ຫວຽດນາມ ຖືເປັນສຳຄັນການຮ່ວມມືໃນພາກພື້ນ ແລະ ສາກົນໃນການປ້ອງກັນຕ້ານອາດຊະຍາກຳ ຂ້າມຊາດ

10:06 | 26/03/2021

ຍສໝ - ເມື່ອບໍ່ດົນມານີ້, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳ ແລະ ການຍຸຕິທຳທາງອາຍາ ໄດ້ຈັດຂຶ້ນທີ່ນະຄອນ Kyoto ປະເທດຍີ່ປຸ່ນ ໃນຮູບແບບການລວມກັນໂດຍກົງ ແລະ ຖ່າຍທອດສົດ.

ຫວຽດນາມ ຖ ເປ ນສຳຄ ນການຮ ວມມ ໃນພາກພ ນ ແລະ ສາກ ນໃນການປ ອງກ ນຕ ານອາດຊະຍາກຳ ຂ າມຊາດ ຍົກສູງປະສິດທິຜົນການຮ່ວມມື, ສົມທົບກັນໃນການຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ແລະ ປ້ອງກັນ, ຕ້ານອາດຊະຍາກຳອິນເຕີແນັດຂອງບັນດາປະເທດອາຊຽນ +3
ຫວຽດນາມ ຖ ເປ ນສຳຄ ນການຮ ວມມ ໃນພາກພ ນ ແລະ ສາກ ນໃນການປ ອງກ ນຕ ານອາດຊະຍາກຳ ຂ າມຊາດ ຫວຽດນາມ ໄດ້ປະຕິບັດບັນດາຂໍ້ລິເລີ່ມທີ່ສຳຄັນເພື່ອຊຸກຍູ້ການຮ່ວມມືໃນການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ ພາຍໃນພາກພື້ນ

ໂດຍປະຕິບັດຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີຫວຽດນາມ, ຄະນະຜູ້ແທນ ທີ່ນຳພາໂດຍຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳ ແລະ ການຍຸຕິທຳທາງອາຍາ ໃນຮູບແບບ ຖ່າຍທອດສົດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຮູ້ວ່າ, ກອງປະຊຸມຂັ້ນສູງສະຫະປະຊາຊາດ ກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳ ແລະ ການຍຸຕິທຳທາງອາຍາ ແມ່ນເວທີຂັ້ນສູງສຸດຂອງໂລກ, ເຕົ້າໂຮມບົດບາດຂອງບັນດາການສ້າງນະໂຍບາຍ, ຜູ້ຊ່ຽວຊານ, ແລະ ນັກຄົ້ນຄ້ວາຈາກອົງການຈັດຕັ້ງລະດັບຊາດ ແລະ ສາກົນໃນຂົງເຂດປ້ອງກັນ ແລະ ຕ້ານອາຊະຍາກຳທາງອາຍາ.

ຫວຽດນາມ ຖ ເປ ນສຳຄ ນການຮ ວມມ ໃນພາກພ ນ ແລະ ສາກ ນໃນການປ ອງກ ນຕ ານອາດຊະຍາກຳ ຂ າມຊາດ
ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ. (ພາບ: baoquocte)

ກອງປະຊຸມຄັ້ງນີ້ ໄດ້ມີຫົວຂໍ້ວ່າ "ສົ່ງເສີມການຕໍ່ສູ້ຕ້ານອາຊະຍາກຳ, ຄວາມຍຸຕິທຳທາງອາຍາ ແລະ ເຄົາລົບນັບຖືກົດໝາຍ, ມຸ່ງໄປສູ່ເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030".

ກ່າວຄຳເຫັນທີ່ວາລະປະຊຸມຂັ້ນສູງຂອງກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ ໄດ້ແບ່ງປັນທັດສະນະຂອງຕົນກ່ຽວກັບຄວາມສ່ຽງຂອງອາດຊະຍາກຳທາງອາຍາ ຕໍ່ກັບການພັດທະນາເສດຖະກິດ - ສັງຄົມຂອງປະເທດ, ທີ່ເຮັດໃຫ້ທຳລາຍກົດໝາຍ, ນາບຂູ່ເປົ້າໝາຍການພັດທະນາແບບຍືນຍົງ.

