ແນວ​ໂຮມນະ​ຄອນ​ໂຮ່​ຈີ໋​ມິງ ຮ່ວມ​​ແລກ​ປ່ຽນ​ບົດ​ຮຽນ​ກັບ ແນ​ວ​ໂຮມແຂວງ​ຈຳ​ປາ​ສ​ັກ

07:32 | 18/07/2018

ຍ​ສ​ໝ - ມື້​ທີ່​ຜ່ານ​ມາ, ທ່ານນາງ ໂຕທິບິກເຈົາ, ຮອງປະທານ ຄະນະກຳມະການ ສູນກາງແນວໂຮມ ແຫ່ງຊາດຫວຽດນາມ, ປະທານ ຄະນະກຳມາທິການ ແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີ໋ມິງ ໄດ້ມີການເຮັດວຽກກັບ ຄະນະກຳມະການ ແນວລາວສ້າງຊາດແຂວງຈຳປາສັກ (ສປປ ລາວ) ນຳໂດຍ ທ່ານ ສີທອນ ແກ້ວພູວົງ, ປະທານ ແນວລາວສ້າງຊາດ ແຂວງ ຈຳປາສັກ ກຳລັງຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ແນວ​ໂຮມນະ​ຄອນ​ໂຮ່​ຈີ໋​ມິງ ຮ່ວມ​​ແລກ​ປ່ຽນ​ບົດ​ຮຽນ​ກັບ ແນ​ວ​ໂຮມແຂວງ​ຈຳ​ປາ​ສ​ັກ

ຕ່າງ​ໜ້າ​ການ​ນຳ​ຂອງ​ແນວ​ໂຮມ​ສອງ​ແຂວງ​ແລກ​ປ່ຽນບົດ​ຮຽນ​ນຳ​ກັນ. (ພາບ: daidoanket.vn)

ທ່ານ​ນາງ ໂຕ​ທິ​ບິກ​ເຈົາ ຕີ​ລາ​ຄາ​ສູງ​ຕໍ່​ການ​ຢ້ຽມ​ຢາມ ຂອງ​ຄະ​ນະ​ກຳ​ມະ​ການ​ແນວ​ລາວ​ສ້າງ​ຊາດ ແຂວງ​ຈຳ​ປາ​ສັກ, ທ່ານ​ຍັງ​ກ່າວ​ອີກວ່າ: ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ສະ​ແດງ​ເຖິງ​ຄວາມ​ສາ​ມັກ​ຄີ, ມິ​ດ​ຕະ​ພາບ ລະ​ຫວ່າງ ແນ​ວ​ໂຮມ​ທັງ​ສອງ ກໍ່​ຄື​ສາຍ​ພົວ​ພັນ​ ລະ​ຫວ່າງ​ສອງ​ທ້ອງ​ຖິ່ນ. ບົນ​ພື້ນ​ຖານ​ສາຍ​ພົວ​ພັນ​ອັນ​ດີ​ງາມ​ຂອງ​ສອງ​ຊາດ ກໍ່​ຄື​ ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ໋​ມິງ-ຈຳ​ປາ​ສັກ, ບັນ​ດາ​ການ​ແບ່ງ​ປັນ ທາງ​ດ້ານ​ວຽກ​ງານ ແນວ​ໂຮມ ສະ​ເພາະ​ແມ່ນ ວຽກ​ງາ​ນ​ການ​ໂຄ​ສະ​ນາ, ຂົນ​ຂວາຍ​ປະ​ຊາ​ຊົນ ຈະ​ຊ່ວຍ​ໃຫ້​ທັງ​ສອງ​ຝ່າຍ​ມີ​ບົດ​ຮຽນ​ຫຼາຍ​ຂື້ນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ ພ້ອມ​ກັນ​ນັ້ນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ສອງ​ທ້ອງ​ຖິ່ນ.

ທີ່ການເຮັດວຽກ, ຜູ້ຕາງໜ້າ ຄະນະປະຈຳການ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ໄດ້ແຈ້ງໃຫ້ຝ່າຍລາວ ຮັບຊາບກ່ຽວກັບສະພາບການເສດຖະກິດ-ສັງຄົມ ຂອງນະຄອນໂຮ່​ຈີ໋​ມິງໃນໄລຍະຜ່ານມາ; ແບ່ງປັນວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ບັນດາບັ້ນຂົນຂວາຍ, ຂະບວນການຂອງແນວໂຮມນະຄອນ​ໂຮ່​ຈີ໋​ມິງ.

