ພິທີໄວ້ອາໄລອະດີດຮອງນາຍົກລັດຖະມົນຕີ ເຈືອງວິງຈ້ອງ

10:07 | 23/02/2021

ດ້ວຍກ່ວາ 50 ປີແຫ່ງການເຄື່ອນໄຫວປະຕິວັດ ແລະ ປະຕິບັດງານ, ດຳລົງຫລາຍຕຳແໜ່ງ, ທ່ານ ເຈືອງວິງຈ້ອງ ໄດ້ອຸທິດສ່ວນຢ່າງໃຫຍ່ຫລວງຕໍ່ພາລະກິດການປະຕິວັດອັນສະຫງ່າງາມຂອງພັກ, ລັດ ແລະ ປະຊາຊົນ.

ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນ ສີສຸລິດເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄວ້ອາໄລ ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ

ຕອນເຊົ້າວັນທີ 21 ກຸມພາ, ທີ່ຫໍປະຊຸມໃຫຍ່ຄະນະກຳມະການປະຊາຊົນແຂວງ ເບັ໊ນແຈ ແລະ ຢູ່ຫໍຈັດງານສົບລະດັບຊາດ (ຮ່າໂນ້ຍ), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດແຂວງ ເບັ໊ນແຈ ແລະ ຄອບຄົວ ຈັດຕັ້ງພິທີໄວ້ອາໄລທ່ານ ເຈືອງວິງຈ້ອງ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ, ອະດີດຫົວໜ້າຄະນະວຽກງານພາຍໃນສູນກາງພັກ ຕາມພິທີງານສົບລະດັບຊາດ.

ພິທີໄວ້ອາໄລອະດີດຮອງນາຍົກລັດຖະມົນຕີ ເຈືອງວິງຈ້ອງ
ພິທີໄວ້ອາໄລອະດີດຮອງນາຍົກລັດຖະມົນຕີ ເຈືອງວິງຈ້ອງ. (ພາບ: VOVWORLD)

ທີ່ຫໍປະຊຸມໃຫຍ່ຄະນະກຳມະການປະຊາຊົນແຂວງ ເບັ໊ນແຈ, ຄະນະຜູ້ແທນຄະນະບໍລິຫານງານສຸນກາງພັກໂດຍທ່ານ ຫງວຽນຊວັນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າເຂົ້າໄວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈ. ຖັດຈາກນັ້ນ, ຄະນະຜູ້ແທນຂອງລັດຖະບານ, ສະພາແຫ່ງຊາດ, ປະທານປະເທດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຂົ້າໄວ້ອາໄລ.

ຂຽນໃສ່ປື້ມໄວ້ອາໄລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຂຽນວ່າ: ດ້ວຍກ່ວາ 50 ປີແຫ່ງການເຄື່ອນໄຫວປະຕິວັດ ແລະ ປະຕິບັດງານ, ດຳລົງຫລາຍຕຳແໜ່ງ, ທ່ານ ເຈືອງວິງຈ້ອງ ໄດ້ອຸທິດສ່ວນຢ່າງໃຫຍ່ຫລວງຕໍ່ພາລະກິດການປະຕິວັດອັນສະຫງ່າງາມຂອງພັກ, ລັດ ແລະ ປະຊາຊົນ.

ໄລຍະດຽວກັນ, ທີ່ຫໍຈັດງານສົບລະດັບຊາດ, ຮ່າໂນ້ຍ, ຄະນະຜູ້ແທນຂອງບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະ ບັນດາທ້ອງຖິ່ນໄດ້ເຂົ້າໄວ້ອາໄລທ່ານ ເຈືອງວິງຈ້ອງ. ຄະນະສະຖານທູດລາວ ປະຈຳ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ນຳໜ້າເຂົ້າໄວ້ອາໄລ.

ພິທີໄວ້ອາໄລເຄົາລົບສົບອະດີດຮອງນາຍົກລັດຖະມົນຕີ ເຈືອງວິງຈ້ອງ ຈະດຳເນີນໃນເວລາ 9 ໂມງ ວັນທີ 22 ກຸມພາ 2020 ທີ່ຫໍປະຊຸມໃຫຍ່ຄະນະກຳມະການປະຊາຊົນແຂວງ ເບັ໊ນແຈ. ພິທີປົງສົບຈະດຳເນີນໃນເວລາ 11 ໂມງຂອງວັນດຽວກັນທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ເບັ໊ນແຈ.

ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ລວມ 20 ຊຸດ

ຍສໝ - ໃນຕອນເຊົ້າວັນທີ 8 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ດົ່ງເຕິມ, ເມືອງບ໊າເຟືອກ, ແຂວງແທັງຮວ໊າ, ໄດ້ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ລວມ 20 ຊຸດ.

ແຂວງກວາງຈີ້: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຢູ່ ສປປ.ລາວ

ຍສໝ - ໃນວັນທີ 5 ພຶດສະພາ 2020 ນີ້, ຢູ່ ສຸສານນັກຮົບເສຍສະລະຊີວິດເພື່ອຊາດແຫ່ງຊາດ ຖະໜົນເລກ 9, ແຂວງກວາງຈີ້ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະ ຢູ່ ລາວຈຳນວນ 16 ຊຸດ.

ພິທີໄວ້ອາໄລ ແລະ ປົງສົບນັກຮົບ 15 ຄົນ ທີ່ສະລະຊີວິດເພື່ອຊາດໃນລາວ

ຍສໝ - ຕອນເຊົ້າວັນທີ 4 ມັງກອນ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ແຂວງດ້ຽນບຽນ ໄດ້ຈັດພິທີຕ້ອນຮັບຢ່າງສົມກຽດ ແລະ ປົງສົບອັດຖິກະດູກຂອງທະຫານອາສາສະໝັກ ຫວຽດນາມ 15 ຄົນ ທີ່ເສຍສະລະຊີວິດເພື່ອຊາດໃນລາວ ເຊິ່ງໄປສູ່ສະຫວັນຢູ່ສຸສານນັກຮົບເສຍສະລະຊີວິດເພື່ອຊາດ ໂຕ່ງຄາ່ວ (ບ້ານ ແທງນາ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ).

VOV

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.