ນັກສຶກສາ, ນັກຄົ້ນຄວ້າສື່ມວນຊົນລາວ ຢ້ຽມຢາມ, ຄົ້ນຄວ້າຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

06:07 | 27/03/2021

ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ຄະນະພະນັກງານ, ຄູອາຈານ, ນັກຄົ້ນຄວ້າ, ນັກສຶກສາມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ໄດ້ມາຢ້ຽມຢາມ, ທັດສະນະສຶກສາຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ.

ນ ກສ ກສາ ນ ກຄ ນຄວ າສ ມວນຊ ນລາວ ຢ ຽມຢາມ ຄ ນຄວ າຢ ໜ ງສ ພ ມກອງທ ບປະຊາຊ ນຫວຽດນາມ Lawrence S. Ting ມອບທຶນການສຶກສາ ຈຳນວນ 8,5 ຕື້ດົ່ງ ໃຫ້ແກ່ນັກຮຽນ, ນັກສຶກສາ
ນ ກສ ກສາ ນ ກຄ ນຄວ າສ ມວນຊ ນລາວ ຢ ຽມຢາມ ຄ ນຄວ າຢ ໜ ງສ ພ ມກອງທ ບປະຊາຊ ນຫວຽດນາມ ອັດຕະປື ນັກສຶກສາ ທີ່ກັບມາຈາກ ສສ ຫວຽດນາມ ໄດ້ຮັບອະນຸຍາດກັບບ້ານແລ້ວ
ນ ກສ ກສາ ນ ກຄ ນຄວ າສ ມວນຊ ນລາວ ຢ ຽມຢາມ ຄ ນຄວ າຢ ໜ ງສ ພ ມກອງທ ບປະຊາຊ ນຫວຽດນາມ
ທ່ານພັນເອກພິເສດ ເລງອັກລອງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ເລະຮວ່ຽນ.

ທີ່ການເຮັດວຽກ, ທ່ານພັນເອກພິເສດ ເລງອັກລອງ, ຮອງຫົວໜ້າບັນນາທິການໜັງສຶພິມກອງທັບປະຊາຊົນຫວຽດນາມ ເປັນປະທານການເຮັດວຽກ ໄດ້ກ່າວຄໍາເຫັນ, ແນະນໍາກ່ຽວກັບວິວັດການສ້າງຕັ້ງ ແລະພັດທະນາຂອງໜັງສືພິມກອງທັບປະຊາຊົນ. ໜັງສືພິມກອງທັບປະຊາຊົນຫວຽດນາມ ແມ່ນໜຶ່ງໃນບັນດາອົງການສື່ມວນຊົນຫຼາຍປະເພດ, ຫຼາຍພາສາ. ພ້ອມກັບພາສາຫວຽດນາມ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍັງມີພາສາອັງກິດ, ພາສາຈີນ, ພາສາລາວ, ພາສາຂະແມ.

ໃນຕະຫຼອດໄລຍະ 70 ປີຜ່ານມາ, ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກ, ລຸງໂຮ່, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເຊິ່ງໂດຍກົງແມ່ນກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຜູ້ທີ່ເຮັດວຽກງານຂ່າວສານໜັງສືພິມກອງທັບປະຊາຊົນຫວຽດນາມລຸ້ນຕ່າງໆ ໄດ້ມີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະກອບສ່ວນເຫື່ອແຮງ, ສະຕິປັນຍາ ແລະເລືອດເນື້ອເພື່ອນໍາໜັງສືພິມພັດທະນາຢ່າງຕໍ່ເນື່ອງ.

ນ ກສ ກສາ ນ ກຄ ນຄວ າສ ມວນຊ ນລາວ ຢ ຽມຢາມ ຄ ນຄວ າຢ ໜ ງສ ພ ມກອງທ ບປະຊາຊ ນຫວຽດນາມ
ທ່ານພັນເອກພິເສດ ຫງວຽນວັນມິງ ແບ່ງປັນກ່ຽວກັບວິວັດການເຮັດຂ່າວຂອງໜັງສືພິມກອງທັບປະຊາຊົນເອເລັກໂຕນິກ. ພາບ: ເລະຮວ່ຽນ.

ທ່ານພັນເອກພິເສດ ເລງອັກລອງ ເນັ້ນໜັກວ່າ: ໃນວິວັດການພັດທະນາຂອງໜັງສືພິມກອງທັບປະຊາຊົນໃນໄລຍະກວ່າ 70 ປີການເຮັດຂ່າວມີຫຼາຍເລື່ອງລາວທີ່ເກີດຂຶ້ນລະຫວ່າງສອງປະເທດຫວຽດນາມ-ລາວ ແລະການຮ່ວມມືຂອງມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ແລະໜັງສືພິມກອງທັບປະຊາຊົນໄດ້ສ່ອງແສງໃນສື່ສິ່ງພິມຂອງໜັງສືພິມກອງທັບປະຊາຊົນ.

