີ່​ໝັ້ນ​ຄົງ

10:06 | 26/01/2021

ຍ​ສ​ໝ - ຄາດ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາ EABC ຈະ​ຈັ້ງ​ຕັ້ງ ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ກອງ​ປະ​ຊຸມ​ຂອງ​ກຸ່ມ​ເຮັດ​ວຽກວິ​ຊາ​ສະ​ເພາະ ເພື່ອ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ EABC ແລະ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂັ້ນ​ສູງ ອາ​ຊ​ຽນ + 3 (SEOM +3), ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ +3 (AEM+3).

earc 2021 ເຊ ອມ ໂຍງ ແລະ ເຊ ອມ ຕ ດ ຕ ຕອ ນ ອາ ຊ ຕາ ເວ ນ ອອກ ເພ ອ ອະ ນາ ຄ ດ ທ ໝ ນ ຄ ງ ກາ​ລະ​ໂອ​ກາດ​ໃຫຍ່​ຈາກ​ຕະຫຼາດ​ເປີດ​ກ້​ວາງ​ກັບ​ສັນ​ຍາ RCEP
earc 2021 ເຊ ອມ ໂຍງ ແລະ ເຊ ອມ ຕ ດ ຕ ຕອ ນ ອາ ຊ ຕາ ເວ ນ ອອກ ເພ ອ ອະ ນາ ຄ ດ ທ ໝ ນ ຄ ງ 10 ເຫດການເສດຖະກິດ ເປັນສັນຍະລັກຂອງຫວຽດນາມ ໃນປີ 2020
earc 2021 ເຊ ອມ ໂຍງ ແລະ ເຊ ອມ ຕ ດ ຕ ຕອ ນ ອາ ຊ ຕາ ເວ ນ ອອກ ເພ ອ ອະ ນາ ຄ ດ ທ ໝ ນ ຄ ງ
ທ່ານປະ​ທານ VCCI ຫວູ​ຕ໊ຽນ​ລົກ (ພາບ: TTXVN)

ຕາມ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ແລ້ວ , ສິ້​ນ​ສຸດ​ອາ​ຍຸ​ການ 2020 ດ້ວຍ​ບົດ​ບາດ​ເປັນ​ປະ​ທານ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ຊີ​ຕາ​ເວັນ​ອອກ (EABC), ​ທ່ານປະ​ທານ VCCI ຫວູ​ຕ໊ຽນ​ລົກ ຫາ​ກໍ່​ສົ່ງ​ບົດ​ບາດ​ຕຳ​ແໜ່ງ​ປະ​ທານ EABC ໃຫ້​ແກ່​ທ່ານ​ Hakhee Jo (ປະ​ເທດ​ ສ.ເກົາຫຼີ) ເພືີ່ອ​ເປັນ​ປະ​ທານ​ບັນ​ດາ​ກອງ​ປະ​ຊຸມ​ແນ​ໃສ່​ກຳ​ນົດ​ທິດ ແລະ ຍົກອອກ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ EABC ໃນ​ປີ 2021.

