ຍີ່ປຸ່ນ ຊ່ວຍເຫລືອ ສປປ ລາວ ດ້ານມາດຕະການຕໍ່ຕ້ານການກໍ່ການຮ້າຍ

11:30 | 22/01/2021

ໃນວັນທີ 20 ມັງກອນ 2021 ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ ໄດ້ຕາງໜ້າມອບລົດ ລາດຕະເວນ ໃຫ້ແກ່ ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ກະຊວງ ປ້ອງກັນຄວາມສະຫງົບ ນະຄອນ ຫລວງວຽງຈັນ ພາຍໃຕ້ໂຄງການຊ່ວຍເຫລືອລ້າ ເພື່ອສົ່ງເສີມ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ຍີ່ປຸ່ນ ໃຫ້ແກ່ ສປປ ລາວ. (ໃນຂົງເຂດປ້ອງກັນຄວາມສະຫງົບ).

ຍ ປ ນ ຊ ວຍເຫລ ອ ສປປ ລາວ ດ ານມາດຕະການຕ ຕ ານການກ ການຮ າຍ ພິທີລົງນາມ ຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ
ຍ ປ ນ ຊ ວຍເຫລ ອ ສປປ ລາວ ດ ານມາດຕະການຕ ຕ ານການກ ການຮ າຍ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ
ຍ ປ ນ ຊ ວຍເຫລ ອ ສປປ ລາວ ດ ານມາດຕະການຕ ຕ ານການກ ການຮ າຍ
ພາບປະກອບ

ທຶນຊ່ວຍເຫລືອລ້າ ຈຳນວນ 200 ລ້ານເຢນ (1.92 ລ້ານໂດລາ) ຈະຖືກນຳໃຊ້ເພື່ອຊ່ວຍເຫລືອ ລັດຖະບານລາວ ຕ້ານການກໍ່ການຮ້າຍ ແລະ ປັບປຸງອຸປະກອນ ດ້ານຄວາມໝັ້ນຄົງ ເພື່ອແນໃສ່ປະກອບ ສ່ວນຕໍ່ການ ພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ, ໂດຍຜ່ານການ ເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ກຳລັງປ້ອງ ກັນຄວາມສະຫງົບ. ລົດລາດຕະເວນ, ລວມທັງອຸປະກອນອື່ນໆ ເຊັ່ນ: ເຄື່ອງ X-Ray ແລະ ລົດອະເນກປະສົງ, ແມ່ນໄດ້ຖືກສົ່ງມອບໃຫ້ກ່ອນ.

ທ່ານ ທາເກວະກະ ເຄໂຊ ກ່າວໃນພິທີດັ່ງກ່າວວ່າ: “ພວກເຮົາມີຄວາມຍິນດີ ທີ່ໄດ້ມອບເຄື່ອງຊ່ວຍເຫລືອ ຕ້ານການກໍ່ການຮ້າຍ ໃນວາລະຄົບຮອບ 60 ປີ ແຫ່ງການສ້າງຕັ້ງ ກອງກຳລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ. ຂ້າພະເຈົ້າເຊື່ອໝັ້ນວ່າ ຄວາມສະຫງົບສຸກ ແລະ ການພັດທະນາໃນສັງຄົມລາວ ຈະຊ່ວຍນຳພາພວກເຮົາ ໄປສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ໃນທົ່ວພາກພື້ນ.”

ຍ ປ ນ ຊ ວຍເຫລ ອ ສປປ ລາວ ດ ານມາດຕະການຕ ຕ ານການກ ການຮ າຍ ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

ຍ ປ ນ ຊ ວຍເຫລ ອ ສປປ ລາວ ດ ານມາດຕະການຕ ຕ ານການກ ການຮ າຍ ຍີ່ປຸ່ນ ແລະ ລາວ ຕົກລົງເຊື່ອມຕໍ່ການເຄື່ອນໄຫວໄປມາຄືນໃໝ່ແຕ່ເດືອນກັນຍາ

ຍສໝ -ສອງຝ່າຍໄດ້ຕົກລົງກັນຜ່ອນຜັນຄໍາສັ່ງຈໍາກັດການໄປມາລະຫວ່າງສອງປະເທດ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19.

ຍ ປ ນ ຊ ວຍເຫລ ອ ສປປ ລາວ ດ ານມາດຕະການຕ ຕ ານການກ ການຮ າຍ ຍີ່ປຸ່ນ ແລະ ຝຣັ່ງ, ການາດາ, ເຢຍລະມັນ ສົມທົບນຳກັນແກ້ໄຂບັນຫາ ກັບ ສປປ.ເກົາຫຼີເໜືອ

ຍສໝ - ວັນທີ 24 ສິງຫາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ໃຫ້ຮູ້ວ່າ ບັນດາການນຳ ການາດາ, ຝຣັ່ງ ແລະ ເຢຍລະມັນ ໄດ້ເຫັນດີເປັນເອກະພາບຮ່ວມມືກັບ ຍີ່ປຸ່ນ ໃນບັນດາຄວາມມານະພະຍາຍາມແກ້ໄຂບັນຫາ ສປປ.ເກົາຫຼີເໜືອ.

kpl.gov.la

ເຫດການ
302 Found

Found

The document has moved here.