ບຸ​ນ​ເຕັດ​ 2021 ຂອງ​ຊາວ​ອາ​ຊີ

04:09 | 12/02/2021

ຍ​ສ​ໝ - ​ປີ​ໃໝ່​ສະຫຼຸ​​ພວມ​ຈະ​ວຽນ​ມາ. ປະ​ຊາ​ຊົນ​ໃນ​ທົ່ວ​ທຸກ​ແຫ່ງ​ຢູ່​ອາ​ຊີ​ກໍ່​ພວມ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ດ້ວຍ​ຄວາມ​ຮູ້​ສຶກ, ແນວ​ຄິດ​ຈິດ​ໃຈ​ທີ່​ແຕກ​ຕ່າງ​ກັນ

ບ ນ ເຕ ດ 2021 ຂອງ ຊາວ ອາ ຊ ປະ​ຊາ​ຄົມ​ຊາວ​ຫວຽດາມ ອ​າ​ໄສ​ຢູ່ສິງ​ກະ​ໂປ ຕ້ອນ​ຮັບ​ບຸ​ນ​ເຕັດ ສະ​ຫຼຸ ຢູ່​ສິງ​ປະ​ໂປ
ບ ນ ເຕ ດ 2021 ຂອງ ຊາວ ອາ ຊ ບຸນ​ເຕັດ​ແຫ່ງ​ການ​ເຕົ້າ​ໂຮມ

ປີ​ໃໝ່​ປະ​ຈຳ​ຊາດ 2021 ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວັນ​ບຸນ​ທີ່​ພິ​ເສດ​ທີ່​ສຸດ​ສຳ​ລັບ​ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ​ຢູ່​ອາ​ຊີ. ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ນັບ​ມື້​ນັບ​ຮ້າຍ​ແຮງ​ກ່​ວາ​ອີກ ແລະ ປີ​ໜຶ່ງ​ທີ່​ມີ​ເສດ​ຖະ​ກິດ​ຊຸດ​ໂຊມ​ເຮັດ​ໃຫ້​ອາ​ລົມ​ຈິດ​ຂອງ​ປະ​ຊາ​ຊົນ ແລະ ອຳ​ນາດ​ການ​ປົກ​ຄອງ ຍັງ​ຮູ້​ສຶກ​ໂສກເສົ້າໃນ​ຈຸດ​ເວ​ລາ​ທີ່ ທຸກໆ​ຄົນ​ຕ້ອງ​ຮັບ​ລະ​ດູ​ບານ​ໃໝ່​ຢ່າງ​ມ່ວນ​ຊື່ນ

ຈີນ: ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ​ເລືອກວີ​ທີ​ຕ້ອນ​ຮັບ​ບຸນ​ເຕັດ​ໄກ​ຄອບ​ຄົວ

ຕາມ​ຮີດ​ຄອ​ງ​ປະ​ເພ​ນີ ບຸນ​ເຕັດ​ປະ​ຈຳ​ຊາດ ແມ່ນ​ໂອ​ກາດ​ພິ​ເສດ​ທີ່​ສຸດ​ໃນ​ປີ ເຮັດ​ໃຫ້​ຊາວ​ຈີນ​ໃນ​ທຸ​ກ​ແຖບ​ຖິ່ນ​ຂອງ​ຈີນ​ກັບ​ຄືນ​ບ້ານ​ເມືອງນອນ​ເພື່ອ​ຕ້ອນ​ຮັບ​ບຸນ​ເຕັດ​ນຳ​ຄອບ​ຄົວ.

