ປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ: ສືບຕໍ່ນຳປະເທດຊາດພົ້ນຈາກສະຖານະດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ

11:38 | 18/01/2021

ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້​ດຳ­ເນີນ​ມາ​ແຕ່​ວັນ​ທີ 13 ຮອດ​ວັນ​ທີ 15 ມັງກອນ 2021 ທີ່​ນະ­ຄອນຫລວງ​ວຽງ​ຈັນ ມາຮອດນີ້ໄດ້ປິດລົງ ຢ່າງສະຫງ່າງາມ. ກອງປະຊຸມໃຫຍ່ຄັ້ງນີ້ ​ແມ່ນ​ກອງ​ປະ­ຊຸມ​ໃຫຍ່ແຫ່ງ​ ຄວາມ​ສາ­ມັກ­ຄີ​ເປັນ ​ເອ­ກະ​ພາບ​ສູງ;​ ແມ່ນ​ກອງ​ປະຊຸມ​ໃຫຍ່​ແຫ່ງ​ໄຊ­ຊະ­ນະ; ​ແມ່ນ​ກອງ​ປະ­ຊຸມ​ໃຫຍ່​ແຫ່ງ ​ການ​ເສີມ​ຂະຫຍາຍ​ ມາ­ນະ​ຈິດ​ປະ­ຕິ­ວັດ; ນີ້​ແມ່ນກອງ​ປະ­ຊຸມ​ໃຫຍ່​ ແຫ່ງ​ຄວາມ​ເຊື່ອ​ໝັ້ນ ​ຕໍ່​ການ​ສືບ­ຕໍ່ນໍາພາປະ­ເທດ​ຊາດ​ກ້າວ​ຂຶ້ນ​​. ທົ່ວ​ພັກ ແລະ ທົ່ວ​ປວງຊົນ​ລາວ ຕ່າງ​ກໍ​ຊື່ນ​ຊົມ​ຍິນ­ດີ ແລະ ຕອບ​ຮັບ​ດ້ວຍ​ບັນ­ຍາ­ກາດ ​ອັນ​ຟົດ­ຟື້ນ ຕໍ່​ຜົນ­ສຳ­ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້.

ປະຊ ມໃຫຍ ຜ ແທນທ ວປະເທດ ຄ ງທ xi ຂອງພ ກປະຊາຊ ນ ປະຕ ວ ດລາວ ສ ບຕ ນຳປະເທດຊາດພ ນຈາກສະຖານະດ ອຍພ ດທະນາ ແລະ ກ າວເດ ນສ ຈ ດໝາຍສ ງຄ ມນ ຍ ມ ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີການສົນທະນາທາງໂທລະສັບກັບທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ
ປະຊ ມໃຫຍ ຜ ແທນທ ວປະເທດ ຄ ງທ xi ຂອງພ ກປະຊາຊ ນ ປະຕ ວ ດລາວ ສ ບຕ ນຳປະເທດຊາດພ ນຈາກສະຖານະດ ອຍພ ດທະນາ ແລະ ກ າວເດ ນສ ຈ ດໝາຍສ ງຄ ມນ ຍ ມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ກະຊວງແຜນການ ແລະ ການລົງທຶນ ຫວຽດນາມຍາດມາໄດ້ໃນໄລຍະຜ່ານມາ
ປະຊ ມໃຫຍ ຜ ແທນທ ວປະເທດ ຄ ງທ xi ຂອງພ ກປະຊາຊ ນ ປະຕ ວ ດລາວ ສ ບຕ ນຳປະເທດຊາດພ ນຈາກສະຖານະດ ອຍພ ດທະນາ ແລະ ກ າວເດ ນສ ຈ ດໝາຍສ ງຄ ມນ ຍ ມ
ບັນຍາກາດທີ່ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ. ພາບ:TTXVN

