ສະຫະລັດອາເມລິກາ ແລະ ອິນໂດເນເຊຍ ໄດ້ຮຽກຮ້ອງຕ້ອງການຮັບປະກັນການປະຕິບັດຕາມກົດໝາຍສາກົນ ໃນທະເລຕາເວັນອອກ

11:25 | 05/08/2020

ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດ, ກໍ່ຄືສະພາບການເຄັ່ງຕຶງໃນພາກພື້ນ ທີ່ກ່ຽວຂ້ອງກັບການຮຽກຮ້ອງອະທິປະໄຕທີ່ບໍ່ສົມເຫດສົມຜົນຂອງຈີນ ໃນທະເລຕາເວັນອອກ.

ສະຫະລ ດອາເມລ ກາ ແລະ ອ ນໂດເນເຊຍ ໄດ ຮຽກຮ ອງຕ ອງການຮ ບປະກ ນການປະຕ ບ ດຕາມກ ດໝາຍສາກ ນ ໃນທະເລຕາເວ ນອອກ ອົດສະຕາລີ ໄດ້ສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດ ເພື່ອປະຕິເສດຄຳຮຽກສິດຂອງຈີນຢູ່ທະເລຕາເວັນອອກ
ສະຫະລ ດອາເມລ ກາ ແລະ ອ ນໂດເນເຊຍ ໄດ ຮຽກຮ ອງຕ ອງການຮ ບປະກ ນການປະຕ ບ ດຕາມກ ດໝາຍສາກ ນ ໃນທະເລຕາເວ ນອອກ ຫວຽດນາມ​ຊົມ​ເຊີຍຫຼັກໝັ້ນຂອງບັນດາ​ປະ​ເທດ​ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ສອດ​ຄ່ອງ​ກັບກົດ​ໝາຍສາກົນ

ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດສະຫະລັດອາເມລິກາ ໄດ້ອອກບົດບັນທຶກການໂອ້ລົມທາງໂທລະສັບສອງຝ່າຍ ໃນວັນທີ 3 ສິງຫາລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາ - ທ່ານ Mike Pompeo ແລະ ທ່ານ Retno Marsudi - ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ.

ສະຫະລ ດອາເມລ ກາ ແລະ ອ ນໂດເນເຊຍ ໄດ ຮຽກຮ ອງຕ ອງການຮ ບປະກ ນການປະຕ ບ ດຕາມກ ດໝາຍສາກ ນ ໃນທະເລຕາເວ ນອອກ
ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາ ແລະ ທ່ານ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ. (ພາບ: vietnam+)

ທີ່ການພົບປະແລກປ່ຽນ, ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດ, ກໍ່ຄືສະພາບການເຄັ່ງຕຶງໃນພາກພື້ນ ທີ່ກ່ຽວຂ້ອງກັບການຮຽກຮ້ອງອະທິປະໄຕ ທີ່ບໍ່ສົມເຫດສົມຜົນຂອງຈີນໃນທະເລຕາເວັນອອກ ເຊິ່ງເປັນພາກພື້ນສິດພິເສດຂອງຫວຽດນາມ, ກໍ່ຄືປະເທດອື່ນໆໃນພາກພື້ນ.

ໃນການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ເນັ້ນໜັກເຖິງ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອາເມລິກາ - ອິນໂດເນເຊຍ ແລະ ເປົ້າໝາຍລວມຂອງພວກເຂົາໃນການຮັບປະກັນການປະຕິບັດຕາມກົດໝາຍສາກົນໃນທະເລຕາເວັນອອກ.

ກ່ອນໜ້ານັ້ນ, ອິນໂດເນເຊຍ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບສະພາບການເຄັ່ງຕຶງທີ່ເພີ່ມທະວີໃນທະເລຕາເວັນອອກ ແລະ ຮຽກຮ້ອງໃຫ້ຈີນປະຕິບັດຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ UNICLOS ປີ 1982, ເພື່ອແກ້ໄຂການຂັດແຍ້ງ.