“ເພື່ອຕອບສະໜອງຕໍ່ສິ່ງທ້າທາຍທີ່ເກີດຂື້ນ ໃນການບັນລຸເປົ້າໝາຍພັດທະນາສະຫັດສະວັດ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ລະບຽບກົດໝາຍ, ໃນນັ້ນມີການຮັກສາລະບົບຍຸຕິທຳດ້ານມະນຸດສະທຳຢ່າງມີປະສິດທິຜົນ, ໃນຂະນະດຽວກັນ ໄດ້ເສີມຂະຫຍາຍຄວາມສາມາດ, ເອົາໃຈໃສ່ຄວາມສຳຄັນຂອງການຮ່ວມມືໃນພາກພື້ນ ແລະ ສາກົນໃນການປ້ອງກັນຕ້ານອາດຊະຍາກຳຂ້າມຊາດ.

ຫວຽດນາມ ໄດ້ຕັ້ງໜ້າສົມທົບກັບບັນດາປະເທດສະມາຊິກອາຊຽນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພາກພື້ນໃນການຮ່ວມມືດ້ານການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ການເພີ່ມທະວີພື້ນຖານກົດໝາຍ ແລະ ສະໜັບສະໜູນການພັດທະນາຢ່າງໝັ້ນຄົງຂອງເຂດ.” - ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ ເນັ້ນໜັກ.

ຫວຽດນາມ ຖ ເປ ນສຳຄ ນການຮ ວມມ ໃນພາກພ ນ ແລະ ສາກ ນໃນການປ ອງກ ນຕ ານອາດຊະຍາກຳ ຂ າມຊາດ ຫວຽດນາມ ເຂົ້າຮ່ວມການປືກສາຫາບືທີ່ກອງປະຊຸມສະພາສິດທິມະນຸດ ຂອງສະຫະປະຊາຊາດ

ຍສໝ - ທ່ານເອກອັກຄະລັດຖະທູດ ເລຖິຕວຽດມາຍ ໄດ້ແຈ້ງຢ່າງຈະແຈ້ງເຖິງການວາງແຜນນະໂຍບາຍ, ກໍ່ຄື ຄວາມມານະພະຍາຍາມ ແລະ ຜົນສຳເລັດຂອງຫວຽດນາມ ໃນການຊຸກຍູ້ສິດທິມະນຸດ, ໃນນັ້ນມີສິດເດັກ, ສິດຂອງຄົນພິການ…

ຫວຽດນາມ ຖ ເປ ນສຳຄ ນການຮ ວມມ ໃນພາກພ ນ ແລະ ສາກ ນໃນການປ ອງກ ນຕ ານອາດຊະຍາກຳ ຂ າມຊາດ ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນສະໜັບສະໜູນອາຊຽນ ໃນການຊ່ວຍເຫຼືອມຽນມາ

ຍສໝ - ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມ ແລະ ບົດບາດເປັນກາງຂອງ ທູດພິເສດຂອງ ເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ, ສົ່ງເສີມການສົມທົບລະຫວ່າງ ທູດພິເສດ ກັບ ອາຊຽນ ເພື່ອແນໃສ່ສ້າງສະພາບການມີສະຖຽນລະພາບ ຢູ່ ມຽນມາ.

ຫວຽດນາມ ຖ ເປ ນສຳຄ ນການຮ ວມມ ໃນພາກພ ນ ແລະ ສາກ ນໃນການປ ອງກ ນຕ ານອາດຊະຍາກຳ ຂ າມຊາດ ຫວຽດນາມ ໄດ້ສະເໜີຜູ້ອອກສະໝັກ ເຂົ້າໃນຄະນະກຳມະການກົດໝາຍສາກົນ

ຍສໝ - ຄະນະຜູ້ແທນຖາວອນຂອງຫວຽດນາມ ປະຈຳສະຫະປະຊາຊາດທີ່ນິວຢອກ ແລະ ເຈນີວາໄດ້ສົ່ງຈົດໝາຍທາງການ ຂອງທ່ານເອກອັກຄະລັດຖະທູດ ຫງວຽນຫົງຖາວ ໄປເຖິງເຂົ້າ ILC ສຳລັບໄລຍະ 2023-2027 ຕໍ່ສະຫະປະຊາຊາດ ແລະ ປະເທດອື່ນໆ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.