ທະນາຄານ ADB ຍູ້ແຮງການຮ່ວມມືກັບນະຄອນ ໂຮ່ຈິ້ມິນ

17:25 | 28/03/2021

ທີ່ການເຮັດວຽກກັບການນໍານະຄອນ ໂຮ່ຈິ້ມິນ ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 19 ມີນາ, ທ່ານ Andrew Jeffries, ຜູ້ອໍານວຍການທະນາຄານພັດທະນາອາຊີ (ADB) ປະຈໍາຫວຽດນາມ ໄດ້ຢັ້ງຢືນວ່າ: ADB ຍາມໃດກໍປາດຖະໜາ ແລະພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືກັບນະຄອນໂຮ່ຈິ້ມິນ ໃນວິວັດການສ້າງສາ ແລະພັດທະນາ, ກ່ອນອື່ນໝົດແມ່ນບັນດາກິດຈະກຳສົມທົບກັນລະຫວ່າງສອງຝ່າຍເພື່ອພ້ອມກັນຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມືຢູ່ທີ່ບັນດາໂຄງການທີ່ມີແຫຼ່ງທຶນຈາກ ADB ໃນບໍລິເວນນະຄອນ.

ທະນາຄານ adb ຍ ແຮງການຮ ວມມ ກ ບນະຄອນ ໂຮ ຈ ມ ນ ຜູ້ອໍານວຍການແຫ່ງຊາດ ADB ປະຈໍາ ຫວຽດນາມ: “ພວກຂ້າພະເຈົ້າຕີລາຄາສູງບັນດາການເຄື່ອນໄຫວຮັບມືກັບພະຍາດໂຄວິດ-19 ຢ່າງວ່ອງໄວຂອງລັັດຖະບານຫວຽດນາມ"
ທະນາຄານ adb ຍ ແຮງການຮ ວມມ ກ ບນະຄອນ ໂຮ ຈ ມ ນ ADB ໜູນຊ່ວຍເງິນ 2,5 ລ້ານ USD ໃຫ້ແກ່ຫວຽດນາມເພື່ອຮັບມືກັບໄພທຳມະຊາດ
ທະນາຄານ adb ຍ ແຮງການຮ ວມມ ກ ບນະຄອນ ໂຮ ຈ ມ ນ
ທ່ານ ຫງວຽນແທ່ງຟອງ, ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈິ້ມິນ ຕ້ອນຮັບທ່ານ Andrew Jeffries. ພາບ: ຫວຽດຢຸ້ງ.

ສ່ວນທ່ານ ຫງວຽນແທ່ງຟອງ, ປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈິ້ມິນ, ໃຫ້ຮູ້ວ່າ: ນະຄອນ ໂຮ່ຈິ້ມິນ ຍາມໃດກໍຕີລາຄາສູງບົດບາດຂອງ ADB ຄືດັ່ງຄູ່ຮ່ວມມືໃຫຍ່, ທີ່ມີຄວາມໝາຍສໍາຄັນຕໍ່ການພັດທະນາຂອງນະຄອນ. ບັນດາໂຄງການທີ່ນໍາໃຊ້ແຫຼ່ງທຶນກູ້ຢືມຂອງ ADB ລ້ວນແຕ່ແມ່ນບັນດາກິດຈະກໍາທີ່ມີລັກສະນະສົມທົບກັນ, ປະກອບສ່ວນແທດຈິງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະປົວແປງຄຸນນະພາບການດໍາລົງຊີວິດຂອງປະຊາຊົນ.

ທ່ານ ຫງວຽນແທ່ງຟອງ ກໍປາດຖະໜາວ່າ ການນໍາ ADB ເອົາໃຈໃສ່ໜູນຊ່ວຍນະຄອນຍູ້ໄວການປ່ອຍເງິນກູ້ຢືມ ກໍຄືຄວາມຄືບໜ້າຂອງບັນດາໂຄງການທີ່ກໍາລັງຜັນຂະຫຍາຍ; ພ້ອມທັງ, ສະເໜີ ADB ໜູນຊ່ວຍນະຄອນຜັນຂະຫຍາຍ 4 ໂຄງການພັດທະນານະຄອນ ໄລຍະ 2020-2025, ວິໄສທັດ 2030...

ທະນາຄານ adb ຍ ແຮງການຮ ວມມ ກ ບນະຄອນ ໂຮ ຈ ມ ນ ທະນາຄານ VientinBank ລາວ ໜູນຊ່ວຍລາວ ປ້ອງກັນ ແລະຕ້ານພະຍາດໂຄວິດ-19

ວັນທີ 19 ຕຸລາ, ທີ່ນະຄອນຫຼວງວຽງຈັນ, ທະນາຄານ VientinBank ລາວ ໄດ້ສະໜັບສະໜູນລາວ ຈໍານວນເງິນ 300 ລ້ານກີບ (ທຽບເທົ່າກັບ 30.000 ໂດລາສະຫະລັດ) ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະຕ້ານພະຍາດໂຄວິດ-19.

ທະນາຄານ adb ຍ ແຮງການຮ ວມມ ກ ບນະຄອນ ໂຮ ຈ ມ ນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຮັບສານແຕ່ງຕັ້ງຜູ້ອໍານວຍການຫ້ອງການ ADB ຄົນໃໝ່ປະຈໍາ ສປປ.ລາວ

ໃນວັນທີ 13 ຕຸລາ 2020, ທ່ານ ທອງຜ່ານ ສະຫັວນເພັດ ຮອງລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Sonomi Tanaka ເພື່ອຍື່ນໜັງສືແຕ່ງຕັ້ງດຳລົງຕຳແໜ່ງ ຜູ້ອໍານວຍການຫ້ອງ ການທະນາຄານພັດທະນາອາຊີ (ADB) ຄົນ ໃໝ່ ປະຈຳ ສປປ ລາວ.

ທະນາຄານ adb ຍ ແຮງການຮ ວມມ ກ ບນະຄອນ ໂຮ ຈ ມ ນ ADB: ເສດຖະກິດລາວ ຄາດວ່າຈະຟື້ນຕົວ ແລະ ເຕີບໃຫຍ່ໃນປີ 2021

ອີງຕາມບົດລາຍງານໃໝ່ ຂອງທະນາຄານ ພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນ ວັນທີ 18 ກັນຍາ 2020 ລະບຸວ່າ: ອັດຕາການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ຊຶ່ງເປັນຄັ້ງທຳອິດໃນ 4 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕ ຈາກການສູນເສຍທາງດ້ານເສດຖະກິດທີ່ເກີດຈາກການແຜ່ລະບາດພະຍາດ ໂຄວິດ-19.

la.qdnd.vn

ເຫດການ
302 Found

Found

The document has moved here.