ເຂົ້າ​ຮ່ວມໃນ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ​ຄັ້ງ​ນີ້ ມີ​ຜູ້​ແທນ​ທັງ​ໝົດ 768 ສະ­ຫາຍ ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ ສະ­ມາ­ຊິກ​ພັກທັງ​ໝົດ 348.686 ສະ­ຫາຍ ຈາກ​ທົ່ວ​ປະ​ເທດ. ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້ດໍາເນີນພາຍໃຕ້ບັນຍາກາດ ແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງສູງ, ຄຽງຄູ່ກັບຄວາມສົນໃຈ ແລະ ການຕິດຕາມຢ່າງໃກ້ຊິດ ຂອງທົ່ວສັງຄົມ. ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າ, ຕົກລົງບັນຫາສໍາຄັນຂອງພັກ ແລະ ຂອງຊາດ ດ້ວຍຄວາມເອກະພາບສູງ ແລະໄດ້ສິ້ນສຸດລົງດ້ວຍ ຜົນສໍາເລັດ ອັນຈົບງາມ.

ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ໄດ້ຮັບຮອງເອົາ ຢ່າງເປັນເອກະ ສັນ ລາຍງານການເມືອງ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ X ເຊິ່ງໄດ້ຕີລາຄາໝາກຜົນແຫ່ງ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ໃນ 5 ປີຜ່ານມາ ແລະ ໄດ້ຮັບຜົນສໍາເລັດ ອັນ ສໍາຄັນໃຫຍ່ຫລວງ ແລະ ຜົນງານອັນພົ້ນເດັ່ນຮອບດ້ານ ທີ່ຍາດມາໄດ້, ເຊິ່ງໄດ້ສ້າງໜໍ່ແໜງສໍາຄັນ ໃນທຸກຂົງເຂດ ເພື່ອເປັນປັດໄຈຍູ້ ການຫັນປ່ຽນ ໃຫ້ແຂງແຮງ ເລິກເຊິ່ງ ແລະຮອບດ້ານ ໃນຊຸມປີຕໍ່ໜ້າ, ສືບຕໍ່ນໍາພາປະເທດຊາດ ກ້າວເດີນຕາມເສັ້ນທາງ ແລະຈຸດໝາຍສັງຄົມນິຍົມ.

ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ກໍ່ໄດ້ຮັບຮອງເອົາການດັດປັບກົດລະບຽບຂອງພັກປະຊາຊົນ ປະຕິວັດ ລາວ ແລະເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ ຊຸດໃໝ່ ເພື່ອນໍາພາປະເທດແຫ່ງດອກຈໍາປາ ໃນໄລຍະ 5 ປີຕໍ່ໄປ. ຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງທີ XI ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ຄວາມເປັນເອກະພາບດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະວິທີການນໍາພາຂອງພັກປະຊາຊົນ ປະຕິວັດ ລາວ, ສ້າງຂີດໝາຍໄລຍະພັດທະນາໃໝ່ຂອງການປະຕິວັດລາວ ດ້ວຍການສືບຕໍ່ຢຶດໝັ້ນຕໍ່ແນວທາງປ່ຽນແປງໃໝ່, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນໃຫ້ເປັນປຶກແຜ່ນແໜ້ນໜາ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ສ້າງການຫັນປ່ຽນຢ່າງແຮງໃນການພັດທະນາເສດຖະກິດ-ສັງຄົມ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ນໍາປະເທດພົ້ນອອກຈາກສະພາບດ້ອຍພັດທະນາ, ກ້າວຂຶ້ນຢ່າງໝັ້ນຄົງຕາມເປົ້າໝາຍສັງຄົມນິຍົມ.

ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ແມ່ນກອງປະຊຸມແຫ່ງ ການສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເຊິ່ງໄດ້ດໍາເນີນ ພາຍໃຕ້​ຄຳ​ຂວັນ ຫລື ຫົວຂໍ້ໃຫຍ່: “ຍົກສູງຄວາມສາມາດນຳພາຂອງພັກ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນຂອງ ປະຊາຊົນໃນຊາດ, ຮັບປະກັນ ສະຖຽນລະພາບ ດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາ ເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນຳປະເທດຊາດພົ້ນ ຈາກສະຖານະດ້ອຍ ພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ”.

