ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຄອງ​ຄອຍ​ລະ​ດູ​ບານ​ໃໝ່​ໃນ​ບ້ານ​ເກີດ​ເມືອງນອນ

15:35 | 16/02/2021

ຍ​ສ​ໝ - ທຸກ​ປີ, ໃນ​ໂອ​ກາດ​ບຸນ​ເຕັດ​ປະ​ຈຳ​ຊາດ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ທົ່ວ​ໂລກ ພັດ​ອ່າວຍ​ໜ້າ​ເມືອ​ຫາ​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ເຕົ້າ​ໂຮມ​ກັບ​ຄອບ​ຄົວ. ແຕ່​ລະ​ດູ​ບານ​ໃໝ່​ປີ​ສະຫຼຸ 2021 ປີນີ້ ຕ່າງ​ກັບ​ບັນ​ດາ​ລະ​ດູ​ບານ​ໃໝ່​ກ່ອນ, ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19. ແຕ່​ວ່າ ຢູ່​ໃສ​ກໍ່​ຕາມ, ໃນ​ສະ​ພາບ​ການ​ໃດ, ພໍ່​ແມ່​ປະ​ຊາ​ຊົນ​ຍາມ​ໃດ​ກໍ່​ສະ​ຫງວຽນ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ຝ​າກ​ຟັງ​ຄວາມ​ພາ​ວະ​ນາ​ອັນ​ດີ​ງາມ​ທີ່​ສຸດ ໄປ​ຍັງ​ບ້ານ​ເກີດ​ເມືອງ​ນອນ, ໂດຍ​ແມ່​ນ​ສະ​ຖານ​ທີ່​ຂອງ​ຜູ້​ຄົນ​ທີ່​ຮັ​ກ​ແພງ…

ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຄອງ ຄອຍ ລະ ດ ບານ ໃໝ ໃນ ບ ານ ເກ ດ ເມ ອງນອນ ພິ​ທີ​ສະ​ເຫຼີມ​ສະຫຼອງ​ລະ​ດູ​ບານ​ໃໝ່​ປີ ສະຫຼຸ ທາງ​ອອນ​ລາຍ​ຢູ່​ໂປ​ໂລຍ
ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຄອງ ຄອຍ ລະ ດ ບານ ໃໝ ໃນ ບ ານ ເກ ດ ເມ ອງນອນ ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ສະຫຼູ 2021: ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຕ້ອນຮັບປີໃໝ່ ດ້ວຍຄວາມເບີກບານມ່ວນຊື່ນ

ເອື້ອຍຫງວຽນທິທູເຮືອງ - ຊາວຫວຽດນາມ ອາໄສຢູ່ ນິວແລນ (Wellington, ນິວຊີແລນ): ເມື່ອໂລກລະບາດໂຄວິດ - 19 ສິ້ນສຸດລົງ, ຂ້າພະເຈົ້າຈະກັບຄືນຫວຽດນາມຢ່າງທັນທີ

ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຄອງ ຄອຍ ລະ ດ ບານ ໃໝ ໃນ ບ ານ ເກ ດ ເມ ອງນອນ

ອາດ​ເວົ້າ​ໄດ້​ວ່າ ນິວ​ຊີ​ແລນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ມີ​ຄວາມ​ໂສກ​ດີ​ທີ່​ສຸດ​ຍ້ອນ​ຍັງ​ໄດ້​ຕ້ອນ​ຮັບ​ວັນ​ບຸນ​ຄຼິດ​ເມີດ​ຢ່າງ​ຄົບ​ຖ້ວນ ຄື​ຊຸມ​ປີ​ກ່ອນ​ເຊິ່ງ​ບໍ່​ຕ້ອງ​ເປັນ​ຫ່ວງ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19. ທຸກ​ຄົນ​ຍັງ​ຊື້​ເຄື່ອງ​ຂອງ​ຢ່າ​ງ​ຄຶກ​ຄື້ນ​ມ່ວນ​ຊືນ, ງານ​ລ້ຽງ​ຍັງ​ໄດ້​ດຳ​ເນີນ​ຢ່າງ​ເປັນ​ປົກ​ກະ​ຕິ...

