ຍີ່ປຸ່ນ ແລະ ລາວ ຕົກລົງເຊື່ອມຕໍ່ການເຄື່ອນໄຫວໄປມາຄືນໃໝ່ແຕ່ເດືອນກັນຍາ

17:10 | 25/08/2020

ຍສໝ -ສອງຝ່າຍໄດ້ຕົກລົງກັນຜ່ອນຜັນຄໍາສັ່ງຈໍາກັດການໄປມາລະຫວ່າງສອງປະເທດ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19.

ຍ ປ ນ ແລະ ລາວ ຕ ກລ ງເຊ ອມຕ ການເຄ ອນໄຫວໄປມາຄ ນໃໝ ແຕ ເດ ອນກ ນຍາ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ຢ້ຽມຢາມ ລາວ
ຍ ປ ນ ແລະ ລາວ ຕ ກລ ງເຊ ອມຕ ການເຄ ອນໄຫວໄປມາຄ ນໃໝ ແຕ ເດ ອນກ ນຍາ ເຊື່ອມຕໍ່ບັນດາວິສາຫະກິດຫວຽດນາມ - ຍີ່ປຸ່ນໃນຂົງເຂດສິນຄ້າບໍລິໂພກ

ໃນຂອບເຂດການຢ້ຽມຢາມສປປ ລາວ, ວັນທີ 23 ສິງຫາ, ທ່ານ Toshimitsu Motegi ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄດ້ມີການພົບປະເຈລະຈາກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ລາວ ເພື່ອເຈລະຈາບາງບັນຫາໃນການພົວພັນສອງປະເທດ.

ສອງຝ່າຍໄດ້ຕົກລົງກັນຜ່ອນຜັນຄໍາສັ່ງຈໍາກັດການໄປມາລະຫວ່າງສອງປະເທດ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19, ຕາມນັ້ນແລ້ວ ຈະເຊື່ອມຕໍ່ການໄປມາຄືນໃໝ່ໃຫ້ບັນດາເປົ້າໝາຍທີ່ມີບ່ອນຢູ່ອາໄສໄລຍະຍາວນັບແຕ່ເດືອນ ກັນຍາ 2020 ແລະຊຸກຍູ້ການເຈລະຈາອະນຸຍາດ ໃຫ້ການໄປມາຕໍ່ບັນດາຜູ້ຄົນທີ່ມີບ່ອນຢູ່ອາໄສໄລຍະສັ້ນ.

ຍ ປ ນ ແລະ ລາວ ຕ ກລ ງເຊ ອມຕ ການເຄ ອນໄຫວໄປມາຄ ນໃໝ ແຕ ເດ ອນກ ນຍາ
ທ່ານ Toshimitsu Motegi - ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ແລະ ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີການຕ່າງປະເທດລາວ. (ພາບ: TTXVN)

ໃນກອງປະຊຸມ, ຝ່າຍຍີ່ປຸ່ນ ຍັງໄດ້ສະແດງຄວາມປາດຖະໜາຢາກປະກອບສ່ວນເພີ່ມເຕີມເຂົ້າໃນເນື້ອໃນຂອງແຜນພັດທະນາເສດຖະກິດ - ສັງຄົມຂອງປະເທດລາວ ໃນໄລຍະເວລາທີ່ຈະມາເຖິງ, ເຊັ່ນ: ຄວາມໝັ້ນຄົງດ້ານການເງິນ, ການເຕີບໂຕທີ່ມີຄຸນນະພາບສູງ, ແລະ ການຮັບມືກັບໄພພິບັດທາງທຳມະຊາດ, ໂລກລະບາດພະຍາດ... ທ່ານ Toshimitsu Motegi ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສະໜັບສະໜູນປະເທດລາວ ເພື່ອເພີ່ມທະວີຄວາມສາມັກຄີໃນພາກພື້ນ, ລວມທັງແລວເສດຖະກິດຕາເວັນຕົກຕາເວັນອອກ.

