ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເພື່ອ​ຮັກ​ສາ​ທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ ໂປ​ໂລຍ - ຫວຽດ​ນາມ

06:47 | 26/03/2021

ຍ​ສ​ໝ - ທີ່​ການ​ເຮັດ​ວຽກ, ຝ່າຍ​ໂປ​ໂລຍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ  ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າ​ວ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ພິ​ເສດ​ແຕ່​ພາຍຫຼັງ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ໂປ​ໂລຍ Andrzej Duda ເມື່ອ​ປີ 2017.

ມີຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົ​ວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ມາ​ຣົກ
ການ​ພົວ​ພັນ​ຫວຽດ​ນາມ ແລະ ສ​ະ​ຫະ​ພັນ ລັດ​ເຊຍ ​ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດຢັ້ງ
ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເພື່ອ​ຮັກ​ສາ​ທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ ໂປ​ໂລຍ - ຫວຽດ​ນາມ
ບັນຍາດາດທີ່ການ​ເຮັດ​ວຽກ

ຫວ່າງ​ແລ້ວນີ້, ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່​ງຊາດ ໂປ​ໂລບ, ປະ​ທານ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ໂປ​ໂລຍ - ຫວຽດ​ນາມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໂປ​ໂລຍ Piotr Wawrzyk, ທ່ານ ຮອງ​ລັດ​ຖະ​ມົນ​ຕີ​ການ​ກະ​ຊວງ​ພາຍ​ໃນ​ປະ​ເທດ Bartosz Grodecki ແລະ ບາງ​ສະ​ມາ​ຊິກ​ກຸ່ມສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ໃຫ້​ການ​ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໂປ​ໂລຍ ຫງວຽນ​ຮຸ່ງ ແລະ ທ່ານ​ນາງທູດ​ການ​ຕ່າງ​ປະ​ເທດ ຫງວຽນ​ທິ​ມິງ​ຫງວຽດ.

ທີ່​ການ​ເຮັດ​ວຽກ, ຝ່າຍ​ໂປ​ໂລຍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າ​ວ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ພິ​ເສດ​ແຕ່​ພາຍຫຼັງ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ໂປ​ໂລຍ Andrzej Duda ເມື່ອ​ປີ 2017. ເຖິງວ່າ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກ, ການ​ຄ້າ​ສອງ​ສົ້ນ ຫວຽດ​ນາມ ໂປ​ໂລຍ​ຍັງ​ມີ​ການ​ເຕີບ​ໂຕ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ສອງ​ປະ​ເທດ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ, ມີ​ຄວາມ​ສະ​ດວກ​ເພື່ອ​ພັດ​ທະ​ນາ​ຢ່າງ​ແຮງ. ຝ່າຍ​​ໂປ​ໂລຍ​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງ​ການ​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເພື່ອ​ຮັກ​ສາ​ທ່ານ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ.

ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເພື່ອ​ຮັກ​ສາ​ທ່າ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ ໂປ​ໂລຍ - ຫວຽດ​ນາມ
​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ໂປ​ໂລຍ ​ມອບ​ຂອງ​ຂວັນ​ໃຫ້​ແກ່​ສະ​ຖານ​ທູດ ຫວຽດ​ນາມ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວ​ຽນ​ຮຸ່ງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ໂປ​ໂລຍ - ຫວຽດ​ນາມ ແລະ ບັນ​ດາ​ຄະ​ນະ​ຂະ​ແໜງ​ການ​ຍາມ​ໃດ​ກໍ່​ໜູນ​ຊ່ວຍ ແລະ ສົມ​ທົບ​ກັບ​ສະ​ຖານ​ທູດ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ປະ​ເທດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຫັນ​ດີ​ເປັນ​ເອ​ກະ​ພາບ​ພາຍຫຼັງ ໂລກ​ລະ​ບາດ​ໂຄວິດ - 19, ສອ​ງ​ຝ່າຍ​ຈະ​ເຊື່ອມ​ຕໍ່​ຄືນ​ໃໝ່ ແລະ ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ໃນ​ນັ້ນ​ມີ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ແລະ ຄະ​ນະ​ກຳ​ມະ​ການ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ.