ເພື່ອ​ກະ​ກ​ຽມ​ໃຫ້​ແກ່​ບຸນ​ເຕັດ​ປະ​ຈຳ​ຊາດ​ປີ​ສະຫຼຸ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ທີ່ນີ້​ກໍ່​ໄດ້​ຈັ​ດ​ຕັ້ງ​ບຸນ​ເຕັດ ເຊິ່ງ​ກົງ​ກັບ​ວັນ​ທີ 31 ມັງ​ກອນ 2021 ຢູ່ Boulcott’s Farm Golf Club - 33 Military Road, Boulcott, Lower Hutt, Wellington, ​ນິວ​ຊີ​ແລນ. ເມື່ອ​ມາ​ລາຍ​ການ​ພໍ່​ແມ່​ປະ​ຊາ​ຊົນ​ຈະ​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ: ຊົມ​ບັນ​ດາ​ບົດ​ເພງ​ກ່ຽວ​ກັບ​ລະ​ດູ​ບານ​ໃໝ່, ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮ້ອງ​ເພງ, ບັນ​ດາ​ລາຍ​ການ​ລະຫຼິ້ນ​ທີ່​ມີ​ຂອງ​ຂວັນ…

ຖ້າ​ຫາກວ່າ​ຄື​ທຸກ​ປີ, ເມື່ອ​ບຸນ​ເຕັດ​ວຽນ​ມາ, ຄອບ​ຄົວ​ຂ້າ​ພະ​ເຈົ້າ​ຈະ​ກະ​ກ​ຽມ​ໃຫ້​ແກ່​ຄອບ​ຄົວ​ຂອງ​ຕົນ​ຢູ່​ຫ໋າຍ​ເຢືອງ, ຫວຽດ​ນາມ ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ມີ​ຊື່​ສຽງ​ຂອງ ນິວ​ຊີ​ແລນ​ເພື່ອອ​າດ​ຈະ​ສົ່ງ​ໄປ​ຍັງ​ບ້ານ​ເກີດ​ເມືອງນອນ. ແຕ່​ວ່າ ປີນີ້​ຍ້ອນ​ໂຄວິດ - 19 ເຮັດ​ໃຫ້​ບໍ່​ມີ​ຖ້ຽວ​ບິນ​ກັບ​ເມືອ​ຫວຽດ​ນາມ, ດັ່ງ​ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ພຽງ​ແຕ່ອວຍ​ພອນ​ສຸ​ຂະ​ພາບ​ໃຫ້​ແກ່​ພໍ່​ແມ່​ຜ່ານ​ທາງ Facebook.

ພາ​ວະ​ນາ​ວ່າ ປີ​ໜ້າ, ໂລກ​ລະ​ບາດ​ໂຄວິດ - 19 ຈະ​ສິ້ນ​ສຸດ​ລົງ​ເພື່ອ​ໃຫ້​ການ​ດຳ​ລົງ​ຊີ​ວິດ​ກັບ​ຄືນ​ສູ່​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິ​ໂດຍ​ໄວ. ອວຍ​ພອນ​ໃຫ້​ເພື່ອນ​ມິດ​ປີ​ໃໝ່ ມີ​ໂຊກ, ມີ​ລາບ, ມີ​ຄວາມ​ຜາ​ສຸກ ແລະ ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ.

ຄອບ​ຄົວ​ນັກ​ຮ້ອງ​ຮ່າ​ເຟືອງ ແລະ ນັກ​ທຸ​ລະ​ກິດ​ຈິນ​ຈູ (ນິວຢອກ​, ອາ​ເມ​ລິ​ກາ) ມອບ​ຂອງ​ຂວັນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ທຸກ​ຍາກ​ຢູ່​ຫວຽດ​ນາມ.

ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຄອງ ຄອຍ ລະ ດ ບານ ໃໝ ໃນ ບ ານ ເກ ດ ເມ ອງນອນ

ບຸ​ນ​ເຕັດ​ປະ​ຈຳ​ຊາດ​ສະ​ແດງ​ໃຫ້​ເປັນ​ຈຸດ​ຄວາມ​ງາມ​ທີ່​ເປັນ​ມູນ​ເຊື້ອ, ຈິດ​ໃຈ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ. ບັນ​ດາ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເມື່ອ​ຄິດ​ຮອ​ດ​ບ້າ​ນ​ເກີດ​ເມືອງນອນ​ແມ່ນ​ຄິດ​ຮອດ​ບຸນ​ເຕັດເຕົ້າ​ໂຮມ​ຢູ່​ຄຽງ​ຂ້າງ​ກັບ​ຄອບ​ຄົວ.

ເຖິງວ່າ​ສ້າງ​ຄອບ​ຄົວ​ຢູ່​ຕ່າງ​ປະ​ເທດ ແຕ່​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ຍັງ​ຢາກ​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ຖືກ​ຕ້ອງ​ຕາມ​ຮີດ​ຄອງ​ປະ​ເພ​ນີ. ໃນ​ຂະ​ນະ​ນັ້ນ, ຄອບ​ຄົວ​ພວກ​ຂ້າ​ພະ​ເຈົ້າ​ມັ​ກ​ຊື້ດອກ​ໄມ້, ເຂົ້າ​ໜົມ​ບູ​ຊາ​ປູ​ຍາ​ຕ​າ​ຍາຍ, ຕົ້ມ​ບັນ​ດາ​ເຍື່ອງ​ອາ​ຫານ​ບຸນ​ເຕັດ, ໄປ​ວັດ​ວາ​ອາ​ຫາມ…ຮັກ​ໄດ້​ບັນ​ດາ​ຈຸດ​ຄວາມ​ງາມ​ທີ່​ເປັນ​ເອ​ກະ​ລັກ​ແມ່ນ​ວິ​ທີ​ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ຫວ​ນ​ຄືນ​ຕ​ອນ​ຍັງ​ຍ້ອນ, ທັງ​ສັ່ງ​ສອນ​ໃຫ້​ລູກຫຼານ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ຕ້ອນ​ຮັບ​ປີ​ໃໝ່​ຢູ່​ຫວຽດ​ນາ​ມ.

ນັກ​ທຸ​ລະ​ກິດ​ຫງວຽນ​ຮ່​ວາຍ​ບັກ (Toronto, ກາ​ນາ​ດາ): ຫວັງ​ວ່າ ຫວຽດ​ນາມ​ຈະ​ສືບ​ຕໍ່​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເປັນ​ຢ່າງ​ດີ

ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຄອງ ຄອຍ ລະ ດ ບານ ໃໝ ໃນ ບ ານ ເກ ດ ເມ ອງນອນ

ບຸນ​ເຕັດ​ມີ​ຄວາມ​ມຸ່ນ​ຊື່ມ​ໃຫ້​ແກ່​ທຸກ​ຄົນ​ແມ່ນ​ເຖິງວ່າ​ຢູ່​ພາຍ​ໃນ​ປະ​ເທດຫຼື​ຕ່າງ​ປະ​ເທດ ຜູ້​ໃດ​ກໍ່​ອ່​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ. ຂ້າ​ພະ​ເຈົ້າ​ຕັ້ງ​ຖິ່ນ​ຖານ​ໂຄງ​ທີ່​ຢູ່ ກາ​ນາ​ດາ​ກ່​ວາ 30 ປີ​ແລ້ວ ແລະ ປີ​ໃດ​ກໍ່​ກັບ​ເມືອ​ກິນ​ກຸດ​ຢູ່ ຫວຽດ​ນາມ ກັບ​ຄອບ​ຄົວ ແລະ ຍາດ​ຕິ​ພີ່​ນ້ອງ. ປີນີ້ ຂ້າ​ພະ​ເຈົ້າ​ກິນ​ກຸດ​ຢູ່​ຫວຽດ​ນາມ ດ້ວຍຄອບ​ຄົວ​ຂອງ​ຕົນຢູ່​ກາ​ນາ​ດາ. ເມື່ອ​ກິນ​ກຸດ​ຢູ່ ຫວຽດ​ນາມ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໄດ້​ບັນ​ຍາ​ກາດ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່ ຢ່າງ​ເຂັ້ມ​ຂຸດ​ໄປ​ດ້ວຍ​ຢູ່​ບ້ານ​ເກີດ​ເມືອງນອນ. ໄດ້​ຫໍ່​ເຂົ້າ​ຕົ້ມ, ໄປ​ອວຍ​ພອນ​ບຸນ​ເຕັດ​ຜູ້​ມີ​ອາ​ຍຸ​ສູງ ແລະ ບ້ານ​ໃກ້​ເຮືອນ​ຄຽງ ໃຫ້​ຊີ​ວິດ​ນັບ​ມື້​ນັບ​ດີ​ຂຶ້ນ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ.

