ຫວຽດນາມ ຍັງແມ່ນ “ຈຸດພົ້ນເດັ່ນ” ເມື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດ

11:56 | 18/02/2021

ຍສໝ -  ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນການເຕີບໂຕເສດຖະກິດກໍ່ຄືການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນປີ 2020, ຫວຽດນາມ ໄດ້ສ້າງແຫຼ່ງບັນດານໃຈໃຫ້ສື່ມວນຊົນສາກົນ. 

ຫວຽດນາມ ຍ ງແມ ນ ຈ ດພ ນເດ ນ ເມ ອຮ ກສາເສດຖະກ ດມະຫາພາກເປ ນປ ກກະຕ ແລະ ສະກ ດກ ນການແຜ ລະບາດຂອງໂລກລະບາດໂຄວ ດ 19 ຢ າງຂ ຽວຂາດ ຫວຽດນາມຈະປະຕິບັດບັນດາໜ້າທີ່ການພົວພັນຕ່າງປະເທດໃນປີ 2021 ຢ່າງມີໄຊ
ຫວຽດນາມ ຍ ງແມ ນ ຈ ດພ ນເດ ນ ເມ ອຮ ກສາເສດຖະກ ດມະຫາພາກເປ ນປ ກກະຕ ແລະ ສະກ ດກ ນການແຜ ລະບາດຂອງໂລກລະບາດໂຄວ ດ 19 ຢ າງຂ ຽວຂາດ ນາຍົກລະຖະມົນຕີຫວຽດນາມ: ຍູ້ໄວການນຳເຂົ້າວັກຊິນເພື່ອຮັບໃຊ້ໃຫ້ແກ່ປະຊາຊົນ
ຫວຽດນາມ ຍ ງແມ ນ ຈ ດພ ນເດ ນ ເມ ອຮ ກສາເສດຖະກ ດມະຫາພາກເປ ນປ ກກະຕ ແລະ ສະກ ດກ ນການແຜ ລະບາດຂອງໂລກລະບາດໂຄວ ດ 19 ຢ າງຂ ຽວຂາດ
ພາບປະກອບ

ໜັງສືພິມແຖວໜ້າຂອງມາເລເຊຍ ແມ່ນ New Straits Times ສະບັບອອກວັນທີ 15 ກຸມພາ ໃຫ້ຂ່າວວ່າ ຫວຽດນາມ ແມ່ນປະເທດໜຶ່ງດຽວບັນລຸການເຕີບໂຕກ່ຽວກັບການສົ່ງອອກໃນຈຳນວນ 6 ປະເທດອາຊຽນ ທີ່ໄດ້ຮັບການສະຖິຕິ. ໃນບັນດາປະເທດລວມມີ ຫວຽດນາມ, ຟີລິບປີນ, ໄທ, ສິງກະໂປ, ມາເລເຊຍ ແລະອິນໂດເນເຊຍ, ມີພຽງແຕ່ ຫວຽດນາມ ບັນລຸການເຕີບໂຕໃນການສົ່ງອອກໃນປີ 2020 ເພີ່ມ 7% ບັນລຸກວ່າ 286 ຕື້ໂດລາສະຫະລັດ. ຂໍ້ມູນຂ່າວຈາກອົງການການຄ້າຕ່າງປະເທດ ຍີ່ປຸ່ນ ຖືວ່າ ເຖິງວ່າປະລິມານສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງ ຍີ່ປຸ່ນ ຫລຸດລົງ 5,2% ກໍ່ຕາມແຕ່ການສົ່ງອອກໄປຍັງຕະຫລາດອາເມລິກາ ພັດເພີ່ມຂຶ້ນ 25,7% ແລະ ຈີນ ເພີ່ມຂຶ້ນ 18%.