ທ່ານ​ກໍ່​ມີ​ຄວາມ​ຫ​ວັງ​ວ່າ ປະ​ຊາ​ຄົມ​ວິ​ສາ​ຫ​ະ​ກິດ ຫວຽດ​ນາມ ແລະ ໂປ​ໂລຍ​ສືບ​ຕໍ່​ສວຍ​ໃຊ້​ທ່າ​ໄດ້​ປຽບ​ຂອງ ສັນ​ຍາ​ການ​ຄ້າ​ເສ​ລີ (EVFTA) ແລະ ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ​ສອງ​ຝ່າຍ​ເພື່ອ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ທາງ​ການ​ຄ້າ, ພ້ອມ​ທັງ​ມີ​ຄວາມ​ປາດ​ຖະ​ໜາວ່າ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຈະ​ຊຸກ​ຍູ້​ສະ​ພາ​ແຫ່ງ​ຊາດ​ໂປ​ໂລຍ​ຮັບ​ຮອງ​ເອົາ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ​ໂດຍ​ໄວ.

ຫວຽດນາມສືບຕໍ່ແມ່ນຄູ່ຮ່ວມມືແຖວ​ໜ້າຂອງໂປໂລຍຢູ່ອາຊີຕາເວັນອອກສ່ຽງໃຕ້

ຍ​ສ​ໝ - ທ່ານຮອງລັດຖະມົນຕີກະ​ຊວງການຕ່າງປະເທດໂປ​ໂລຍ Przydacz​ ກໍ່​ໃຫ້​ຮູ້ຕື່ມອີກວ່າ: ນອກຈາກການຮັດແໜ້ນການພົວພັນກັບບັນດາຄູ່ຮ່ວມມືທີ່​ມາ​ແຕ່​ດົນ​ນານ​ແລ້ວ, ໂປໂລຍ ກໍ່​ຖື​ການ​ເປີດ​ກ້​ວາງ​ການ​ຮ່ວມ​ມື ກັບ​ບັນ​ດາ​ພາກ​ພື້ນ​ອື່ນໆ ເປັນ​ສຳ​ຄັນ, ໂດຍສະເພາະແມ່ນພາກພື້ນອາຊີ - ປາຊີຟິກ - ເຊິ່ງເປັນພາກ​ພື້ນ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ.

ພິ​ທີ​ສະ​ເຫຼີມ​ສະຫຼອງ​ລະ​ດູ​ບານ​ໃໝ່​ປີ ສະຫຼຸ ທາງ​ອອນ​ລາຍ​ຢູ່​ໂປ​ໂລຍ

ຍ​ສ​ໝ - ນີ້​ແມ່ນ​ຄັ້​ງ​ທຳ​ອິດ ໂຄງ​ການ​ບຸນ​ເຕັດ​ໄດ້​ຈັດ​ຕັ້ງ​ທາງ​ອອນ​ລາຍ​ຍ້ອນ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່​ຍັງ​ຮັກ​ສາ​ໄດ້​ບັນ​ຍາ​ກາ​ດ​ຕ້ອນ​ຮັບ​ປີ​ໃໝ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ.

ເພີ່ມ​ພຸນ​ຄຸນ​ສ້າງ​ມິດ​ຕະ​ພາບ ຫວຽດ​ນາມ ໂປ​ໂລຍ​ໃຫ້​ໝັ້ນ​ຄົງ​ທະ​ນົງ​ແກ່ນ

ຍ​ສ​ໝ - ໃນ​ຊຸມ​ປີ​ມໍ່ໆ​ມານີ້, ການ​ພົວ​ພັນ ຫວຽດ​ນາມ ໂປ​ໂລຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ພັດ​ທະ​ນາ​ຜ່ານ​ບັນ​ດາ​ການ​ຢ້ຽມ​ຢາມ ຂອງ ການ​ນຳ​ສອງ​ປະ​ເທດ, ສະ​ແດງ​ໃຫ້​ເຫັນ​ຢູ່​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ປະ​ເທດ ໃນ​ບັນ​ດາ​ຂົງ​ເຂດ ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ການ​ທູດ​ປະ​ຊາ​ຊົນ…

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.