ໂງ​ເຟິມ​ຈິນ - ປະ​ທານ​ສະ​ມາ​ຄົມ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ ໄຕ​ຫວັນ - ຫວຽດ​ນາມ:ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຫວຽດ​ນາມ.

ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຄອງ ຄອຍ ລະ ດ ບານ ໃໝ ໃນ ບ ານ ເກ ດ ເມ ອງນອນ

ຢູ່​ໄຕ​ຫວັນ​ໃນ​ຍາມ​ບຸນ​ເຕັດ ພວກ​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ທີ່​ເປັນ​ມູ​ນ​ເຊື້ອ​ຂອງ​ຫວຽດ​ນາມ. ຈັດ​ມຽນ​ຄາບ​ໝາກ​ໄມ້ 5 ຊະ​ນິດ, ຫໍ່​ເຂົ້າ​ຕົ້ມ ຫຼື​ເຂົ້າ​ໜົມ​ຊະ​ນິດ​ຕ່າງໆ. ຄ່ຳ​ຄືນ​ວັນ​ທີ 30 ເດືອນ 12 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ບູ​ຊາ​ບັນ​ພະ​ບູ​ລຸດ. ວັນ​ທີ 1 ບຸນ​ເຕັດ​ພາ​ຄອບ​ຄົວ​ໄປ​ວັດ​ວາ, ຫຼັງ​ຈາກ​ນັ້ນ ກັບ​ບ້ານ​ກິນ​ກຸດ, ລູກຫຼານ​ເຕົ້າ​ໂຮມ​ກັນ​ຖ່າຍ​ຮູບ, ອວຍ​ພອນ​ບຸນ​ເຕັດ, ໃຫ້​ອຳ​ເບົາ… ນັ້ນ​ແມ່ນ​ຊຸມ​ວັນ​ທີ່​ມ່ວນ​ທີ່​ສຸດ​ຂອງ​ຄອບ​ຄົວ​ຂ້າ​ພະ​ເຈົ້າ, ແມ່ນ​ໂອກ​າດ​ເພື່ອ​ໃຫ້​ເຕົ້າ​ໂຮມ​ກັນ​ຢ່າງ​ຄົບ​ຖ້ວນ, ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ແພງ​ເຖິງວ່າ​ຢູ່​ໄກ​ຫວຽດ​ນາມ.

