1- ການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ ມີຄວາມສຳຄັນພິເສດຕໍ່ການພັດທະນາກະສິກຳ ກໍ່ສ້າງຊົນນະບົດໃໝ່ ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ. ນັ້ນແມ່ນເສັ້ນທາງທີ່ຈຳເປັນຕ້ອງດຳເນີນໄປສຳລັບປະເທດກຳລັງພັດທະນາທຸກປະເທດ ເປັນຕົ້ນແມ່ນປະເທດຫວຽດນາມ ເຊິ່ງເປັນປະເທດກະສິກຳຫຼ້າຫຼັງ ທີ່ຢາກກໍ່ສ້າງລະບົບເສດຖະກິດທັນສະໄໝ, ຍ້ອນເຫດຜົນຕ່າງໆລຸ່ມນີ້:
ທີໜຶ່ງ, ປະເທດຫວຽດນາມມີປະຊາກອນສ່ວນຫຼາຍແມ່ນຊາວນາຢູ່ຊົນນະບົດ, ເຊິ່ງພົນລະເມືອງເກືອບ 70% ມີຊີວິດຢູ່ຊົນນະບົດ, ຜູ້ອອກແຮງງານຫຼາຍກວ່າ 47% ເຮັດການກະເສດ; ລະດັບຄວາມເພີ່ມຈຳນວນພົນລະເມືອງຢູ່ຊົນນະບົດປັດຈະບັນຍັງສູງ; ເນື້ອທີ່ດິນນາຄິດສະເລ່ຍຕໍ່ຫົວຄົນຕ່ຳທີ່ສຸດ ແລະ ມີທ່າອຽງຫລຸດລົງ ຍ້ອນວິວັດການຫັນເປັນຕົວເມືອງ ແລະ ການເປີດກວ້າງການກໍ່ສ້າງໂຄງສ້າງພື້ນຖານ; ລະດັບການຜະລິດກະສິກຳຍັງຕ່ຳ, ເຕັກນິກຫັດຖະກຳເປັນຕົ້ນຕໍ...
ທີສອງ, ກະສິກຳ ຊົນນະບົດປະກອບສ່ວນອັນສຳຄັນເຂົ້າໃນວິວັດການສະສົມທຶນໃຫ້ແກ່ການຫັນເປັນອຸດສາຫະກຳ ທັນສະໄໝ; ແມ່ນຂົງເຂດເສດຖະກິດ - ສັງຄົມທີ່ມີທີ່ຕັ້ງຍຸດທະສາດສຳຄັນທີ່ສຸດ, ພົວພັນເຖິງການແກ້ໄຂບັນດາບັນຫາຊີວິດຄວາມເປັນຢູ່ອັນພື້ນຖານ ຂອງປະຊາຊົນພົນລະເມືອງສ່ວນຫຼວງຫຼາຍ, ເຊັ່ນສ້າງວຽກເຮັດງານທຳໃຫ້ແຮງງານຫວາງວຽກຢູ່ຊົນນະບົດ, ເພີ່ມລາຍຮັບລາຍໄດ້ໃຫ້ຊາວກະສິກອນ, ເພີ່ມຄວາມສາມາດຊື້ຂອງຕະຫຼາດຊົນນະບົດ, ເພີ່ມອັດຕາສ່ວນໃນ ຈີດີພີ ແລະ ເພີ່ມການປະກອບສ່ວນເຂົ້າໃນງົບປະມານ.
ທີສາມ, ເສດຖະກິດກະສິກຳ ຊົນນະບົດ ຍັງບໍ່ທັນພົ້ນອອກຈາກສະພາບຄວາມອ່ອນນ້ອຍ ດ້ອຍພັດທະນາ. ການຫັນປ່ຽນໂຄງປະກອບເສດຖະກິດ ແລະ ການປ່ຽນແປງໃໝ່ແບບວິທີການຜະລິດໃນກະສິກຳກໍ່ຍັງຊ້າ, ສ່ວນຫຼາຍຍັງແມ່ນການຜະລິດນ້ອຍ ກະແຈກກະຈ່າຍ; ສະມັດຕະພາບ, ຄຸນນະພາບ, ມູນຄ່າເພີ່ມຂອງຜະລິດຕະພັນກພສິກຳສິນຄ້າຫຼາຍປະເພດຍັງຕ່ຳ. ຊີວິດຄວາມເປັນຢູ່ດ້ານວັດຖຸ ແລະ ຈິດໃຈ ຂອງພົນລະເມືອງຊົນນະບົດ ໄດ້ຮັບການປົວແປງບໍ່ພໍເທົ່າໃດ, ບໍ່ທັນສົມຄູ່ກັບຜົນງານແຫ່ງການປ່ຽນແປງໃໝ່ໃນປະເທດ; ອັດຕາສ່ວນຄອບຄົວທຸກຍາກຍັງສູງ, ເປັນຕົ້ນແມ່ນຢູ່ເຂດຊົນເຜົ່າສ່ວນນ້ອຍ, ເຂດຫ່າງໄກສອກຫຼີກ; ຄວາມແຕກໂຕນຮັ່ງມີ - ທຸກຍາກ ລະຫວ່າງຊົນນະບົດແລະຕົວເມືອງ, ລະຫວ່າງເຂດແລະເຂດ ຍັງແຕກໂຕນກັນຫຼາຍ ເຊິ່ງໄດ້ກໍ່ໃຫ້ເກີດບັນຫາສັງຄົນທີ່ເຄັ່ງຮ້ອນຫຼາຍປະການ.
ທີສີ່, ຄວາມເປັນຈິງໃນໂລກໄດ້ໃຫ້ເຫັນວ່າ ມີຫຼາຍປະເທດໄດ້ກ້າວໜ້າພັດທະນາດ້ວຍການສົ່ງນອກຜະລິດຕະພັນກະສິກຳ, ເຊັ່ນອົດສະຕຣາລີ ອາກຊັງຕີນ ການາດາ... ສຳລັບປະເທດຈຳນວນໜຶ່ງ ພັດທະນາກະສິກຳເປັນມາດຕະການຕົ້ນຕໍ ເພື່ອກໍ່ຕັ້ງຕະຫຼາດພາຍໃນປະເທດ; ມີບາງປະເທດ ໄດ້ເອົາການພັດທະນາກະສິກຳ ແລະ ອຸດສາຫະກຳຊົນນະບົດ ເປັນມາດຕະການພື້ນຖານ ເພື່ອແກ້ໄຂຄວາມຈຳເປັນຕ້ອງການຂອງຊີວິດເສດຖະກິດ ໃນໄລຍະຕົ້ນຂອງການຫັນເປັນອຸສາຫະກຳ.
