Standard Chartered ຄາດ​ຄະ​ເນ​ເສດ​ຖະ​ກິດ ຫວຽດ​ນາມ​ຈະ​ຟື້ນ​ຟູ​ຢ່າງ​ແຮງ​ໃນ​ປີ 2021

15:35 | 30/03/2021

ຍ​ສ​ໝ - ຕາງ​ໜ້າ ທະ​ນາ​ຄານ Standard Chartered ໄດ້​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ບັນ​ດາ​ນັກ​ລົງທຶນ. ນີ້​ແມ່ນ​ປັດ​ໄຈ​ຕັ້ງ​ໜ້າ​ໃຫ້​ແກ່​ແງ່​ຫວັງ​ເຕີບ​ໂຕ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ.

standard chartered ຄາດ ຄະ ເນ ເສດ ຖະ ກ ດ ຫວຽດ ນາມ ຈະ ຟ ນ ຟ ຢ າງ ແຮງ ໃນ ປ 2021 ນັກ​ຮຽນ​ຮູ້ ສິງ​ກະ​ໂປ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ
standard chartered ຄາດ ຄະ ເນ ເສດ ຖະ ກ ດ ຫວຽດ ນາມ ຈະ ຟ ນ ຟ ຢ າງ ແຮງ ໃນ ປ 2021 ສື່ມວນ​ຊົນ ສາ​ກົນ: ເສດ​ຖະ​ກິດ ຫວຽດ​ນາມ ໝັ້ນ​ຄົງ​ໃນ​ໂລກ​ລະ​ບາດ​ໂຄວິດ - 19
standard chartered ຄາດ ຄະ ເນ ເສດ ຖະ ກ ດ ຫວຽດ ນາມ ຈະ ຟ ນ ຟ ຢ າງ ແຮງ ໃນ ປ 2021
Standard Chartered ຄາດ​ຄະ​ເນ​ເສດ​ຖະ​ກິດ ຫວຽດ​ນາມ​ຈະ​ຟື້ນ​ຟູ​ຢ່າງ​ແຮງ​ໃນ​ປີ 2021

ຫ​ວ່າງ​ແລ້ວນີ້, ທະ​ນາ​ຄານ Standard Chartered ໄດ້​ປະ​ກາດ​ບົດ​ລາຍ​ງານ​ແງ່​ຫວັງ​ເສດ​ຖະ​ກິດ​ທົ່ວ​ໂລກ​ປີ 2021 ໂດຍ Standard Chartered ພິມ​ຈຳ​ໜ່າຍ​ຫວ່າງ​ແລ້ວນີ້​ດ້ວຍ​ຫົວ​ຂໍ້ ວ່າ “ມຸ່ງ​ໄປ​ສູ່​ການ​ຟື້ນ​ຟູ” ພ້ອມ​ກັບ​ບົດ​ລາຍ​ງານ “ຫວຽດ​ນາມ​ຄາດ​ຫວັງ​ຟື້ນ​ຟູ​ຢ່​າງ​ແຮງ​ໃນ​ປີ 2021”.

ຕາມ​ນັ້ນ​ແລ້ວ ການ​ຄາດ​ຄະ​ເນ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ​ຈະ​ຟື້ນ​ຟູ​ຢ່າງ​ແຮງ​ໃນ​ປີ 2021, ບັນ​ລຸ 7,8% ໄດ້​ທຽບ​ໃສ່ລະ​ດັບ 2,9% ໃນ​ປີ 2020. ໃນ​ນັ້ນ, ກຳ​ລັງ​ໜູນ​ໃນ​ການ​ເຕີບ​ໂຕ​ຕົ້ນ​ຕໍ​ຈະ​ສືບ​ຕໍ່​ແມ່ນ​ຂະ​ແໜງ​ຜະ​ລິດ, ຊ່ວຍ​ໃຫ້​ຫວຽດ​ນາມ​ບັນ​ລຸ​ໄດ້​ອັດ​ຕາ​ການ​ເຕີບ​ໂຕ​ພົ້ນ​ເດັ່ນ​ກວ່າ​ເມື່ອ​ທຽບ​ໃສ່​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ຕ່າງໆ​ຢູ່​ອາ​ຊີ.

ທ່ານ Tim Leelahaphan ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຮັບ​ຜິດ​ຊອບ ໄທ ແລະ ຫວຽດ​ນາມ, ທະ​ນາ​ຄານ Standard Chartered ເນັ້ນ​ໜັກ​ວ່າ ນັບ​ແຕ່​ໄຕ​ມາດ​ທີ 3/2020, ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ໄດ້​ມີ​ການ​ຟື້ນ​ຟູ​ໄລ​ຍະຫຼັງ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລ​ກ​ລະ​ບາດ​ໂຄວິດ - 19 ແລະ ວິ​ວັດ​ການ​ຟື້ນ​ຟູ​ຄວາມ​ດຳ​ເນີນ​ຢ່າງ​ເປັນ​ປົກ​ກະ​ຕິ. ຫວຽດ​ນາມ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ອັດ​ຕາ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລກ ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ທ່າ​ອ່ຽງ​ນີ້​ຍັງ​ສືບ​ຕໍ່​ດຳ​ເນີນ.

ຕາງ​ໜ້າ ທະ​ນາ​ຄານ Standard Chartered ໄດ້​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ບັນ​ດາ​ນັກ​ລົງທຶນ. ນີ້​ແມ່ນ​ປັດ​ໄຈ​ຕັ້ງ​ໜ້າ​ໃຫ້​ແກ່​ແງ່​ຫວັງ​ເຕີບ​ໂຕ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ.

