ຫວຽດນາມ - ສະຫະລັດອາເມລິກາ: ການເຈລະຈານະໂຍບາຍປ້ອງກັນຊາດ

14:26 | 26/11/2020

ຍສໝ - ອາເມລິກາ ໄດເສະແດງຄວາມເອົາໃຈໃສ່ເປັນພິເສດ ເຖິງການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ; ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືກັບຫວຽດນາມ ໃນການຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍ, ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ.

ຫວຽດນາມ ສະຫະລ ດອາເມລ ກາ ການເຈລະຈານະໂຍບາຍປ ອງກ ນຊາດ ສະພາແຫ່ງຊາດ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການກວດສອບແຫ່ງລັດ
ຫວຽດນາມ ສະຫະລ ດອາເມລ ກາ ການເຈລະຈານະໂຍບາຍປ ອງກ ນຊາດ ກອງປະຊຸມສົ່ງເສີມການຄ້າ ICT ຫວຽດນາມ - ອາເມລິກາລາຕິນ ປີ 2020

ໃນວັນທີ 24 ພະຈິກ,ການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອາເມລິກາ ປີ 2020 ໄດ້ຈັດຂຶ້ນຜ່ານລະບົບທາງໄກ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ David Helvey ຜູ້ຊ່ວຍລັດຖະມົນຕີປ້ອງກັນປະເທດອາເມລິກາ ຮັບຜິດຊອບບັນຫາຄວາມໝັ້ນຄົງຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ເປັນປະທານຮ່ວມ.

ທີ່ການເຈລະຈາ, ສອງຝ່າຍໄດ້ຕີລາຄາການພົວພັນດ້ານປ້ອງກັນຊາດສອງຝ່າຍ ໃນໄລຍະທີ່ຜ່ານມາ ເຊິ່ງພັດທະນາສອດຄ່ອງກັບບົດບັນທຶກຊ່ວຍຈຳ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ປີ 2011 ແລະ ຖະແຫຼງການຊຸກຍູ້ການພົວພັນດ້ານປ້ອງກັນຊາດປີ 2015, ທີ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ.

ຫວຽດນາມ ສະຫະລ ດອາເມລ ກາ ການເຈລະຈານະໂຍບາຍປ ອງກ ນຊາດ
ທ່ານພົນໂທ ຮ່ວາງຊວນຈຽນ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. (ພາບ: vietnamplus)

ທ່ານພົນໂທ ຮ່ວາງຊວນຈຽນ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ໝາກຜົນເຊິ່ງສອງຝ່າຍ ບັນລຸໄດ້ໃນການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ,ພົ້ນເດັ່ນແມ່ນການຜັນຂະຫຍາຍໂຄງການກໍາຈັດມົນລະພິດດີໂອຊີນຢູ່ສະໜາມບິນບຽນຮວ່າ, ໂຄງການໜູນຊ່ວຍຄົນພິການທີ່ໄດ້ຮັບຜົນສະທ້ອນຈາກທາດພິດສີສົ້ມ/ດີໂອຊີນ, ການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ ແລະຊອກຫາກະດູກທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ.

ສອງຝ່າຍ ໄດ້ຢັ້ງຢືນການຮ່ວມມືຢ່າງມີປະສິດທິຜົນ ໃນການຊ່ວຍເຫຼືອຫວຽດນາມ ທີ່ຈັດຕັ້ງປະຕິບັດການຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ສ້າງຄວາມສາມາດໃຫ້ແກ່ກອງຕຳຫຼວດທະເລຂອງຫວຽດນາມ.

ທ່ານ David Helvey ໄດ້ຢືນຢັນວ່າ, ອາເມລິກາ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ; ປາດຖະໜາວ່າ ຫວຽດນາມ ຈະນັບມື້ນັບໝັ້ນຄົງເຂັ້ມແຂງ, ສວມບົດບາດນັບມື້ນັບສໍາຄັນຢູ່ພາກພື້ນ. ອາເມລິກາ ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນການຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍໃນບັນດາຂົງເຂດຮ່ວມມືທີ່ມີໃນປັດຈຸບັນ, ລວມມີຄວາມໝັ້ນຄົງທາງທະເລ, ການຮັກສາສັນຕິພາບ ສປຊ, ການໜູນຊ່ວຍມະນຸດສະທໍາ ແລະການກູ້ຊ່ວຍໄພພິບັດ...

ອາເມລິກາ ສືບຕໍ່ຖືເປັນສໍາຄັນການຮ່ວມມືກັບຫວຽດນາມ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ເຊິ່ງແມ່ນພື້ນຖານຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ສະແດງຄວາມຂອບໃຈຕໍ່ບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຊອກຫາກະດູກທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ ແລະຢັ້ງຢືນ, ໃຫ້ຄໍາໝັ້ນສັນຍາວ່າຈະຊຸກຍູ້ບັນດາໂຄງການ, ການເຄື່ອນໄຫວຮ່ວມມືໃນຂົງເຂດ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ.

ຫວຽດນາມ ສະຫະລ ດອາເມລ ກາ ການເຈລະຈານະໂຍບາຍປ ອງກ ນຊາດ ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ

ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດອາເມລິກາ, ທ່ານ Robert O'Brien ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ, ໃນສະພາບການຂອງການ ລະບາດ COVID-19 ສືບຕໍ່ມີການຜັນແປຢ່າງສັບສົນ.

ຫວຽດນາມ ສະຫະລ ດອາເມລ ກາ ການເຈລະຈານະໂຍບາຍປ ອງກ ນຊາດ ອາເມລິກາ ສະໜັບສະໜູນ ຫວຽດນາມ ໃຫ້ມີຄວາມເຂັ້ມແຂງ, ເປັນເອກະລາດ ແລະ ຈະເລີນຮຸ່ງເຮືອງ, ມີບົດບາດສຳຄັນໃນພາກພື້ນ

ຍສໝ - ວັນທີ 21 ພະຈິກ 2020, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການເຈລະຈາກັບທ່ານ Robert O Brien - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ເນື່ອງໃນໂອກາດທ່ານ Robert O Brien ມາຢ້ຽມຢາມຫວຽດນາມ ແຕ່ວັນທີ 20 - ...

ຫວຽດນາມ ສະຫະລ ດອາເມລ ກາ ການເຈລະຈານະໂຍບາຍປ ອງກ ນຊາດ ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ Daniel J. Kritenbrink - ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ຫວຽດນາມ ໄດ້ແບ່ງປັນຄວາມອວຍພອນ ກໍ່ຄືສະແດງຄວາມຫວັງກ່ຽວກັບສະຫະພັນມິດຕະພາບ ໃນອະນາຄົດອັນໃກ້ນີ້.

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.