ນ ກສ ກສາ ນ ກຄ ນຄວ າສ ມວນຊ ນລາວ ຢ ຽມຢາມ ຄ ນຄວ າຢ ໜ ງສ ພ ມກອງທ ບປະຊາຊ ນຫວຽດນາມ
ຜູ້ຕາງໜ້າມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ເຂົ້າຮ່ວມການເຮັດວຽກ. ພາບ: ເລະຮວ່ຽນ.

ຕາງໜ້າໃຫ້ຄະນະນັກຄົ້ນຄວ້າ, ນັກສຶກສາ, ທ່ານນາງພັນເອກພິເສດ, ປອ ຈິ້ງລານເຮືອງ, ຫົວໜ້າພະແນກສໍານວນເອກະສານ ແລະສື່ມວນຊົນ, ມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ໃຫ້ຮູ້ວ່າ: ນັກຄົ້ນຄວ້າ, ນັກສຶກສາ, ພິເສດແມ່ນນັກສຶກສາລາວ ມີຄວາມປິຕິຊົມຊື່ນຫຼາຍເມື່ອໄດ້ຕ້ອນຮັບຢ່າງອົບອຸ່ນຈາກໜັງສືພິມກອງທັບປະຊາຊົນ. ທ່ານນາງພັນເອກພິເສດ ຈິ້ງລານເຮືອງ ໃຫ້ຮູ້ຕື່ມອີກວ່າ: “ໃນວິວັດການເຄື່ອນໄຫວ, ພວກຂ້າພະເຈົ້າໄດ້ຄຸ້ມຄອງບໍາລຸງສ້າງດ້ານສື່ມວນຊົນ ແລະໄດ້ຮັບການຊ່ວຍເຫຼືອຈາກການນໍາຂອງໜັງສືພິມກອງທັບປະຊາຊົນ, ດ້ວຍຖານະເປັນນັກຊ່ຽວຊານ ແລະຄູ່ອາຈານໄດ້ຖ່າຍທອດທັກສະດ້ານພູມປັນຍາ ແລະວິຊາການດ້ານສື່ມວນຊົນໃຫ້ນັກຄົ້ນຄວ້າ, ນັກສຶກສາຂອງໂຮງຮຽນ. ນີ້ແມ່ນກໍາລັງໜູນ, ແມ່ນການຊ່ວຍເຫຼືອໃຫ້ເຂົາເຈົ້າມີການຮໍ່າຮຽນທີ່ດີກວ່າອີກ”.

ນ ກສ ກສາ ນ ກຄ ນຄວ າສ ມວນຊ ນລາວ ຢ ຽມຢາມ ຄ ນຄວ າຢ ໜ ງສ ພ ມກອງທ ບປະຊາຊ ນຫວຽດນາມ
ນັກຄົ້ນຄວ້າ, ນັກສຶກສາທີ່ການເຮັດວຽກ. ພາບ: ເລະຮ່ຽວນ.

ຜ່ານການເຮັດວຽກຄັ້ງນີ້, ນັກຄົ້ນຄວ້າ, ນັກສຶກສາລາວ ປາດຖະໜາວ່າ ໃນອະນາຄົດດ້ວຍການສະໜັບສະໜູນ, ຊ່ວຍເຫຼືອຂອງໜັງສືພິມກອງທັບປະຊາຊົນ, ບັນດານັກຄົ້ນຄວ້າ, ນັກສຶກສາຈະສືບຕໍ່ໄດ້ສໍາຜັດກັບຂັ້ນຕອນການເຮັດວຽກງານສື່ສານຂອງໜັງສືພິມກອງທັບປະຊາຊົນ ເພື່ອເຊື່ອມຕໍ່ລະຫວ່າງທິດສະດີ ແລະພຶດຕິກໍາຕົວຈິງ.

ນ ກສ ກສາ ນ ກຄ ນຄວ າສ ມວນຊ ນລາວ ຢ ຽມຢາມ ຄ ນຄວ າຢ ໜ ງສ ພ ມກອງທ ບປະຊາຊ ນຫວຽດນາມ
ຕາງໜ້າມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ມອບດອກໄມ້ໃຫ້ຜູ້ຕາງໜ້າໜັງສືພິມກອງທັບປະຊາຊົນ. ພາບ: ເລະຮວ່ຽນ.
ນ ກສ ກສາ ນ ກຄ ນຄວ າສ ມວນຊ ນລາວ ຢ ຽມຢາມ ຄ ນຄວ າຢ ໜ ງສ ພ ມກອງທ ບປະຊາຊ ນຫວຽດນາມ
ຄະນະພະນັກງານ, ຄູອາຈານ, ນັກຄົ້ນຄວ້າ, ນັກສຶກສາມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ ຖ່າຍຮູບຢູ່ຫ້ອງຖ່າຍທໍາໜັງສືພິມກອງທັບປະຊາຊົນເອເລັກໂຕນິກ. ພາບ: ເລະຮວ່ຽນ.

