ໂຄວິດ - 19 ບໍ່​ສາ​ມາດ​ກີດ​ຂວາງ​ການ​ສົນ​ໃຈ ແລະ ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ​ຕໍ່​ຫວຽດ​ນາມ

09:57 | 23/01/2021

ຍ​ສ​ໝ - ທ່ານ​ນາງ Mary Tarnowka ໃຫ້​ຮູ້​ວ່າ ເຖິງວ່າ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ກໍ່​ຕາມ ແຕ່​ມັນ​ບໍ່​ສາ​ມາດ​ກີດ​ຂວາງ​ຄວາມ​ສົນ​ໃຈ ແລະ ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ​ຕໍ່​ຕະຫຼາດ ຫວຽດ​ນາມ.

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ
ຫວຽດ​ນາມ ແລະ ອາ​ເມ​ລິກ​າສົມ​ທົບ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ດ້ານ​ກາ​ນ​ຄ້າ
ໂຄວິດ - 19 ບໍ່​ສາ​ມາດ​ກີດ​ຂວາງ​ການ​ສົນ​ໃຈ ແລະ ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ​ຕໍ່​ຫວຽດ​ນາມ

ທ່ານ​ບຸນ​ແທັງ​ເຊີນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຢາກ​ທ່ານ​ນາງ Mary Tarnowka ສືບ​ຕໍ່​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ.

ຕອນ​ບ່າຍ​ວັນ​ທີ 22 ມັງ​ກອນ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາ​ມ, ທ່ານ ບຸຍ​ແທັງ​ເຊີນ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Mary Tarnowka ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ ຫ້ອງ​ການ​ການ​ຄ້າ ອາ​ເມ​ລິ​ກາ ​ປະ​ຈຳ ຫວຽດ​ນາມ (AmCham) ມາ​ເຂົ້າ​ຢ້ຽມ​ຂ່ຳ​ນັບ.

ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບຸນ​ແທັງ​ເຊີນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ທ່ານ​ນາ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກ​າ​ຄົນ​ໃໝ່ Joe Biden, ທ່ານ​ນາງ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ພ້ອມ​ກັບ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຊຸດ​ໃໝ່. ທ່ານ​ກໍ່​ຫວັງ​ວ່າ ລັດ​ຖະ​ບາ​ນ​ອາ​ເມ​ລິ​ກາ​ຊຸດ​ໃໝ່​ສືບ​ຕໍ່​ຮ່ວມ​ມື​ກັບ​ລັດ​ຖະ​ບານ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ຊຸ​ກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ ໄດ້ ແລະ ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ ແລະ ໝາກ​ຜົນ​ການ​ຮ່ວມ​ມື, ສົມ​ທົບ​ກັບ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ປະ​ກອບ​ສ່ວນ​ເຂົ້າ​ໃນການ​ເພີ່ມ​ທະ​ວີ​ຊຸກ​ຍູ້​ການ​ພົວ​ພັນ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ມີ​ຄວາມ​ຫວັງ​ວ່າ ໃນ​ຖາ​ນະ​ເປັນ​ການ​ນຳ AmCham, ທ່ານ​ນາງ Mary Tarnowka ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ​ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ພະ​ລັກ​ງ​ງານ, ເຕັກ​ໂນ​ໂລ​ຢີ​ສູງ, ພື້ນ​ຖານ​ໂຄງ​ລ່າງ…

ໂດຍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ ບຸຍ​ແທັງ​ເຊີນ ທີ່​ໄດ້​ສະ​ຫງວດ​ເວ​ລາ​ຕ້ອນ​ຮັບ, ທ່ານ​ນາງ Mary Tarnowka ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ທີ່ AmCham ບັນ​ລຸ​ໄດ້ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ຂໍ້​ມູນ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ໃຫຍ່ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ​ທີ່​ພວມ​ກະ​ກຽມ​ລົງ​ທຶນ​ຢູ່ ຫວຽດ​ນາມ.

