ລາວ: ມາຮອດ ປັດຈຸບັນ ສາມາດສັກວັກແຊງ ໃຫ້ກຸ່ມສ່ຽງດັ່ງກ່າວແລ້ວ 70.000​ ກວ່າຄົນ

17:12 | 25/03/2021

ຮອດ​ວັນ​ທີ 24 ມີນາ 2021 ສປປ ລາວ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ ພະຍາດ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ​ໃໝ່, ຕົວ​ເລກ​ຜູ້​ຕິດ​ເຊື້ອ​ສະ​ສົມຍັງ​ຢູ່ 49 ຄົນ, ປິ່ນ​ປົວ​ຫາຍ​ດີ 45 ຄົນ, ຍັງ​ສືບ​ຕໍ່​ປິ່ນປົວ ​ຢູ່​ໂຮງໝໍ 4 ຄົນ, ​ໃນ​ນັ້ນ 3 ຄົນ​ຕິດຕາມ​ປິ່ນປົວ​ ຢູ່ ນະຄອນຫລວງ​ວຽງ​ຈັນ ​ແລະ ອີກ 1 ຄົນ ຕິດຕາມ​ປິ່ນປົວ ຢູ່​ແຂວງ​ສະຫວັນ​ນະ​ເຂດ, ທັງ​ໝົດ​ແມ່ນບໍ່​ມີ​ອາການ​ໄຂ້, ມີສຸຂະພາບແຂງແຮງດີ.

ລາວ ມາຮອດ ປ ດຈ ບ ນ ສາມາດສ ກວ ກແຊງ ໃຫ ກ ມສ ຽງດ ງກ າວແລ ວ 70 000 ກວ າຄ ນ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ
ລາວ ມາຮອດ ປ ດຈ ບ ນ ສາມາດສ ກວ ກແຊງ ໃຫ ກ ມສ ຽງດ ງກ າວແລ ວ 70 000 ກວ າຄ ນ 47 ມື້ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ເພີ່ມ

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 24 ມີນາ 2021 ນີ້​ວ່າ: ​ເຖິງ​ແມ່ນ​ວ່າ ສປປ ລາວ ຈະ​ບໍ່​ມີ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ​ໃໝ່ ຄື​ກັບ ບັນດາ​ປະ​ເທດ​ຕ່າງໆໃນ​​ໂລກ ກໍ່ຕາມ ລັດຖະບານ ກໍ​ຄື ຄະນະ​ສະ​ເພາະ​ກິດ ຍັງ​ໄດ້​ສືບ​ຕໍ່ເອົາ​ໃຈ​ໃສ່ ຕິດຕາມ​ເຝົ້າ​ລະວັງ​ ການ​ຕິດ​ເຊື້ອຢ່າງ​ໃກ້ຊິດ ​ໂດຍ​ສະ​ເພາະ ​ເຂັ້ມງວດ​ກວດ ​ຄົນ​ເຂົ້າ​-ອອກ​ເມືອງ ຢູ່​ບັນດາ​ດ່ານ​ຕ່າງໆ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ພ້ອມ​ທັງ​ເລັ່ງສັກ​ວັກ​ແຊງ ປ້ອງ​ກັນ​ການ​ຕິດ​ເຊື້ອ​ ໃຫ້​ຜູ້​ທີ່​ມີ​ຄວາມ​ສ່ຽງ​ສູງ ລວມ​ເຖິງປະຊາຊົນ​ລາວ ​ບັນດາ​ເຜົ່າ ​ໂດຍ​ສະ​ເພາະ​ ຜູ້​ທີ່​ອາ​ໃສ​ຢູ່​ລຽບ​ຕາມ​ຊາຍ​ແດນ.

ລາວ ມາຮອດ ປ ດຈ ບ ນ ສາມາດສ ກວ ກແຊງ ໃຫ ກ ມສ ຽງດ ງກ າວແລ ວ 70 000 ກວ າຄ ນ

ສປປ ລາວ ສືບຕໍ່ເອົາໃຈໃສ່ຢ່າງເຂັ້ມງວດ ເຝົ້າລະວັງການລະບາດໂຄວິດ-19. (ພາບ: KPL)

ສຳລັບການເຝົ້າລະວັງ, ຕິດຕາມ ໂຄ​ວິດ-19 ຢູ່​ບັນດາ​ດ່ານ​ຕ່າງໆ ​ເຈົ້າ​ໜ້າ​ທີ່ປະຈຳ​ດ່ານ ໄດ້​ໃຊ້​ມາດ​ຕະການ​ຢ່າງ​ເຄັ່ງ​ຄັດ, ​ເຊິ່ງ​ໃນວັນທີ 23 ມີນາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2.557 ຄົນ, ທັງ​ໝົດ​ໄດ້ຜ່ານການ ວັດແທກອຸນຫະພູມຮ່າງກາຍ ​ແລະ ເກັບຕົວຢ່າງທຸກ​ໆ ຄົນມາກວດ, ທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອ. ສ່ວນການຕິດຕາມ ຜູ້​ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່​ ທີ່ກຳ​ນົດ​ໄວ້​ ໃນ​ຂອບ​ເຂດທົ່ວປະເທດ ຄະນະ​ສະ​ເພາະ​ກິດ ໄດ້​ສື​ບຕໍ່​ເອົາ​ໃຈ​​ໃສ່​ ​ເຄັ່ງ​ຄັດຕໍ່​ຜູ້​ຖືກ​ກັກ​ບໍລິ​ເວນ ​ເພື່ອ​ປ້ອງ​ກັນ​ການ​ຕິດ​ເຊື້ອ.

ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ​ 3.206 ຄົນ, ໄດ້ເກັບຕົວຢ່າງ ມາກວດ ວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ​ໂຄ​ວິດ-19.

ລາວ ມາຮອດ ປ ດຈ ບ ນ ສາມາດສ ກວ ກແຊງ ໃຫ ກ ມສ ຽງດ ງກ າວແລ ວ 70 000 ກວ າຄ ນ
ລັດຖະບານສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງໂຄງ ການ ການຮ່ວມມືເພື່ອວັກແຊງ ກັນພະຍາດ ໂຄວິດ-19 (COVAX Facility). (ພາບ: KPL)

ລັດຖະບານສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງໂຄງການການຮ່ວມມືເພື່ອວັກແຊງ ກັນພະຍາດ ໂຄວິດ-19 (COVAX Facility) ແລະ ຄູ່ຮ່ວມງານທີ່ໄດ້ໃຫ້ ການຊ່ວຍເຫລືອ ວັກແຊັງກັນພະຍາດ ໂຄວິດ-19 ຈຳນວນ 132.000 ໂດສ ແກ່ ສປປ ລາວ (ຊຸດທຳອິດ), ເຊິ່ງເປັນສິ່ງສຳຄັນ ແລະ ເປັນຄວາມຮຽກຮ້ອງຕ້ອງການ ທີ່ສຸດຂອງລັດຖະບານ ແລະ ປະຊາຊົນລາວ.

ໃນພິທີມອບ-ຮັບ ວັກແຊັງຈຳນວນດັ່ງກ່າວ, ໃນວັນທີ 20 ມີນາ 2021, ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໂດຍຕາງໜ້າໃຫ້ລັດຖະບານລາວ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19, ລວມໄປເຖິງແພດໝໍ ທຸກຄົນ ແລະ ປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມຮູ້ບຸນຄຸນ ຢ່າງສຸດຊຶ້ງມາຍັງໂຄງການ COVAX Facility ແລະ ຄູ່ຮ່ວມງານ ເຊັ່ນ: ໂດຍການຮ່ວມມືກັນ ລະຫວ່າງອົງການພັນທະມິດ ຮ່ວມມືດ້ານນະວັດຕະກໍາ ເພື່ອຮັບມືກັບ ພະຍາດລະບາດ, ອົງການກາວີ, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ, ພ້ອມດ້ວຍບັນດາ ປະເທດຮ່ວມພັດທະນາ ສຳລັບການສະໜັບສະໜູນ ຊ່ວຍເຫລືອຢ່າງໃຫຍ່ຫລວງ ແລະ ມີມູນຄ່າ ໃນການປະສານງານ ຈັດສົ່ງວັກແຊັງຊຸດທຳອິດນີ້.

ລາວ ມາຮອດ ປ ດຈ ບ ນ ສາມາດສ ກວ ກແຊງ ໃຫ ກ ມສ ຽງດ ງກ າວແລ ວ 70 000 ກວ າຄ ນ
ພາບປະກອບ

ການມາຮອດຂອງວັກແຊັງຄັ້ງນີ້, ຖືເປັນອີກບາດກ້າວໜຶ່ງ ທີ່ສໍາຄັນຂອງ ສປປ ລາວ ໃນການຕໍ່ສູ້ກັບ ການລະບາດຂອງ ພະຍາດໂຄວິດ-19, ເຊິ່ງຄະນະສະເພາະກິດ ກໍຄື ລັດຖະບານ ຈະໄດ້ນຳເອົາການຊ່ວຍເຫລືອໃນຄັ້ງນີ້ ໄປໃຊ້ໃຫ້ໄດ້ໝາກຜົນ ແລະ ເກີດຜົນປະໂຫຍດສູງສຸດ ໂດຍການ ສຶືບຕໍ່ສັກ ໃຫ້ບັນດາກຸ່ມສ່ຽງ ໂດຍສະເພາະ ກຸ່ມສ່ຽງຫລາຍ, ປານກາງ ແລະ ປະຊາຊົນຕາມລຳດັບ ໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນພະຍາດ ໂຄວິດ-19.

