ປີ 2020 ຫວຽດນາມ ດຶງດູດທຶນຈາກຕ່າງປະເທດບັນລຸ ກວ່າ 28 ຕື້ໂດລາສະຫະລັດ

07:07 | 31/12/2020

ຍສໝ - ຫວຽດນາມ ພວມສຸມໃສ່ຄົ້ນຄ້ວາບັນດາກະແສເງິນລົງທຶນຈາກບັນດາປະເທດໃນໂລກເພື່ອຮັບເອົາກາລະໂອກາດລົງທຶນ.  

ປ 2020 ຫວຽດນາມ ດ ງດ ດທ ນຈາກຕ າງປະເທດບ ນລ ກວ າ 28 ຕ ໂດລາສະຫະລ ດ ປີ 2020 ເສດຖະກິດແຂວງໄຊຍະບູລີຂະຫຍາຍຕົວໃນລະດັບ 4,8%
ປ 2020 ຫວຽດນາມ ດ ງດ ດທ ນຈາກຕ າງປະເທດບ ນລ ກວ າ 28 ຕ ໂດລາສະຫະລ ດ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ: “ປີ 2020 ແມ່ນປີທີ່ປະສົບຜົນສຳເລັດທີ່ສຸດຂອງ ຫວຽດນາມໃນ 5 ປີຜ່ານມາ”
ປ 2020 ຫວຽດນາມ ດ ງດ ດທ ນຈາກຕ າງປະເທດບ ນລ ກວ າ 28 ຕ ໂດລາສະຫະລ ດ
ພາບປະກອບ

ປີ 2020 ຫວຽດນາມ ມີຍອດ​ທຶນ​ການ​ຈົດທະບຽນ​ຂຶ້ນ​ໃໝ່, ດັດ​ແປງ ​ແລະປະກອບສ່ວນຊື້​ຫຸ້ນຂອງ​ນັກ​ລົງທຶນ​ຕ່າງປະ​ເທດບັນລຸ 28,53 ຕື້​ໂດ​ລາ​ສະຫລັດ, ຫລຸດ​ລົງ 25% ທຽບ​ກັບ​ປີ 2019. ປີ​ນີ້ໂດ​ຍມີ 2.523 ​ໂຄງ​ການການ​ລົງທຶນ​ໂດຍ​ກົງຈາກ​ຕ່າງປະ​ເທດ ​ໄດ້​ອະນຸຍາດ​ໃໝ່ດ້ວຍບ້ວງ​ເງິນການ​ຈົດ​ທະບຽນບັນລຸ 14,6 ຕື້​ໂດ​ລາສະຫະລັດ, ຫລຸດ​ລົງ 35% ກ່ຽວ​ກັບ​ໂຄງການ ​ແລະຫລຸດ​ລົງ 12,5% ກ່ຽວ​ກັບຕົວ​ເລກທຶນການ​ຈົດ​ທະບຽນທຽບ​ກັບ​ປີ​ກາຍ.

ປີ 2020 ຫວຽດນາມ ແລະ ບັນດາປະເທດ ໄດ້ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ແລະ ກໍ່ໃນປີນີ້ ຫວຽດນາມ ເລີ່ມຜັນຂະຫຍາຍການປະຕິບັດບັນດາຄຳໝັ້ນສັນຍາຂອງ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີກັບ ສະຫະພາບເອີລົບ (EVFTA). ບັນດາຜົນສຳເລັດໃນການປະຕິບັດບັນດາຄຳໝັ້ນສັນຍາຂອງບັນດາສັນຍາດັ່ງກ່າວເປັນການສະແດງໃຫ້ເຫັນຈິດໃຈເຊື່ອມໂຍງ, ປະຕິຮູບຢູ່ພາຍໃນປະເທດຂອງລັດຖະບານຫວຽດນາມ.