ບ ນ ເຕ ດ 2021 ຂອງ ຊາວ ອາ ຊ
ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ​ເລືອກວີ​ທີ​ຕ້ອນ​ຮັບ​ບຸນ​ເຕັດ​ໄກ​ຄອບ​ຄົວ(ພາບ: Getty Images)

ແຕ່​ວ່າ​ປີນີ້, ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ, “ການ​ອົບ​ພະ​ຍົບ​ໃຫຍ່​ທີ່​ສຸດ​ໃນ​ໂລກ” ເຊິ່ງ​ໄດ້​ດຳ​ເນີນ​ຕາມ​ແຕ່​ລະ​ປີ​ຖືກ​ຢຸດ​ສະ​ຫງັ​ກ​ຍ້ອນ​ປະ​ກາດ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ​ຈີນ​ກ່ຽວ​ກັບ​ເລື່ອງ ປະ​ຊາ​ຊົນ​ຢຸດ​ຕິ​ການ​ເຄື່ອນ​ຍ້າຍ​ທີ່​ບໍ່​ຈຳ​ເປັນ​ເພື່ອ​ຈຳ​ກັດ​ກັ້ານ​ແຜ່​ລາ​ບາດ​ໂຄວິດ - 19.

ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ໄດ້​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຈັດ​ວາງ​ຄື: ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ຜົນ​ກວດ​ວິ​ໄຈ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເປັນ​ລົບ​ໃນ​ຮອບ​ເວ​ລາ 7 ວັນ​ກ່ອນ​ທີ່​ຈະ​ກັບ​ເມືອບ້ານ ແລະ ຕ້ອງ​ແຍກ​ຕົວ​ໃນ​ຄອບ​ຄົວ​ໃນ​ຮອບ​ເວ​ລາ​ຕື່ມ​ອີກ 14 ວັນ. ບາງ​ທ້ອງ​ຖິ່ນ​ກໍ່​ໄດ້​ວາງ​ອອກ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ເຂັ້ມ​ງ​ວດ​ກ່​ວາຄື ແຍກ​ຕົວ​ຢູ່​ຮາກ​ຖານ​ລວມ​ໝູ່​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ຄຸ້ມ​ຄອງ​ກ່ອນ​ທີ່​ຈະ​ກັບ​ເມືອ​ບ້ານ​ກີນ​ກຸດ​ກັບ​ຄອບ​ຄົວ. ມີ​ຊາ​ວ​ຈີນຫຼາຍ​ຄົນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຕໍ່​ບັນ​ດາ​ຂໍ້​ກຳ​ນົດ​ເຊິ່ງ​ເຂົາ​ເຈົ້າ​ຕ້ອງ​ປະ​ຕິ​ບັດ.

ເພື່ອ​ຊ່ວຍເຫຼືອກ​ປະ​ຊາ​ຊົນ​ກິນ​ກຸດ​ໄກ​ຄອບ​ຄົວ, ອຳ​ນາດ​ການ​ປົກ​ຄອງຫຼາຍ​ແຫ່ງ​ໄດ້​ມີ​ບັນ​ດາ​ການ​ໜູນ​ຊ່ວຍ​ຢ່າງ​ລະ​ອຽດ​ໃຫ້​ແກ່​ເຂົາ​ເຈົ້າ​ຄື​: ໜູນ​ຊ່ວຍ​ປະ​ຊາ​ຊົນ​ເຂົ້າ​ເມືອງ​ຕັ້ງ​ຖິ່ນ​ຖານ​ຄົນ​ລະ 1 ລ້ານ​ດົ່ງ. ບາງ​ທ້ອງ​ຖິ່ນ​ຕ່າງໆ​ກໍ່​ໜູ​ນ​ຊ່ວຍ​ດ້ວຍ​ບັດຫຼຸດ​ຜ່ອນ​ລາ​ຄາ, ຫຼຸດ​ຜ່ອນ​ຄ່າ​ເຊົ້າ​ເຮືອນ ຊ້ຳ​ບໍ່​ໜຳ​ແມ່ນ​ບຸ​ລິ​ມະ​ສິດ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໂດຍ​ໄວ…

ສິງ​ກະ​ໂປ: ປະ​ຊາ​ຊົນ​ກິນ​ກຸດ​ຢ່າງ​ລະ​ມັດ​ລະ​ວັງ

ບ ນ ເຕ ດ 2021 ຂອງ ຊາວ ອາ ຊ
​ຊາວ​ສິງ​ປະ​ໂປ​ປ່ຽນ​ແປງ​ການ​ກະ​ທຳ​ເພື່ອ​ສະ​ກັດ​ກັ້​ນ​ໂລກ​ລະ​ບາດ​ໂຄວິດ - 19 (ພາບ: CNA)

