ຫວຽດນາມແບ່ງປັນຫຼາຍມາດຕະການ ແລະ ທິດທາງໃຫຍ່ໃຫ້ແກ່ສະພາຄວາມໝັ້ນຄົງ

22:08 | 30/12/2020

ຍສໝ - ຫວຽດນາມໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການແກ້ໄຂບັນຫາຕ່າງໆທີ່ສະພາຄວາມໝັ້ນຄົງ ດ້ວຍຈິດໃຈເປັນເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຮັບຜິດຊອບ ແລະ ມີຄວາມສົມດຸນ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມກ້າຫານ ແລະ ເອກະລັກການຕ່າງປະເທດ, ຍຶດໝັ້ນຫຼັກໝັ້ນຂອງຕົນ.

ຫວຽດນາມແບ ງປ ນຫ າຍມາດຕະການ ແລະ ທ ດທາງໃຫຍ ໃຫ ແກ ສະພາຄວາມໝ ນຄ ງ ສັນຍາ UKVFTA ນຳມາເຊິ່ງຜົນປະໂຫຍດມາໃຫ້ ຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ຫວຽດນາມ
ຫວຽດນາມແບ ງປ ນຫ າຍມາດຕະການ ແລະ ທ ດທາງໃຫຍ ໃຫ ແກ ສະພາຄວາມໝ ນຄ ງ ລາວ-ຫວຽດນາມ ຈະເປີດສາຍການບິນຄືນໃໝ່ ພາຍຫຼັງບັນລຸໄດ້ຄວາມເຫັນດີເຫັນພ້ອມ

ໃນວັນທີ 29 ທັນວາ, ຄະນະປະຕິບັດງານດ້ານວິຊາການກ່ຽວກັບບົດບາດຂອງຫວຽດນາມ ໃນຖານະທີ່ແມ່ນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານ ເລຮ່ວາຍຈູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະປະຕິບັດງານ, ເພື່ອແນໃສ່ສະຫຼຸບວຽກງານເຂົ້າຮ່ວມສະພາຄວາມໝັ້ນຄົງຫວຽດນາມໃນປີ 2020 ແລະ ປຶກສາຫາລືທິດທາງ ແລະ ໜ້າທີ່ໃນໄລຍະຈະມາເຖິງ.

ຫວຽດນາມແບ ງປ ນຫ າຍມາດຕະການ ແລະ ທ ດທາງໃຫຍ ໃຫ ແກ ສະພາຄວາມໝ ນຄ ງ
ຫວຽດນາມແບ່ງປັນຫຼາຍມາດຕະການ ແລະ ທິດທາງໃຫຍ່ໃຫ້ແກ່ສະພາຄວາມໝັ້ນຄົງ. (ພາບປະກອບ: TTXVN)

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີໃຫ້ຄຳເຫັນ ກ່ຽວກັບສະພາບການເມືອງ, ຄວາມໝັ້ນຄົງ, ເສດຖະກິດ - ສັງຄົມສາກົນ ໄດ້ພັດທະນາຢ່າງວ່ອງໄວ, ສັບສົນ ແລະ ບໍ່ສາມາດຄາດເດົາໄດ້ ໃນປີ 2020 ຍ້ອນຜົນກະທົບຢ່າງຫຍໍ້ທໍ້ ແລະ ໃນຫຼາຍດ້ານຂອງການລະບາດພະຍາດ COVID-19; ຄວາມເຄັ່ງຕຶງທີ່ເພີ່ມຂື້ນໃນພາກພື້ນຕາເວັນອອກກາງ - ອາຟຣິກາເໜືອ, ອາຟຣິກາຕາເວັນອອກ, ອາເມລິກາລາຕິນ..., ແລະ ສິ່ງທ້າທາຍດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ເລຮ່ວາຍຈູງ ໄດ້ຢືນຢັນວ່າ, ຫວຽດນາມໄດ້ປະຕິບັດສຳເລັດໜ້າທີ່ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ໃນປີທຳອິດຂອງວາລະອາຍຸປະຈຳການ, ປະຕິບັດບັນດາເປົ້າໝາຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດງານຂອງສະພາຄວາມໝັ້ນຄົງ. ຈາກນັ້ນປະກອບສ່ວນສ້າງສະພາບແວດລ້ອມສາກົນ ທີ່ອຳນວຍຄວາມສະດວກໃຫ້ແກ່ການພັດທະນາ ແລະ ການເຊື່ອມໂຍງຂອງປະເທດ, ແລະ ຊຸກຍູ້ການພົວພັນສອງຝ່າຍທີ່ດີລະຫວ່າງຫວຽດນາມ ແລະ ບັນດາປະເທດອື່ນໆ.