ທີຫ້າ, ສຳລັບປະເທດທີ່ກ້າວຂຶ້ນສັງຄົມນິຍົມ ເລີ່ມຈາກເສດຖະກິດກະສິກຳຫຼ້າຫຼັງນັ້ນ ບັນຫາກຸນແຈແມ່ນຕ້ອງຂະຫຍາຍການຜະລິດກະສິກຳທີ່ເປັນສິນຄ້າ ເພື່ອຈັດວາງໂຄງປະກອບເສດຖະກິດຄືນໃໝ່ ຕາມທິດການຜະລິດຂະໜາດໃຫຍ່ ທັນສະໄໝ. ສະພາບຄວາມເປັນຈິງຂອງປະເທດເຮົາ ກໍ່ຄືບົນຮຽນປະສົບການຂອງບາງປະເທດອາຊີຕາເວັນອອກສຽງໃຕ້ ໄດ້ຢັ້ງຢືນບົດບາດອັນສຳຄັນທີ່ສຸດຂອງກະສິກຳ ແລະ ເສດຖະກິດຊົນນະບົດ ຕໍ່ກັບສະຖຽນລະພາບ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ເປັນຕົ້ນແມ່ນບັນດາປະເທດກຳລັງພັດທະນາທີ່ກ້າວຂຶ້ນຈາກກະສິກຳ. ໃນສະເພາະໜ້າກໍ່ຄືຍາວນານ, ພັດທະນາກະສິກຳ ແລະ ເສດຖະກິດຊົນນະບົດ ຕາມທິດຫັນເປັນອຸດສາຫະກຳ ທັນສະໄໝ ແມ່ນພື້ນຖານເພື່ອຍູ້ແຮງການຫັນປະເທດເປັນອຸດສາຫະກຳ ທັນສະໄໝ ຕາມທິດສັງຄົມນິຍົມ.
ທີຫົກ, ຊົນນະບົດເປັນແຫຼ່ງສະໜອງກຳລັງຄົນຕົ້ນຕໍ ເພື່ອປະຕິບັດການຫັນເປັນອຸດສາຫະກຳ ທັນສະໄໝ. ວິວັດການຫັນປ່ຽນໂຄງປະກອບເສດຖະກິດຊົນນະບົດຕາມທິດພັດທະນາອຸດສາຫະກຳ ການບໍລິການ ພ້ອມດຽວກັນນັ້ນກໍ່ເປັນວິວັດການຍົກຍ້າຍແຮງງານ ຈາກຂະແໜງກະສິກຳມາໃນຂະແໜງອຸດສາຫະກຳ ແລະ ການບໍລິການ ເຊິ່ງຕາມທິດແຮງງານອຸດສາຫະກຳ ການບໍລິການເພີ່ມຂຶ້ນຢ່າງເດັດຖານແລະທຽບຖານ, ສ່ວນແຮງງານກະສິກຳຫລຸດລົງຢ່າງເດັດຖານ ແລະ ທຽບຖານ.
2- ໃນ 30 ປີແຫ່ງການປ່ຽນແປງໃໝ່, ພັກເຮົາຍາມໃດກໍ່ຖືວ່າ “ການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ ແມ່ນໜ້າທີ່ສຳຄັນອັນດັບໜຶ່ງ ຂອງວິວັດການຫັນປະເທດຊາດເປັນອຸດສາຫະກຳ ທັນສະໄໝ” ຄືທີ່ໄດ້ລະບຸໄວ້ໃນມະຕິກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ X ວ່າດ້ວຍກະສິກຳ ຊາວກະສິກອນ ຊົນນະບົດ.
ໃນຊຸມປີທີ່ຜ່ານມາ ການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ ໄດ້ມີບາດກ້າວຂະຫຍາຍຕົວທີ່ສຳຄັນ. ໃບໜ້າຊົນນະບົດມີການປ່ຽນແປງໃໝ່, ກະສິກຳຂະຫຍາຍຕົວຕາມທິດໝັ້ນຄົງຍືນຍົງ, ລະບົບການເມືອງຮາກຖານຢູ່ເຂດຊົນນະບົດໄດ້ຮັບການປັບປຸງເທື່ອລະກ້າວ.
ກະສິກຳສືບຕໍ່ຂະຫຍາຍຕົວດ້ວຍຄວາມໄວສູງພໍຄວນ, ຫຼາຍກວ່າ 3% ຕໍ່ປີ, ຕາມທິດຜະລິດເປັນສິນຄ້າ; ສະມັດຕະພາບ ຄຸນນະພາບ ແລະ ປະສິດທິຜົນການຜະລິດກະສິກຳ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ; ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ; ສິນຄ້າກະສິກຳສົ່ງນອກບາງປະເພດເຊັ່ນ ເຂົ້າສານ ກາເຟ ຢາງພາລາ... ມີທີ່ຕັ້ງສູງໃນຕະຫຼາດໂລກ. ເສດຖະກິດຊົນນະບົດຫັນປ່ຽນຕາມທິດເພີ່ມອຸດສາຫະກຳ ການບໍລິການ ອາຊິບຫັດຖະກຳ; ບັນດາຮູບການຈັດຕັ້ງການຜະລິດສືບຕໍ່ໄດ້ຮັບການປ່ຽນແປງໃໝ່. ໂຄງສ້າງພື້ນຖານເສດຖະກິດ-ສັງຄົມ ໄດ້ຮັບການປັບປຸງ; ໃບໜ້າຊົນນະບົດຢູ່ຫຼາຍແຫ່ງ ໄດ້ມີການປ່ຽນແປງທີ່ສຳຄັນ. ຊີວິດຄວາມເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ຢູ່ຊົນນະບົດເກືອບທຸກເຂດ ນັບມື້ນັບໄດ້ຮັບການປົວແປງໃຫ້ດີຂຶ້ນກວ່າເກົ່າ. ວຽກງານລົບລ້າງຄວາມອຶດຫີວ ຫລຸດຜ່ອນຄວາມທຸກຍາກໄດ້ບັນລຸຜົນສຳເລັດຢ່າງໃຫຍ່ຫຼວງ, ໄດ້ຮັບຄວາມຊົມເຊີຍຕີລາຄາສູງຈາກປະຊາຄົມໂລກ. ປະຊາທິປະໄຕຢູ່ຮາກຖານໄດ້ຮັບການເສີມຂະຫຍາຍ. ຄວາມສະຫງົບດ້າການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພສັງຄົມໄດ້ຮັບການປົກປັກຮັກສາຢ່າງໝັ້ນຄົງ. ນີ້ແມ່ນປະຖົມປັດໄຈທີ່ສຳຄັນເພື່ອປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່.