ຄອບ​ຄົ​ວ​ລຸງ Cheongs ດ້ວຍ​ສະ​ມາ​ຊິກ 20 ຄົນ ເຊິ່ງ​ມີ​ມຸ​ນ​ເຊື້ອ​ກັບ​ບ້ານ​ກິນ​ກຸດ​ນຳ​ກັນ​ແຕ່ຫຼາຍ​ປີ​ມານີ້. ແຕ່​ວ່າ ບຸ​ນ​ເຕັດ​ສະຫຼຸ​ປີນີ້ ລຸງ​ກຳ​ນົດ​ວ່າ ຈະ​ດຳ​ເນີນ​ໃນ​ຈຸດ​ເວ​ລາ​ທີ່​ມິດ​ງຽບ. ລຸງໃຫ້​ຮູ້​ວ່າ: ປີນີ້ ຜົນ​ເມຍ​ຂ້າ​ພະ​ເຈົ້າ​ຈະ​ຈັດ​ຄາບ​ເຂົ້າ​ນ້ອຍໆ ພຽງ​ແຕ່ 4 ຄົນ ເພື່ອ​ຕ້ອນ​ຮັບ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່. ຫຼັງ​ຈາກ​ນັ້ນ, ສະ​ມາ​ຊິກ​ທຸກ​ຄົນ​ໃນ​ຄອບ​ຄົວ​ຈະ​ໄປ​ອວຍ​ພອນ​ກັນ​ຜ່ານ​ໂປ​ແກຼມ Zoom”. ເອື້ອຍ Tay Ying Hui ອາ​ຍຸ 25 ປີ, ຍັງ​ໄປ​ອວຍ​ພອນ​ບຸ​ນ​ເຕັດ​ພໍ່​ແມ່​ພີ່​ນ້ອງ​ໃນ​ຄອບ​ຄົວ​ດ້ວຍ​ຈິດ​ໃຈ​ລະ​ມັດ​ລະ​ວັງ.

ຂ້າ​ພະ​ເຈົ້າ ຍັງ​ພ້ອມ​ກັບ​ຄອບ​ຄົວ​ໄປ​ຫຼິ້ນ​ບຸນ​ເຕັດ ຢູ່​ບັນ​ດາ​ວັນ​ບຸ​ນ ແລະ ສະ​ຖານ​ທີ່​ສາ​ທາ​ລະ​ນະ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ແນ່ນອນ​ວ່າ ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ປ້ອ​ງ​ກັນ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ເຂັ້ມ​ງວດ ຄື ໃສ່​ຜ້າ​ອັດປາກ - ດັງ, ລ້າງ​ມື​ດ້ວຍ​ຢາ​ຂ້າ​ເຊື້ອ​ເປັນ​ປະ​ຈຳ.

ໄທ: ວົງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ​ໃນ​ສະ​ພາ​ບ​ການ “ມິດງຽບ”.

ບ ນ ເຕ ດ 2021 ຂອງ ຊາວ ອາ ຊ
​ຂະ​ແໜງ​ທ່ອ​ງ​ທ່ຽວ​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັ້ກ​ໜ່ວງຈາກ​ໂລກ​ລະ​ບາດ​ໂຄວິດ - 19 (ພາບ: AP)

ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ, ຊາວ​ໄທ​ໄດ້​ພັກ​ກິນ​ບຸນ​ເຕັດ​ປະ​ຈຳ​ຊາດ​ພ້ອມ​ກັບ​ຄອບ​ຄົ​ວ​ເຊິ່ງ​ບໍ່​ຈຳ​ເປັນ​ຂໍ້​ລະ​ພັກ​ຈາກ​ຜູ້​ນຳ​ໃຊ້​ແຮງ​ງານ ຄື​ຊຸມ​ປີ​ກ່ອນ ຍ້ອນ​ວ່າ ລັດ​ຖະ​ບານ​ໄທ​ໄດ້​ຕັດ​ສິນ​ໃຈ​ວ່າ ບຸ​ນ​ເຕັດ​ປະ​ຈຳ​ຊາດ​ແມ່ນ​ວັນ​ບຸນ​ຢ່າງ​ເປັນ​ທາງ​ການ​ຂອງ​ປະ​ເທດນີ້. ນີ້​ແມ່ນ​ການ​ກະ​ທຳ​ທີ່​ໄດ້​ຮັບ​ການ​ຖື​ວ່າ ແມ່ນ​ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ໄທ.

