ຫວຽດນາມ ໃຫ້ຄຳໝັ້ນສັນຍາ ທີ່ໄດ້ສະໜອງສະບຽງອາຫານ ໃຫ້ແກ່ຟີລິບປິນ

13:00 | 22/03/2021

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນຈະສະໜອງເຂົ້າສານ ໃຫ້ແກ່ປະເທດຟີລິບປິນ, ໂດຍສະເພາະ ແມ່ນຜົນກະທົບຈາກໂຣກລະບາດ COVID-19, ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ ແມ່ນມີຄວາມສຳຄັນຫຼາຍ.

ຫວຽດນາມ ໃຫ ຄຳໝ ນສ ນຍາ ທ ໄດ ສະໜອງສະບຽງອາຫານ ໃຫ ແກ ຟ ລ ບປ ນ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ ຕ້ອນຮັບທ່ານເອກອັກຄະລັດຖະທູດຟີລິບປິນ
ຫວຽດນາມ ໃຫ ຄຳໝ ນສ ນຍາ ທ ໄດ ສະໜອງສະບຽງອາຫານ ໃຫ ແກ ຟ ລ ບປ ນ ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳຫວຽດນາມ: ປາດຖະໜາຢາກຮ່ວມມືກັບ VUFO ຢ່າງໃກ້ຊິດກ່ວາເກົ່າ

ໃນຕອນບ່າຍວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Meynardo Los Banos Montealegre - ເອກອັກຄະລັດຖະທູດຟີລິບປິນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມສືບຕໍ່ຮ່ວມມືໃນຂົງເຂດສະໜອງເຂົ້າສານໃຫ້ແກ່ປະເທດຟີລິບປິນ.

ສະແດງຄວາມຊົມເຊີຍທີ່ທ່ານ Banos Montealegre ໄດ້ຮັບຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງຟີລິບປິນ ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ການພົວພັນລະຫວ່າງສອງປະເທດ ໄດ້ພັດທະນາຢ່າງດີງາມໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດເດີນທະເລ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ Banos Montealegre ຈະມີອາຍຸການປະສົບຜົນສຳເລັດຢູ່ຫວຽດນາມ.

ຫວຽດນາມ ໃຫ ຄຳໝ ນສ ນຍາ ທ ໄດ ສະໜອງສະບຽງອາຫານ ໃຫ ແກ ຟ ລ ບປ ນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Meynardo Los Banos Montealegre - ເອກອັກຄະລັດຖະທູດຟີລິບປິນ. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຖືວ່າ, ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຟີລິບປິນ, ໃນນັ້ນການຮ່ວມມືໃນຂົງເຂດເດີນທະເລ ແມ່ນມີຄວາມສຳຄັນຫຼາຍ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີສອງປະເທດຄວນຊຸກຍູ້ການຄ້າ ແລະ ການລົງທຶນຕື່ມອີກ.

ພິເສດສຳລັບການສະໜອງເຂົ້າສານ, ຫວຽດນາມ ຢືນຢັນຈະສະໜອງເປັນຢ່າງໝັ້ນຄົງ ແລະ ຍາວນານໃຫ້ແກ່ຟີລິບປິນ, ພິເສດແມ່ນໃນສະພາບການທີ່ໄດ້ຮັບຜົນກະທົບຈາກພະຍາດລະບາດ COVID-19, ເຊິ່ງແມ່ນບັນຫາສຳຄັນທີ່ສຸດຂອງຄວາມໝັ້ນຄົງດ້ານສະບຽງອາຫານ.

ເນື່ອງໃນໂອກາດຄົບຮອບ 45 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ຢືນຢັນວ່າ ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດສືບຕໍ່ຮັດແໜ້ນການພົວພັນ, ເພີ່ມທະວີການພົວພັນລະຫວ່າງສອງປະເທດ, ພ້ອມດຽວກັນນີ້ ກໍ່ໄດ້ຮຽກຮ້ອງໃຫ້ທ່ານເອກອັກຄະລັດຖະທູດ Banos Montealegre ຈົ່ງປະສານສົມທົບກັບບັນດາອົງການອື່ນໆຂອງຫວຽດນາມ ເພື່ອຈັດຕັ້ງກິດຈະກຳສະເຫຼີມສະຫຼອງ.