ຕາມໜັງສືພິມ The Straits Times ຂອງ ສິງກະໂປ ແລ້ວ, ປີ 2021 ຈະແມ່ນປີກາລະໂອກາດຂອງ ຫວຽດນາມ. ໜັງສືພິມ Asia Times ຖືວ່າ ຍ້ອນການຄວບຄຸມໂລກລະບາດໂຄວິດ-19 ເປັນຢ່າງດີ ໃນໄລຍະຜ່ານມາໄດ້ຊ່ວຍພື້ນຖານເສດຖະກິດ ຫວຽດນາມ ລື່ນກາຍບັນດາປະເທດສ່ວນຫລາຍໃນ ອາຊີ ໃນປີ 2020. ຫວຽດນາມ ຄາດຄະເນວ່າການເຕີບໂຕ GDP ສະເລ່ຍແຕ່ລະປີແມ່ນ 7% ໃນໄລຍະ 5 ປີຈະມາເຖິງ. ເປົ້າໝາຍຂອງ ຫວຽດນາມ ແມ່ນສືບຕໍ່ຍູ້ແຮງລະດັບການຫັນປະເທດກາຍເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ກາຍເປັນປະເທດພວມພັດທະນາທີ່ມີພື້ນຖານອຸດສາຫະກຳທັນສະໄໝ, ບັນລຸລາຍຮັບປານກາງສູງໃນປີ 2030 ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

ເວັບໄຊ Proactive ຂອງ ອັງກິດ ຄາດຄະເນວ່າ ພື້ນຖານເສດຖະກິດ ຫວຽດນາມ ຈະມີລະດັບການເຕີບໂຕກ່ວາ 6% ໃນປີ 2021 ຍ້ອນມີ “ບັນດາກຳລັງໜູນແຫ່ງການເຕີບໂຕ”. ຕາມ Proactive ແລ້ວ, ຄວາມກ້າແກ່ນໃນໄລຍະເກີດໂລກລະບາດໂຄວິດ-19 “ຊ່ວຍຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ຄືດັ່ງຄູ່ຮ່ວມມືດ້ານການຄ້າໃຫຍ່” ແລະ “ຕໍ່ກຳລັງໜູນ” ໃຫ້ແກ່ບັນດາການພົວພັນການຄ້າຂອງ ຫວຽດນາມ ກັບບັນດາປະເທດອື່ນ.

ລັດຖະບານ​ຫວຽດນາມ ​ໄດ້​ວາງ​ເປົ້າໝາຍສູ້​ຊົນ​​ໃຫ້ລວມຍອດຜະລິດ​ຕະພັນພາຍ​ໃນ​ປະ​ເທດ ​ຂະຫຍາຍຕົວປະມານ 6,5% ພາຍ​ໃນ​ປີ​ນີ້ ສະ​ເລ່ຍຕໍ່​ຫົວ​ຄົນ ​ປະມານ 3.700 ​ໂດ​ລາສະຫະລັດ ພາຍຫລັງ​ ຫວຽດນາມ ກຳນົດທິດນຳການເຄື່ອນໄຫວປີນີ້ແມ່ນ “ສາມັກຄີ, ມີລະບຽບວິໄນ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ມີຄວາມໄຝ່ຝັນພັດທະນາ” ດ້ວຍ 8 ຄຳຊີ້ນຳບໍລິຫານຈຸດສຸມ.

​ໂດຍຈະສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ສະກັດກັ້ນໂລກລະບາດ, ປົກປັກຮັກສາສຸຂະພາບຂອງປະຊາຊົນ, ທັງຟື້ນຟູ ແລະພັດທະນາເສດຖະກິດ - ສັງຄົມ ຢ່າງຂ້ຽວຂາດ, ມີໄຫວພິບ ແລະມີປະສິດທິຜົນ; ສືບຕໍ່ຍົກສູງ ແລະສ້າງລະບອບລະບຽບການເສດຖະກິດການຕະຫລາດໃຫ້ສົມບູນແບບມຸ່ງໄປສູ່ສັງຄົມນິຍົມຢ່າງຄົບຖ້ວນ, ຄົບຊຸດ, ທັນສະໄໝ, ເຊື່ອມໂຍງ; ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ໃຫ້ຄົບຊຸດ, ທັນສະໄໝ; ພັດທະນາພື້ນຖານໂຄງລ່າງດີຈີຕອນຢ່າງແຮງ ແລະຄົບຊຸດ...

