HUFO ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ ລາວ, ກຳ​ປູ​ເຈຍ ຮ່ຳ​ຮຽນ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

11:14 | 29/03/2021

ຍ​ສ​ໝ - ເຂົ້າ​ຮ່ວມ​ພິ​ທີ ມີ​ການ​ຮອງ​ສາດ​ສະ​ດາ​ຈານ ປ.ອ ເວືອງ​ດຶກ​ຮ່​ວາງກວນ - ປະ​ທານ HUFO, ທ່ານ​ນາງ ເຈິ່ນ​ແຄງ​ເວິນ ຮອງ​ປະ​ທານ HUFO, ຜູ້​ຕາງ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແລະ ຫວຽດ​ນາມ - ກຳ​ປູ​ເຈຍ ຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ ພ້ອມ​ກັບ​ນັກ​ສຶກ​ສາ 20 ຄົນ ທີ່​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ 240 ຄົນ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ.

hufo ມອບ ຂອງ ຂວ ນ ໃຫ ແກ ນ ກ ສ ກ ສາ ລາວ ກຳ ປ ເຈຍ ຮ ຳ ຮຽນ ຢ ນະ ຄອນ ໂຮ ຈ ມ ນ ລອງ​ອານມອບ​ເງິ​ນ ແລະ ວັດ​ຖຸ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ແຂວງ Prey Veng (ປະ​ເທດ ກຳ​ປູ​ເຈຍ)
hufo ມອບ ຂອງ ຂວ ນ ໃຫ ແກ ນ ກ ສ ກ ສາ ລາວ ກຳ ປ ເຈຍ ຮ ຳ ຮຽນ ຢ ນະ ຄອນ ໂຮ ຈ ມ ນ ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ ຫວຽດ​ນາມ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ປະ​ຊາ​ຊົນ​ຫວຽດ​ນາມ​
hufo ມອບ ຂອງ ຂວ ນ ໃຫ ແກ ນ ກ ສ ກ ສາ ລາວ ກຳ ປ ເຈຍ ຮ ຳ ຮຽນ ຢ ນະ ຄອນ ໂຮ ຈ ມ ນ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ

ຫວ່າງແລ້ວນີ້, ສ​ະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ​ໂຮ່​ຈີ​ມິນ (HUFO) ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ນັກ​ຮຽນ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປະ​ຈຳ​ຊາດ​ປີ 2021.

ເຂົ້າ​ຮ່ວມ​ພິ​ທີ ມີ​ການ​ຮອງ​ສາດ​ສະ​ດາ​ຈານ ປ.ອ ເວືອງ​ດຶກ​ຮ່​ວາງກວນ - ປະ​ທານ HUFO, ທ່ານ​ນາງ ເຈິ່ນ​ແຄງ​ເວິນ ຮອງ​ປະ​ທານ HUFO, ຜູ້​ຕາງ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແລະ ຫວຽດ​ນາມ - ກຳ​ປູ​ເຈຍ ຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ ພ້ອມ​ກັບ​ນັກ​ສຶກ​ສາ 20 ຄົນ ທີ່​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ 240 ຄົນ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຂອງ​ຂັວນ, ທ່ານ​ນາງ ເຈິ່ນ​ຮ່​ວາງ​ແຄ​ງ​ເວິນ - ຮອງ​ປະ​ທານ HUFO ໄດ້​ສະ​ແດງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຕໍ່​ບັນ​ດາ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ດ້ວຍ​ເລື່ອງ​ພວກ​ເພື່ອນ​ຕ້ອງ​ຜ່ານ​ຜ່າ​ໄລ​ຍະ​ພັກ​ບຸນ​ເຕັດ​ຢູ່​ໄກ​ຄອບ​ຄົວ ຍ້ອນ​ສະ​ພາບ​ການ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19, ທ່ານ​ນາງ​ກໍ່​ໄດ້​ອວຍ​ພອນ​ໃຫ້ນັກ​ສຶ​ກ​ສາ​ສອງ​ປະ​ເທດ​ທຸກໆ​ຄົນ ປີ​ໃໝ່ຈົ່ງ​ມີ​ໂຊກມີ​ໄຊ​ມີ​ຄວາມ​ຜາ​ສຸກ, ປະ​ສົມ​ຜົນ​ສຳ​ເລັດ​ໃນ​ການ​ຮ່ຳ​ຮຽນ ແລະ ເຊື່ອມ​ຕົ​ວ​ເຂົ້າ​ກັບ​ຫວຽດ​ນາມ​ໃຫ້​ເປັນ​ຢ່າງ​ດີ​ທີ່​ສຸດ.ຍ້ອນສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ດັ່ງ​ນັ້ນ​ລາຍ​ການມອບ​ຂອງ​ຂວັນ​ໄດ້​ດຳ​ເນີນ​ຊ້າ​ກ່​ວາ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ, ພິ​ທີ​ມອບ​ຂອງ​ຂັວນ​ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ແກ່​ບັນ​ດາ​ນ້ອງໆ​ນັກ​ສຶກ​ສາ​ທີ່​ບໍ່​ມີ​ເງື່ອນ​ໄຂ​ກັບ​ບ້ານ​ກິນ​ກຸດ​ກັບ​ຄອບ​ຄົວ.

ໂດຍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຄວາມ​ສົນ​ໃຈ, ການ​ແບ່ງ​ປັນ​ຢ່າງ​ທັນ​ການ​ຂອງ​ການ​ນຳ HUFO, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແລະ ຫວຽດ​ນາມ - ກຳ​ປູ​ເຈຍ ປະ​ຈຳ​ນະ​ຄອນ​ໂຮ່​ຈີ​ມິນ, ບັນ​ດາ​ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ພິ​ທີ​ໄດ້​ຢັ້ງ​ຢືນ​ວ່າ​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ, ຫຼໍ່ຫຼອມ, ຮັກ​ສາ ແລະ ພັດ​ທະ​ສາ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ, ເຮັດ​ໃຫ້​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສອງ​ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ​ກ່​ວາ​ເກົ່າ, ຈາ​ລຶກ​ການ​ພົວ​ພັນ​ອັນ​ດີ​ງາມ, ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ​ 3 ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

hufo ມອບ ຂອງ ຂວ ນ ໃຫ ແກ ນ ກ ສ ກ ສາ ລາວ ກຳ ປ ເຈຍ ຮ ຳ ຮຽນ ຢ ນະ ຄອນ ໂຮ ຈ ມ ນ ລອງ​ອານມອບ​ເງິ​ນ ແລະ ວັດ​ຖຸ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ແຂວງ Prey Veng (ປະ​ເທດ ກຳ​ປູ​ເຈຍ)

ຍ​ສ​ໝ - ໃນ​ໂອ​ກາດນີ້, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ແຂ​ວງ ລອງ​ອານ​ໄດ້​ມອບ​ໃຫ້​ແກ່​ກຳ​ລັງ​ປະ​ກອບ​ອາ​ວຸດ​ແຂວງ Prey Veng ວັດ​ຖຸອຸ​ປະ​ກອນ​ການ​ແພດ​ລວມ​ມີ: ຜ້າ​ອັດ​ປາກ - ດັງອະ​ນາ​ໄມ 7500 ອັນ, ຢາ​ຂ້າ​ເຊື້ອ 180 ລິດ, ຢາ​ລ້າງ​ມື​ຂ້າ​ເຊື້ອ 226 ຕ​ຸກ ແລະ ເງິນ​ເປັນ​ຈຳ​ນວນ 60 ລ້ານ​ດົ່ງ.

hufo ມອບ ຂອງ ຂວ ນ ໃຫ ແກ ນ ກ ສ ກ ສາ ລາວ ກຳ ປ ເຈຍ ຮ ຳ ຮຽນ ຢ ນະ ຄອນ ໂຮ ຈ ມ ນ ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ ຫວຽດ​ນາມ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ປະ​ຊາ​ຊົນ​ຫວຽດ​ນາມ​

ຍ​ສ​ໝ - ​ໃນ​ຕອນ​ບ່າຍ​ວັນ​ທີ 4 ມີ​ນາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ​ໄດ້​ໄປ​ເຖິງ​ສະ​ຖານ​ທູດ ກຳ​ປູ​ເຈຍ​ປະ​ຈຳ ຫວຽດ​ນາມ ເພື່ອມອບ​ເງິນ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເຊິ່ງ​ສະ​ມາ​ຄົມ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ບໍ​ລິ​ຈາກ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ແບ່ງ​ປັນ,ໜູນ​ຊ່ວຍ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ໃນ​ການ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

hufo ມອບ ຂອງ ຂວ ນ ໃຫ ແກ ນ ກ ສ ກ ສາ ລາວ ກຳ ປ ເຈຍ ຮ ຳ ຮຽນ ຢ ນະ ຄອນ ໂຮ ຈ ມ ນ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ: ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຍ​ສ​ໝ - ຫວ່າງ​ແລ້ວ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ, ທ່ານເລ​ຂາ​ທິ​ການໃຫຍ່, ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ທອງ​ລຸນ ​ສີ​ສຸ​ລິດ ແລະ ທ່ານ ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ນາ​ຍົກ​ລັດ​ຖະ​ມົນ​ຕີ Samdech Techo Hun Sen ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ເພື່ອ​ແລ​ກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ກໍ່​ຄື​ການ​ຮ່ວມ​ມື 3 ຝ່າຍ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.