ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ປະ​ຈຳ ເຊີ​ແນວ

10:14 | 08/02/2021

ຍ​ສ​ໝ -  ຕໍ່​ໜ້​າ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ພາກ​ພື້​ນ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່າງ​ໜ້າ​ໄດ້, ທ່ານນາງ ເລ​ທິ​ຕວຽດ​ມາຍ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ​ອາ​ຊຽນ​ໃນ​ປີ ຫວຽດ​ນາມ ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື, ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ​ໃນ​ອາ​ຍຸ​ການ​ຂອງ ບ​ຣຸ​ໄນ.

ຫວຽດ ນາມ ໄດ ເຂ າ ຮ ວມກອງ ປະ ຊ ມ ຄະ ນະ ກຳ ມະ ການ ອາ ຊຽນ ປະ ຈຳ ເຊ ແນວ ຫວຽດ​ນາມຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 75 ປີ​ແຫ່ງວັນ​ປະ​ຕິ​ວັດ ເດືອ​ນ​ສິງ​ຫາ​ຢູ່​ເຊີ​ແນວ
ຫວຽດ ນາມ ໄດ ເຂ າ ຮ ວມກອງ ປະ ຊ ມ ຄະ ນະ ກຳ ມະ ການ ອາ ຊຽນ ປະ ຈຳ ເຊ ແນວ ແນວ​ໂຮມນະ​ຄອນ​ໂຮ່​ຈີ໋​ມິງ ຮ່ວມ​​ແລກ​ປ່ຽນ​ບົດ​ຮຽນ​ກັບ ແນ​ວ​ໂຮມແຂວງ​ຈຳ​ປາ​ສ​ັກ
ຫວຽດ ນາມ ໄດ ເຂ າ ຮ ວມກອງ ປະ ຊ ມ ຄະ ນະ ກຳ ມະ ການ ອາ ຊຽນ ປະ ຈຳ ເຊ ແນວ
ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ເລ​ທິ​ຕວຽດ​ມາຍ (ພາບ: baoquocte)

ຫວ່າງ​ແລ້ວນີ້, ເອກ​ອັກ​ຄະ​ລັດ​ຖ​ະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າຫວຽດ​ນາມ ປະ​ຈຳ ສ​ປ​ຊ, ອົງ​ການ​ການ​ຄ້າ​ໂລກ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆ​ຢູ່ ເຊີ​ແນວ ໄດ້​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ທາງ​ອອນ​ລາຍ​ຄັ້ງ​ທຳ​ອິດ ຂອງ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ປະ​ຈຳ​ເຊີ​ແນວ. ກອງ​ປະ​ຊຸມ​ໂດຍ​ທ່ານ Brunei Dk Mazlizah Pg Hj Mahalee ເອກ​ອັກ​ຄະ​ລັດ​ຖະ​ມູດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ບ​ຣູ​ໄນ, ປະ​ທານ ACG ເປັນ​ປ​ະ​ທານ.

ທີ່ກອງ​ປະ​ຊຸມ, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ເລ​ທິ​ຕວຽດ​ມາຍ ​ພ້ອມ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ແລກ​ປ່ຽນກ່ຽວ​ກັບ​ບັນ​ດາ​ການ​ດຳ​ເນີນ​ໃໝ່ ແລະ ການ​ສົມ​ທົບ​ທັດ​ສະ​ນະ​ຂອງ​ອາຊຽນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຢູ່​ບັນ​ດາ​ອົງ​ການ​ຂອງ ສ​ປຊ ແລະ ຫຼາຍ​ຄົງ​ການ​ຈັດ​ຕັ້ງ​ສາ​ກົນ ວິ​ຊາ​ການ​ຕ່າງໆ​ຢູ່​ເຊີ​ແນວ, ຄື​ສະ​ພາສິດ​ທິ​ມະ​ນຸດ​ຂອງ ສ​ປ​ຊ, ຂະຫຼວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ກອງ​ປະ​ຊຸມ​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ຄ້າ ແລະ ພັດ​ທະ​ນາ, ອົງ​ການ​ອະ​ນາ​ໄມ​ໂລກ, ອົງ​ການ​ກຳ​ມະ​ສິດ​ພູມ​ປັນ​ຍາ ໂລກ, ອົງ​ການ​ແຮງ​ງານ​ໂລກ…

ຕໍ່​ໜ້​າ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ພາກ​ພື້​ນ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່າງ​ໜ້າ​ໄດ້, ທ່ານນາງ ເລ​ທິ​ຕວຽດ​ມາຍ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ​ອາ​ຊຽນ​ໃນ​ປີ ຫວຽດ​ນາມ ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື, ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ​ໃນ​ອາ​ຍຸ​ການ​ຂອງ ບ​ຣຸ​ໄນ.

