ເພີ່ມທະວີການປ້ອງກັນ ແລະ ຄວບຄຸມ COVID-19 ເພື່ອຮັບປະກັນໃຫ້ປະຊາຊົນສະຫຼອງບຸນປີໃໝ່ຢ່າງປອດໄພ

17:00 | 07/01/2021

ຍສໝ - ນີ້ແມ່ນເນື້ອໃນຕົ້ນຕໍທີ່ໄດ້ຍົກອອກ ໃນຄຳສັ່ງເລກທີ 01/CT-TTg ກ່ຽວກັບການເພີ່ມທະວີການປ້ອງກັນ ແລະ ຕ້ານພະຍາດ COVID-19 ທີ່ໄດ້ລົງນາມໂດຍນາຍົກລັດຖະມົນຕີຫງວຽນຊວນຟຸກ ໃນວັນທີ 5 ມັງກອນນີ້.

ເພ ມທະວ ການປ ອງກ ນ ແລະ ຄວບຄ ມ covid 19 ເພ ອຮ ບປະກ ນໃຫ ປະຊາຊ ນສະຫ ອງບ ນປ ໃໝ ຢ າງປອດໄພ ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19
ເພ ມທະວ ການປ ອງກ ນ ແລະ ຄວບຄ ມ covid 19 ເພ ອຮ ບປະກ ນໃຫ ປະຊາຊ ນສະຫ ອງບ ນປ ໃໝ ຢ າງປອດໄພ ພະຍາດ COVID -19: ນຳສົ່ງພົນລະເມືອງຫວຽດນາມ ຈາກປະເທດເຢຍລະມັນ ແລະ ໂຮງລັງ ກັບຄືນບ້ານ

ໃນຄຳສັ່ງແນະນຳດັ່ງກ່າວຂອງທ່ານນາຍົກລັດຖະມົນຕີ ໄດ້ຈະແຈ້ງວ່າ, ການລະບາດຂອງ COVID-19 ກຳລັງສືບຕໍ່ແຜ່ລາມຢ່າງສັບສົນໃນຫຼາຍປະເທດທົ່ວໂລກ, ແຕ່ລະມື້ມີປະມານ 600,000 ກໍລະນີ ໃໝ່ ແລະ ມີຜູ້ເສຍຊີວິດປະມານ 6,000 ຄົນ ຍ້ອນຕິດ​ເຊື້ອພະຍາດ COVID-19. ໂດຍສະເພາະ ໃນໂລກປະກົດຕົວເຊື້ອໄວຣັດປະເພດໃໝ່ ທີ່ສາມາດແຜ່ລາມອັນຕະລາຍກວ່າໄວຣັດ SARS-CoV-2 ໃນ 38 ປະເທດ; ຫຼາຍປະເທດຕ້ອງໄດ້ນຳໃຊ້ມາດຕະການທີ່ເຂັ້ມແຂງ ແລະ ມີການສະກັດກັ້ນຄືນໃໝ່ ເພື່ອປ້ອງກັນ ແລະ ຕ້ານໂລກລະບາດ.

ເພ ມທະວ ການປ ອງກ ນ ແລະ ຄວບຄ ມ covid 19 ເພ ອຮ ບປະກ ນໃຫ ປະຊາຊ ນສະຫ ອງບ ນປ ໃໝ ຢ າງປອດໄພ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. (ພາບ: thoidai.com.vn)

ຕາມນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງ:ກະຊວງປ້ອງກັນປະເທດ ເປັນຜູ້ຮັບຜິດຊອບທີ່ສຳຄັນທີ່ສຸດ, ແລະ ປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະກຳມະການປະຊາຊົນບັນດາແຂວງຊາຍແດນ ໃນການຊີ້ນຳເພີ່ມທະວີວຽກງານຄຸ້ມຄອງຊາຍແດນ, ສະກັດກັ້ນ ການເຂົ້າ - ອອກເມືອງທີ່ຜິດກົດໝາຍ, ໂດຍສະເພາະແມ່ນສຳຫຼັບເສັ້ນທາງນ້ອຍ ແລະ ທາງທະເລ...

