ຫວຽດນາມ ຕີລາຄາສູງຕໍ່ບົດບາດຂອງ ສປຊ, ບັນດາປະເທດ ແລະອົງການຈັດຕັ້ງໃນພາກພື້ນໃນການຊຸກຍູ້ສັນຕິພາບ ແລະສະຖຽນລະພາບຢູ່ຊູດັງ

19:00 | 27/03/2021

ຍສໝ - ທີ່ກອງປະຊຸມທາງອອນລາຍ ກ່ຽວກັບສະພາບການຢູ່ຊູດັງ ແລະການເຄື່ອນໄຫວຂອງຄະນະປະຕິບັດງານໜູນຊ່ວຍຂອງ ສປຊ ປະຈໍາຊູດັງ,  ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຕີລາຄາສູງຕໍ່ບົດບາດຂອງ ສປຊ, ບັນດາປະເທດ ແລະອົງການຈັດຕັ້ງໃນພາກພື້ນໃນການຊຸກຍູ້ສັນຕິພາບ ແລະສະຖຽນລະພາບຢູ່ຊູດັງ ແລະຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ໜູນຊ່ວຍມະນຸດສະທໍາ ແລະສ້າງເງື່ອນໄຂຫຼາຍກວ່າອີກໃຫ້ແກ່ປະເທດຊູດັງ ໄດ້ສໍາຜັດກັບລະບອບລະບຽບການດ້ານການເງິນສາກົນ. 

ຫວຽດນາມ ຕ ລາຄາສ ງຕ ບ ດບາດຂອງ ສປຊ ບ ນດາປະເທດ ແລະອ ງການຈ ດຕ ງໃນພາກພ ນໃນການຊ ກຍ ສ ນຕ ພາບ ແລະສະຖຽນລະພາບຢ ຊ ດ ງ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ
ຫວຽດນາມ ຕ ລາຄາສ ງຕ ບ ດບາດຂອງ ສປຊ ບ ນດາປະເທດ ແລະອ ງການຈ ດຕ ງໃນພາກພ ນໃນການຊ ກຍ ສ ນຕ ພາບ ແລະສະຖຽນລະພາບຢ ຊ ດ ງ ຮອງເລຂາທິການໃຫຍ່ ສປຊ ມີຄວາມປາດຖະໜາກຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ
ຫວຽດນາມ ຕ ລາຄາສ ງຕ ບ ດບາດຂອງ ສປຊ ບ ນດາປະເທດ ແລະອ ງການຈ ດຕ ງໃນພາກພ ນໃນການຊ ກຍ ສ ນຕ ພາບ ແລະສະຖຽນລະພາບຢ ຊ ດ ງ
ບັນຍາກາດທີ່ກອງປະຊຸມ. ພາບ: baoquocte.vn.

ຫວ່າງແລ້ວນີ້, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍ ກ່ຽວກັບສະພາບການຢູ່ຊູດັງ ແລະການເຄື່ອນໄຫວຂອງຄະນະປະຕິບັດງານໜູນຊ່ວຍຂອງ ສປຊ ປະຈໍາຊູດັງ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ຕີລາຄາສູງຕໍ່ບົດບາດຂອງ ສປຊ, ບັນດາປະເທດ ແລະອົງການຈັດຕັ້ງໃນພາກພື້ນໃນການຊຸກຍູ້ສັນຕິພາບ ແລະສະຖຽນລະພາບຢູ່ຊູດັງ ແລະຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ໜູນຊ່ວຍມະນຸດສະທໍາ ແລະສ້າງເງື່ອນໄຂຫຼາຍກວ່າອີກໃຫ້ແກ່ປະເທດຊູດັງ ໄດ້ສໍາຜັດກັບລະບອບລະບຽບການດ້ານການເງິນສາກົນ; ຮຽກຮ້ອງໃຫ້ ຊູດັງ ເພີ່ມທະວີຄວາມມານະພະຍາຍາມປົກປ້ອງສາມັນຊົນ ແລະ ແກ້ໄຂສາຍເຫດຂອງບັນຫາການໃຊ້ຄວາມຮຸນແຮງລະຫວ່າງບັນດາປະຊາຄົມໃຫ້ເຖິງກົກເຖິງຮາກ, ໃນນັ້ນນັບທັງບັນຫາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໄກ່ເກ່ຍ; ສະແດງ ຄວາມປາດຖະໜາວ່າ ລັດຖະບານຊົ່ວຄາວ ແລະຝ່າຍຕ່າງໆທີ່ກ່ຽວຂ້ອງຢູ່ຊູດັງ ຈະສືບຕໍ່ຜັນຂະຫຍາຍຂໍ້ຕົກລົງສັນຕິພາບ ລົງໃນວັນທີ 3 ຕຸລາ 2020 ຢ່າງຄົບຖ້ວນ, ປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບທີ່ຍາວນານຢູ່ຊູດັງ. ພ້ອມທັງກໍ່ສະແດງຄວາມປາດຖະໜາຢາກໃຫ້ຄະນະປະຕິບັດງານໜູນຊ່ວຍຂອງ ສປຊ ມີການເຄື່ອນໄຫວຢ່າງຄົບຖ້ວນໂດຍໄວເພື່ອໜູນຊ່ວຍວິວັດທະນາການເຊື່ອມຕໍ່ ແລະພັດທະນາຢູ່ຊູດັງ.

