ພິທີໄວ້ອາໄລ ແລະ ປົງສົບນັກຮົບ 15 ຄົນ ທີ່ສະລະຊີວິດເພື່ອຊາດໃນລາວ

11:30 | 05/01/2020

ຍສໝ - ຕອນເຊົ້າວັນທີ 4 ມັງກອນ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ແຂວງດ້ຽນບຽນ ໄດ້ຈັດພິທີຕ້ອນຮັບຢ່າງສົມກຽດ ແລະ ປົງສົບອັດຖິກະດູກຂອງທະຫານອາສາສະໝັກ ຫວຽດນາມ 15 ຄົນ ທີ່ເສຍສະລະຊີວິດເພື່ອຊາດໃນລາວ ເຊິ່ງໄປສູ່ສະຫວັນຢູ່ສຸສານນັກຮົບເສຍສະລະຊີວິດເພື່ອຊາດ ໂຕ່ງຄາ່ວ (ບ້ານ ແທງນາ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ).

ພິທີໄວ້ອາໄລ ແລະ ປົງສົບນັກຮົບ 15 ຄົນ ທີ່ສະລະຊີວິດເພື່ອຊາດໃນລາວ

ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນ ຕ້ອນຮັບນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບ ໂຕ່ງຄາ່ວ. (ພາບ: nhandan.vn)

ເຂົ້າຮ່ວມພິທີ ມີ ຄະນະຜູ້ແທນຊີ້ນຳລະດັບຊາດ 515, ຄະນະຊີ້ນຳ 515 ທະຫານເຂດ 2, ຄະນະປະຕິບັດງານພິເສດຂອງລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ບັນດາຜູ້ນຳ 6 ແຂວງພາກເໜືອ ຂອງ ລາວ ແລະ ປະຊາຊົນຫຼາຍຊົນເຜົ່າຢູ່ແຂວງດ້ຽນບຽນ.

ທ່ານພັນເອກ ຫ໋ານ ວັນ ຫູ່ງ, ຫົວໜ້າກົມບັນຊາການທະຫານເຂດ 2, ໃຫ້ຮູ້ວ່າ: ອັດຖິກະດູກຂອງນັກຮົບຈຳນວນ 15 ຄົນ ໂດຍພະນັກງານ, ນັກຮົບຂອງທະຫານເຂດ 2 ໄດ້ຄົ້ນຫາຢູ່ 6 ແຂວງໃນພາກເໜືອຂອງລາວ, ແຕ່ສ່ວນໃຫຍ່ແມ່ນຢູ່ 2 ແຂວງຄື: ຫລວງພະບາງ ແລະ ອຸດົມໄຊ. ການຄົ້ນຫາອັດຖິກະດູກຂອງນັກຮົບ ພົບປະຄວາມຫຍຸ້ງຍາກຫລາຍຂື້ນ ຍ້ອນວ່າສະພາບການປ່ຽນແປງຂອງດິນແດນໃນປະເທດລາວ, ຜູ້ເຖົ້າທີ່ມີຄວາມຮູ້ກ່ຽວກັບປະຫວັດສາດຂອງການຕໍ່ສູ້ຍັງມີໜ້ອຍ ແລະ ເອກະສານສຳລັບການຄົ້ນຫາໜ້ອຍ, ດັ່ງນັ້ນ ການຊອກຫາມີຄວາມຫຍຸ້ງຍາກຫລາຍຂື້ນ. ແຕ່ປີ 1992 ມາຮອດປະຈຸບັນ, ກອງທະຫານກອງ 2 ໄດ້ຊອກຫາ ແລະ ຄົ້ນຫາ ອັດຖິກະດູກທະຫານອາສາສະໝັກ ຫວຽດນາມ ທີ່ເສຍຊີວິດຢູ່ລາວ ຈຳນວນ 2000 ກວ່າຄົນ; ໃນນັ້ນມີພຽງເກືອບ 200 ຄົນທີ່ຍັງກຳນົດໄດ້ຊື່, ອາຍຸ ແລະບ້ານເກີດເມືອງນອນຂອງເຂົາເຈົ້າ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.