ສ່ວນທ່ານເອກອັກຄະລັດຖະທູດ Banos Montealegre ໄດ້ສະແດງຄວາມເຊື່ອໝັ້ນວ່າຕໍ່ໜ້າສະພາບການແຜ່ລະບາດຂອງ COVID-19, ຫວຽດນາມ ຈະແບ່ງປັນບົດຮຽນຫຼາຍຢ່າງໃນການປ້ອງກັນການລະບາດຂອງ COVID-19. ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ສົ່ງເຄື່ອງອຸປະກອນການແພດ ມາສະໜັບສະໜູນປະຊາຊົນຟີລິບປິນ ແລະ ປາດຖະໜາວ່າ ສອງປະເທດຊຸກຍູ້ການຮ່ວມມືໃນການທົດລອງ ແລະ ພັດທະນາວັກຊີນ.

ປີ 2021 ແມ່ນປີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຂອງສອງປະເທດ, ທ່ານເອກອັກຄະລັດຖະທູດ ປາດຖະໜາຢາກໃຫ້ສອງປະເທດສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງຫຼາຍຢ່າງ ເພື່ອຮັດແໜ້ນການພົວພັນສອງຝ່າຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຫວຽດນາມ ໃຫ ຄຳໝ ນສ ນຍາ ທ ໄດ ສະໜອງສະບຽງອາຫານ ໃຫ ແກ ຟ ລ ບປ ນ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢຸງ ຕ້ອນຮັບທ່ານເອກອັກຄະລັດຖະທູດຟີລິບປິນ

ຍສໝ - ໃນວັນທີ 9 ມີນາ, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດຟີລິບປິນ ປະຈຳຫວຽດນາມ, ທ່ານ Meynardo Montealegre.

ຫວຽດນາມ ໃຫ ຄຳໝ ນສ ນຍາ ທ ໄດ ສະໜອງສະບຽງອາຫານ ໃຫ ແກ ຟ ລ ບປ ນ ລາວເຂົ້າຮວ່ມກອງປະຊຸມທາງໄກ ຂອງ ຄະນະກຳມະການ ຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ທີ່ປະເທດຟີລິບປິນ

ໃນລະຫວ່າງວັນທີ 11-12 ສິງຫາ 2020 ນີ້ທີ່ກະຊວງແຮງງານ ແລະ ສະຫວັດດີ ກສນສັງຄົມ, ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ, ບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ແລະ ໃນນາມເປັນຫົວໜ້າ ຄະນະຜູ້ແທນຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ (Video conferencing) ຂອງກອງປະຊຸມ ຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມປິ່ນອ້ອມ, ໂດຍການເປັນປະທານ ຂອງ ທ່ານ Ricardo B.JALAD ຫົວໜ້າກົມ, ຫົວໜ້າຫ້ງການຄະນະ ກຳມະການຄຸ້ມຄອງ ໄພພິບັດແຫ່ງຊາດ ປະເທດຟີລິບປິນ ແລະ ...

ຫວຽດນາມ ໃຫ ຄຳໝ ນສ ນຍາ ທ ໄດ ສະໜອງສະບຽງອາຫານ ໃຫ ແກ ຟ ລ ບປ ນ ພາຍຫຼັງຫວຽດນາມ, ປະເທດ ຟີລິບປິນ ສົ່ງຈົດໝາຍທາງການທູດ ເພື່ອ ຄັດຄ້ານເລ່ືອງກຳປັ່ນຂອງຈີນ ລ່ວງລະເມີດເຂດທະເລຫຼາຍຄັ້ງ

ຍສໝ - ຕອນເຊົ້າວັນທີ 19 ສິງຫານີ້, ທ່ານ Locsin ລັດຖະມົນຕີການຕ່າງປະເທດ ຟີລິບປິນ ກ່າວວ່າ ໄດ້ຊີ້ ນຳ ຫ້ອງການກະຊວງການຕ່າງປະເທດ ອາຊີ ປາຊີຟິກ ຟີລິບປີນ (DFA) ສົ່ງຈົດໝາຍຄັດຄ້ານພາຍຫລັງ ຟີລິບປິນໄດ້ຄົ້ນພົບ ກຳປັ່ນຮົບຈີນ ຈຳນວນ 5 ລຳ ເຂົ້າໄປໃນຊ່ອງແຄບທະເລ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.