ແຕ່ວ່າ, ຄຽງຄູ່ກັບຜົນງາມຄວາມກ້າວໜ້າເຫຼົ່ານັ້ນ, ກະສິກຳ ຊົນນະບົດຂອງປະເທດເຮົາຍັງເປັນຂົງເຂດທີ່ດ້ອຍພັດທະນາ, ຂະຫຍາຍຕົວແບບຂາດຄວາມຍືນຍົງ; ພວມປະສົບຄວາມຫຍຸ້ງຍາກບໍ່ໜ້ອຍ ເຊັ່ນການລົງທຶນໃຫ້ແກ່ກະສິກຳ ການປ່າໄມ້ ການລ້ຽງປາ ປະມົງ ຍັງບໍ່ສົມຄູ່ກັບບົດບາດທີ່ຕັ້ງຂອງຂະແໜງເຫຼົ່ານີ້; ຕົວແບບການຈັດຕັ້ງ ຄຸ້ມຄອງການຜະລິດຍັງບໍ່ທັນໝັ້ນຄົງ, ໂຄງປະກອບເສດຖະກິດຍັງມີລັກສະນະກະສິກຳດຽວລ້ວນ, ອຸດສາຫະກຳ ການບໍລິການຂະຫຍາຍຕົວບໍ່ສົມຄູ່ກັບຄວາມຕ້ອງການ, ດັ່ງນັ້ນ ແຮງກົດດັນຕໍ່ກັບວຽກເຮັດງານທຳຢູ່ຊົນນະບົດ ຍັງໜັກໜ່ວງຫຼາຍ; ຕະຫຼາດຊົນນະບົດຍັງອ່ອນນ້ອຍ ທີ່ໄດ້ເປັນຜົນກະທົບທາງລົບຕໍ່ກັບ “ສົ້ນເຂົ້າ” ແລະ “ສົ້ນອອກ” ຂອງການຜະລິດກະສິກຳ; ນະໂຍບາຍຂອງລັດ ບາງນະໂຍບາຍມີຄວາມສັກສິດໜ້ອຍ ບໍ່ພໍເພື່ອປຸກກະຕູ້ນໃຫ້ການຜະລິດກະສິກຳຂະຫຍາຍຕົວ, ດັ່ງນັ້ນ, ສະມັດຕະພາບຂອງແຮງງານກະສິກຳ, ຄວາມສາມາດແຂ່ງຂັນຂອງຜະລິດຕະພັນກຳສິກຳຈຶ່ງບໍ່ສູງ... ສິ່ງທັງໝົດເຫຼົ່ານັ້ນ ເຮັດໃຫ້ກະສິກຳ ຊົນນະບົດ ຖຶກຖອຍຫຼັງທຽບກັບອຸດສາຫະກຳ ການບໍລິການຢູ່ໃນຕົວເມືອງ. ເພາະສະນັ້ນ, ການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ ຈຶ່ງເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ທັງເປັນເສັ້ນທາງທີ່ສັ້ນທີ່ສຸດ ເພື່ອພາກະສິກຳ ຊົນນະບົດຂອງປະເທດເຮົາພົ້ນອອກຈາກສະພາບຄວາມຫຍຸ້ງຍາກປັດຈຸບັນ ເພື່ອພັດທະນາການຜະລິດສິນຄ້າ, ເພີ່ມສະມັດຕະພາບແຮງງານ, ປົວແປງຊີວິດຄວາມເປັນຢູ່ຂອງພົນລະເມືອງຊົນນະບົດ.
ການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ ຢູ່ປະເທດເຮົາຕ້ອງຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການອັນພື້ນຖານ: ຕາມທິດສັງຄົມນິຍົມ, ຕິດແໜ້ນການພັດທະນາກຳລັງການຜະລິດ ກັບການປັບປຸງ ບູລະນະການພົວພັນການຜະລິດຢູ່ຊົນນະບົດ, ກໍ່ສ້າງຊົນນະບົດໃໝ່; ຕັ້ງຢູ່ໃນຍຸດທະສາດການຫັນລະບົບເສດຖະກິດແຫ່ງຊາດເປັນອຸດສາຫະກຳ ທັນສະໄໝ ເວົ້າລວມ, ຮັບປະກັນຜົນປະໂຫຍດຮອບດ້ານຂອງປະເທດຊາດ ທັງດ້ານເສດຖະກິດ ສັງຄົມ, ຄວາມສະຫງົບ ການປ້ອງກັນປະເທດ ແລະ ສິ່ງແວດລ້ອມນິເວດວິທະຍາ; ຕັ້ງຢູ່ໃນທ່າອຽງລວມແຫ່ງການເຊື່ອມໂຍງເສດຖະກິດກັບສາກົນ ແລະ ພາກພື້ນ ແນໃສ່ຂຸດຄົ້ນທ່າດີປຽບທຽບຂອງປະເທດໃຫ້ໄດ້ຍິ່ງຫຼາຍຍິ່ງດີ; ສົມທົບຢ່າງກົມກຽວລະຫວ່າງບົດຮຽນອັນເປັນມູນເຊື້ອກັບເຕັກໂນໂລຊີ ເຕັກນິກທັນສະໄໝຂອງໂລກຕາມບາດກ້າວທີ່ສອດຄ່ອງເໝາະສົມ. ການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດປັດຈຸບັນຕ້ອງປັບປຸງສາຍພົວພັນສະໜິດແໜ້ນລະຫວ່າງກະສິກຳ ຊາວກະສິກອນ ຊົນນະບົດ ຕາມທິດ: ຊາວກະສິກອນເປັນເຈົ້າພາບຂອງວິວັດການພັດທະນາ ກໍ່ສ້າງຊົນນະບົດໃໝ່ ໂດຍຕິດກັບການກໍ່ສ້າງບັນດາພື້ນຖານອຸດສາຫະກຳ ການບໍລິການ ແລະ ພັດທະນາຕົວເມືອງຕາມແຜນກຳນົດຜັງເມືອງເປັນພື້ນຖານ, ພັດທະນາຮອບດ້ານ, ຫັນກະສິກຳເປັນທັນສະໄໝ ເປັນຫຼັກແຫຼ່ງ.