ຄຽງ​ຄູ່​ກັນ​ນ້ັນ, ຫົວ​ໜ້າ​ຄະ​ນ​ະ​ຜູ້​ແທນ​ຫວຽດ​ນາມ ກໍ່​ສະ​ແດງ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ວ່າ ໃນ​ປີນີ້, ຈິດ​ໃຈ​ຂອງ​ກຸ່ມ​ໃນ​ການ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​ສາ​ກົນ ແລະ ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ຮັບ​ປະ​ກັນ​ຄວາ​ມ​ສຳ​ຜັດ​ຢ່າງ​ສະ​ເໝີ​ພາບ ດ້ວຍ​ບັນ​ດາ​ເຄື່ອງ​ມື​ຮັບ​ມື​ກັບ​ກໍ່​ຄື ວັກ​ຊິນ​ໂຄວິດ - 19 ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ພັດ​ທະ​ນາ.

ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ທິ​ຕວຽດ​ມາຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ເມື່ອ​ອິນ​ໂດ​ເນ​ເຊຍ​ໄດ້​ກຸ່ມ AMC 92 ເລືອກ​ເອົາ​ເປັນ co-chairs AMC Engagement Group.

ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ກໍ່​ສະ​ແດງ​ຄວາມ​ຍິນ​ດີ ແລະ ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ວ່າ ບ​ຣຸ​ໄນ ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ ຈະ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຕາງ​ໜ້າ​ອາ​ຊຽນ​ໃນ​ສະ​ພາ​ປະ​ສານ​ງານ ACT – A ປະ​ສົບ​ຜົນ​ສຳ​ເລັດ, ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ເຂົ້າ​ການ​ຊຸກ​ຍູ້​ການ​ເພີ່ມ​ລະ​ດັບ​ຄວາມ​ໄວ້​ໃນ​ການ​ສຳ​ຜັດ​ຢ່າງ​ສະ​ເໝີ​ພາບ ແລະ ລາ​ຄາ​ທີ່​ສົມ​ເຫດ​ສົມ​ຜົນ​ຕໍ່​ວັກ​ຊິນ ແລະ ບັນ​ດາ​ເຄື່ອງ​ມື​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ຊຸກ​ຍູ້​ການ​ຟື້ນ​ຟູ​ໄລ​ຍະຫຼັງ​ໂລກ​ລະ​ບາດ.

ຫວຽດ ນາມ ໄດ ເຂ າ ຮ ວມກອງ ປະ ຊ ມ ຄະ ນະ ກຳ ມະ ການ ອາ ຊຽນ ປະ ຈຳ ເຊ ແນວ ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສືບ​ຕໍ່​ສະ​ແດງ​ຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ນຳ​ພາ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຫວຽດ​ນາມ​​ສະ​ໜັບ​ສະ​ໜູນ​ເລື່ອງ​ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ໄດ້​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ໃໝ່, ຮັບ​ປະ​ກັນ​ການ​ຜັນ​ຂະ​ຫຍາຍ​ພາ​ລະ​ກິດ, ປົກ​ປ້ອງ​ຄວາມ​ປອດ​ໄພ, ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ ແລະ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ.

ຫວຽດ ນາມ ໄດ ເຂ າ ຮ ວມກອງ ປະ ຊ ມ ຄະ ນະ ກຳ ມະ ການ ອາ ຊຽນ ປະ ຈຳ ເຊ ແນວ UNDP ຍົກ​ອອກ​ບຸ​ລິ​ມະ​ສິດ​ໃນ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ໄລ​ຍະ 2021 – 2025 ໃຫ້​ແກ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ

ຍ​ສ​ໝ - ໂຄງ​ການ​ພັດ​ທ​ະ​ນາ​ຂອງ​ສ​ປ​ຊ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຫວຽດ ນາມ ໄດ ເຂ າ ຮ ວມກອງ ປະ ຊ ມ ຄະ ນະ ກຳ ມະ ການ ອາ ຊຽນ ປະ ຈຳ ເຊ ແນວ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫ໋າຍ​ແອັງ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື ລະ​ຫວ່າງ AL ແລະ ສ​ປ​ຊ

ຍ​ສ​ໝ - ຕາມ​ທ່ານ ຟ້າມ​ຫ໋າຍ​ແອັງ ອຸ​ປະ​ທູດ ຊົ່ວ​ຄາວ ຫວຽດ​ນາມ ປະ​ຈຳ​ສ​ປ​ຊ ແລ້ວ, ຕໍ່​ໜ້າ​ສະ​ພາບ​ການ​ຢູ່​ບັນ​ດາ​ພາກ​ພື້ນ​ຕາ​ເວ​ັນ​ອອກ​ກາງ, ອາບ​ຟ​ຼິກ​ກາ​ເໜືອ ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ຄື​ໃນ​ປັດ​ຈຸ​ບັນ, ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ AL ແລະ ສ​ປ​ຊ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.