ຄະນະຜູ້ແທນນັກຄົ້ນຄວ້າ, ນັກສຶກສາມະຫາວິທະຍາໄລວັດທະນະທຳສິລະປະກອງທັບໄປຢ້ຽມຢາມພະແນກພາສາລາວ ແລະຫ້ອງຖ່າຍທໍາ ແລະຫ້ອງອັດສຽງຂອງໜັງສືພິມກອງທັບປະຊາຊົນເອເລັກໂຕນິກ. ຢູ່ທີ່ນີ້, ທ່ານພັນເອກພິເສດ ຫງວຽນວັນມິງ ຫົວໜ້າຫ້ອງບັນນາທິການໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ໄດ້ແບ່ງປັນບົດຮຽນການເຮັດວຽກງານສື່ສານຢູ່ຕາມເຫດການທີ່ມີລັກສະນະສະຖານະການ, ຄື: ພາຍຸນໍ້າຖ້ວມ; ເຂດເກີດພະຍາດ... ເພື່ອໃຫ້ຂ່າວກ່ຽວກັບການຜັນແປຂອງພະຍາດໂຄວິດ-19 ຂອງບັນດານັກຂ່າວໜັງສືພິມກອງທັບປະຊາຊົນເອເລັກໂຕນິກ, ບັນດານັກຂ່າວຂອງໜັງສືພິມກອງທັບປະຊາຊົນລຸ້ນຕ່າງໆປະຈຸບັນກໍາລັງນັບມື້ນັບເປັນເຈົ້າຂອງເຕັກໂນໂລຢີເຮັດຂ່າວທີ່ທັນສະໄໝ, ເສີມຂະຫຍາຍມູນເຊື້ອ ແລະບົດຮຽນຂອງລຸ້ນຕ່າງໆ, ກໍ່ສ້າງໜັງສືພິມກອງທັບປະຊາຊົນ ໃຫ້ເປັນໜັງສືພິມການເມືອງແຖວໜ້າຂອງປະເທດ, ມີບົດບາດກໍານົດທິດຫາງສຽງສັງຄົມ, ແມ່ນອົງການຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ແມ່ນກະບອກສຽງຂອງກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ.

ນ ກສ ກສາ ນ ກຄ ນຄວ າສ ມວນຊ ນລາວ ຢ ຽມຢາມ ຄ ນຄວ າຢ ໜ ງສ ພ ມກອງທ ບປະຊາຊ ນຫວຽດນາມ ຫວຽດນາມ ປົກປ້ອງພົນລະເມືອງ ແລະ ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ

ຍສໝ - ເມື່ອບໍ່ດົນມານີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ໄດ້ເຂົ້າຮ່ວມລາຍການສົນທະນາທາງອອນລາຍລະຫວ່າງບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອາເມລິກາ ກັບສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ປະຈຳ ອາເມລິກາ ກ່ຽວກັບສະພາບການໂລກລະບາດໂຄວິດ-19 ແລະ ບັນດາມາດຕະການໜູນຊ່ວຍພົນລະເມືອງ ແລະ ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ.

ນ ກສ ກສາ ນ ກຄ ນຄວ າສ ມວນຊ ນລາວ ຢ ຽມຢາມ ຄ ນຄວ າຢ ໜ ງສ ພ ມກອງທ ບປະຊາຊ ນຫວຽດນາມ ຊາວຫນຸ່ມ ນັກສຶກສາ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຄືນເມືອຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່

ຍສໝ - ໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2019, ຄະນະຜູ້ແທນຊາວໜຸ່ມ ນັກສຶກສາ ຫວຽດນາມທີ່ອາໄສຢູ່ຕ່າງປະເທດໄດ້ກັບຄືນເມືອຢ້ຽມຢາມບ້ານເກີດເມືອງນອນຂອງລຸງໂຮ່.

ນ ກສ ກສາ ນ ກຄ ນຄວ າສ ມວນຊ ນລາວ ຢ ຽມຢາມ ຄ ນຄວ າຢ ໜ ງສ ພ ມກອງທ ບປະຊາຊ ນຫວຽດນາມ ຊາວໜຸ່ມ ນັກສຶກສາ ຫວຽດນາມ ທີ່ອາໄສ ຢູ່ ຕ່າງປະເທດ ເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ 2019

ຍສໝ - ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດມາ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.