ແຕ່​ວ່າ, ໃນ​ວົງ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ທີ່​ບໍ່​ມີ​ຂວັນທີ່​ເປັນ​ໜ້າ​ຊື່ນ​ຊົມດ້ວຍ​ລາຍ​ຮັບ​ສູງ​ທີ່​ສຸດ​ຂຶ້ນ​ເຖິງ 13,9 ຕື້ບາດ​ໃນ​ລະ​ດຸ​ທ່ອງ​ທ່ຽ​ວບຸນ​ເຕັດ​ປະ​ຈຳ​ຊາດ​ປີ 2019 ດ້​ວຍ​ຈຳ​ນວນ​ແຂກ​ສາ​ກົນ​ມາ​ໄທ​, ເຊິ່ງ​ປັດ​ຈຸ​ບັນ, ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ຫວັງ​ຕໍ່​ວັນ​ບຸນ​ທ່ອງ​ທ່ຽວ​ຂອງ​ໂອ​ກາດ​ບຸນ​ເຕັດ​ປະ​ຈຳ​ຊາດ 2021.

ອົດ​ສະ​ຕາ​ລີ: ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ຊີ​ຕ້ອນ​ຮັບ​ບຸ​ນ​ເຕັດ​ທາງ​ອອນ​ລາຍ

ບ ນ ເຕ ດ 2021 ຂອງ ຊາວ ອາ ຊ

ຄະ​ນະ​ຈັດ​ຕັ້ງ​ບຸນ​ເຕັດ​ປະ​ຈຳ​ຊາດ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ Victoria ພວມ​ຖ່າຍ​ວີ​ດີ​ໂອ​ເພື່ອ​ລົງ​ອິນ​ເຕີ​ແນດ (ພາບ: Facebook/@Tet.LunarFestVic/SBS News)

ບຸນ​ເຕັດ​ປະ​ຈຳ​ຊາດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທຳ​ໃຫຍ່​ທີ່​ສຸດ​ໃນ​ປີ ຂອງ​ປະ​ຊາ​ຄົມ​ບັນ​ດາ​ຊົນ​ຊາດ​ອາ​ຊີ ຢູ່​ອົດ​ສະ​ຕາ​ລີ. ຫຼາຍ​ປີ​ຜ່ານ​ມາ, ປະ​ຊາ​ຊົນ​ຮູ້​ສຶກ​ລຶ້ງ​ກັບ​ວັນ​ບຸນ​ນັບ​ຫຼາຍ​ລ້ານ​ເຫດ​ໃນ​ປະ​ຊາ​ຄົມ ເຊິ່ງ​ໄດ້​ຈັ​ດ​ຕັ້ງ​ໃນຫຼາຍ​ອ​າ​ທິດ​ຜ່ານ​ມາ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ເຂັ້ມ​ຂຸ້ມ​ໄປ​ດ້ວຍ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມຸນ​ເຊື້ອ​ຂອງ​ຊາວ​ອາ​ຊີ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ຕັ້ງ​ຖິ່ນ​ຖານ​ຢູ່​ລັດ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ອົດ​ສະ​ຕ​າ​ລີ.

ແຕ່​ວ່າ, ບຸນ​ເຕັດ​ປະ​ຈຳ​ຊາດ​ປີນີ້ ໄດ້​ຖື​ວ່າ​ແມ່ນ​ບຸນ​ເຕັດ​ທີ່​ແຕກ​ຕ່າງ​ກັບ ເມື່ອ​ບັນ​ດາ​ການ​ເຄື່ອນ​ໄຫວ​ໄດ້​ຈັດ​ຕັ້ງ​ຕາມ​ຮູບ​ການ​ທາງ​ອອນ​ລາຍ. ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນ Melbourne (ລັດ Victoria) ກໍ່​ກຽມ​ພ້ອມ​ໃຫ້​ແກ່​ບຸນ​ເຕັດ​ທີ່​ແຕກ​ຕ່າງ​ກັນ​ໃນ​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິ​ຄື​ໃນ​ປັດ​ຈຸ​ບັນ.

