ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ມາ​ເກົາ​ພົບ​ປະ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ ປີ​ສະ​ຫຼຸ

06:30 | 18/02/2021

​ຍ​ສ​ໝ - ການ​ພົບ​ປະ​ໄດ້​ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ກໍ​ລະ​ນີ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ພະ​ຍາດ​ເຈັບ​ປວດ, ຜູ້​ວາງ​ງານ ແລະ ລາຍ​ການ​ຈົກ​ສະ​ລາດດ້ວຍ​ຂອງ​ຂ​ວັນ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ.

ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຄອງ​ຄອຍ​ລະ​ດູ​ບານ​ໃໝ່​ໃນ​ບ້ານ​ເກີດ​ເມືອງນອນ
ພິ​ທີ​ສະ​ເຫຼີມ​ສະຫຼອງ​ລະ​ດູ​ບານ​ໃໝ່​ປີ ສະຫຼຸ ທາງ​ອອນ​ລາຍ​ຢູ່​ໂປ​ໂລຍ
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ມາ​ເກົາ​ພົບ​ປະ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ ປີ​ສະ​ຫຼຸ
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ມາ​ເກົາ​ຖ່າຍ​ຮູບ​ນຳ​ກັນ

ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ປິ​ຕິ​ຊົມ​ຊື່ນ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ປີ​ສະຫຼຸ 2021, ສະ​ມາ​ຄົມ​ພໍ່​ແມ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ​ມາ​ເກົາ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ, ບັນ​ດາ​ໝູ່​ຄະ​ນະ​ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ ມາ​ເກົາ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ​ທີ່​ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ​ຢູ່​ທີ່ນີ້​ເປັນ​ຈຳ​ນວນຫຼວງຫຼາຍ.

ການ​ພົວ​ປະ​ມີຫຼາຍ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ພົ້ນ​ເດັ່ນ​ຂອງ​ແຂວງ, ຂອງ​ບັນ​ດາ​ຄະ​ນະ​ສະ​ແດງ​ສິ​ລະ​ປະ​ມາ​ເກົາ.

ການ​ພົບ​ປະ​ໄດ້​ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ກໍ​ລະ​ນີ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ພະ​ຍາດ​ເຈັບ​ປວດ, ຜູ້​ວາງ​ງານ ແລະ ລາຍ​ການ​ຈົກ​ສະ​ລາດດ້ວຍ​ຂອງ​ຂ​ວັນ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ.

ລ​າຍ​ການ​ນຳ​ມາດ​ຊຶ່ງ​ບັນ​ຍາ​ກາດຂອງວັນ​ບຸນ​ເຕັດ​ປະ​ຈຳ​ຊາດ, ຄວາມ​ອົບ​ອຸ່ນ​ຂອງ​ນ້ຳ​ໃຈ​ປະ​ເທດ​ຊາດ, ຊ່ວຍ​ບັນ​ເທົາ​ຄວາ​ມ​ຄິດ​ຮອດ​ບ້ານ​ເກີດ​ເມືອງນອນ ແລະ ຮັກ​ສາ​ບັນ​ດາ​ຄວາມ​ຊົງ​ຈຳ​ພໍ່​ພຽງ​ແຕ່​ໃນ​ໃຈ​ຂອງ​ອ້າຍ​ເອື້ອຍ​ນ້ອງ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂອງ​ບັນ​ດາ​ແຂກ​ຖືກ​ເຊີນ​ອັນ​ປະ​ເທດ​ທີ່​ເປັນ​ຕາງ​ໜ້າ​ຂອງ​ໝູ່​ຄະ​ນະ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຢູ່​ມາ​ເກົາ ກໍ່​ຄື​ເພື່ອນ​ມິດ​ສາ​ກົນ​ທີ່​ມາ​ເຂົ້າ​ຮ່ວມ​ອີກ​ດ້ວຍ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ເຢືອງ​ຈຸງ​ດຶກ ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ມາ​ເກົາ​ໃຫ້​ຮູ້​ວ່າ ປີ 2020 ໄດ້​ຜ່ານ​ພົ້ນ​ໄປ ດ້ວຍ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າຍ ໂດຍ​ຖືກ​ຜົ​ນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ ມາ​ເກົາ​ກໍ່​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ເຮັດ​ໃຫ້​ຊາວ​ຫວຽດ​ນາ​ມຫຼາຍ​ຄົນ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ, ຕົກ​ເຂົ້າ​ສູ່​ສະ​ພາບ​ວາງ​ງານ, ບັນ​ດາ​ຖ້​ຽວ​ບິນ​ການ​ຄ້າ​ຖືກ​ຢຸດ​ສະ​ຫງັກ​ເຮັດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຖືກ​ຕົກ​ຂ້າງ​ຢູ່​ມາ​ເກົາ​ບໍ່​ສາ​ມາດ​ກັບ​ຄືນ​ຫວຽດ​ນາມ​ໄດ້.