ເປົ້າໝາຍຂອງການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດແມ່ນ ຍົກສູງຊີວິດຄວາມເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງພົນລະເມືອງເຂດຊົນນະບົດຢ່າງບໍ່ຢຸດຢັ້ງ, ຮັບປະກັນຄວາມກົມກຽວລະຫວ່າງເຂດຕ່າງໆ, ໃຫ້ເຂດທີ່ມີຄວາມຫຍຸ້ງຍາກໄດ້ຂະຫຍາຍຕົວຢ່າງໄວກວ່າເຂດອື່ນ, ໃຫ້ຊາວກະສິກອນໄດ້ຮັບການຝຶກອົບຮົມ ມີລະດັບການຜະລິດເທົ່າທຽມກັບລະດັບຂອງຊາວກະສິກອນໃນບັນດາປະເທດກ້າວໜ້າໃນພາກພື້ນ, ມີຄຸນສົມບັດທາງການເມືອງ ແລະຄວາມສາມາດຢ່າງພຽງພໍ ເພື່ອເປັນເຈົ້າຊົນນະບົດໃໝ່; ກໍ່ສ້າງລະບົບກະສິກຳໃຫ້ຂະຫຍາຍຕົວຢ່າງຮອບດ້ານຕາມທິດທັນສະໄໝ, ຍືນຍົງ, ຜະລິດເປັນສິນຄ້າຂະໜາດໃຫຍ່ ທີ່ມີສະມັດຕະພາບ ຄຸນນະພາບ ປະສິດທິຜົນ ແລະ ຄວາມສາມາດແຂ່ງຂັນສູງ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ; ກໍ່ສ້າງຊົນນະບົດໃໝ່ທີ່ມີໂຄງສ້າງພື້ນຖານເສດຖະກິດ-ສັງຄົມທັນສະໄໝ, ມີໂຄງປະກອບເສດຖະກິດ ແລະ ບັນດາຮູບການຈັດຕັ້ງການຜະລິດທີ່ສອດຄ່ອງເໝາະສົມ, ຕິດແໜ້ນກະສິກຳກັບການພັດທະນາອຸດສາຫະກຳ ການບໍລິການ ຕົວເມືອງຢ່າງໄວ ຕາມແຜນກຳນົດແຜນການ, ສັງຄົມຊົນນະບົດມີສະຖຽນລະພາບ, ອຸດົມໄປດ້ວຍສີສັນວັດທະນະທຳແຫ່ງຊາດ, ປັນຍາຄວາມຮູ້ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ສິ່ງແວດລ້ອມນິເວດວິທະຍາໄດ້ຮັບການປົກປັກຮັກສາ, ລະບົບການເມືອງຢູ່ຊົນນະບົດພາຍໃຕ້ການນຳພາຂອງພັກໄດ້ຮັບການເພີ່ມທະວີ.
ການຫັນເປັນອຸດສາຫະກຳ ທັນສະໄໝຈະສ້າງປະຖົມປັດໄຈດ້ານວັດຖຸ-ເຕັກນິກ ແລະ ເສດຖະກິດ-ສັງຄົມ ເພື່ອດັດປ່ຽນລະບົບເສດຖະກິດກະສິກຳທີ່ຍັງດ້ອຍພັດທະນາ ໃຫ້ກາຍເປັນລະບົບເສດຖະກິດທີ່ມີໂຄງປະກອບນັບມື້ນັບສົມເຫດສົມຜົນ ບົນພື້ນຖານແຮງງານນຳໃຊ້ເຄື່ອງຈັກ ແລະ ເຕັກນິກ ເຕັກໂນໂລຊີທີ່ນັບມື້ນັບທັນສະໄໝ. ກາຫັນເປັນອຸດສາຫະກຳ ທັນສະໄໝສ້າງຮາກຖານ ພື້ນຖານວັດຖຸເຕັກນິກ ໃຫ້ແກ່ການສ້າງຕັ້ງ ປັບປຸງ ບູລະນະການພົວພັນການຜະລິດໃໝ່ສັງຄົມນິຍົມ ແລະ ປັບປຸງລະບົບການເມືອງ, ເພີ່ມທະວີຄວາມສະຫງົບ ປັບປຸງການປ້ອງກັນປະເທດຢູ່ເຂດຊົນນະບົດ...
ໃນຊຸມປີສະເພາະໜ້າ, ຈະເຕົ້າໂຮມບັນດາແຫຼ່ງພະລັງຢູ່ພາຍໃນແລະພາຍນອກ ເພື່ອຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ ເຊິ່ງເປັນເນື້ອໃນຕົ້ນຕໍຂອງພາລະກິດການຫັນລະບົບເສດຖະກິດແຫ່ງຊາດເປັນອຸດສາຫະກຳ ທັນສະໄໝ. ບັນຫານີ້ກໍ່ໄດ້ຮັບການຢັ້ງຢືນໃນຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກຊຸດທີ XI ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ.