ກະຊວງປ້ອງກັນປະເທດ, ຄະນະກຳມະການປະຊາຊົນບັນດາແຂວງ ແລະ ນະຄອນທີ່ຂຶ້ນກັບສູນກາງ ສືບຕໍ່ຄຸ້ມຄອງການແຍກອອກຫ່າງຂອງຄົນເຂົ້າ - ອອກເມືອງ, ຮັບປະກັນຄວາມແຍກອອກຫ່າງເປັນເວລາ 14 ວັນ ແລະ ມີເວລາພຽງພໍສຳລັບການຕິດຕາມການແພດ ຫຼັງຈາກປະຕິບັດການແຍກອອກຫ່າງ. ຫ້າມເດັດຂາດບໍ່ໃຫ້ແຜ່ເຊື້ອພະຍາດໃນເຂດແຍກຕົວຈົນເຖິງໃນຊຸມຊົນ.

ກະຊວງການຕ່າງປະເທດ ຕ້ອງຮັບຜິດຊອບ ແລະ ຊີ້ນຳການກວດກາຢ່າງເຂັ້ມງວດຕໍ່ບັນດາພົນລະເມືອງຢູ່ຕ່າງປະເທດຕ້ອງການກັບຄືນປະເທດ, ຮັບປະກັນເປົ້າໝາຍທີ່ຖືກຕ້ອງ, ເອົາໃຈໃສ່ປົກປ້ອງພົນລະເມືອງ, ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ຜູ້ອາຍຸສູງ, ຄົນທີ່ປະສົບກັບສະພາບການຫຍຸ້ງຍາກ, ຄົນທີ່ໄປຕ່າງປະເທດເພື່ອການປິ່ນປົວ, ຄົນທີ່ມີວີຊາໝົດອາຍຸ, ສັນຍາແຮງງານໝົດອາຍຸ…ກັບຄືນບ້ານຢ່າງປອດໄພ.

ປະຕິບັດໂຈະການບິນມາຫວຽດນາມຈາກບັນດາປະເທດ ແລະ ເຂດແຂ້ວນທີ່ເກີດສາຍພັນໃໝ່ SARS-CoV-2 ເຊັ່ນອັງກິດ ແລະ ອາຟຣິກາໃຕ້; ກະຊວງການຕ່າງປະເທດ ໄດ້ຮັບການມອບໝາຍເປັນຜູ້ຮັບຜິດຊອບສູງສຸດ, ແລະ ປະສານງານກັບກະຊວງສາທາລະນະສຸກ ແລະ ກະຊວງຄົມມະນາຄົມຂົນສົ່ງໃນການກຳນົດບັນດາປະເທດຕ້ອງການນຳ ໃຊ້ມາດຕະການດັ່ງກ່າວນີ້.

ເພ ມທະວ ການປ ອງກ ນ ແລະ ຄວບຄ ມ covid 19 ເພ ອຮ ບປະກ ນໃຫ ປະຊາຊ ນສະຫ ອງບ ນປ ໃໝ ຢ າງປອດໄພ
ເພີ່ມທະວີການປ້ອງກັນ ແລະ ຄວບຄຸມ COVID-19 ເພື່ອຮັບປະກັນໃຫ້ປະຊາຊົນສະຫຼອງບຸນປີໃໝ່ຢ່າງປອດໄພ. (ພາບ: thoidai.com.vn)

ຖ້າກວດພົບກໍລະນີຕິດ​ເຊື້ອພະຍາດ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ຄະນະກຳມະການປະຊາຊົນແຂວງ, ນະຄອນທີ່ຂຶ້ນກັບສູນກາງ ຕ້ອງໄດ້ລົງໄຕ່ຖາມສະພາບການໂດຍໄວ ແລະ ນຳໃຊ້ມາດຕະການທີ່ຈຳເປັນ ເພື່ອປ້ອງກັນການລະບາດ, ຫ້າມເດັດຂາດບໍ່ໃຫ້ແຜ່ເຊື້ອພະຍາດໃນເຂດແຍກຕົວຈົນເຖິງໃນຊຸມຊົນ.

ກະຊວງປ້ອງກັນຄວາມສະຫງົບ ຕ້ອງຊີ້ນຳເພີ່ມທະວີການສືບສວນ - ສອບສວນ ແລະ ດຳເນີນຄະດີຕາມກົດໝາຍ ສຳຫຼັບກໍລະນີເຂົ້າ - ອອກເມືອງຜິດກົດໝາຍ, ການຈັດຕັ້ງການເຂົ້າ - ອອກເມືອງທີ່ຜິດກົດໝາຍ; ບັນດາສະຖານທີ່ພັກເຊົາ, ໂຮງແຮມຮັບຄົນທີ່ເຂົ້າມາພັກເຊົາແບບຜິດກົດໝາຍ; ຕໍ່ຕ້ານ ແລະ ບໍ່ປະຕິບັດຕາມລະບຽບການກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດ.