ຕາມ​ນັ້ນ​ແລ້ວ, EABC 2021 ມີ​ຫົວ​ຂໍ້ ວ່າ “ເຊື່ອມ​ໂຍງ ແລະ ເຊື່ອມ​ຕໍ່​ດີ​ຈີ​ຕອນ ອາ​ຊີ​ຕາ​ເວັນ​ອອກ​ເພື່ອ​ອະ​ນາ​ຄົດ​ທີ່​ໝັ້ນ​ຄົງເຂັ້ມ​ແຂງ” ແລະ ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ການ​ເຄື່ອນ​ໄຫວ​ຂອງ ສະ​ພາ​ຈະ​ສຸມ​ໃສ່ເຂົ້າ 3 ຂົງ​ເຂດ​ລວມ​ມີ: ການ​ຊຸກ​ຍູ້​ວິ​ວັດ​ການ​ຟື້ນ​ຟູ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 ຕາມ​ທິດ​ພັດ​ທະ​ນາ​ການ​ຄ້າ​ຢ່າງ​ຮອບ​ດ້ານ, ເຊື່ອມ​ຕໍ່​ເຕັກ​ນິກ​ດີ​ຈີ​ຕອນ​ເພື່ອ​ເຕີບ​ໂຕ​ເສ​ດ​ຖະ​ກິດ​ແບບ​ຍືນ​ຍົງ​ໃຫ້​ແກ່​ອາ​ຊີ​ຕາ​ເວັນ​ອອກ, ຍູ້​ແຮງ​ສັນ​ຍາ RCEP ຄື​ເຄື່ອງ​ມື​ຟື້ນ​ຟູ​ເສດ​ຖະ​ກິດ ຂອງ​ອາ​ຊີ​ຕາ​ເວັນ​ອອກ​ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ພ້ອມ​ທັງ, ຮັບ​ປະ​ກັນ​ລະ​ບົບ​ສະ​ໜອງ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເຊື່ອມ​ຕໍ່​ດຳ​ເນີນ​ທຸ​ລະ​ກິດ​ຂ້າມ​ຊາຍ​ແດນ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19.

ຄາດ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາ EABC ຈະ​ຈັ້ງ​ຕັ້ງ ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ກອງ​ປະ​ຊຸມ​ຂອງ​ກຸ່ມ​ເຮັດ​ວຽກວິ​ຊາ​ສະ​ເພາະ ເພື່ອ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ EABC ແລະ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂັ້ນ​ສູງ ອາ​ຊ​ຽນ + 3 (SEOM +3), ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ +3 (AEM+3).

ຄາດ​ວ່າ, ສະ​ພາ​ຈະ​ສ້າງ​ບົດ​ລາຍ​ງານ​ກ່ຽວ​ກັບ​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ໃນ​ພາ​ກ​ພື້ນ​ເພື່ອ​ສົ່ງ​ໄປ​ຍັງ​ການ​ນຳ ອາ​ຊຽນ +3 ທີ່ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ EABC ແລະ ການ​ນຳ ອາ​ຊຽນ + 3. ຕາມ​ແຜນ​ການ, ເຫດ​ການ​ຈະ​ດຳ​ເນີນ​ໃນ​ເດືອນ​ພະ​ຈິກ 2021 ຢູ່ ບ​ຣຸ​ໄນ.

ຕີ​ລາ​ຄາ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ຂອງ​ສະ​ພາ​ໃນ​ປີ 2020, ທ່ານ ຫວູ​ຕ໊ຽນ​ລົກ ໃຫ້​ຂໍ້​ສັງ​ເກດ​ວ່າ ນີ້​ແມ່ນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າຍ​ທາຍ​ເມື່ອ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວ​ງ​ໜ້າ​ໄດ້ ແລະ ກໍ່​ສິ່ງ​ກີດ​ຂວາງ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ ໂລກ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, EABC ຍັງ​ປະ​ຕ​ິ​ບັດ​ວຽກ​ງານ​ໃຫ້​ເປັນ​ຢ່າງ​ດີ ແລະ ບັນ​ລຸ​ໄດ້​ຜົນ​ງານຫຼາ​ຢ່າງ, ເປັນ​ຕົ້ນ​ແມ່ນ​ກຸ່ມ​ເຮັດ​ວຽກ​ວິ​ຊາ​ສະ​ເພາະ​ກ່ຽກ​ກັບ RCEP ໄດ້​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຄົ້ນ​ຄ້​ວາ ແລະ ຍົກ​ອອກ​ການ​ປະ​ກອບ​ສ່ວນ​ເຂົ້າ​ບົດ​ລາຍ​ງານ​ຂອງ​ສະ​ພາ​ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ກັບ​ການ​ລົງ​ນາມ RCEP.