3- ກ່ຽວກັບທິດທາງ, ການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດຂອງປະເທດເຮົາຄວນສຸມໃສ່:
ທີໜຶ່ງ, ຮັບຮູ້ໃຫ້ເລິກເຊິ່ງກວ່າອີກກ່ຽວກັບທີ່ຕັ້ງອັນສຳຄັນຂອງກະສິກຳ ຊົນນະບົດ ເຊິ່ງເປັນບ່ອນດຳລົງຊີວິດຂອງພົນລະເມືອງ ແລະ ຄົນຜູ້ອອກແຮງງານສ່ວນຫຼາຍໃນສັງຄົມ ແລະ ກວມເອົາທີ່ດິນສ່ວນຫຼາຍຂອງປະເທດ, ເປັນບ່ອນທີ່ມີເງື່ອນໄຂເພື່ອພັດທະນາ, ເປັນແຫຼ່ງພະລັງພາຍໃນທີ່ໃຫຍ່ຫຼວງ ແລະ ພວມເປັນທ່າແຮງຂອງປະເທດເຮົາ.
ທີສອງ, ເຕົ້າໂຮມລວມສູນການກໍ່ສ້າງບັນດາໂຄງການລະອຽດຕົວຈິງຫຼາຍກວ່າອີກ ເພື່ອຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ ໃຫ້ມັນຂະຫຍາຍຕົວຢ່າງແຂງແຮງ, ເຮັດໃຫ້ໃບໜ້າເສດຖະກິດຊົນນະບົດປ່ຽນແປງເທື່ອລະກ້າວ, ຫລຸດຜ່ອນຄວາມທຸກຍາກ ປົວແປງຊີວິດຄວາມເປັນຢູ່ຂອງປະຊາຊົນ, ສ້າງເງື່ອນໄຂໃຫ້ປະເທດຊາດມີສະຖຽນລະພາບ ແລະ ພັດທະນາແບບຍືນຍົງ, ປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸດຕິທຳ ສີວິໄລ.
ທີສາມ, ຈັດແບ່ງແຫຼ່ງທຶນທີ່ລະດົມໄດ້ຢ່າງສົມເຫດສົມຜົນ ເພື່ອເອົາສ່ວນທີ່ເໝາະສົມລົງທຶນໃຫ້ແກ່ການພັດທະນາກະສິກຳ ຊົນນະບົດ; ສ້າງຕັ້ງບັນດາສະຫະພັນອຸດສາຫະກຳ-ກະສິກຳ-ການບໍລິການ ຢູ່ບໍລິເວນທີ່ມີເງື່ອນໄຂອຳນວຍ ເພື່ອປຸງແຕ່ງສະບຽງອາຫານ, ຜະລິດເຄື່ອງມືການກະເສດ, ຂະຫຍາຍບັນດາຂະແໜງບໍລິການຮັບໃຊ້ການຜະລິດອຸດສາຫະກຳ ແລະ ການຜະລິດກະສິກຳ, ຍູ້ແຮງການບໍລິການວິທະຍາສາດ-ເຕັກນິກ, ສະໜອງວັດຖຸອຸປະກອນ ແນວພືດແລະພັນສັດ ແລະ ຮັບຈຳໜ່າຍຂາຍຜະລິດຕະພັນກະສິກຳປ່າໄມ້ ສິນໃນນ້ຳ.
ທີສີ່, ປ່ຽນແປງໃໝ່ນະໂຍບາຍ ແລະ ແກ້ໄຂ “ຂອດປຶກຕັນ” ຕ່າງໆໃຫ້ລຸລ່ວງ ເພື່ອປົດປ່ອຍກຳລັງການຜະລິດຢູ່ຊົນນະບົດຢ່າງແທ້ຈິງ ແລະ ດຶງດູດເອົາແຫຼ່ງພະລັງຕ່າງໆ ໃຫ້ແກ່ການພັດທະນາຢ່າງຮອບດ້ານ ແລະຍືນຍົງ; ສົ່ງເສີນການຂຸດຄົ້ນແລະນຳໃຊ້ທີ່ດິນຮົກເຮື້ອເປົ່າວ່າງ ພູດອຍຫົວລົ້ນ ເຂົ້າໃນການປູກຝັງລ້ຽງສັດ; ຍູ້ແຮງການກະເສດສຸມ, ເພີ່ມສະມັດຕະພາບ; ເພີ່ມກຳລັງຊື້ ແລະ ພັດທະນາຕະຫຼາດຊົນນະບົດຢ່າງໝັ້ນຄົງ.
