ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ

10:41 | 24/06/2020

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ມິຖຸນາ ແລະ ຈະດໍາເນີນໄປເຖິງວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

ໄຂກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາ ແຫ ງຊາດ ຊ ດທ viii ຢ າງເປ ນທາງການ ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ
ໄຂກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາ ແຫ ງຊາດ ຊ ດທ viii ຢ າງເປ ນທາງການ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ລົງເຮັດວຽກຢູ່ ສະຫວັນນະເຂດ ແລະ ຄຳມ່ວນ
ໄຂກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາ ແຫ ງຊາດ ຊ ດທ viii ຢ າງເປ ນທາງການ
ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ

ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາບາງບັນຫາທີ່ສໍາຄັນຈໍານວນໜຶ່ງ ດັ່ງນີ້: ພິຈາລະນາ, ຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020; ຮັບຟັງການຕອບຄໍາຊັກຖາມຈາກ 4 ກະຊວງ ຄື: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບການກໍານົດ ແລະ ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 6 ເດືອນທ້າຍປີ 2020 ໃນຄວາມຮັບຜິດຊອບຂອງຂະແໜງການຕົນ; ພິຈາລະນາ, ຮັບຮອງເອົາການປັບປຸງບາງມາດຕາຂອງກົດໝາຍ ຈໍານວນ 5 ສະບັບ, ໃນນີ້ ຂົງເຂດວຽກງານສະພາແຫ່ງຊາດ 3 ສະບັບ ແລະ ຂົງເຂດເສດຖະກິດ 2 ສະບັບ; ພິຈາລະນາ, ຮັບຮອງບົດລາຍງານຜົນການຕິດຕາມກວດກາຂອງ ຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງ, ການສໍາຫລວດ ແລະ ການຂຸດຄົ້ນ ແຮ່ທາດ, ຫີນແຮ່ ແລະ ຫີນຜາ; ຮັບຟັງການລາຍງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນ ທ້າຍປີ 2020 ຂອງຄະນະປະຈໍາສະພາແຫ່ງຊາດ; ແລະ ພິຈາລະນາການເລືອກຕັ້ງກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບຕາມການສະເໜີຂອງຄະ ນະປະຈໍາສະພາແຫ່ງຊາດ.

ໃນໄລຍະດຳເນີນ ກອງປະຊຸມສະພາແຫ່ງຊາດຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມ ໄດ້ຕາມໝາຍໂທລະສັບບໍ່ເສຍຄ່າ ໝາຍເລກ: 156; ໂທລະສານ ໝາຍເລກ: 021 413528; ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662; ສົ່ງອີເມວ: [email protected]

ໄຂກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາ ແຫ ງຊາດ ຊ ດທ viii ຢ າງເປ ນທາງການ ປະທານປະເທດ ໂອ້ລົມ ພະນັກງານການນໍາ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ

ເມື່ອບໍ່ດົນມານີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ ພະນັກງານການນໍາຂັ້ນສູງ ຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງ ກັນຄວາມສະຫງົບ ຢູ່ສະໂມສອນກະຊວງປ້ອງກັນປະເທດ ​ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ...

ໄຂກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາ ແຫ ງຊາດ ຊ ດທ viii ຢ າງເປ ນທາງການ ຫາລື ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV

ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ ​ເພື່ອ​ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ 5 ປີ ​ຄັ້ງ​ທີ IV ເປັນແຜນທີ່ຮັບປະກັນ ຄວາມສະເໝີພາບອັນແທ້ຈິງລະຫວ່າງຍິງ-ຊາຍ ທາງ​ດ້ານ​ສິດ​ທິ, ເງື່ອນໄຂ ແລະ ໂອກາດ, ຕອບສະໜອງຄວາມ ຕ້ອງການໃນການພັດທະນາ ແລະ ຜົນປະໂຫຍດອັນຊອບທຳຂອງຍິງ ແລະ ຊາຍ...

ໄຂກອງປະຊ ມສະໄໝສາມ ນເທ ອທ 9 ຂອງສະພາ ແຫ ງຊາດ ຊ ດທ viii ຢ າງເປ ນທາງການ ຫາລືການຮັບມືຕ້ານການແຜ່ລະບາດຂອງພະຍາດໂຄວິດ

ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ: ການຮ່ວມມືກັນ ໃນການຮັບມືຕ້ານການແຜ່ລະບາດພະຍາດໂຄວິດ-19 ທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງທ່ານ ຫວັງອີ້ ທີ່ປຶກສາແຫ່ງລັດ ລັດຖະມົນຕີຕ່າງປະເທດ ສປ ຈີນ ມີບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດຈາກ 26 ປະເທດ ແລະ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກເຂົ້າຮ່ວມ.

kpl.gov.la

ເຫດການ
302 Found

Found

The document has moved here.