ສະຖານທູດຫວຽດນາມປະຈຳມາເລເຊຍໜູນຊ່ວຍການປ້ອງກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ຊຸມ​ຊົນ

08:10 | 30/03/2021

ຍ​ສ​ໝ - ສະຖະທູດ ຫວຽດນາມ ປະຈຳ ມາເລເຊຍ ແບ່ງປັນວ່າ: ດ້ວຍຈິດໃຈຮັກແພງເຊິ່ງກັນແລະກັນ, ລັດຖະບານ ຫວຽດນາມ ໄດ້ສະ​ຫງວຽນສ່ວນໜຶ່ງໃນບັນດາແຫຼ່ງ ກຳລັງເພື່ອໜູນຊ່ວຍໃຫ້ຊຸມຊົນຊາວຫວຽດນາມພວມ​ອາ​ໄສຢູ່ມາເລເຊຍ ບັນ​ດາວິທີການປົກປ້ອງສຸຂະພາບໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19.

ສະຖານທ ດຫວຽດນາມປະຈຳມາເລເຊຍໜ ນຊ ວຍການປ ອງກ ນ ຕ ານ ໂລກ ລະ ບາດ ໂຄວ ດ 19 ໃນ ຊ ມ ຊ ນ ພັກ​ກອມ​ມູ​ນິດ ຈະ​ນຳ​ພາ​ ຫວຽດ​ນາມ​ບັນ​ລຸ​ບາດ​ກ້າວ​ບຸກ​ທະ​ລຸຢ່າງ​ຍິ່ງໃຫຍ່​ໃນ​ດ້ານ​ເສດ​ຖະ​ກິດ
ສະຖານທ ດຫວຽດນາມປະຈຳມາເລເຊຍໜ ນຊ ວຍການປ ອງກ ນ ຕ ານ ໂລກ ລະ ບາດ ໂຄວ ດ 19 ໃນ ຊ ມ ຊ ນ ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼູ 2021 ໃນໄລຍະເກີດໂລກລະບາດ ໂຄວິດ - 19
ສະຖານທ ດຫວຽດນາມປະຈຳມາເລເຊຍໜ ນຊ ວຍການປ ອງກ ນ ຕ ານ ໂລກ ລະ ບາດ ໂຄວ ດ 19 ໃນ ຊ ມ ຊ ນ
ສະ​ຖານ​ທູດ​ຫວຽດ​ນາມມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ມາ​ເລ​ເຊຍ (ພາບ: Vietnam+)

ຫວ່າງ​ແລ້ວນີ້, ຕາງໜ້າຄະນະກຳມະການແຫ່ງລັດສຳລັບຊາວຫວຽດນາມພວມ​ອາ​ໄສຢູ່ຕ່າງປະເທດ, ສະຖານ ທູດຫວຽດນາມປະຈຳ ມາເລເຊຍ ໄດ້ຈັດພິທີມອບອຸປະກອນການແພດເພື່ອໜູນຊ່ວຍການປ້ອງກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້ແກ່ວົງ​ຄະ​ນະ​ຍາດ ຊາວຫວຽດນາມ ອາ​ໄສຢູ່ມາເລເຊຍ. ອຸປະກອນການແພດລວມມີ ໜ້າອັດ​ປາກ - ດັ່ງ, ຢາ​ລ້າງ​ມື ໂດຍ​ ຫວຽດ​ນາມ ຜະ​ລິດ.

ເຂົ້າຮ່ວມພິທີໄຂທີ່ໄດ້​ຈັດ​ຂຶ້ນ​ຢູ່ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ມີຜູ້ຕາງໜ້າຄະນະກຳມະການປະສານງານ ຫວຽດນາມ ປະຈຳ ມາເລເຊຍ, ຜູ້ຕາງໜ້າສະມາຄົມນັກທຸລະກິດ ຫວຽດນາມ, ຜູ້ຕາງໜ້າ ສະຫະພັນແມ່ຍິງຫວຽດນາມ, ຜູ້ຕາງໜ້າ ຄະນະຕິດຕໍ່ພົວພັນກັບຊາວຫວຽດນາມອາ​ໄສຢູ່ລັດ Johor (ບ່ອນທີ່ມີຊາວຫວຽດນາມອາໄສແລະເຮັດວຽກຢູ່ມາເລເຊຍຫຼາ​ຍ​ທີ່​ສຸດ) ແລະຜູ້ຕາງໜ້າບັນດາອົງການ ແລະ ຫ້ອງການຜູ້ຕາງໜ້າຂອງຫວຽດນາມປະຈຳມາເລເຊຍ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ມາເລເຊຍ ເຈິ່ນ​ວຽດ​ທ໊າຍ ແບ່ງປັນວ່າປີ 2020 ແມ່ນປີທີ່ເຕັມ​ໄປ​ດ້ວຍ​ສິ່ງທ້າທາຍໃນປະຫວັດສາດຂອງມວນມະນຸດຍ້ອນບັນດາຜົນກະທົບຢ່າງຮ້າຍແຮງທີ່ເກີດຈາກໂລກ​ລະ​ບາດ ໂຄວິດ - 19 ໃນທົ່ວໂລກ. ໂລກລະບາດໄດ້ປ່ຽນແປງຊີວິດການ​ເປັນ​ຢູ່ຂອງຜູ້ຄົນທັງໝົດ ພ້ອມທັງບັນ​ດາ​ໂຄງ​ການ​ດຳ​ເນີນ​ງານພາຍໃນແລະຕ່າງປະເທດ.