ບົນພື້ນຖານດັ່ງກ່າວນັ້ນ, ໃນໄລຍະເວລາຕໍ່ໜ້າ ເພື່ອສືບຕໍ່ຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ ຕ້ອງສຸມໃສ່ຜັນຂະຫຍາຍປະຕິບັດວິທີແກ້ອັນພື້ນຖານ 8 ໝວດດັ່ງນີ້:
ທີໜຶ່ງ, ຫັນປ່ຽນໂຄງປະກອບເສດຖະກິດກະສິກຳ ຊົນນະບົດ ຕາມທິດຜະລິດເປັນສິນຄ້າ ບົນພື້ນຖານຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ. ກ່ອນອື່ນໝົດ ສ້າງຕັ້ງເຂດຜະລິດສິນຄ້າລວມສູນຂະໜາດໃຫຍ່ ເພື່ອໃຫ້ມີເງື່ອນໄຂໝູນໃຊ້ເຕັກນິກ ເຕັກໂນໂລຊີທັນສະໄໝ ເຂົ້າໃນການປູກພືດລ້ຽງສັດ ປະເພດທີ່ມີຄຸນຄ່າເສດຖະກິດ ແລະ ມີລັກສະນະສິນຄ້າສູງ; ປະຕິບັດການປູກຝັງແບບສະເພາະປະເພດ ເພື່ອໃຫ້ມີຜະລິດຕະພັນກະສິກຳສິນຄ້າເປັນຈຳນວນຫຼາຍ ມີຄຸນນະພາບດີ, ຕອບສະໜອງໄດ້ກັບຄວາມຕ້ອງການຂອງອຸດສາຫະກຳປຸງແຕ່ງ, ເພີ່ມມູນຄ່າຂາອອກຂອງສິນຄ້າກະເສດຕະພັນ, ກວມທັງເຄື່ອງປ່າຂອງດົງ ສິນໃນນ້ຳ ແລະ ຜະລິດຕະພັນການປະມົງ, ບຸລິມະສິດພັດທະນາຕົ້ນປູກແລະສັດລ້ຽງທີ່ມີຂະໜາດການສົ່ງນອກໃຫຍ່ພໍຄວນ ແລະ ມີຕະຫຼາດຈຳໜ່າຍທີ່ໝັ້ນຄົງ, ເອົາໃຈໃສ່ເປັນພິເສດເຖິງຜະລິດຕະພັນມີຄ່າຫາຍາກທີ່ປະເທດເຮົາມີທ່າແຮງ. ການຫັນປ່ຽນໂຄງປະກອບເສດຖະກິດຊົນນະບົດ ຍັງຕ້ອງແນໃສ່ຍົກອັດຕາສ່ວນ ແລະ ຄວາມໄວໃນການພັດທະນາ ຂອງອຸດສາຫະກຳແລະການບໍລິການ ໃນໂຄງປະກອບເສດຖະກິດຊົນນະບົດ. ຢາກໄດ້ຄືແນວນັ້ນ ແມ່ນຕ້ອງຖືເອົາການພັດທະນາເຕັກໂນໂລຊີຊີວະພາບ ເຕັກໂນໂລຊີປຸງແຕ່ງ ແລະ ເຕັກໂນໂລຊີພາຍຫຼັງການເກັບກ່ຽວກະສິກຳ ປ່າໄມ້ ປະມົງ ສິນໃນນ້ຳ ເພື່ອຍົກສູງຄຸນຄ່າແລະຄວາມສາມາດແຂ່ງຂັນຂອງສິນຄ້າກະສິກຳ, ນັ້ນເປັນເນື້ອໃນແກ່ນສານຂອງການຫັນເປັນອຸດສາຫະກຳ ທັນສະໄໝຕໍ່ການຜະລິດກະສິກຳ ແລະ ພັດທະນາເສດຖະກິດຊົນນະບົດ.
ທີສອງ, ພັດທະນາອຸດສາຫະກຳຊົນນະລົດ, ໂຄງສ້າງພື້ນຖານແລະການບໍລິການ ຢູ່ຊົນນະບົດ, ດຳເນີນການແບ່ງງານຄືນໃໝ່ຢູ່ຊົນນະບົດ ຕາມທິດຫລຸດຜ່ອນແຮງງາກະສິກຳດຽວລ້ວນລົງ ແລະ ເພີ່ມແຮງງານໃນບັນດາຂະແໜງນອກກະສິກຳຂຶ້ນ ບົນພື້ນຖານພັດທະນາບັນດາຂະແໜງອາຊີບ, ອາຊີບດັ້ງເດີມ, ໝູ່ບ້ານອາຊີບ ອາຊີບອຸດສາຫະກຳນ້ອຍ-ຫັດຖະກຳ, ອຸດສາຫະກຳປຸງແຕ່ງ, ອຸດສາຫະກຳຊົນນະບົດຜະລິດເຄື່ອງໃຊ້ໄມ້ສອຍ ແລະ ສິນຄ້າສົ່ງນອກ, ອຸດສາຫະກຳຂຸດຄົ້ນແລະປຸງແຕ່ງວັດຖຸດິບນອກກະສິກຳ, ອຸດສາຫະກຳຜະລິດອຸປະກອນກໍ່ສ້າງ; ບັນດາຮູບການບໍລິການຮັບໃຊ້ການຜະລິດ ແລະ ຊີວິດຂອງປະຊາຊົນ; ກໍ່ສ້າງໂຄງສ້າງພື້ນຖານເສດຖະກິດ-ສັງຄົມກ່ຽວກັບໄຟຟ້າ, ຄົມມະນາຄົມຂົນສົ່ງ, ຂໍ້ມູນສື່ສານເຊື່ອມຕໍ່ລະຫວ່າງຕົວເມືອງ ແລະ ຊົນນະບົດ, ກໍ່ຕັ້ງບັນດາເຂດຊຸມຊົນ ບັນດາສູນບໍລິການເສດຖະກິດ - ເຕັກນິກ - ການຄ້າຂຶ້ນ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາລະບົບກະສິກຳນິເວດວິທະຍາ ໃນເຂດຊົນນະບົດ ແລະ ການສ້າງຊົນນະບົດໃໝ່...
ທີສາມ, ປະຕິບັດນະໂຍບາຍທີ່ດິນຕາມທິດຊຸກຍູ້ການພັດທະນາກະສິກຳຜະລິດເປັນສິນຄ້າ, ບົນພື້ນຖານນຳໃຊ້ດິນນາຢ່າງມີປະສິດທິຜົນ. ອະນຸຍາດໃຫ້ສະສົມທ້ອນໂຮມດິນນາຢ່າງໂປ່ງໃສ, ແຕ່ບໍ່ເຮັດໃຫ້ຊາວກະສິກອນພາກສ່ວນໜຶ່ງຕ້ອງຕົກທຸກໄດ້ຍາກ. ການສະສົມທ້ອນໂຮມດິນນາຕ້ອງໄປຄຽງຄູ່ກັບການພັດທະນາຂະແໜງອີຊີບ, ພັດທະນາອຸດສາຫະກຳ ແລະ ການບໍລິການຢູ່ຊົນນະບົດ ສ້າງວຽກເຮັດງານທຳ ແລະ ລາຍຮັບລາຍໄດ້ສູງ ໃຫ້ພົນລະເມືອງຊົນນະບົດ.
ພັດທະນາເສດຖະກິດຟາມກະເສດ ດ້ວຍບັນດາຮູບການກຳມະສິດທີ່ຕ່າງກັນ ຢູ່ເຂດທີ່ມີດິນນາຫຼາຍ, ບຸກເບີດທີ່ດິນຮົກເຮື້ອວ່າງເປົ່າ ເພື່ອປູກຕົ້ນໄມ້ນາມປີ ລ້ຽງສັດໃຫຍ່...