ຕາມ​ແຜນ​ການ​ສະ​ມາ​ຄົມ​ພັດ​ທະ​ນາ​ເສດ​ຖະ​ກິດ ວັດ​ທະ​ນະ​ທຳ ການ​ສຶກ​ສາ ໄຕ​ຫວັນ - ຫວຽດ​ນາມ, ສະ​ຫະ​ພັນ ນັກ​ທຸ​ລະ​ກິດ​ຍິ່ງ ຫວຽດ​ນາມ ປະ​ຈຳ ໄຕ​ຫວັນ ມີ​ໂອ​ກາດ​ຈັດ​ຕັ້ງ​ງານ​ບຸນ​ຕະຫຼາດ​ນັດ​ບຸນ​ເຕັດ​ໃຫ້​ແກ່​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ໄຕ​ຫວັນ​ທີ່​ບໍ່​ສາ​ມາດ​ກັບ​ຄືນ​ປະ​ເທດ​ໄດ້. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເພື່ອ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ໄຕ​ຫວັນ ພວມ​ດຳ​ເນີນ​ຢ່າງ​ສັບ​ສົນ, ມີ​ຜູ້​ຕິດ​ເຊື້ອ​ໃນ​ຊຸມ​ຊົນ ດັ່ງ​ນັ້ນ​ການ​ເຄື່ອນ​ໄຫວ​ເຕົ້າ​ໂຮມຫຼາຍ​ຄົນ. ເພາະ​ສະ​ນັ້ນ, ໂຄງ​ການ​ຕະຫຼາດ​ນັດ​ບຸນ​ເຕັດ​ວຽດ ຂອງ ສະ​ມາ​ຄົມ​ພັດ​ທະ​ນາ​ເສດ​ຖະ​ກິດ - ວັດ​ທະ​ນະ​ທຳ ການ​ສຶກ​ສາ ໄຕ​ຫວັນ - ຫວຽດ​ນາມ ຈຶ່ງ​ຢຸດ​ສະ​ຫງັກ.

ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຄອງ ຄອຍ ລະ ດ ບານ ໃໝ ໃນ ບ ານ ເກ ດ ເມ ອງນອນ ດົ່ງ​ທາບ ຈັດ​ຕັ້ງ​ງານ​ບຸນ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ໃຫ້​ແກ່​ນັກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ

ຍ​ສ​ໝ - ການ​ເຄື່ອນ​ໄຫວ​ໄດ້​ດຳ​ເນີນ​ຢູ່​ວິ​ທະ​ຍາ​ໄລ​ປະ​ຊາ​ຄົມ ດົ່ງ​ທາບ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ 72 ຄົນ ​ແລະ ສະ​ມາ​ຊິກ​ພັກ​ແຂວງ​ດົ່ງ​ທາບ​.

ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຄອງ ຄອຍ ລະ ດ ບານ ໃໝ ໃນ ບ ານ ເກ ດ ເມ ອງນອນ ພິ​ທີ​ສະ​ເຫຼີມ​ສະຫຼອງ​ລະ​ດູ​ບານ​ໃໝ່​ປີ ສະຫຼຸ ທາງ​ອອນ​ລາຍ​ຢູ່​ໂປ​ໂລຍ

ຍ​ສ​ໝ - ນີ້​ແມ່ນ​ຄັ້​ງ​ທຳ​ອິດ ໂຄງ​ການ​ບຸນ​ເຕັດ​ໄດ້​ຈັດ​ຕັ້ງ​ທາງ​ອອນ​ລາຍ​ຍ້ອນ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່​ຍັງ​ຮັກ​ສາ​ໄດ້​ບັນ​ຍາ​ກາ​ດ​ຕ້ອນ​ຮັບ​ປີ​ໃໝ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໂປ​ໂລຍ.

ຊາວ ຫວຽດ ນາມ ອາ ໄສ ຢ ຕ າງ ປະ ເທດ ຄອງ ຄອຍ ລະ ດ ບານ ໃໝ ໃນ ບ ານ ເກ ດ ເມ ອງນອນ ປະ​ຊາ​ຊົນ​ອາ​ຊີ ຕ້ອນ​ຮັບ​ບຸນ​ເຕັດ 2021

ໂດຍເຊື່ອມຕົວເຂົ້າກັບບັນຍາການຂອງປີໃໝ່ທີ່ຄືກຄື້ນມ່ວນຊືນ, ການນຳຫຼາຍປະເທດໃນໂລກ ໄດ້ສົ່ງຄຳອວຍພອນອັນດີງາມ ໄປຍັງປະຊາຊົນບັນດາປະເທດເນື່ອງໃນໂອກາດ ບຸນເຕັດປີສະຫຼຸດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.