ທ່ານ Retno Marsudi - ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ກ່າວວ່າ "ວິທີການທີ່ດີທີ່ສຸດ" ໃນການແກ້ໄຂຂໍ້ຂັດແຍ່ງ, ແລະ ສະແດງຫຼັກການທີ່ສອດຄ່ອງຂອງອິນໂດເນເຊຍ ໃນການແກ້ໄຂຂໍ້ຂັດແຍ່ງໃນທະເລຕາເວັນອອກ, ເຊິ່ງແມ່ນເຄົາລົບກົດໝາຍສາກົນ ແລະ ປະຕິບັດທຸກລະບຽບການສາກົນທີ່ກ່ຽວຂ້ອງ, ລວມທັງກົດໝາຍທະເລ UNCLOS 1982.

ສະຫະລ ດອາເມລ ກາ ແລະ ອ ນໂດເນເຊຍ ໄດ ຮຽກຮ ອງຕ ອງການຮ ບປະກ ນການປະຕ ບ ດຕາມກ ດໝາຍສາກ ນ ໃນທະເລຕາເວ ນອອກ ລັດຖະມົນຕີການຕ່າງປະເທດອາເມລິກາ ສະໜັບສະໜູນຫຼັກໝັ້ນຂອງອາຊຽນກ່ຽວກັບທະເລຕາເວັນອອກ

ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານ Mike Pompeo ໄດ້ຢືນຢັນວ່າ: “ອາເມລິກາ ຊົມເຊີຍບັນດາການນຳອາຊຽນ ທີ່ໄດ້ເຫັນດີນຳກັນວ່າ ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ຄວນໄດ້ແກ້ໄຂຕາມກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ສະຫະລ ດອາເມລ ກາ ແລະ ອ ນໂດເນເຊຍ ໄດ ຮຽກຮ ອງຕ ອງການຮ ບປະກ ນການປະຕ ບ ດຕາມກ ດໝາຍສາກ ນ ໃນທະເລຕາເວ ນອອກ ຊ່ຽວຊານລັດເຊຍ: ນະໂຍບາຍການຕ່າງປະເທດຂອງຫວຽດນາມປະກອບສ່ວນຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ

ຍສໝ - ວັນທີ 20 ມິຖຸນາ, ຢູ່ມົດສະກູ, ສະຖາບັນຄົ້ນຄ້ວາທິດຕາເວັນອອກ (ສະພາບັນດິດວິທະຍາສາດລັດເຊຍ) ໄດ້ຈັດຕັ້ງກອງປະຊຸມສຳມະນາອອນລາຍ “ການຂັດແຍ້ງຢູ່ທະເລຕາເວັນອອກ - ສິ່ງທ້າທາຍ ແລະ ໄພນາບຂູ່ໃນປະຈຸບັນ” ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ ແລະ ນັກຮຽນຮູ້ ແຖວໜ້າ ປະມານ 30 ຄົນ ກ່ຽວກັບພາກພື້ນອາຊີປາຊີຟິກ ທີ່ມາຈາກບັນດາສູນ, ສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂອງຣັດເຊຍ. ...

ສະຫະລ ດອາເມລ ກາ ແລະ ອ ນໂດເນເຊຍ ໄດ ຮຽກຮ ອງຕ ອງການຮ ບປະກ ນການປະຕ ບ ດຕາມກ ດໝາຍສາກ ນ ໃນທະເລຕາເວ ນອອກ ຍີ່ປຸ່ນ ສະແດງຄວາມຄັດຄ້ານການກະທຳທີ່ເປັນຢ່າງຝ່າຍດຽວ ຂອງປະເທດຈີນ ໃນທະເລຕາເວັນອອກ

ຍສໝ - ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ສະແດງຄວາມຄັດຄ້ານຢ່າງຮຸນແຮງ ຕໍ່ການໃຊ້ກຳລັງເປັນຢ່າງຝ່າຍດຽວ ເພື່ອປ່ຽນສະຖານະພາບ ແລະ ສ້າງຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.