ທີສີ່, ຍູ້ແຮງການຄົ້ນຄວ້າ, ມອບໂອນ, ປະຢຸກໃຊ້ວິທະຍາສາດ-ເຕັກໂນໂລຊີ, ປະຕິບັດການນຳໃຊ້ຊົນລະປະທານ, ໄຟຟ້າ, ເຄື່ອງກົນຈັກ; ເພີ່ມທະວີການປະກອບເຕັກນິກ, ປ່ຽນແປງໃໝ່ເຕັກໂນໂລຊີການຜະລິດກະສິກຳ ແລະ ຊົນນະບົດ, ມອບໂອນເຕັກໂນໂລຊີ ເຕັກນິກທັນສະໄໝໃຫ້ຊາວກະສິກອນ. ລັດໃຫ້ຄວາມຊ່ວຍເຫຼືອ ສ້າງເງື່ອນໄຂເພື່ອຍູ້ແຮງການຜະລິດເຄື່ອງຈັກ ແລະ ນຳໃຊ້ເຄື່ອງຈັກຮັບໃຊ້ກະສິກຳ, ພິເສດແມ່ນເຄື່ອງຈັກ ເຄື່ອງປະກອບຂາໜາດກາງ ແລະ ນ້ອຍ. ຍົກສູງເທື່ອລະກ້າວລະດັບເຕັກໂນໂລຊີປຸງແຕ່ງຜະລິດຕະພັນກະສິກຳ, ເຕັກໂນໂລຊີພາຍຫຼັງການເກັບກ່ຽວ. ຄັດເລືອກເຕັກໂນໂລຊີ ແລະ ຮັບໂດຍໄວເອົາບັນດາເຕັກໂນໂລຊີທັນສະໄໝ ບັນດາວິທີຄຸ້ມຄອງທີ່ກ້າວໜ້າ ຢູ່ໃນບັນດາຂອດ ບັນດາຂະແໜງຫຼັກແຫຼ່ງ, ທີ່ມີຄວາມໝາຍຕັດສິນ ແລະ ກະທົບໂດຍກົງເຖິງການປ່ຽນແປງໃໝ່ ຍົກສູງລະດັບເຕັກໂນໂລຊີຂອງຫຼາຍຂະແໜງການທີ່ຕ່າງກັນ. ຊຸກຍູ້ພັດທະນາບັນດາຂະແໜງອຸດສາຫະກຳຊົນນະບົດ ຕາມທ່າແຮງທາງດ້ານຄວາມສາມາດ ແລະ ຝີມືຄ່ອງແຄ່ວຂອງຄົນຫວຽດນາມ, ສອດຄ່ອງກັບຄວາມຕ້ອງການ ແລະ ຄວາມນິຍົມຂອງຕະຫຼາດ. ອຸດສາຫະກຳ ແລະ ການບໍລິການຈະເປັນຂະແໜງເສດຖະກິດທີ່ນັບມື້ນັບມີທີ່ຕັ້ງສຳຄັນ ແລະ ກວມເອົາອັດຕາສ່ວນນັບມື້ນັບຫຼາຍ ໃນເສດຖະກິດຊົນນະບົດ. ລັດຊ່ວຍເຫຼືອກໍ່ສ້າງພະນັກງານວິທະຍາສາດ, ກຳມະກອນເຕັກນິກ, ນັກທຸລະກິດ ໃຫ້ແກ່ກະສິກຳ ຊົນນະບົດ.
ທີຫ້າ, ເອົາໃຈໃສ່ພັດທະນາເປີດກວ້າງຕະຫຼາດບໍລິໂພກຜະລິດຕະພັນກະສິກຳຢູ່ໃນປະເທດ ແລະ ຕ່າງປະເທດ. ເຮັດໃຫ້ທົ່ວທັງປະເທດກາຍເປັນຕະຫຼາດໜຶ່ງທີ່ເປັນເອກະພາບ, ພັດທະນາການຜະລິດ ແລະ ເພີ່ມກຳລັງຊື້ ຂອງພົນລະເມືອງ, ປັບປຸງລະບົບການຄ້າຊົນນະບົດ. ສ້າງໃຫ້ມີສິນຄ້າກະສິກຳສົ່ງນອກທີ່ເປັນຫຼັກແຫຼ່ງຈຳນວນໜຶ່ງ ທີ່ຫວຽດນາມມີທ່າແຮງ ແລະ ມີຄວາມສາມາດແຂ່ງຂັນໃນຕະຫຼາດໂລກ. ລົງທຶນໃຫ້ວຽກງານຄົ້ນຄວ້າຕະຫຼາດ, ວຽກງານການຕະຫຼາດ ແລະ ການສົ່ງເສີມການຄ້າ ເພື່ອເປີດກວ້າງຕະຫຼາດສົ່ງນອກຜະລິດຕະພັນກະສິກຳ. ຮັກສາ ແລະ ເປີດກວ້າງຕະຫຼາດທີ່ໄດ້ສ້າງຂຶ້ນມາແລ້ວ, ຍູ້ແຮງການຊອກຫາຕະຫຼາດໃໝ່, ເປີກກວ້າງການພົວພັນການຄ້າສາກົນດ້ວຍຫຼາຍຮູບແບບ ແລະ ຫຼາຍກ້ຳຫຼາຍຝ່າຍ, ຫລຸດຜ່ອນການລວມສູນໃສ່ພຽງແຕ່ບາງຄູ່ຮ່ວມ ແລະ ຫລຸດຜ່ອນການຊື້ຂາຍຜ່ານນາຍໜ້າ ເພື່ອແນໃສ່ເພີ່ມປະສິດທິຜົນການສົ່ງນອກ ແລະ ສ້າງຕະຫຼາດໃຫ້ມີຄວາມໝັ້ນຄົງ.
