ນັກຂ່າວສານກົນຕີລາຄາສູງຜົນງານຂອງຫວຽດນາມ ໃນກິດຈະການປ່ຽນແປງໃໝ່

10:02 | 01/02/2021

ຢູ່ນອກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ບັນດານັກຂ່າວສາກົນໄດ້ຕີລາຄາສູງບັນດາຜົນງານຂອງ ຫວຽດນາມ ທີ່ບັນລຸໄດ້ໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່, ພ້ອມທັງຢັ້ງຢືນວ່າ ບົດບາດອັນຍິ່ງໃຫຍ່ຂອງພັກກອມມູນິດ ຫວຽດນາມ ທີ່ມີຕໍ່ພາລະກິດພັດທະນາປະເທດຊາດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ນັກຊ່ຽວຊານ ລັດເຊຍ ເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດນະໂຍລາຍການຕ່າງປະເທດ ນັກຊ່ຽວຊານ ລັດເຊຍ ເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດນະໂຍລາຍການຕ່າງປະເທດ
ນັກຊ່ຽວຊານສິງກະໂປ ຕີລາຄາສູງວິໄສທັດພັດທະນາປີ 2045 ຂອງ ຫວຽດນາມ ນັກຊ່ຽວຊານສິງກະໂປ ຕີລາຄາສູງວິໄສທັດພັດທະນາປີ 2045 ຂອງ ຫວຽດນາມ
5933 03phongvienquoctedanhgiacaothanhtuucuavietnamtrongdoimoi rjcx
ພາບປະກອບ/TTXVN

ນັກຂ່າວ Hantao, ໜັງສືພິມລາຍວັນອາຊີ - ປາຊີຟິກ (APD) ໄດ້ແບ່ງປັນວ່າ: ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນວິວັດການປ່ຽນແປງໃໝ່ ຍ້ອນອີງໃສ່ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ. ຕາມທ່ານນາງ Hantao ແລ້ວ, “ການຕັດສິນຢ່າງຖືກຕ້ອງຂອງພັກກອມມູນິດ ຫວຽດນາມ ໃນການນຳພາປະເທດ ຫວຽດນາມ ເປີດປະຕູກັບໂລກ ຈະປະກອບສ່ວນເຂົ້າຄວາມວັດທະນາຖາວອນຂອງພື້ນຖານເສດຖະກິດ ແລະ ຍົກສູງທີ່ຕັ້ງສາກົນຂອງປະເທດຊາດ.”

ແບ່ງປັນກ່ຽວກັບບັນຫານີ້, ນັກຂ່າວ Stefan Kuhner ຂອງໜັງສືພິມພັກກອມມູນິດ ເຢຍລະມັນ ຕີລາຄາວ່າ “ຫວຽດນາມ ພວມເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແນໃສ່ຊອກຫາມາດຕະການສັນຕິພາບໃຫ້ແກ່ບັນດາບັນຫາສາກົນ. ໃນພາກພື້ນ ອາຊຽນ, ຫວຽດນາມ ໄດ້ພິສູດໃຫ້ເຫັນຄວາມສະໜິດຕິດພັນຂອງບັນດາປະເທດມີຄວາມສຳຄັນຄືແນວໃດ.”

ເຕື້ອງເຖິງວິວັດການປ່ຽນແປງໃໝ່ຂອງ ຫວຽດນາມ, ທ່ານ Hussain Janjua, ນັກຊ່ຽວຊານດ້ານສື່ມວນຊົນຊາວ ອິນເດຍ ໃຫ້ຮູ້ວ່າ ຍ້ອນອີງໃສ່ບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ, ຫວຽດນາມ ບັນລຸໄດ້ບັນດາຜົນງານຍິ່ງໃຫຍ່ໃນທຸກດ້ານ ພິເສດແມ່ນເສດຖະກິດ. ປີ 2020, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໂລກລະບາດໂຄວິດ-19 ກໍຕາມ, ແຕ່ລະດັບການເຕີບໂຕຂອງ ຫວຽດນາມ ຍັງຄົງບັນລຸໄດ້ 2,91%.

ຫວຽດນາມ ພວມຢູ່ໃນ “ທ່າ” ສະດວກເພື່ອສືບຕໍ່ບັນລຸຜົນງານດ້ານການເມືອງ ແລະເສດຖະກິດ ຫວຽດນາມ ພວມຢູ່ໃນ “ທ່າ” ສະດວກເພື່ອສືບຕໍ່ບັນລຸຜົນງານດ້ານການເມືອງ ແລະເສດຖະກິດ

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ (ກອງ ປະຊຸມໃຫຍ່ຄັ້ງທີ XIII) ສືບຕໍ່ແມ່ນຫົວຂໍ້ໄດ້ຮັບຄວານສົນໃຈຈາກສື່ມວນຊົນສາກົນກໍ່ຄື ນັກຮຽນຮູ້ ແລະນັກການເມືອງຕ່າງປະເທດ, ໃນນັ້ນເນັ້ນໜັກວ່າ ຫວຽດນາມ ພວມຢູ່ໃນ “ທ່າ” ສະດວກເພື່ອສືບຕໍ່ບັນລຸຜົນງານດ້ານການເມືອງ ແລະເສດຖະກິດ...

ສື່ມວນຊົນເຢຍລະມັນ: ຮອດເວລາແລ້ວທີ່ນັກລົງທຶນຄວນເຂົ້າມາລົງທຶນຢູ່ ຫວຽດນາມ ສື່ມວນຊົນເຢຍລະມັນ: ຮອດເວລາແລ້ວທີ່ນັກລົງທຶນຄວນເຂົ້າມາລົງທຶນຢູ່ ຫວຽດນາມ

ຍສໝ - ສື່ມວນຊົນເຢຍລະມັນ ໄດ້ລົງບົດຂຽນຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດຫວຽດນາມ, ພ້ອມທັງຖືວ່າຮອດເວລາແລ້ວທີ່ນັກລົງທຶນຄວນເຂົ້າມາລົງທຶນຢູ່ ຫວຽດນາມ.

ສະຫາຍ ຫງວຽນຝູຈ້ອງ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII ສະຫາຍ ຫງວຽນຝູຈ້ອງ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII

ຕອນເຊົ້າວັນທີ 31 ມັງກອນ 2021, ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ໄດ້ດຳເນີນການເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາທິການ, ຄະນະກຳມະການກວດກາສູນກາງ, ປະທານຄະນະກຳມະການກວດກາສູນກາງ.

vovworld.vn

ເຫດການ
302 Found

Found

The document has moved here.