ຊາວໜຸ່ມ ນັກສຶກສາ ຫວຽດນາມ ທີ່ອາໄສ ຢູ່ ຕ່າງປະເທດ ເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ 2019

10:28 | 13/07/2019

ຍສໝ - ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດມາ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.

ຊາວໜຸ່ມ ນັກສຶກສາ ຫວຽດນາມ ທີ່ອາໄສ ຢູ່ ຕ່າງປະເທດ ເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ 2019

ຊາວໜຸ່ມ, ນັກສຶກສາ ຫວຽດນາມ ທີ່ອາໄສ ຢູ່ ຕ່າງປະເທດ ມາເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ 2019. (ພາບ:traihevietnam.vn)

ໃນວັນທີ 11 ກໍລະກົດ 2019, ໄດ້ເປີດສາກລາຍການຄ້າຍພັກແລ້ງຫວຽດນາມ 2019, ຄະນະຜູ້ແທນຊາວໜຸ່ມ, ນັກສຶກສາ ຫວຽດນາມ ອາໄສ ຢູ່ ຕ່າງປະເທດໄດ້ເຂົ້າສຸສານໄວ້ອາໄລ ປະທານ ໂຮ່ ຈິ໋ ມິງ ແລະ ຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ. ພາຍຫຼັງເຂົ້າວາງພວງມາລາຢູ່ສຸສານ ປະທານ ໂຮ່ ຈິ໋ ມິງ, ບັນດາຜູ້ແທນໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານທຳນຽບ ປະທານ ໂຮ່ ຈິ໋ ມິງ, ຢ້ຽມຢາມບ່ອນຢູ່ ແລະ ບ່ອນເຮັດວຽກຂອງເພິ່ນ.

ຊາວໜຸ່ມ ນັກສຶກສາ ຫວຽດນາມ ທີ່ອາໄສ ຢູ່ ຕ່າງປະເທດ ເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ 2019

ຄະນະຜູ້ແທນຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ເຂົ້າສຸສານໄວ້ອາໄລ ປະທານ ໂຮ່ ຈິ໋ ມິງ.(ພາບ:traihevietnam.vn)

ຊາວໜຸ່ມ ນັກສຶກສາ ຫວຽດນາມ ທີ່ອາໄສ ຢູ່ ຕ່າງປະເທດ ເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ 2019

(ພາບ:traihevietnam.vn)

ຕໍ່ຈາກນັ້ນ, ຄະນະຜູ້ແທນຊາວໜຸ່ມໄດ້ໄປຢ້ຽມຢຽມຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ. ຢູ່ທີ່ນີ້, ພວກເພື່ອນໄດ້ຮັບຟັງບັນດາເລື່ອງລາວ, ຊົມບັນດາຮູບເງົາສາລະຄະດີ, ຊົມເບິ່ງວັດຖຸພັນ, ພາບຖ່າຍທີ່ລ້ຳຄ່າກ່ຽວກັບປະຫວັດສາດໃນການສ້າງສາ ແລະ ປົກປັກຮັກສາຂອງຊາດ ຫວຽດນາມ ແຕ່ສະໄໝເຈົ້າຊີວິດຮຸ່ງ ຮອດສະໄໝ ປະທານ ໂຮ່ ຈິ໋ ມິງ.

ຊາວໜຸ່ມ ນັກສຶກສາ ຫວຽດນາມ ທີ່ອາໄສ ຢູ່ ຕ່າງປະເທດ ເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ 2019

(ພາບ:traihevietnam.vn)

ຄ້າຍພັກແລ້ງ 2019 ມີການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ ໄດ້ຈັດຂຶ້ນຢູ່ 10 ທ້ອງຖິ່ນຂອງທັງ 03 ພາກເໜືອ, ພາກກາງ, ພາກໃຕ້ ຂອງ ຫວຽດນາມ; ມີຊາວໜຸ່ມ, ນັກສຶກສາ ຫວຽດນາມ ທີ່ອາໄສ ຢູ່ ຕ່າງປະເທດ 150 ຄົນ ຈາກ 29 ປະເທດມາ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.

(ໄຊພອນ)

ເຫດການ
302 Found

Found

The document has moved here.