ທີຫົກ, ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ທຸກພາກສ່ວນເສດຖະກິດໃນຂົງເຂດກະສິກຳ ຢູ່ເຂດຊົນນະບົດ ໄດ້ພັດທະນາການຜະລິດ ທຸລະກິດ. ການຫັນເປັນອຸດສາຫະກຳ ທັນສະໄໝໃນກະສິກຳ ຊົນນະບົດຕ້ອງຕິດແໜ້ນກັບການຫັນປ່ຽນ ກໍ່ສ້າງ ແລະ ພັດທະນາບັນດາຮູບການເສດຖະກິດຮ່ວມມື ບົນພື້ນຖານສະໝັກໃຈຂອງຄອບຄົວຊາວນາ ຕາມທິດຫັນປ່ຽນສະຫະກອນແບບເກົ່າ ເປັນສະຫະກອນແບບໃໝ່ ຫຼືສ້າງຕັ້ງສະຫະກອນແບບໃໝ່ທີ່ເຮັດການບໍລິການໃຫ້ເສດຖະກິດຄອບຄົວ, ເຊັ່ນບໍລິການເຕັກນິກ, ປາບສັດຕູພືດ, ຂະຫຍາຍແນວພັນ ແລະ ສະໜອງແນວພັນ; ບໍລິການໄຟຟ້າ ນ້ຳ; ບໍລິການການຄາດໄຖນາ; ບໍລິການການເງິນ; ບໍລິການການຄ້າ, ຊື້ຂາຍຜະລິດຕະພັນ...
ຂະຫຍາຍກວ້າງຕົວແບບເຊື່ອນໂຍງເສດຖະກິດຄອບຄົວຊາວນາ, ບັນດາຮູບການເສດຖະກິດຮ່ວມມື ແລະ ສະຫະກອນ, ບັນດານິຄົມກະເສດ ນິຄົມປ່າໄມ້, ເສດຖະກິດຟາມກະເສດ ຕິດກັບບັນດາວິສາຫະກິດປຸງແຕ່ງແລະຈຳໜ່າຍຜະລິດຕະພັນ, ຊ່ວຍເຫຼືອແນະນຳໃຫ້ບັນດາພາກສ່ວນເສດຖະກິດອື່ນ ຮ່ວມແຮງພັດທະນາການຜະລິດຂະໜາດໃຫຍ່ ທີ່ມີສະມັດຕະພາບ ຄຸນນະພາບ ປະສິດທິຜົນສູງ.
ທີເຈັດ, ແກ້ໄຂຂໍ້ຄົງຄ້າງຕ່າງໆ ທາງດ້ານນະໂຍບາຍ ແລະ ລະບຽບກົດໝາຍ ເພື່ອສ້າງກຳລັງໝູນໃໝ່ແນໃສ່ຊຸກຍູ້ໃຫ້ເສດຖະກິດ-ສັງຄົມຊົນນະບົດ ຂະຫຍາຍຕົວຢ່າງແຂງແຮງ ໝັ້ນຄົງ, ສົ່ງເສີມການສ້າງຄວາມຮັ່ງມີທີ່ຊອບດ້ວຍກົດໝາຍ ໄປຄຽງຄູ່ກັບການຫລຸດຜ່ອນຄວາມທຸກຍາກ, ເພີ່ມທະວີຄວາມສາມັກຄີບັນດາຊັ້ນວັນນະປະຊາຊົນຢູ່ຊົນນະບົດ. ເຊີດຊູຄວາມຮັບຜິດຊອບ ແລະ ລັກສະນະຂະຫຍັນຂັນເຄື່ອນ ປະດິດສ້າງຂອງບັນດາທ້ອງຖິ່ນ ແລະຂັ້ນຕ່າງໆ ໃນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຄອບຄົວຊາວນາ, ບັນດາພາກສ່ວນເສດຖະກິດຢູ່ຊົນນະບົດ ແລະ ທຸກກຳລັງທີ່ມີຄວາມຕ້ອງການແລະຄວາມສາມາດລົງທຶນພັດທະນາກະສິກຳ ອຸດສາຫະກຳ ອຸດສາຫະກຳນ້ອຍ-ຫັດຖະກຳ ແລະ ການບໍລິການຢູ່ຊົນະບົດ ຖືກຕ້ອງຕາມກົດໝາຍຂອງລັດ.
ທີແປດ, ຕິດແໜ້ນຂະບວນວິວັດການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ ກັບການປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ຖືເອົາການກໍ່ສ້າງຊົນນະບົດໃໝ່ເປັນເປົ້າໝາຍ ທັງເປັນຄວາມຮຽກຮ້ອງຕ້ອງການຂອງການພັດທະນາແບບຍືນຍົງ, ທັງເປັນໜ້າທີ່ອັນຮີບດ່ວນ ສຳຄັນເປັນພິເສດ ໃນພາລະກິດການຫັນປະເທດຊາດເປັນອຸດສາຫະກຳ ທັນສະໄໝເວົ້າລວມ ແລະ ການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ ເວົ້າໂດຍສະເພາະ. ຜ່ານນັ້ນ, ສ້າງຄວາມເຫັນດີເຫັນພ້ອມ ແລະ ກຳລັງແຮງສັງລວມຂອງລະບົບການເມືອງທັງໝົດ, ຄວາມຮ່ວມຈິດຮ່ວມໃຈ ຮ່ວມແຮງກັນຂອງທົ່ວສັງຄົມໃນການຜັນຂະຫຍາຍປະຕິບັດ. ບັນດາອົງຄະນະມະຫາຊົນຂົນຂວາຍໃຫ້ສະມາຊິກຂອງຕົນ ສະໜັບສະໜູນ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນຂະບວນການກໍ່ສ້າງຊົນນະບົດໃໝ່, ຕິດແໜ້ນຂະບວງການແຂ່ງຂັນ ກັບການສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແວ່ນແຍງຄຸນສົມບັດຂອງທ່ານປະທານໂຮ່ຈີມິນ, ກັບການສືບຕໍ່ຍົກສູງຄຸນນະພາບ ຂອງການຂົນຂວາຍທົ່ວປວງຊົນສາມັກຄີກໍ່ສ້າງຊີວິດວັດທະນະທຳ ຢູ່ເຂດຊຸມຊົນ ແລະ ບັນດາຂະບວນການແຂ່ງຂັນອື່ນໆ./.
ຮສ.ດຣ. ຫວູ ວັນ ຝຸກ
ບັນນາທິການໃຫຍ່ວາລະສານກອມມູນິດ, ກຳມະການສະພາທິດສະດີສູນກາງ