UN Women ໜູນ​ຊ່ວຍ​ເງິນ​ສົດ​ໃຫ້​ແກ່ 315 ຄອບ​ຄົວ​ຢູ່​ກ໋​ວາງ​ຈິ ເພື່ອ​ລົງ​ທຶນ​ຫາ​ເງິນ​ລ້ຽງ​ຊີບ

06:38 | 05/01/2021

ຍ​ສ​ໝ - UN Women ຫ​າ​ກໍ່​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ ແມ່​ຍິງ​ແຂວງ​ກ໋​ວາງ​ຈິ ເພື່ອ​ສະ​ໜອງ ເງິນ​ໜູນ​ຊ່ວຍ​ໃຫ້​ແກ່ 315 ຄອບ​ຄົວ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່ ຢູ່ 4 ຕາ​ແສງ​ນັ້ນ​ແມ່ນ: ​ຈ້ຽວ​ຈຸງ, ຈ້ຽວ​ຮ່​ວາ, ຈ້ຽວ​ເຊີນ ແລະ​ ກາມ​ຕວຽ​ນ, ແຂວງ​ກ໋​ວາງ​ຈິ.

ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ
ຫວຽດ​ນາມ​ຈັດ​ຕັ້ງ ການໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ສິດ​ອຳ​ນາດ​ດ້ານ​ເສດ​ຖະ​ກິດ​ຂອງແມ່​ຍິງ
UN Women ໜູນ​ຊ່ວຍ​ເງິນ​ສົດ​ໃຫ້​ແກ່ 315 ຄອບ​ຄົວ​ຢູ່​ກ໋​ວາງ​ຈິ ເພື່ອ​ລົງ​ທຶນ​ຫາ​ເງິນ​ລ້ຽງ​ຊີບ
ພິມ​ີ​ມອບ​ຮັບ​ການ​ໜູນ​ຊ່ວຍ​ເງິນ​ໃຫ້​ແກ່​ແມ່​ຍິງ

315 ຄອບ​ຄົວ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່ ຢູ່ 4 ຕາ​ແສງ​ຂຶ້ນ​ກັບ​ແຂວງ​ກ໋​ວາງ​ຈິ ຖືກ​ຜົນ​ສະ​ທ້ອນ​ຈາກ​ນ້ຳ​ຖ້ວມ ໄດ້​ຮັ​ບ​ເງິນ​ເປັນ​ຈຳ​ນວນ 4 ລ້ານ​ດົ່ງ ເພື່ອ​ຊື້​ສະ​ບ​ຽງ​ອາ​ຫານ, ທັນ​ຍະ​ຫານ ແລະ ລົງ​ທຶນ​ຫາ​ເງິນ​ລ້ຽງ​ຊີບ.

UN Women ຫ​າ​ກໍ່​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ ແມ່​ຍິງ​ແຂວງ​ກ໋​ວາງ​ຈິ ເພື່ອ​ສະ​ໜອງ ເງິນ​ໜູນ​ຊ່ວຍ​ໃຫ້​ແກ່ 315 ຄອບ​ຄົວ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່ ຢູ່ 4 ຕາ​ແສງ​ນັ້ນ​ແມ່ນ: ​ຈ້ຽວ​ຈຸງ, ຈ້ຽວ​ຮ່​ວາ, ຈ້ຽວ​ເຊີນ ແລະ​ ກາມ​ຕວຽ​ນ, ແຂວງ​ກ໋​ວາງ​ຈິ. ບ້ວງ​ເງິນ​ໜູນ​ຊ່ວຍ​ມີ​ມູນ​ຄ່າ 1.260.000. 000 ດົ່ງ​ມາ​ຈ​າກ​ສະ​ຖານ​ທູດ ອິດ​ສະ​ລາ​ແອັນ​ປະ​ຈຳ ຫວຽດ​ນາມ ແລະ ລັດ​ຖະ​ບານ​ຊູແອັດ.

ທ່ານນາງ ຫວູ​ເຟືອງ​ລີ, ນັກ​ຊ່ຽວ​ຊານ​ໂຄງ​ການ UN Women ປະ​ຈຳ ຫວຽດ​ນາມ ໄດ້​ແບ່ງ​ປັນ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວ່າ: “ພວກ​ຂ້າ​ພະ​ເຈ​ົ້າ​ຫວັງ​ວ່າ ການ​ໜູນ​ຊ່ວຍນີ້​ຈະ​ປະ​ກອບ​ສ່ວນ​ເຂົ້າ​ການ​ຊ່ວຍ​ເຫຼືອ​ແມ່​ຍິງ ແລະ ບັນ​ດາ​ຄອບ​ຄົວ​ຊື້​ແນວ​ພັນ, ຝ​ຸ່ນ, ອາ​ຫານ ຫຼື ເຄື່ອງ​ມື​ຜ​ະ​ລິດ​ໃຫ້​ແກ່​ລະ​ດູ​ເຂົ້າ​ຈະ​ມາ​ເຖິງ​ຢ່າງ​ທັນ​ການ, ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ຊ່ວຍຫຼຸດ​ຜ່ອນ​ສ່ວນ​ໃດ​ໜຶ່ງ​ຈາກ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂອງ​ບັດ​ນາ​ຄອບ​ຄົວ ພາຍຫຼັງ​ເຫດ​ນ້ຳ​ຖ້ວມ​ປະ​ຫວັດ​ສາດ​ເພື່ອ​ ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸນ​ກ່​ວາ”.