ທ່ານ ຫວໍຈີແທ່ງ ຜູ້ຊ່ຽວຊານດ້ານເສດຖະກິດ ຖືວ່າ: ຫວຽດນາມ ເຂົ້າຮ່ວມ EVFTA, RCEP ແລະ ຜັນຂະຫຍາຍການປະຕິບັດ CPTPP ໄດ້ສ້າງໃຫ້ຫວຽດນາມ ມີທີ່ຕັ້ງບົດບາດໃຫມ່, ຢັ້ງຢືນ ຫວຽດນາມ ແມ່ນສະຖານທີ່ລົງທຶນອັນດູດດື່ມຂອງບັນດານັກລົງທຶນ. ໝາກຜົນນີ້ ເປັນການຢັ້ງຢືນຄວາມມານະພະຍາຍາມຂອງວິວັດທະນາການ ແລະ ການສ້າງຄວາມດູດດື່ມສາກົນ, ກຳລັງດູດດື່ມຂອງຕະຫລາດ ຫວຽດນາມ ສຳລັບບັນດາປະເທດຄູ່ຮ່ວມມືຕ່າງປະເທດ, ປັບປຸງທ່າ ແລະ ກຳລັງແຮງຂອງຫວຽດນາມ ບົນເວທີສາກົນ. ຈາກນັ້ນ ສະແດງໃຫ້ເຫັນບັນດາການປ່ຽນແປງທີ່ມີລັກສະນະພື້ນຖານ ຈະສ້າງບັນດາປັດໄຈພື້ນຖານຮັບປະກັນການເຕີບໂຕ.

ຫວຽດນາມ ພວມສຸມໃສ່ຄົ້ນຄ້ວາບັນດາກະແສເງິນລົງທຶນຈາກບັນດາປະເທດໃນໂລກເພື່ອຮັບເອົາກາລະໂອກາດລົງທຶນ. ຫວຽດນາມ ກໍ່ພວມປັບປຸງກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ, ຜັນຂະຫຍາຍບັນດາໂຄງການດຳເນີນງານເພື່ອປະຕິບັດມະຕິ ແນໃສ່ດຶງດູດການລົງທຶນຈາກຕ່າງປະເທດໃນສະພາບການໃຫມ່. ພ້ອມກັນນັ້ນ ບັນດາເຂດເສດຖະກິດ, ເຂດອຸດສາຫະກຳ ຢູ່ ບັນດາແຂວງ ນະຄອນ ກໍ່ຂຶ້ນແຜນ, ກະກຽມທີ່ດິນ, ພື້ນຖານໂຄງລ່າງ, ແຫລ່ງຊັບພະຍາກອນມະນຸດໃຫ້ບັນດານັກລົງທຶນຍ້າຍໂຮງຈັກໂຮງງານເຂົ້າມາຫວຽດນາມ.

ປ 2020 ຫວຽດນາມ ດ ງດ ດທ ນຈາກຕ າງປະເທດບ ນລ ກວ າ 28 ຕ ໂດລາສະຫະລ ດ ປີ 2020 ຖືກຖືວ່າ ແມ່ນປີ ປະສົບຜົນສຳເລັດທີ່ສຸດຂອງຫວຽດນາມ ໃນ 5 ປີຜ່ານມາ

ຍສໝ - ປີ 2020 ຖືກຖືວ່າ ແມ່ນປີ ປະສົບຜົນສຳເລັດທີ່ສຸດຂອງຫວຽດນາມ ໃນ 5 ປີຜ່ານມາ ກ່ຽວກັບດ້ານຈິດໃຈ ແລະ ເຈດຈຳນົງບືນຕົວຂຶ້ນ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທຸກປະການ.

ປ 2020 ຫວຽດນາມ ດ ງດ ດທ ນຈາກຕ າງປະເທດບ ນລ ກວ າ 28 ຕ ໂດລາສະຫະລ ດ ຫວຽດນາມ - ໄທ ສູ້ຊົນວົງເງິນການຄ້າບັນລຸ 20 ຕື້ໂດລາສະຫະລັດ

ກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ, ຕອນເຊົ້າວັນທີ 6 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີໄທ ປຣະຍຸດຈັນໂອຊາ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍຫວຽດນາມ - ໄທ ແລະ ການຮ່ວມມືໃນພາກພື້ນ ກ່ອນກອງປະຊຸມສຸດຍອດອາຊຽນ 37.

ປ 2020 ຫວຽດນາມ ດ ງດ ດທ ນຈາກຕ າງປະເທດບ ນລ ກວ າ 28 ຕ ໂດລາສະຫະລ ດ ສະພາແຫ່ງຊາດ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການກວດສອບແຫ່ງລັດ

​ໃນ​ວາລະ​ດຳ​ເນີນ ​ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 6 ພະຈິກ 2020 ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່າ​ນ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ສຸມ​ໃສ່​ປະກອບ​ ຄຳ​ຄິດ​ຄຳ​ເຫັນ ​ໃສ່​​ບົດ​ລາຍງານ ​ການ​ເຄື່ອນ​ໄຫວ​ວຽກ​ງານ ປະຈຳ​ປີ 2020 ​ແລະ ທິດ​ທາງ​​ແຜ​ນການ​ ...

ໄຊພອນ

ເຫດການ
302 Found

Found

The document has moved here.