ຫວຽດນາມ ຍ ງແມ ນ ຈ ດພ ນເດ ນ ເມ ອຮ ກສາເສດຖະກ ດມະຫາພາກເປ ນປ ກກະຕ ແລະ ສະກ ດກ ນການແຜ ລະບາດຂອງໂລກລະບາດໂຄວ ດ 19 ຢ າງຂ ຽວຂາດ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ພາຍໃນປະເທດ ລວມທັງໝົດກວ່າ 1.000 ຄົນ

ໄລ່ຮອດເວລາ 12 ໂມງ 00 ຂອງວັນທີ 16 ກຸມພາ 2021, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ພາຍໃນປະເທດ ລວມທັງໝົດແມ່ນ 1.373 ຄົນ.

ຫວຽດນາມ ຍ ງແມ ນ ຈ ດພ ນເດ ນ ເມ ອຮ ກສາເສດຖະກ ດມະຫາພາກເປ ນປ ກກະຕ ແລະ ສະກ ດກ ນການແຜ ລະບາດຂອງໂລກລະບາດໂຄວ ດ 19 ຢ າງຂ ຽວຂາດ ສີ່ຜົນງານພົ້ນເດັ່ນໃນປີ 2020

ຍສໝ - ປີ 2020, ໃນສະພາບການທີ່ມີຫລາຍປັດໄຈເປັນພິເສດ, ສະຫະພັນມິດຕະພາບໄດ້ກໍານົດບັນດາວິທີແກ້ໄຂທີ່ຄ່ອງແຄ້ວ ແລະສາມາດປັບຕົວເພື່ອປະຕິບັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ຢ່າງຕັ້ງໜ້າ, ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດສຳເລັດໜ້າທີ່ “ຄວບຄູ່” ທັງຄວບຄຸມໂລກລະບາດ ແລະ ທັງພັດທະນາ ເສດຖະກິດ - ສັງຄົມ, ໂຄສະນາເຜີຍແຜ່ພາບພົດຂອງຫວຽດນາມສູ່ໂລກ ແລະ ເພີ່ມພູນຄູນສ້າງຄວາມສັນຕິພາບ, ມິດຕະພາບ ແລະການຮ່ວມມືສາກົນ.

ຫວຽດນາມ ຍ ງແມ ນ ຈ ດພ ນເດ ນ ເມ ອຮ ກສາເສດຖະກ ດມະຫາພາກເປ ນປ ກກະຕ ແລະ ສະກ ດກ ນການແຜ ລະບາດຂອງໂລກລະບາດໂຄວ ດ 19 ຢ າງຂ ຽວຂາດ ຄວາມປະທັບໃຈຕໍ່ຫວຽດນາມໃນດວງໃຈຂອງຄົນຕ່າງປະເທດ

ຍສໝ - ເພື່ອນມິດສາກົນທີ່ເຄີຍໄປຫວຽດນາມໃນໄລຍະຜ່ານມາ ລ້ວນແຕ່ມີຄວາມປະທັບໃຈຕໍ່ປະເທດຫວຽດນາມ, ຈາກພູມສັນຖານທີ່ງົດງາມໄປຈົນເຖິງບັນດາເຍື່ອງອາຫານທີ່ອຸດົມສົມບູນ ແລະ ຫລາກຫລາຍ. ໃນປີ 2020, ປະເທດຫວຽດນາມ ໄດ້ມີການປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19 ເປັນຢ່າງດີ...

ໄຊພອນ

ເຫດການ
302 Found

Found

The document has moved here.