ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ແລະ ບຣາຊິນ

11:40 | 11/05/2018

ຕອນບ່າຍວັນທີ 09 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ໄດ້ມີການເຮັດວຽກກັບເອກອັກຄະລັດຖະທູດສາທາລະນະລັດສະຫະພັນ ບຣາຊິນ ແລະ ເອກອັກຄະລັດຖະທູດ ອາເມລິກາ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ແລະ ບຣາຊິນ

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບເອກອັກຄະລັດຖະທູດ ບຣາຊິນ (ພາບ: VGP)

ທ່ານເອກອັກຄະລັດຖະທູດ ບຣາຊິນ ປະຈຳ ຫວຽດນາມ Marco Antonio Diniz Brandao ໃຫ້ຮູ້ວ່າ ລັດຖະບານ 2 ປະເທດລ້ວນແຕ່ເອົາໃຈໃສ່ເຖິງການພັດທະນາຂອງກຸ່ມເສດຖະກິດເອກະຊົນ ສະນັັ້ນ ຈະມີບັນດາກາລະໂອກາດຮ່ວມມື, ລົງທຶນ. ບຣາຊິນ ມານະພະຍາຍາມ ແລະ ຊຸກຍູ້ກຸ່ມຕະຫລາດລວມ ອາເມລິກາໃຕ້ (Mercosur) ເຊື່ອມຕໍ່ກັບພາກພື້ນ ອາຊຽນ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ສະແດງໃຫ້ຮູ້ວ່າ: ຫວຽດນາມ ຖືເປັນສຳຄັນທີ່ສຸດບົດບາດຂອງ ບຣາຊິນ - ເຊິ່ງແມ່ນຄູຮ່ວມມືການຄ້າສຳຄັນຂັ້ນໜຶ່ງຂອງ ຫວຽດນາມ ຢູ່ພາກພື້ນອາເມລິກາລາຕິນ. ທ່ານຮອງນາຍົກລັດຖະມົນຕີຖືວ່າ: ຫວຽດນາມ ແລະ ບຣາຊິນ ສາມາດຮ່ວມມືໃນຂົງເຂດເພີ່ມເຕີມໃຫ້ກັນໄດ້ຫລາຍຢ່າງ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ແລະ ບຣາຊິນ

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ (ພາບ: VGP)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດສະຫະລັດ ອາເມລິກາ Daniel Kritenbrink, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່່ຮ່ວມມືສຳຄັນແຖວໜ້າ, ຊົມເຊີຍ ອາເມລິກາ ສືບຕໍ່ມີບົດບາດຕັ້ງໜ້າຢູ່ ອາຊີ - ປາຊີຟິກ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ. ທ່ານເອກອັກຄະລັດຖະທູດ Daniel Kritenbrink ໃຫ້ຮູ້ວ່າ: ອາເມລິກາ ປາດຖະໜາຢາກຍູ້ແຮງການຮ່ວມມື, ການລົງທຶນ, ການຄ້າຢ່າງແທດຈິງກັບ ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.