ຄຽງ​ຄູ່​ກັນ​ນັ້ນ, ຕາມ​ນັກ​ຊ່ຽວ​ຊານ​ຂອງ Standard Chartered ແລ້ວ, ອັດ​ຕາ​ການ​ເຕີບ​ໂຕ​ຂອງ​ຂະ​ແໜງ​ການ​ລົງ​ທຶນ ແລະ ການ​ບໍ​ລິ​ການ​ຄາດ​ວ່າ ຈະ​ໄດ້​ປັດ​ປຸງ, ແມ່ນ​ປັດ​ໄຈ​ໜູນ​ຊ່ວຍ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ຫວຽດ​ນາມ ກໍ່​ໄດ້​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ໃນ​ສາຍ​ຕາ​ຂອງ​ບັນ​ດາ​ນັກ​ລົງ​ທຶນ ດ້ວຍ​ບັນ​ດາ​ມາດ​ຕະ​ການ​ຄວບ​ຄຸມ ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ນັດ​ພົບ​ທີ່​ດຶງ​ດູດ​ທີ່​ສຸດ​ໃນ​ໂລກ.

ຍິ່ງ​ໄປ​ກ່​ວາ​ນັ້ນ, ຫວຽດ​ນາມ ກໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ເຄັ່ງ​ຕຶງ​ທາງ​ກາ​ນ​ຄ້າ ອາ​ເມ​ລິ​ກາ - ຈີນ​ໃນ​ຂະ​ແໜງ​ການ​ຄ້າ ແລະ ເຕັກ​ໂນ​ໂລ​ຢີ - ຄາດ​ວ່າ​ຍັງ​ສືບ​ຕໍ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ໃນ​ສະ​ພາບ​ການ​ນັ້ນ, ວິ​ວັດ​ການ​ຫັນ​ລະ​ບົຍບສະ​ໜອງ​ໄດ້​ດຳ​ເນີນ​ຢ່າງ​ແຮງ. ຄວາມ​ຕ້ອງ​ການ​ໃນ​ໂລກ​ຟື້ນ​ຟູ​ຢ່າງ​ຊັກ​ຊ້າ ແລະ ອາ​ລົມ​ລົງ​ທຶນ​ໄດ້​ເຢັນ​ຊ້າ​ລົງ ອາດ​ຈະ​ກໍ່​ຜົ​ນ​ສະ​ທ້ອນ​ຕໍ່​ແຫຼ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ. ແຕ່​ວາ​ການ​ດຶງ​ດູດ​ທຶນ FDI ຂອງ ຫວຽດ​ນາມ​ຍັງ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະຫຼາຍ​ກ່​ວາ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

standard chartered ຄາດ ຄະ ເນ ເສດ ຖະ ກ ດ ຫວຽດ ນາມ ຈະ ຟ ນ ຟ ຢ າງ ແຮງ ໃນ ປ 2021 ນັກ​ຮຽນ​ຮູ້ ສິງ​ກະ​ໂປ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ

ຍ​ສ​ໝ - ທ່ານ​ຮອງ​ສາດ​ສະ​ດາ​ຈານ Bilveer Singh ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ ແຫ່ງ​ຊາດ ສິງ​ກະ​ໂປ ໄດ້​ຕີ​ລາ​ຄາ ກ່ຽວ​ກັບ​ການ​ພັດ​ທະ​ນາ, ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມໃນ 5 ປີ​ຜ່ານ​ມາ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

standard chartered ຄາດ ຄະ ເນ ເສດ ຖະ ກ ດ ຫວຽດ ນາມ ຈະ ຟ ນ ຟ ຢ າງ ແຮງ ໃນ ປ 2021 ການ​ເຕີບ​ໂຕ​ເສດ​ຖະ​ກິດ ຫວຽດ​ນາມ 2021 ອີງ​ໃສ່​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ

ຍ​ສໝ - ທ່ານ ​ຮອງ​ສາດ​ສະ​ດາ​ຈານ, ປ.ອ ບຸຍ​ເຍິດກວາງ, ປະ​ທານ​ສະ​ພາ​ບັນ​ດິດ ວິ​ທະ​ຍາ​ສາດ ສັງ​ຄົມ ຫວຽດ​ນາມ ຊີ້​ແຈ້ງວ່າ ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ໜູນ​ຊ່ວຍ​ສັງ​ຄົມ​ຕໍ່​ວິ​ສາ​ຫະ​ກິດ, ຜູ້​ອອກ​ແຮງ​ງານ ແລະ ປະ​ຊາ​ຊົນ, ສິ່ງນີ້​ໄດ້​ປະ​ກອບ​ສ່ວນ​ນຳ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2020 ຢູ່​ລະ​ດັບ​ສູງ​ທີ່​ສຸດ​ທີ່​ສາ​ມາດ​ບັນ​ລຸ​ໄດ້​ໃນ​ສະ​ພາບ​ການ​ເກີດ​ໂລ​ກ​ລະ​ບາດ​ໂຄວິດ - 19.

standard chartered ຄາດ ຄະ ເນ ເສດ ຖະ ກ ດ ຫວຽດ ນາມ ຈະ ຟ ນ ຟ ຢ າງ ແຮງ ໃນ ປ 2021 ສື່ມວນ​ຊົນ ສາ​ກົນ: ເສດ​ຖະ​ກິດ ຫວຽດ​ນາມ ໝັ້ນ​ຄົງ​ໃນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ໜັງ​ສື​ພິມ​ຕ່າງ​ປະ​ເທດ​ສືບ​ຕໍ່​ສ່ອງ​ແສງ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ​ໃນ​ສະ​ພາບ​ການ​ໂລກ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.