ສະ​ຖານກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ມອບ​ເງິ​ນ​ໜູນ​ຊ່ວຍ 1000 USD ໃຫ້​ແກ່​​ຄອບ​ຄົວ​ເຊື້ອ​ຊາດ ຫວຽດ​ນາມ

11:00 | 29/03/2021

ຍ​ສໝ - ​ສະ​ຖານກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ແຂວງ Preah Sihanouk ໄດ້​ສົມ​ທົບ​ກັບ​ຜູ້​ໃຈ​ບູນ​ເຊື້ອ​ຊາດ ຫວຽດ​ນາມ ຢູ່​ບໍ​ລິ​ເວນ ເພື່ອ​ສົ່ງ​ເງິນເປັນ​ຈຳ​ນວນ 1000 USD ເພື່ອ​ໜູນ​ຊ່ວຍ​ຮີບ​ດ່ວຍ​ໃຫ້​ແກ່ 219 ຄ​ອບ​ຄົວ​ເຊື້ອ​ຊາດ ຫວຽດ​ນ​າມ ຢູ່​ຕາ​ແສງ Prek Tamlop, ເມືອງ Loeuk Duek ແຂວງ Kandal.

ສະ ຖານກ ງ ສ ນ ໃຫຍ ຫວຽດ ນາມ ປະ ຈຳ ກຳ ປ ເຈຍ ມອບ ເງ ນ ໜ ນ ຊ ວຍ 1000 usd ໃຫ ແກ ຄອບ ຄ ວ ເຊ ອ ຊາດ ຫວຽດ ນາມ ລອງ​ອານມອບ​ເງິ​ນ ແລະ ວັດ​ຖຸ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ແຂວງ Prey Veng (ປະ​ເທດ ກຳ​ປູ​ເຈຍ)
ສະ ຖານກ ງ ສ ນ ໃຫຍ ຫວຽດ ນາມ ປະ ຈຳ ກຳ ປ ເຈຍ ມອບ ເງ ນ ໜ ນ ຊ ວຍ 1000 usd ໃຫ ແກ ຄອບ ຄ ວ ເຊ ອ ຊາດ ຫວຽດ ນາມ ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ ຫວຽດ​ນາມ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ປະ​ຊາ​ຊົນ​ຫວຽດ​ນາມ​
ສະ ຖານກ ງ ສ ນ ໃຫຍ ຫວຽດ ນາມ ປະ ຈຳ ກຳ ປ ເຈຍ ມອບ ເງ ນ ໜ ນ ຊ ວຍ 1000 usd ໃຫ ແກ ຄອບ ຄ ວ ເຊ ອ ຊາດ ຫວຽດ ນາມ
ທ່ານ ຫວູ​ງອກ​ລີ໊, ​ຫົວ​ໜ້າກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ​ແຂວງ Preah Sihanouk ປະ​ເທດ ກຳ​ປູ​ເຈຍ