ຫວຽດນາມແບ ງປ ນຫ າຍມາດຕະການ ແລະ ທ ດທາງໃຫຍ ໃຫ ແກ ສະພາຄວາມໝ ນຄ ງ
ທ່ານ ເລຮ່ວາຍຈູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະປະຕິບັດງານ. (ພາບ: TTXVN)

ທ່ານຮອງລັດຖະມົນຕີຫວຽດນາມ ກໍ່ໄດ້ຍົກອອກຫຼາຍມາດຕະການ ແລະ ທິດທາງໃຫຍ່ເພື່ອສືບຕໍ່ເສີມຂະຫຍາຍທີ່ຕັ້ງ, ບົດບາດ ແລະ ການປະກອບສ່ວນຂອງຫວຽດນາມໃນສະພາຄວາມໝັ້ນຄົງສະຫະປະຊາຊາດໃນໄລຍະຈະມາເຖິງ; ສະແດງຄວາມປາດຖະໜາຢາກໃຫ້ບັນດາກະຊວງ, ອົງການທີ່ກ່ຽວຂ້ອງເພີ່ມທະວີການປະສານສົມທົບ ແລະ ແບ່ງປັນຂໍ້ມູນຂ່າວສານໃນການຄົ້ນຄ້ວາ, ພະຍາກອນກ່ຽວກັບສະພາບການ ແລະ ຄຳແນະນຳກ່ຽວກັບນະໂຍບາຍທີ່ກ່ຽວຂ້ອງ, ເພື່ອແນໃສ່ສືບຕໍ່ປະຕິບັດສຳເລັດໜ້າທີ່ຂອງສະມາຊິກສະມາຊິກບໍ່ຖາວອນໃນປີ 2021, ໂດຍສະເພາະແມ່ນໃນໂອກາດທີ່ປະເທດຫວຽດນາມເປັນປະທານສະພາຄວາມໝັ້ນຄົງເປັນເທື່ອທີສອງ (ເດືອນເມສາ 2021).

ຫວຽດນາມແບ ງປ ນຫ າຍມາດຕະການ ແລະ ທ ດທາງໃຫຍ ໃຫ ແກ ສະພາຄວາມໝ ນຄ ງ ສັນຍາລັກຂອງຫວຽດນາມ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ຫວຽດນາມ ບັນລຸໄດ້ເຄິ່ງໜຶ່ງໃນໄລຍະເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໃນປີ 2020-2021 ແລະ ໄດ້ບັນລຸສັນຍາລັກມີຄວາມໝາຍຢ່າງເດັ່ນຊັດ ໃນສະພາບການໂລກມີຄວາມຫຍຸ້ງຍາກຍ້ອນໂລກລະບາດ COVID​-19.

ຫວຽດນາມແບ ງປ ນຫ າຍມາດຕະການ ແລະ ທ ດທາງໃຫຍ ໃຫ ແກ ສະພາຄວາມໝ ນຄ ງ ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ສະຫະພັນອາຟຼິກາແມ່ນກອບສຳຄັນສຳລັບການປະຕິບັດບັນດາຂໍ້ລິເລີ່ມດ້ານຄວາມໝັ້ນຄົງ ແລະສັນຕິພາບໃນພາກພື້ນ, ໂດຍຜ່ານການນຳໃຊ້ການສະໜັບສະໜູນ ແລະ ຊິ​ຊາ​ການຂອງສາກົນ.

ຫວຽດນາມແບ ງປ ນຫ າຍມາດຕະການ ແລະ ທ ດທາງໃຫຍ ໃຫ ແກ ສະພາຄວາມໝ ນຄ ງ ລັດຖະມົນຕີການຕ່າງປະເທດລາວ ຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ ກໍ່ຄືຖານະຕໍາແໜ່ງກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບົດບາດນໍາພາ, ຄວາມສາມາດຊັກຈູງຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ກໍ່ຄືບັນດາການປະກອບສ່ວນຂອງຫວຽດນາມ ໃນການຍົກສູງບົດບາດຂອງອາຊຽນໃນເວທີປາໄສພາກພື້ນ ແລະສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.