ໄປ​ຄຽງ​ຄູ່​ກັນ​ບັນ​ດາ​ຜົນ​ສະ​ທ້ອນ​ຢ່າງ​ໃຫຍ່ຫຼວງ​ຈາກ​ໂລກ​ລະ​ບາດ​ໂຄວິດ -19, ປະ​ຊາ​ຊົນ​ບາງ​ແຂວງ​ທາງ​ພາກ​ກາງ ໃນ​ນັ້ນ​ມີ​ກ໋​ວາງ​ຈິ ໄດ້​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ​ຢ່າງ​ຕໍ່​ເນື່ອງ ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ.ໄພ​ນ້ຳ​ຖ້ວມ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ກ່​ວາ 30 ພັນ​ຕື້​ດົ່ງ, ເຮັດ​ໃຫ້ ຜູ້​ເສ​ຍ​ຊີ​ວິດ 192 ຄົນ, 57 ຄົນ​ຫາຍ​ສາບ​ສູນ ແລະ ຜູ້​ຮັບ​ບາດ​ເຈັບ​ນັບ​ຮ້ອຍ​ຄົນ, ເຮືອນຫຼາ​ຍຫຼັງ​ຖືກ​ທຳ​ລາຍ​ເປ​ເພ, ເຂົ້າ, ຕົ້ນ​ໝາກ​ໄມ​້ ແລະ ສິນ​ທະ​ເລ​ນັບ​ພັນ ແຮກ​ຕາ​ຖືກ​ເສຍ​ຫາຍ, ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ລ້ານໆ​ຄົນ. ນອກ​ຈາກ​ນັ້ນ, ຕາມ​ການ​ຕີ​ລາ​ຄາ​ຂອງ ສ​ປ​ຊ, ແມ່​ຍິງ​ແມ່ນ​ກຸ່ມ​ຄົນ​ທີ່​ໄດ້​ຮັ​ບ​ຜົນ​ກະ​ທົບຈາກ​ໄພ​ນ້ຳ​ຖ້ວມຫຼາຍ​ກ່​ວາເມື່ອ​ທຽບ​ໃສ່​ກັບ​ຜູ້​ຊາຍ ຍ້ອນ​ສະ​ພາບ​ການ​ນ້ຳ​ຖ້ວມ, ຂາດ​ນ້ຳ​ສະ​ອາດ ໄດ້​ກໍ່​ຜົນ​ກ​ະ​ທົບ​ທາງ​ລົບ​ຕໍ່​ສຸ​ຂະ​ພາບ​ຂອງ​ແມ່​ຍິງ.

ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ

ຍ​ສ​ໝ - ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມ ເຂົ້າໃນຂະບວນການລວມຂອງອາຊຽນ.

ຫວຽດ​ນາມ​ຈັດ​ຕັ້ງ ການໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ສິດ​ອຳ​ນາດ​ດ້ານ​ເສດ​ຖະ​ກິດ​ຂອງແມ່​ຍິງ

ທ່ານ ໂຕແອັງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ປີ 2020 ແມ່ນປີສ້າງຂີດໝາຍໃນການປະຕິບັດຫັນເປົ້າໝາຍກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຍົກສູງສິດອຳນາດຂອງແມ່ຍິງ ໃຫ້ປະກົດຜົນເປັນຈິງ, ສ້າງຂີດໝາຍ 25 ປີແຫ່ງການປະຕິບັດຖະແຫຼງການປັກກິ່ງ ແລະ ພື້ນຖານການກະທຳຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ.

ບົດບາດແມ່ຍິງ ຍາມໃດກໍ່ໄດ້ຮັບການເຊີດຊູ

ພັກ ປະຊາຊົນ ປະຕິວັດລາວ ຍາມໃດກໍ່ໄດ້ຖືສໍາຄັນໃນການເຊີດຊູບົດບາດຂອງແມ່ຍິງ. ໄລຍະເຮັດການປະຕິວັດຕໍ່ສູ້ປົດປ່ອຍຊາດ, ໃນກອງປະຊຸມສ້າງຕັ້ງພັກ ປະຊາຊົນລາວ (22 ມີນາ 1955 ) ເມື່ອກ່ອນ ກໍ່ຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ໄດ້ກໍານົດແນວທາງກ່ຽວກັບວຽກງານພັດທະນາແມ່ຍິງໄວ້ຢູ່ໃນໂຄງການດໍາເນີນງານ 12 ຂໍ້ ຂອງພັກວ່າ:“ ປະຕິບັດສິດສະເໝີພາບລະຫວ່າງເພດຍິງ ແລະ ເພດຊາຍ...”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.