ທ່ານ Andrew Do ຮອງ​ປະ​ທານ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລັດ Victoria ໃຫ້​ຮູ້​ວ່າ ທຸກ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ 2021 ໄດ້​ຈັດ​ຂຶ້ນ​ທາງ​ອອນ​ລາຍ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ທຸກ​ຄົນ.

ບ ນ ເຕ ດ 2021 ຂອງ ຊາວ ອາ ຊ ສະ​ຖານ​ທ​ູດ​ລາວ ປະ​ຈຳ ອົດ​ສະ​ຕາ​ລີ ອວຍ​ພອນ​ບຸນ​ເຕັດ​ປະ​ຈຳ​ຊາດ​ປີ ສະ​ຫຼຸ 2021

ຍ​ສ​ໝ - ທີ່​ການ​ພົບ​ປະ, ທ່ານ​ ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ​ລາວ ສີ​ສະ​ວາດ ອິນ​ພະ​ຈັນ​ໄດ້​ອວຍ​ພອນ​ໃຫ້​ໝູ່​ຄະ​ນະ​ພັກ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ ​ຫວຽດ​ນາມ ປີ​ໃໝ່​ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ມີ​ໂຊກ, ມີ​ໄຊ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ຂ​ອງ​ຕົນ ກໍ່​ຄື​ໃນ​ການ​ດຳ​ລົງ​ຊີ​ວິດ.

ບ ນ ເຕ ດ 2021 ຂອງ ຊາວ ອາ ຊ ປະ​ຊາ​ຄົມ​ຊາວ​ຫວຽດາມ ອ​າ​ໄສ​ຢູ່ສິງ​ກະ​ໂປ ຕ້ອນ​ຮັບ​ບຸ​ນ​ເຕັດ ສະ​ຫຼຸ ຢູ່​ສິງ​ປະ​ໂປ

ຍສໝ - ປີນີ້​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ບັນ​ດາ​ຂໍ້​ກຳ​ນົດ​ຢ່າງ​ແໜ້ນ​ແຟ້ນ​ຂອງ ລັດ​ຖະ​ບານ ສິງ​ກະ​ໂປ ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ -1 ດັ່ງ​ນັ້ນ ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ພິ​ທີ​ຖືກ​ຈຳ​ກັດ, ແຕ່​ບັນ​ຍາ​ການ​ເບີກ​ບານ​ມ່ວນ​ຊື່ມ, ອົບ​ອຸ່ນ​ຂອງ​ບຸນ​ເຕັດ ປະ​ຊາ​ຄົມ ຢູ່​ແຫ່ງນີ້ ບໍ່ຫຼຸ​ດລົງ.

ບ ນ ເຕ ດ 2021 ຂອງ ຊາວ ອາ ຊ EARC 2021: ເຊື່ອມ​ໂຍງ​ ແລະ ເຊື່ອມ​ຕໍ່​ດີ​ຕີ​ຕອ​ນ ອາ​ຊີ​ຕາ​ເວັນ​ອອກ​ເພື່ອ​ອະ​ນາ​ຄົດ​ທີ່​ໝັ້ນ​ຄົງ

ຍ​ສ​ໝ - ຄາດ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາ EABC ຈະ​ຈັ້ງ​ຕັ້ງ ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ກອງ​ປະ​ຊຸມ​ຂອງ​ກຸ່ມ​ເຮັດ​ວຽກວິ​ຊາ​ສະ​ເພາະ ເພື່ອ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ EABC ແລະ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂັ້ນ​ສູງ ອາ​ຊ​ຽນ + 3 (SEOM +3), ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ +3 (AEM+3).

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.