ສປປ ລາວ ເປັນປະເທດໜຶ່ງ ທີ່ໄດ້ມີການເປີດຂະບວນ ການສັກຢາວັກແຊັງ ປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ຢ່າງເປັນທາງການ ເລີ່ມແຕ່ທ້າຍເດືອນມັງກອນ 2021 ເປັນຕົ້ນມາ ໂດຍເລັ່ງໃສ່ເປົ້າໝາຍ ປະຊາກອນ ທີ່ມີຄວາມສ່ຽງສູງທີ່ສຸດ ເປັນບູລິດມະສິດທຳອິດ, ເຊິ່ງມາຮອດ ປັດຈຸບັນ ສາມາດສັກວັກແຊງ ໃຫ້ກຸ່ມສ່ຽງດັ່ງກ່າວແລ້ວ 70.000​ ກວ່າຄົນ. ເຖິງຢ່າງໃດກໍຕາມ, ຄະນະສະເພາະກິດ ກໍຄືລັດ ຖະບານ ໄດ້ມີຄວາມ ພະຍາຍາມສືບຕໍ່ ໃນການຊອກຫາວັກແຊງ ເພື່ອມາສັກໃຫ້ປະຊາຊົນ ໃຫ້ໄວທີ່ສຸດ ໂດຍມີແຜນໃຫ້ສາມາດປົກຄຸມໄດ້ 20% ຂອງປະຊາກອນ ທັງໝົດໃນປີ 2021 ແລະ ກວມເອົາ 75% ໃນປີ 2024.

ລາວ ມາຮອດ ປ ດຈ ບ ນ ສາມາດສ ກວ ກແຊງ ໃຫ ກ ມສ ຽງດ ງກ າວແລ ວ 70 000 ກວ າຄ ນ ຂ່າວດີ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມຍັງຢູ່ 19 ຄົນ

ຄະນະ​ສະ​ເພາະ​ກິດປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການ​ລະບາດ​ ຂອງ​ພະຍາດ​ໂຄ ວິດ-19 ຢືນຢັນວ່າ​ ມາ​ຮອດ​ໃນ​ວັນ​ທີ 8 ພຶດສະພາ 2020 ສປປ ລາວ ຍັງບໍ່​ພົບ​ຜູ້ຕິດ​ເຊື້ອ​ໄວຣັດ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ ຕິດ​ຕໍ່​ກັນ​ແລ້ວ 26 ມື້. ຄະນະ​ທີ່ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 27.569 ຄົນ ແລະ ເສຍຊີວິດ 2.069 ຄົນ. ສະເພາະກຸ່ມປະເທດອາຊຽນ ເຫັນວ່າຍັງມີບາງປະເທດ ທີ່ມີອັດຕາ ...

ລາວ ມາຮອດ ປ ດຈ ບ ນ ສາມາດສ ກວ ກແຊງ ໃຫ ກ ມສ ຽງດ ງກ າວແລ ວ 70 000 ກວ າຄ ນ ສປປ. ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ ​ໂຄ​ວິດ​-19 ​ເພີ່ມ​ຂຶ້ນ ນັບ​ເປັນ​ເວລາ 16 ມື້​ຕິດຕໍ່​ກັນ

ມາ​ຮອດ​ວັນ​ທີ 28 ​​ເມ​ສາ 2020 ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ ​ໂຄ​ວິດ​-19 ​ເພີ່ມ​ຂຶ້ນ ນັບ​ເປັນ​ເວລາ 16 ມື້​ຕິດຕໍ່​ກັນ, ຕົວ​ເລກຍັງ​ຄົງ​ຕົວ ຢູ່ 19 ກໍລະນີ ຄື​ເກົ່າ, ​ໃນ​ຄະນະ​ທີ່​ມີ​ຜູ້​​​ປິ່ນປົວ​ດີ ​ແລະ ​ໄດ້​ອອກ​ໂຮງໝໍ​ແລ້ວ 7 ຄົນ, ຍັງເຫລືອ​ຜູ້​ຕິດ​ເຊື້ອ​ 12 ຄົນ

ລາວ ມາຮອດ ປ ດຈ ບ ນ ສາມາດສ ກວ ກແຊງ ໃຫ ກ ມສ ຽງດ ງກ າວແລ ວ 70 000 ກວ າຄ ນ ແຂວງເງ້ອານ ໜູນຊ່ວຍ ສປປ.ລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid - 19

ຍສໝ - ທ່ານ ບຸ່ຍດິ່ງລອງ - ຮອງປະທານຄະນະກຳມະການປະຊາຊົນແຂວງເງ້ອານ ພ້ອມດ້ວຍ ຄະນະຜູ້ແທນແຂວງເງ້ອານ ໄດ້ສະໜັບສະໜູນເຄື່ອງອຸປະກອນການແພດ ແລະ ສິ່ງທີ່ຈຳເປັນຮັບໃຊ້ໃນຊີວິດປະຈຳວັນ ມີມູນຄ່າຫຼາຍກ່ວາ 700 ລ້ານດົງລວມມີ: ເຂົ້າສານກວ່າ 10 ໂຕນ, ຜ້າບັງປາກດ້ານການແພດ 50.000 ແຜ່ນ.. ໃຫ້ແກ່ແຂວງຊຽງຂວາງ (ລາວ).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.