ຍ້ອນ​ແນວ​ນັ້ນ, ສັນ​ຍາ RCEP ໄດ້​ລົງ​ນາມ​ຢູ່ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ 37 ແມ່ນ​ສັນ​ຍາ​ການ​ຄ້າ​ເສ​ລີ​ໃຫຍ່​ທີ່​ສຸດ​ຂອງ ອາ​ຊຽນ ກັບ ຕະຫຼາດ​ທີ່​ມີ​ປະ​ຊາ​ກອນ 2,2 ຕື້​ຄົນ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ການ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

earc 2021 ເຊ ອມ ໂຍງ ແລະ ເຊ ອມ ຕ ດ ຕ ຕອ ນ ອາ ຊ ຕາ ເວ ນ ອອກ ເພ ອ ອະ ນາ ຄ ດ ທ ໝ ນ ຄ ງ ກາ​ລະ​ໂອ​ກາດ​ໃຫຍ່​ຈາກ​ຕະຫຼາດ​ເປີດ​ກ້​ວາງ​ກັບ​ສັນ​ຍາ RCEP

​ຍ​ສ​ໝ - ສັນ​ຍາ RCEP ແມ່ນ FTA ທີ 15 ເຊິ່ງ ຫວຽດ​ນາມ ເຂົ້າ​ຮ່ວມ, ເມື່ອ​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຈະ​ເປີດ​ຕະຫຼາດ​ທີ່​ມີ​ຜູ້​ບໍ​ລິ​ໂພກ 2,2 ຕື້​ຄົນ ແລະ ກາຍ​ເປັນ​ພາກ​ພື້ນ​ກາ​ນ​ຄ້າ​ເສ​ລີ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ໃຫ້​ແກ່​ການ​ຄ້າ, ການ​ລົງ​ທຶນ, ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ແກ້ງ​ແຍ້ງ​ຂອງ​ສິນ​ຄ້າ​ຫວຽດ​ນາມ ແລະ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ.

earc 2021 ເຊ ອມ ໂຍງ ແລະ ເຊ ອມ ຕ ດ ຕ ຕອ ນ ອາ ຊ ຕາ ເວ ນ ອອກ ເພ ອ ອະ ນາ ຄ ດ ທ ໝ ນ ຄ ງ 10 ເຫດການເສດຖະກິດ ເປັນສັນຍະລັກຂອງຫວຽດນາມ ໃນປີ 2020

ຍສໝ - ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຄາດວ່າຈະບັນລຸ 2,5 - 3% ໃນສະພາບທີ່ເສດຖະກິດທົ່ວໂລກ ມີຖືກຖົດຖອຍລົງຢ່າງຮ້າຍແຮງ ຍ້ອນໄພພິບັດລະບາດຂອງ COVID-19.

earc 2021 ເຊ ອມ ໂຍງ ແລະ ເຊ ອມ ຕ ດ ຕ ຕອ ນ ອາ ຊ ຕາ ເວ ນ ອອກ ເພ ອ ອະ ນາ ຄ ດ ທ ໝ ນ ຄ ງ ວິ​ສາ​ຫະ​ກິດ​ຕ່ຳແຜ່ນ​ຕັດຫຍິບ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຈາກ​ບັນ​ດາ​ສັນ​ຍາ FTA

ຍ​ສ​ໝ - ດ້ວຍບັນດາສັນຍາການຄ້າເສລີທີ່ໄດ້ເຂົ້າຮ່ວມ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ຂະແໜງສືບຕໍ່ຍາດແຍ່ງຢ່າງມີປະສິດທິຜົນ, ນັບທັງບັນດາປັດໄຈໃໝ່ເຊິ່ງສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP) ນຳມາໃຫ້, ເປັນຕົ້ນແມ່ນການພັດທະນາ, ເປີດກ້ວາງໃນຂະແໜງການຜະລິດວັດສະດຸ, ເພີ່ມອັດຕາມູນຄ່າເພີ່ມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.