ພາຍຫຼັງການເຈລະຈາ, ລັດຖະມົນຕີຕ່າງປະເທດຂອງສອງປະເທດ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຊ່ວຍເຫຼືອລ້າຂອງຍີ່ປຸ່ນ ສຳລັບການຝຶກອົບຮົມຊັບພະຍາກອນມະນຸດໃນຂະແໜງການສຶກສາໃຫ້ແກ່ປະເທດ ລາວ ດ້ວຍມູນຄ່າທັງໝົດ 2,4 ຕື້ເຢນ (ປະມານ 23 ລ້ານໂດລາສະຫະລັດ).

ລາວແມ່ນປະເທດໃໝ່ສຸດເຊິ່ງຍີ່ປຸ່ນ ກໍາລັງພິຈາລະນາຜ່ອນຜັນຄໍາສັ່ງໄປມາໃນສະພາບອໍານາດການປົກຄອງຂອງທ່ານ Shinzo Abe ນາຍົກລັດຖະມົນຕີຢີ່ປຸ່ນ ກໍາລັງມານະພະຍາຍາມຊຸກຍູ້ການຟື້ນຟູເສດຖະກິດໃນຂະນະຕ້ອງຮັບປະກັນຄວບຄຸມພະຍາດໂຄວິດ-19.

ຍ ປ ນ ແລະ ລາວ ຕ ກລ ງເຊ ອມຕ ການເຄ ອນໄຫວໄປມາຄ ນໃໝ ແຕ ເດ ອນກ ນຍາ ຜັ​ນ​ຂະ​ຫຍາຍ ປ້ອມ​ທະ​ຫານຄົງທີ່ 84 ແຫ່ງຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ຫວ​ຽດ - ລາວ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid - 19

ຍ​ສ​ໝ - ເພື່ອປ້ອງກັນບໍ່ໃຫ້ເກີດການລະບາດຂອງ Covid-19 ນັບແຕ່ທ້າຍເດືອນກໍລະກົດປີ 2020 ຈົນເຖິງປະຈຸບັນ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນແຂວງກວາງຈີ້ ໄດ້ຈັດຕັ້ງປະຕິບັດ ແລະ ປົກປັກຮັກສາປ້ອມ​ທະ​ຫານຄົງທີ່ 84 ແຫ່ງ ຢ່າງເປັນປະຈຳ.

ຍ ປ ນ ແລະ ລາວ ຕ ກລ ງເຊ ອມຕ ການເຄ ອນໄຫວໄປມາຄ ນໃໝ ແຕ ເດ ອນກ ນຍາ ພິທີໄຂການນຳໃຊ້ຫ້ອງທົດລອງຂອງອູ່ສ້ອມແປງເຮືອບິນທະຫານອາກາດ ລະຫວ່າງກອງທັບລາວ - ຣັດເຊຍ

ໃນວັນທີ 21 ສິງຫາ 2020 ນີ້, ທີ່ສະໜາມບິນທົ່ງໄຫຫີນ, ເມືອງແປກ ແຂວງຊຽງຂວາງ ໄດ້ເກີດຂຶ້ນພິທີມອບ - ຮັບຫ້ອງທົດລອງອູ່ສ້ອມແປງເຮືອບິນທະຫານອາກາດກອງທັບປະຊາຊົນລາວ ລະຫວ່າງຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ.ຣັດເຊຍ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ.

ຍ ປ ນ ແລະ ລາວ ຕ ກລ ງເຊ ອມຕ ການເຄ ອນໄຫວໄປມາຄ ນໃໝ ແຕ ເດ ອນກ ນຍາ ກອງປະຊຸມສຸດຍອດການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງໄດ້ຈັດຂຶ້ນດ້ວຍຫົວຂໍ້ "ເພີ່ມທະວີການຮ່ວມມືເພື່ອຄວາມວັດ​ທະ​ນາ​ຖາ​ວອນ​ລວມ"

ຍ​ສ​ໝ - ກອງປະຊຸມສຸດຍອດການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງຄັ້ງທີ 3 ຈະ ດຳເນີນໃນວັນທີ 24 ສິງຫາຕາມ​ຮູບ​ແບບ​ທາງ​ອອນ​ລາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.