ກ່ອນໜ້ານັ້ນ, ທີ່ກອງປະຊຸມທາງໄກກ່ຽວກັບສະພາບການຢູ່ຊູດັງໃຕ້ ແລະການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບ ສປຊ (UNMISS) ປະຈໍາ ຊູດັງໃຕ້. ທ່ານ ດັ້ງດີ່ງກຸຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຕີລາຄາສູງຕໍ່ການຜັນແປຢ່າງຕັ້ງໜ້າຢູ່ຊູດັງໃຕ້, ທ່ານຖືວ່າຄວາມຄືບໜ້ານີ້ຕ້ອງໄດ້ຮັບຮູ້ໃນສະພາບການຊູດັງໃຕ້ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນພະຍາດໂຄວິດ-19... ທ່ານ ດັ້ງດີ່ງກຸຍ ໄດ້ຮຽກຮ້ອງໃຫ້ລັດຖະບານ ແລະບັນດາຝ່າຍທີ່ກ່ຽວຂ້ອງຢູ່ຊູດັງໃຕ້ ຊຸກຍູ້ການຜັນຂະຫຍາຍວິວັດການເຊື່ອມຕໍ່ ກໍ່ຄືດໍາເນີນບັນດາມາດຕະການຢ່າງມີປະສິດທິຜົນແນໃສ່ແກ້ໄຂສະພາບການໃຊ້ຄວາມຮຸນແຮງໃນປະຊາຄົມ. ພ້ອມທັງ ກໍ່ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງ UNMISS ແລະຊຸກຍູ້ການເຂົ້າຮ່ວມຂອງເພດຍິງໃນຄະນະປະຕິບັດງານ, ພ້ອມທັງຮຽກຮ້ອງໃຫ້ເພີ່ມທະວີເງື່ອນໄຂ, ພື້ນຖານດ້ານວັດຖຸທີ່ສະດວກໃຫ້ເພດຍິງໃນຄະນະປະຕິບັດງານ.

ຫວຽດນາມ ຕ ລາຄາສ ງຕ ບ ດບາດຂອງ ສປຊ ບ ນດາປະເທດ ແລະອ ງການຈ ດຕ ງໃນພາກພ ນໃນການຊ ກຍ ສ ນຕ ພາບ ແລະສະຖຽນລະພາບຢ ຊ ດ ງ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ: ສາມັກຄີ, ຮ່ວມ​ມື, ​ເພີີ່ມ​ທະວີ​ລັດທິຫຼາຍຝ່າຍ​ ດ້ວຍ​ໃຈກາງ​ແມ່ນ ສປຊ

ຍສໝ - ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຢືນຢັນວ່າ ປະຊາຊົນຫວຽດນາມມີຄວາມຕັດສິນໃຈຮັກສາສັນຕິພາບ ກັບປະຊາຊົນບັນດາຊົນຊາດ ແລະ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ SDG 2030 ຢ່າງສຳເລັດຜົນ.

ຫວຽດນາມ ຕ ລາຄາສ ງຕ ບ ດບາດຂອງ ສປຊ ບ ນດາປະເທດ ແລະອ ງການຈ ດຕ ງໃນພາກພ ນໃນການຊ ກຍ ສ ນຕ ພາບ ແລະສະຖຽນລະພາບຢ ຊ ດ ງ ສະຖານທູດ ຫວຽດນາມ ປະຈຳ ບັນດາປະເທດ ສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດ ຫວຽດນາມ ແລະ ວັນສ້າງຕັ້ງຂະແໜງການທູດ

ໃນໄລຍະຈະມາເຖິງ, ຫວຽດນາມ ຕັດສິນໃຈ ຈະເພີ່ມທະວີນ້ຳໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ສິງກະໂປ, ບັນດາປະເທດ ສະມາຊິກ ອາຊຽນ ແລະ ບັນດາປະເທດອື່ນໆຫຼາຍກວ່າອີກ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

ຫວຽດນາມ ຕ ລາຄາສ ງຕ ບ ດບາດຂອງ ສປຊ ບ ນດາປະເທດ ແລະອ ງການຈ ດຕ ງໃນພາກພ ນໃນການຊ ກຍ ສ ນຕ ພາບ ແລະສະຖຽນລະພາບຢ ຊ ດ ງ ຫວຽດນາມ ໄດ້ມານະພະຍາຍາມເຂົ້າຮ່ວມວຽກງານຂອງສະພາຄວາມໝັ້ນຄົງ ສປຊ ແລະ ບັນລຸໄດ້ຫຼາຍຜົນງານທີ່ໜ້າຮັບຮູ້

ຍສໝ - ເມື່ອບໍ່ດົນມານີ້, ກຸ່ມປະຕິບັດງານລະຫວ່າງຂະແໜງການກ່ຽວກັບເລື່ອງຫວຽດນາມ ຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມປະຈຳໄລຍະພາຍໃຕ້ການເປັນປະທານຂອງທ່ານ ເລຮວ່າຍຈູງ, ກຳມະການສູນກາງພັກ, ຮອງລັດຖະມົນຕີການຕ່າງປະເທດ

ໄຊພອນ

ເຫດການ
302 Found

Found

The document has moved here.