ຫວ່າງແລ້ວນີ້, ໂດຍ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຂອງ​ສະ​ມາ​ຄົມ ຂະ​ແມ - ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ແລະ ສະ​ມາ​ຄົມ ຂະ​ແມ ຫວຽດ​ນາມ ຢູ່​ແຂວງ Kandal, ສະ​ຖານ​ກົມ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ແຂວງ Preah Sihanouk ໄດ້​ສົມ​ທົບ​ກັບ​ຜູ້​ໃຈ​ບູນ​ໃນ​ບໍ​ລິ​ເວນ​ແຂວງ​ເພື່ອ​ສົ່ງ​ເງິນ​ເປັນ​ຈຳ​ນວນ 1000 USD ກູ້​ຊ່ວຍ​ຢ່າງ​ຮີບ​ດ່ວນ​ໃຫ້​ແກ່​ 219 ຄອບ​ຄົວ​ເຊື້ອ​ຊາດ ຫວຽດ​ນາມ ຢູ່​ຕາ​ແສງ Prek Tamlop, ເມືອງ Loeuk Duek ແຂວງ Kandal ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ພວມ​ຕ້ອງ​ປະ​ຕິ​ບັດ​ການ​ແຍກ​ຕົວ​ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ທ່ານ ຫວູ​ງອກ​ລີ໊, ​ຫົວ​ໜ້າກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ​ແຂວງ Preah Sihanouk ໄດ້​ແບ່ງ​ປັນ​ວ່າ ປົກ​ກະ​ຕິ ຊີ​ວິດ​ປະ​ຈຳ​ວັນ​ຂອງ​ພໍ່​ແມ່​ຊາວ​ກຳ​ປູ​ເຈຍ ເຊື້ອ​ຊາດ​ຫວຽດ​ນາມ ຍັງ​ທຸກ​ຍາກ​ລຳ​ບາດ​ແລ້ວ, ປັດ​ຈຸ​ບັນ​ ການ​ແຍກ​ຕົວ​ເຮັດ​ໃຫ້​ເຂົາ​ເຈົ້າ​ຍິ່ງ​ລຳ​ບາກ​ທຸກ​ຍາກ​ກ່​ວາ​ເກົ່າ. ດັ່ງ​ນັ້ນ, ເຖິງວ່າ ແຂວງ Kandal ບໍ່​ນອນ​ຢູ່​ໃນ​ບໍ​ລິ​ເວນ​ເຊິ່ງ​ສະ​ຖານ​ກົງ​ສູນ ຮັບ​ຜິດ​ຊອບ ແຕ່​ສະ​ຖານ​ກົງ​ສູນ​ໄດ້​ລະ​ດົມ​ອ້າຍ​ນ້ອງ​ໃນ​ອົງ​ການ​ປະ​ກອບ​ເງິນ​ໄດ້​ປະ​ມານ 700 USD ແລະ ມີ​ຜູ້​ໃຈ​ບູນ​ຄົນ​ໜຶ່ງ​ເຊື້ອ​ຊາດ​ຫວຽດ​ນາມ​ໃນ​ບໍ​ລິ​ເວນ ໄດ້​ສະ​ເໜີ​ປະ​ກອບ​ເງິນ​ຕື່ມ​ອີກ 300 USD ເພື່ອ​ໜ​ູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ຈຳ​ນວນ​ເງິນ​ດັ່ງ​ກ່າວ ໄດ້​ສະ​ຖານ​ກົງ​ສູນ​ໃຫ​ຍ​່​ສົ່ງ​ໄປ​ຍັງ​ທ່ານ ເຈິ່ນ​ຕຶ້​ເລິບ ຜູ້​ຮັກ​ສາ​ສິດ​ປະ​ທານ​ສະ​ມາ​ຄົມ ຂະ​ແມ - ຫວຽດ​ນາມ ຢູ່​ແຂວງ Kandal ໃນ​ຕອນ​ເຊົ້າ​ວັນ​ທີ 15 ມີ​ນາ 2021 ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຢ່າງ​ທັນ​ການ.

ໂດຍ​ແບ່ງ​ປັນ​ກັບ​ນັກ​ຂ່າວ, ສະ​ຖານ​ກົງ​ສູນ​ໃຫຍ່​ໃຫ້​ຮູ້​ວ່າ ໜຶ່ງ​ໃນ ສາມຈຸດ​ຮ້ອນ​ເຮັງຂອງ​ກຳ​ປູ​ເຈຍ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ -19 ໃນ​ບັ້ນ​ລະ​ບາດ​ຄັ້ງ​ນີ້, ແຕ່​ວ່າ​ໃນ​ຊຸມ​ມື້ມ​ໍ່ໆ​ມານີ້ ແຂວງ Preah Sihanouk ຄວບ​ຄຸມ​ໄດ້​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ພື້ນ​ຖານ​ແລ້ວ ແລະ ບໍ​ພົບ​ເຫັນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ຕື່ມ​ອີກ.

ໃນ​ສະ​ພາບ​ການ​ກຳ​ປູ​ເຈຍ ຫາກ​ໍ່​ອອກ​ຂໍ້​ຕົກ​ລົງ​ປິດ​ລ້ອມ ແຂວງ Preah Sihanouk ເພື່ອ​ປ້​ອງ​ກັນ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19, ທາງ​ສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ Preah Sihanouk ໄດ້ຮຽກ​ຮ້ອງ​ໃຫ້​ຊາວກຳ​ປູ​ເຈຍ ເຊື້ອ​ຊາດ ຫວຽດ​ນາມ ແລະ ຊາວ ຫວຽດ​ນາມ ທີ່​ພວມ​ເຮັດ​ວຽກ ຢູ່​ແຂວງ Preah Sihanouk ຈົ່ງ​ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວ​ຕໍ່​ໜ້າ​ການ​ລະ​ບາດ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19.