ກະຊວງຄົມມະນາຄົມຂົນສົ່ງ ຕ້ອງເປັນຜູ້ຮັບຜິດຊອບຫຼັກ, ແລະ ຊີ້ນຳການປະຕິບັດຢ່າງເຂັ້ມງວດລະບຽບການ ກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂດຍໄວວາ, ໃນບັນດາຖ້ຽວບິນທີ່ຂົນສົ່ງພົນລະເມືອງເຂົ້າເມືອງ, ຮັບປະກັນການກວດພົບໂດຍໄວ ແລະ ນຳໃຊ້ມາດຕະການທີ່ ເໝາະສົມ ສໍາລັບກໍລະນີຕິດ​ເຊື້ອ...

ເພ ມທະວ ການປ ອງກ ນ ແລະ ຄວບຄ ມ covid 19 ເພ ອຮ ບປະກ ນໃຫ ປະຊາຊ ນສະຫ ອງບ ນປ ໃໝ ຢ າງປອດໄພ ຊາວຫວຽດນາມໃນທົ່ວສະຫະພັນລັດເຊຍ ປ້ອງກັນ ແລະ ຕ້ານ COVID-19 ຈັດຕັ້ງການສະຫລຸບວຽກງານປີ 2020

ຍສໝ - ໃນວັນທີ 28 ທັນວາ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຊາວຫວຽດນາມ ໃນທົ່ວສະຫະພັນລັດເຊຍປ້ອງກັນ ແລະ ຕ້ານ COVID-19 ໂດຍການເປັນປະທານຂອງທ່ານເອກອັກຄະລັດຖະທູດ ໂຫງດຶດແມັ້ງ.

ເພ ມທະວ ການປ ອງກ ນ ແລະ ຄວບຄ ມ covid 19 ເພ ອຮ ບປະກ ນໃຫ ປະຊາຊ ນສະຫ ອງບ ນປ ໃໝ ຢ າງປອດໄພ ຫວຽດນາມ: ທົ່ວສັງຄົມພ້ອມແລ້ວທີ່ຈະຕໍ່ສູ້ກັບໂລກລະບາດ ເພື່ອໃຫ້ປະຊາຊົນຕ້ອນຮັບປີໃຫມ່ ຢ່າງປອດໄພ

ຍສໝ - ກ່າວຄຳເຫັນທີ່ກອງປະຊຸມຄະນະກຳມະການຊີ້ນຳ, ໃນຕອນບ່າຍວັນທີ 26 ທັນວາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ - ຫົວໜ້າຄະນະຊີ້ນຳລະດັບຊາດ ເພື່ອປ້ອງກັນໂລກລະບາດ COVID-19 ໄດ້ເນັ້ນໜັກວ່າ ຫວຽດນາມມີຄວາມຕັດສິນໃຈຮັກສາບັນດາຜົນງານ ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19 ເພື່ອສະເຫຼີມສະຫຼອງຕ້ອນຮັບປີ​ໃຫມ່ ຢ່າງປອດໄພ ແລະ ສົດໃສ.

ເພ ມທະວ ການປ ອງກ ນ ແລະ ຄວບຄ ມ covid 19 ເພ ອຮ ບປະກ ນໃຫ ປະຊາຊ ນສະຫ ອງບ ນປ ໃໝ ຢ າງປອດໄພ ບັນດາຮູບພາບ ໃນການຕ້ານພະຍາດ COVID-19 ຢູ່ຫວຽດນາມໄດ້ປະກົດຕົວຢູ່ສະໜາມຫຼວງຍຸກສະໄໝ (ອາເມລິກາ)

ຍສໝ - ບັນດາຮູບຖ່າຍທີ່ໄດ້ຮັບລາງວັນໃນ "ຫວຽດນາມທີ່ຢືດຢຸ່ນ" - ການເສັງພາບຖ່າຍກ່ຽວກັບຊ່ວງເວລາທີ່ ໜ້າຈົດຈຳຂອງປະເທດຫວຽດນາມ ໃນໄລຍະການປ້ອງກັນ ແລະ ຕ້ານພະຍາດ COVID-19, ໄດ້ສະແດງຢູ່ສະໜາມຫຼວງຍຸກສະໄໝ (ອາເມລິກາ).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.