ທ່ານ​ນາງ Mary Tarnowka ໃຫ້​ຮູ້​ວ່າ ເຖິງວ່າ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ກໍ່​ຕາມ ແຕ່​ມັນ​ບໍ່​ສາ​ມາດ​ກີດ​ຂວາງ​ຄວາມ​ສົນ​ໃຈ ແລະ ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ​ຕໍ່​ຕະຫຼາດ ຫວຽດ​ນາມ.

ທ່ານ​ນາງ​ກໍ່​ຢັ້ງ​ຢືນ​ວ່າ​ຈະ​ພ້ອມ​ກັບ​ສາ​ມາ​ຄົມ​ຕັ້ງ​ໜ້າ​ໂຄ​ສະ​ນາ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ​ມາ​ລົງ​ທຶນ​, ດຳ​ເນີນ​ທຸ​ລະ​ກິດຢູ່ ຫວຽດ​ນາມ, ພິ​ເສດ​ແມ່ນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ທ້ອງ​ຖິ່ນ ຫວຽດ​ນາ​ມ.

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ

ຍ​ສ​ໝ - ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານພົນ​ໂທ ຫງວຽນ​ຈິ້​ວິງ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ຜູ້​ຕາງ​ໜ້າ​ບາງ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ. ສ່ວນ​ຝ່າຍ​ອາ​ເມ​ລິ​ກາ​ມີ​ການ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອາ​ເມ​ລິ​ກາ​ປະ​ຈຳ​ຫວຽດ​ນາມ.

ນຳ​ພົນ​ລະ​ເມືອງ ຫວຽດ​ນາມເກືອບ 360 ຄົນ​ຈາກ​ອາ​ເມ​ລິ​ກາ​ກັບ​ຄືນ​ປະ​ເທດ ຢ່າງ​ປອດ​ໄພ

ຍ​ສ​ໝ - ພາຍຫຼັງ​ເຮືອ​ບິນ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ ກາມ​ແຣງ, ຜູ້​ໂດຍ​ສານ​ໃນ​ຖ້​ຽວ​ບິນ​ໄດ້​ຮັບ​ການກວດ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ຕາມ​ຂໍ້​ກຳ​ນົດ.

ອາ​ເມ​ລິ​ກາ​ໜູນ​ຊ່ວ​ຍ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ພະ​ລັງ​ງານ​ສະ​ອາດ​ຢູ່ ຫວຽດ​ນາມ

ຍ​ສ​ໝ - USAID ຈະ​ໜູນ​ຊ່ວຍ EVN ໄຈ້​ແຍກ​ຜົນ​ກະ​ທົບ​ດ້ານ​ການ​ເງິນ ຂອງ​ບັນ​ດາ​ກໍ​ລະ​ນີ​ຜັນ​ຂະ​ຫຍາຍ​ໄຟ​ຟ້າ​ແສງ​ແດດ​ຊາຍ​ຄາ ຕ່າງໆ​ຢູ່​ນະ​ຄອນ​ດ່າ​ນັ້ງ, ຜ່ານ​ນັ້ນ​ຊ່ວຍ​ໃຫ້​ບັນ​ດາ​ນັກ​ວາງ​ແຜນ​ນະ​ໂຍ​ບາຍ ແລະ ບັນ​ດາ​ຫົວ​ໜ່ວຍ​ເຄື່ອນ​ໄຫວ​ລະ​ບົບ​ໄຟ​ຟ້າ​ກຳ​ແໜ້ນ​ໄດ້​ຂໍ້​ມູນ​ຂ່າວ​ສານ ກ່ຽວ​ກັບ​ບັນ​ດາ​ຜົນ​ກະ​ທົບ​ໄລ​ຍະ​ສັ້ນ​ຢູ່​ໄລ​ຍະ​ຕົ້ນ​ຂອງ​ບັນ​ດາ​ໂຄງ​ການ​ໄຟ​ຟ້າ​ແສງ​ແດດ​ຊາຍ​ຄາ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.