ເຖິງຢ່າງໃດກໍ່ຕາມ, ໃນສະພາບການນັ້ນ, ຫວຽດນາມໄດ້ກາຍເປັນຈຸດເດັ່ນທີ່ມີເລື່ອງລາວຕອບໂຕ້ຢ່າງໄວວາກັ​ບ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ​ໄດ້​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່​ຢ່າງ​ສຳ​ເລັດ​ຜົນ​ທັງ​ເປັນ​ປະ​ທາ​ອາ​ຊຽນ, ທັງ​ເປັນ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ.

ທ່ານເອກອັກຄະລັດຖະທູດກໍ່ເນັ້ນໜັກວ່າ ສົງຄາມຕໍ່ຕ້ານໂລກ​ລະ​ບາດ COVID-19 ແມ່ນສົງຄາມທີ່ຍາວນານຂອງໂລກ, ໃນນັ້ນມີມາເລເຊຍ ເຊິ່ງມີຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 3000 ຄົນ. ບົນຈິດໃຈທີ່ຮັກແພງ ແລະ ສະໜັບສະໜູນ ເຊິ່ງກັນແລະກັນ ເມື່ອປະສົບກັບຄວາມຫຍຸ້ງຍາກ, ຄະນະກຳມະການແຫ່ງລັດຂອງກະ​ຊວງການຕ່າງປະເທດ ຫວຽດນາມ ໄດ້ອຸທິດສ່ວນໜຶ່ງຂອງຊັບພະຍາກອນເພື່ອສະໜັບສະໜູນຊຸມຊົນຊາວຫວຽດນາມພວມ​ອາ​ໄສຢູ່ມາເລເຊຍ ບັນ​ດາວິທີໃນການປົກປ້ອງສຸຂະພາບ, ຊ່ວຍເຫຼືອປະຊາຊົນເພື່ອຜ່ານ​ຜ່າ ໄລຍະເວລາທີ່ປະ​ສົບ​ກັບຫຍຸ້ງຍາກຄືໃນປະຈຸບັນ.

ທ່ານເອກອັກຄະລັດຖະທູດກໍ່ປະກາດໂຄງການສັກວັກ​ຊິນ​ກັນພະຍາດໂຄວິດ-19 ສຳລັບຄົນຕ່າງປະເທດຢູ່ມາເລເຊຍ, ຄາດວ່າໃນເດືອນພຶດສະພາຫລືເດືອນມິຖຸນາ, ພ້ອມ​ທັງສະແດງຄວາມຫວັງວ່າສະຖານທູດຈະເປັນຂົວຕໍ່ໃນການໜູນຊ່ວຍພົນລະເມືອງຫວຽດນາມໃນໂຄງການນີ້.

ທ່ານເອກອັກຄະລັດຖະທູດ ເຈິ່ນ​ວຽດ​ທ໊າຍ​ໄດ້ເນັ້ນໜັກວ່າ: ພັກ ແລະ ລັດຍາມໃດກໍ່ເອົາໃຈໃສ່ເຖິງວົງ​ຄະ​ນະ​ຍາດຊາວຫວຽດນາມທີ່​ພວມອາໄສຢູ່ຕ່າງປະເທດເວົ້າລວມ ແລະ ຊາວຫວຽດນາມທີ່​ພວມອາໄສ ແລະ ເຮັດວຽກຢູ່ ມາເລເຊຍ ເວົ້າສະເພາະ ແລະ ຕີລາຄາສູງການປະກອບສ່ວນຂອງຊາວຫວຽດນາມອາ​ໄສຢູ່ຕ່າງປະເທດໃນການພັດທະນາຂອງປະເທດ.

ສະຖານທ ດຫວຽດນາມປະຈຳມາເລເຊຍໜ ນຊ ວຍການປ ອງກ ນ ຕ ານ ໂລກ ລະ ບາດ ໂຄວ ດ 19 ໃນ ຊ ມ ຊ ນ ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼູ 2021 ໃນໄລຍະເກີດໂລກລະບາດ ໂຄວິດ - 19

ຍສໝ - ໃນສູນການຄ້າຂອງຊາວຫວຽດນາມ ຍາມໃດກໍມີຄົນມາຊື້ເຄື່ອງຂອງຫຼາຍກວ່າຊຸມວັນປົກກະຕິ. ຢູ່ທີ່ນີ້, ເຮົາຮູ້ສຶກໄດ້ບັນຍາກາດຕ້ອນຮັບບຸນປີໃໝ່ຢ່າງຟົດຟື້ນບໍ່ຕ່າງຫຍັງຄືຢູ່ຫວຽດນາມ.

ສະຖານທ ດຫວຽດນາມປະຈຳມາເລເຊຍໜ ນຊ ວຍການປ ອງກ ນ ຕ ານ ໂລກ ລະ ບາດ ໂຄວ ດ 19 ໃນ ຊ ມ ຊ ນ ລາວ: ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ, ບໍ່ພົບຜູ້ຕິດເຊື້ອ ໂຄວິດ - 19 ໃໝ່

ປັດຈຸບັນ, ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ. ຂະນະດຽວກັນ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 195 ຄົນ ແລະ ຜົນກວດວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 10 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.

ສະຖານທ ດຫວຽດນາມປະຈຳມາເລເຊຍໜ ນຊ ວຍການປ ອງກ ນ ຕ ານ ໂລກ ລະ ບາດ ໂຄວ ດ 19 ໃນ ຊ ມ ຊ ນ ສະ​ຖານກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Vladivostok ສະ​ແດງ​ຄວາມ​ຮູ້​ບຸນ​ຄຸ​ນ​ຕໍ່​ຜູ້​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ທ່ານ ຫງວຽນຮ່ວາງຫວຽດ ໄດ້ເນັ້ນໜັກວ່າ ກຸ່ມນັກອາສາສະໝັກ ກາຍເປັນບ່ອນອີງທີ່ເປັນໜ້າໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ ຂອງປະຊາຄົມຊາວຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.