ໃນ​ຂະ​ນະ​ນັ້ນ, ສະ​ມາ​ຄົມ​ພັດ​ຫາ​ກໍ່​ໄດ້​ສ້າງ​ຕັ້ງ​ຍັງ​ບໍ່​ມີ​ປະ​ສົບ​ການ. ເຖິງ​ຢ່າງ​ໃດ​ກໍ່​ຕາມ ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ ກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ ຮົ່ງ​ກົງ ແລະ ມາ​ເກົາ, ໄດ້​ຮັບ​ການ​ຮັບ​ຮອງ​ຈາກ ອຳ​ນາດ​ການ​ປົກ​ຄອງ ມາ​ເກົາ ແລະ ພິ​ເສດ​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ຄວາມ​ຕັດ​ສິນ​ໃຂ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ກອບ​ສ່ວນ​ເຫື່ອ​ແຮງ​ຂອງ​ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ ໃນ​ເບື້ອງ​ຕົ້ນ, ສະ​ມາ​ຄົມ​ໄດ້ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ ແລະ ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ບໍ່​ແມ່ນ​ນ້ອຍ​ໃນ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ, ບັນ​ດາ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ…

ໃນ​ໂອ​ກາດ​ປີ​ໃມ່, ສະ​ມາ​ຄົມ​ໄດ້​ຈັດ​ຕັ້ງ​ການ​ພົວ​ປະ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ​ໝົດ​ທຸກ​ຄົນ ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ເກົາ​ໄດ້​ຮັບ​ບູນ​ເຕັດ​ຢ່າງ​ສົມ​ບຸນ.

ຄອງຄອຍ​ບຸນ​ເຕັດ…

ຍ​ສ​ໝ - ຊຸມ​ວັນ​ໃກ້​ຈະ​ຮອດ​ບຸນ​ເຕັດ, ແມ່​ກະ​ກຽມ​ພັກ, ໝາກ​ໄມ້​ໃຫ້​ແກ່​ວັນ​ບຸນ​ເຕັດ. ຫ້ອງ​ແຕ່​ງກິນ​ຂອງ​ແມ່​ໃນ​ຊຸມ​ວັນ​ໜາວນີ້ ມີ​ລຸ​ກ​ລ້ານ​ເຕົ້າ​ໂຮມກັນ ຢູ່​ບິ່ມ​ອ້ອມ​ໝໍຕົ້ມ​ເຂົ້າ​ຕົ້ມ ເຮັດ​ໃຫ້ບັນ​ຍາ​ການ​ໃນ​ຍາມ​ນັ້ນ, ອົບ​ອຸ່ນ​ອີຫຼີ.

ບຸ​ນ​ເຕັດ​ 2021 ຂອງ​ຊາວ​ອາ​ຊີ

ຍ​ສ​ໝ - ​ປີ​ໃໝ່​ສະຫຼຸ​​ພວມ​ຈະ​ວຽນ​ມາ. ປະ​ຊາ​ຊົນ​ໃນ​ທົ່ວ​ທຸກ​ແຫ່ງ​ຢູ່​ອາ​ຊີ​ກໍ່​ພວມ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ດ້ວຍ​ຄວາມ​ຮູ້​ສຶກ, ແນວ​ຄິດ​ຈິດ​ໃຈ​ທີ່​ແຕກ​ຕ່າງ​ກັນ

ປະ​ຊາ​ຄົມ​ຊາວ​ຫວຽດາມ ອ​າ​ໄສ​ຢູ່ສິງ​ກະ​ໂປ ຕ້ອນ​ຮັບ​ບຸ​ນ​ເຕັດ ສະ​ຫຼຸ ຢູ່​ສິງ​ປະ​ໂປ

ຍສໝ - ປີນີ້​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ບັນ​ດາ​ຂໍ້​ກຳ​ນົດ​ຢ່າງ​ແໜ້ນ​ແຟ້ນ​ຂອງ ລັດ​ຖະ​ບານ ສິງ​ກະ​ໂປ ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ -1 ດັ່ງ​ນັ້ນ ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ພິ​ທີ​ຖືກ​ຈຳ​ກັດ, ແຕ່​ບັນ​ຍາ​ການ​ເບີກ​ບານ​ມ່ວນ​ຊື່ມ, ອົບ​ອຸ່ນ​ຂອງ​ບຸນ​ເຕັດ ປະ​ຊາ​ຄົມ ຢູ່​ແຫ່ງນີ້ ບໍ່ຫຼຸ​ດລົງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.