ປະຊ ມໃຫຍ ຜ ແທນທ ວປະເທດ ຄ ງທ xi ຂອງພ ກປະຊາຊ ນ ປະຕ ວ ດລາວ ສ ບຕ ນຳປະເທດຊາດພ ນຈາກສະຖານະດ ອຍພ ດທະນາ ແລະ ກ າວເດ ນສ ຈ ດໝາຍສ ງຄ ມນ ຍ ມ ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIຂອງ ພັກປະຊາຊົນ ປະຕິວັດລາວ

ກອງ​ປະຊຸມ​ໃຫຍ່​ ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ ​ປະຕິວັດ​ລາວ ໄດ້​ດໍາ​ເນີນມາ​ເປັນ​ເວລາ 3 ວັນ​ເຕັມ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ​ມາ​ຮອດເວລາ​ນີ້ໄດ້​ສິ້ນສຸດ​ລົງ ດ້ວຍ​ຜົນ​ສໍາ​ເລັດ​ຢ່າງ​ສະຫງ່າ​ງາມ ຕາມ​ຈຸດປະສົງຄາດໝາຍ​ທີ່​ວາງ​ໄວ້.

ປະຊ ມໃຫຍ ຜ ແທນທ ວປະເທດ ຄ ງທ xi ຂອງພ ກປະຊາຊ ນ ປະຕ ວ ດລາວ ສ ບຕ ນຳປະເທດຊາດພ ນຈາກສະຖານະດ ອຍພ ດທະນາ ແລະ ກ າວເດ ນສ ຈ ດໝາຍສ ງຄ ມນ ຍ ມ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນ ຢ່າງເປັນທາງການແຕ່ວັນທີ 13 ເຖິງວັນທີ 15 ມັງກອນ ປີ 2021 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນຂອງ ປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບ ດ້ານການເມືອງ ຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນ ການພັດທະນາ ເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດ ຊາດພົ້ນ ຈາກສະຖານະພາບ ...

ປະຊ ມໃຫຍ ຜ ແທນທ ວປະເທດ ຄ ງທ xi ຂອງພ ກປະຊາຊ ນ ປະຕ ວ ດລາວ ສ ບຕ ນຳປະເທດຊາດພ ນຈາກສະຖານະດ ອຍພ ດທະນາ ແລະ ກ າວເດ ນສ ຈ ດໝາຍສ ງຄ ມນ ຍ ມ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ບຸນຍັງ ວໍລະຈິດ

ກອງ​ປະ​ຊຸມ​ໃຫ​ຍ່ ​ຂອງ​ພ​ວກ​ເຮົາ​ໄດ້​ດຳ​ເນີນ​ ການ​ເລືອກ​ຕັ້ງ​ຄະ​ນະ​ ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ແລະ ໃນ​ກອງ​ປະ​ຊຸມ ​ຄັ້ງ​ປະ​ຖົມ​ມະ​ລືກ​ ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ທີ່​ຫາ​ກໍ​ສຳ​ເລັດ​ລົງ​ ໃນ​ຕອນ​ເຊົ້າ​ມື້ນີ້ ກໍ​ໄດ້​ເລືອກ​ຕັ້ງກົມ​ການ ​ເມືອງ​ສູນ​ກາ​ງ​ພັກ ແລະ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ເລືອ​ກ​ຕັ້ງ​ເລ​ຂາ​ທິ​ການ​ໃຫ​ຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ຜູ້​ປະ​ຈຳ​ການ​ຄະ​ນະ ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ພ້ອມ​ທັງ​ເລືອກ​ປະ​ທານ ແລະ ຮອງ​ປະ​ທານຄະ​ນະ​ ກວດ​ກາ​ສູນ​ກາງ​ພັກ ສ​ະ​ໄໝ​ທີ XI. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ສະຫາຍ ບຸນຍັງ ວໍລະຈິດເລ​ຂາ​ທິ​ການ​ໃຫ​ຍ່​ ຄະ​ນະບໍ​ລິ​ຫານ​ງານ ​ສູນ​ກາງ​ພັກ​ສະ​ໄໝ​ທີX ໄດ້​ສະ​ໝັກ​ໃຈ​ບໍ່​​ສືບ​ຕໍ່ ສະ​​ໝັກຮັບ​ເລືອກ​ຕັ້ງ​ເຂົ້າ​ ໃນ​ຄະ​ນະ​ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ​ສະ​ໄໝ​ທີ XI​ ອີກ.

ໄຊພອນ

ເຫດການ
302 Found

Found

The document has moved here.