ສະ ຖານກ ງ ສ ນ ໃຫຍ ຫວຽດ ນາມ ປະ ຈຳ ກຳ ປ ເຈຍ ມອບ ເງ ນ ໜ ນ ຊ ວຍ 1000 usd ໃຫ ແກ ຄອບ ຄ ວ ເຊ ອ ຊາດ ຫວຽດ ນາມ ລອງ​ອານມອບ​ເງິ​ນ ແລະ ວັດ​ຖຸ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ແຂວງ Prey Veng (ປະ​ເທດ ກຳ​ປູ​ເຈຍ)

ຍ​ສ​ໝ - ໃນ​ໂອ​ກາດນີ້, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂ​ວງ ລອງ​ອານ​ໄດ້​ມອບ​ໃຫ້​ແກ່​ກຳ​ລັງ​ປະ​ກອບ​ອາ​ວຸດ​ແຂວງ Prey Veng ວັດ​ຖຸອຸ​ປະ​ກອນ​ການ​ແພດ​ລວມ​ມີ: ຜ້າ​ອັດ​ປາກ - ດັງອະ​ນາ​ໄມ 7500 ອັນ, ຢາ​ຂ້າ​ເຊື້ອ 180 ລິດ, ຢາ​ລ້າງ​ມື​ຂ້າ​ເຊື້ອ 226 ຕ​ຸກ ແລະ ເງິນ​ເປັນ​ຈຳ​ນວນ 60 ລ້ານ​ດົ່ງ.

ສະ ຖານກ ງ ສ ນ ໃຫຍ ຫວຽດ ນາມ ປະ ຈຳ ກຳ ປ ເຈຍ ມອບ ເງ ນ ໜ ນ ຊ ວຍ 1000 usd ໃຫ ແກ ຄອບ ຄ ວ ເຊ ອ ຊາດ ຫວຽດ ນາມ ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ ຫວຽດ​ນາມ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ປະ​ຊາ​ຊົນ​ຫວຽດ​ນາມ​

ຍ​ສ​ໝ - ​ໃນ​ຕອນ​ບ່າຍ​ວັນ​ທີ 4 ມີ​ນາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ​ໄດ້​ໄປ​ເຖິງ​ສະ​ຖານ​ທູດ ກຳ​ປູ​ເຈຍ​ປະ​ຈຳ ຫວຽດ​ນາມ ເພື່ອມອບ​ເງິນ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເຊິ່ງ​ສະ​ມາ​ຄົມ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ບໍ​ລິ​ຈາກ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ແບ່ງ​ປັນ,ໜູນ​ຊ່ວຍ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ໃນ​ການ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ສະ ຖານກ ງ ສ ນ ໃຫຍ ຫວຽດ ນາມ ປະ ຈຳ ກຳ ປ ເຈຍ ມອບ ເງ ນ ໜ ນ ຊ ວຍ 1000 usd ໃຫ ແກ ຄອບ ຄ ວ ເຊ ອ ຊາດ ຫວຽດ ນາມ ດົ່ງ​ທາບ, ອານ​ຢາງ, ມອບ​ຜ້າ​ອັດ​ປາກ - ດັງ​ໜູນ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ເຊື້ອ​ສາຍ​ຫວຽນ​ດາມທຸກ​ຍາກ ອາ​ໄສ​ຢູ່​ກຳ​ປູ​ເຈຍ

ຍ​ສ​ໝ - ທ່ານ ຫງວຽນ​ວັນ​ແກນ, ສະ​ມາ​ຊິກ​ສະ​ມາ​ຄົມ ຂະ​ແມ - ຫວຽດ​ນາມ ແຂວງ Prayveng, ປະ​ທານ​ສະ​ມາ​ຄົມ ໂດຍ​ຕາງ​ໜ້າ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ​ໃນ​ແຂວງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນ​ດາ​ນ້ຳ​ໃຈ​ພິ​ເສດ​ກ່ຽວ​ກັບ​ເນື້ອ​ໃນ​ຈິດ​ໃຈ ແລະ ວັດ​ຖຸ​ເຊິ່ງ​ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແລະ ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ດົ່ງ​ທາບ ໄດ້​ສະ​ຫງວນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ

ສະ ຖານກ ງ ສ ນ ໃຫຍ ຫວຽດ ນາມ ປະ ຈຳ ກຳ ປ ເຈຍ ມອບ ເງ ນ ໜ ນ ຊ ວຍ 1000 usd ໃຫ ແກ ຄອບ ຄ ວ ເຊ ອ ຊາດ ຫວຽດ ນາມ

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.