ແນວ​ໂຮມນະ​ຄອນ​ໂຮ່​ຈີ໋​ມິງ ຮ່ວມ​​ແລກ​ປ່ຽນ​ບົດ​ຮຽນ​ກັບ ແນ​ວ​ໂຮມແຂວງ​ຈຳ​ປາ​ສ​ັກ

ບັນ​ຍາ​ກາດກອງ​ປະ​ຊຸມ​ແລກ​ປ່​ຽນ​.(ພາບ: daidoanket.vn)

ທ່ານ​ ເຈີ່ນ​ເຕິ໋ນ​ເຫງີ່ຍ ຮອງ​ປະ​ທານ ປ​ະ​ຈຳ​ການ ຄະ​ນະ​ກຳ​ມະ​ການ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ໂຮ່​ຈີ໋​ມິງ ໄດ້​ໃຫ້​ຮູ້​ວ່າ: ບັນ​ດາ​ໝາກ​ຜົນ​ ກ່ຽວ​ກັບ​ການ​ພັດ​ທະ​ນາ ເສດ​ຖະ​ກິດ-ສັງ​ຄົມ ຂອງ​ນະ​ຄອນ ໂຮ່​ຈິ່​ມິງ​ ໄລ​ຍະ​ຜ່ານ​ມາ​ແມ່ນ​ມີ​ການ​ປະ​ກອບ​ສ່ວນ​ຂອງ ແນວ​ໂຮມນະ​ຄອນ​ໂຮ່​ຈີ໋​ມິງ​ທຸກ​ຂັ້ນ. ຜ່ານ​ຂະ​ບວນ​ການ-ການ​ເຄື່ອນ​ໄຫວ, ບັນ​ດາ​ການ​ປຸກ​ລະ​ດົມ, ແນວ​ໂຮມ​ໄດ້​ປຸກ​ລະ​ດົມ​ບັນ​ດາ​ປະ​ຊາ​ຊົນ​ທຸກ​ຊົນ​ຊັ້ນ ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ປະ​ກອບ​ສ່​ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ນະ​ຄອນ​ໂຮ່​ຈີ໋​ມິງ.

ຂອບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ ຂອງ​ການ​ນຳ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ໂຮ່​ຈີ໋​ມິງ ທ່ານ ສີ​ທອນ ແກ້ວ​ພູ​ວົງ ໄດ້​ໃຫ້​ຮູ້​ຕື່ມ​ອີກວ່າ: ໃນ​ການ​ມາ​ຢ້ຽມ​ຢາມ​ຄັ້ງ​ນີ້ ແມ່ນ​ເພື່ອ​ແນ​ໃສ່​ການ​ແລກ​ປ່ຽນ​ບົດ​ຮຽນ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຂອງ ແນວ​ໂຮມ​ຢູ່​ທ້ອງ​ຖິ່ນ, ໃນ​ນັ້ນປະ​ກອ​ບມີ ນະ​ຄອນ​ໂຮ່​ຈີ໋​ມິງ; ຈາກ​ຂັ້ນ ສືບ​ຕໍ່​ເພີ່ມ​ທະ​ວີ ເສີມ​ສ້າງ ແລະ ພັດ​ທະ​ນາ ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ຮ່ວມ​ມື ຂອງ​ແນວ​ໂຮມ ນະ​ຄອນ​ໂຮ່​ຈີ໋​ມິງ ແລະ ຈຳ​ປາ​ສັກ ບົນ​ພື້ນ​ຖານ​ສາຍ​ພົວ​ພັນ​ອັນ​ເປັນ​ມູນ​ເຊື້ອ​ຍາວ​ນານ, ນ້ຳ​ໃຈ​ສາ​ມັກ​ຄີ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ຂອງ​ສອງ​ພັກ-ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ຫວຽດ​ນາມ-ລາວ.

ແນວ​ໂຮມນະ​ຄອນ​ໂຮ່​ຈີ໋​ມິງ ຮ່ວມ​​ແລກ​ປ່ຽນ​ບົດ​ຮຽນ​ກັບ ແນ​ວ​ໂຮມແຂວງ​ຈຳ​ປາ​ສ​ັກ

ທັງ​ສອງ​ອົງ​ການ​ຈັດ​ຕັ້ງ​ຮ່ວມ​ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ. (ພາບ: daidoanket.vn)

ທ່ານ ສີທອນ ແກ້ວພູວົງ ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ສືບຕໍ່ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງແນວໂຮມນະຄອນໂຮ່ຈິມິນ ແລະ ແຂວງຈຳປາສັກ, ບົນພື້ນຖານສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນຫວຽດນາມ - ລາວ. ທ່ານ ສີທອນ ແກ້ວພູວົງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ແລກປ່ຽນບົດຮຽນ, ມີການຮ່ວມມືຫຼາຍກວ່າອີກເພື່ອແນໃສ່ຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງ 2 ທ້ອງຖິ່ນ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມຂອງນະຄອນໂຮ່ຈິມິນ ແລະ ແຂວງຈຳປາສັກ.

ໃນ​ກອງ​ປະ​ຊຸມ​ທັງ​ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ, ແບ່ງ​ປ​ັນ​ບົ​ດ​ຮຽນ ທາງ​ດ້ານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ແນວ​ໂຮມ; ວຽກ​ງານ​ທາງ​ດ້ານ​ພຸດ​ທະ​ສາດ​ສະ​ໜາ, ຊົນ​ເຜົ່າ​ຢູ່​ທ້ອງ​ຖິ່ນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.