ສຳນັກຂ່າວສານຫວຽດນາມ ແລະ SPA ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ

10:08 | 22/12/2020

ຍສໝ - ທ່ານເອກອັກຄະລັດຖະທູດ ຫວູຫວຽດຢູ້ງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການລົງນາມໃນບົດບັນທຶກຊ່ວຍຈຳດັ່ງກ່າວນີ້ ບໍ່ພຽງແຕ່ແມ່ນຂີດໝາຍສຳຄັນໃນການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງສຳນັກຂ່າວ, ແຕ່ຍັງປະກອບສ່ວນເຂົ້າໃນຂະບວນການຮ່ວມມືສອງຝ່າຍອີກດ້ວຍ.

ສຳນ ກຂ າວສານຫວຽດນາມ ແລະ spa ໄດ ລ ງນາມໃນບ ດບ ນທ ກຊ ວຍຈຳ ກ ຽວກ ບການຮ ວມມ ແລະ ແລກປ ຽນຂ ມ ນຂ າວສານ ພິທີເປີດງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 20
ສຳນ ກຂ າວສານຫວຽດນາມ ແລະ spa ໄດ ລ ງນາມໃນບ ດບ ນທ ກຊ ວຍຈຳ ກ ຽວກ ບການຮ ວມມ ແລະ ແລກປ ຽນຂ ມ ນຂ າວສານ ຫວຽດນາມ ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ ຖະແຫຼງການຖະແຫຼງການປອດລ່າເມືອງຂຶ້ນ ຄົບຮອບ 60 ປີ

ໂດຍໄດ້ຮັບອະນຸຍາດຈາກຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ, ໃນວັນທີ 20 ທັນວາປີ 2020, ທີ່ນະຄອນຫຼວງ Riyadh, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຊາອຸດີອາຣາເບຍ ຫວູຫວຽດຢູ້ງ ແລະ ທ່ານ Abdullah Fahd Al Hussain - ປະທານສຳນັກຂ່າວສານຊາອຸດີອາຣາເບຍ (SPA) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສຳນັກຂ່າວສານຫວຽດນາມ ແລະ SPA.

ສຳນ ກຂ າວສານຫວຽດນາມ ແລະ spa ໄດ ລ ງນາມໃນບ ດບ ນທ ກຊ ວຍຈຳ ກ ຽວກ ບການຮ ວມມ ແລະ ແລກປ ຽນຂ ມ ນຂ າວສານ
ສຳນັກຂ່າວສານຫວຽດນາມ ແລະ SPA ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ. (ພາບ: TTXVN)

ໃນຂອບເຂດພິທີລົງນາມ, ທ່ານເອກອັກຄະລັດຖະທູດ ຫວູຫວຽດຢູ້ງ ໄດ້ມອບຈົດໝາຍຈາກຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ, ທ່ານ ຫງວຽນດຶກເລືຍ ມາເຖິງທ່ານ Abdullah Fahd Al Hussain, ແນະນຳປະຫວັດສາດ 75 ປີແຫ່ງການກໍ່ສ້າງ ແລະ ພັດທະນາກັບປະເທດ ຂອງສຳນັກຂ່າວສານຫວຽດນາມ, ແນະນຳໜ້າທີ່ , ຮູບແບບເຄື່ອນໄຫວ ແລະ ການດຳເນີນງານ, ສາຍພົວພັນຮ່ວມມືກັບຫລາຍກວ່າ 40 ສຳນັກຂ່າວສານສາກົນ ແລະ ບັນດາອົງການຂ່າວໃນໂລກ, ພ້ອມທັງຜະລິດຕະພັນຂໍ້ມູນຂ່າວສານທີ່ອຸດົມສົມບູນຂອງສຳນັກຂ່າວສານຫວຽດນາມ...

ທ່ານເອກອັກຄະລັດຖະທູດ ຫວູຫວຽດຢູ້ງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການລົງນາມໃນບົດບັນທຶກຊ່ວຍຈຳ ບໍ່ພຽງແຕ່ແມ່ນຂີດໝາຍສຳຄັນໃນການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງສຳນັກຂ່າວ, ແຕ່ຍັງປະກອບສ່ວນເຂົ້າໃນຂະບວນການຮ່ວມມືສອງຝ່າຍຫຼາຍຂົງເຂດ ລະຫວ່າງຫວຽດນາມ ແລະ ຊາອຸດີອາຣາເບຍອີກດ້ວຍ, ຊ່ວຍໃຫ້ປະຊາຊົນສອງປະເທດ ມີຄວາມຮູ້ຈັກກັນດີກ່ວາ.

ສຳນ ກຂ າວສານຫວຽດນາມ ແລະ spa ໄດ ລ ງນາມໃນບ ດບ ນທ ກຊ ວຍຈຳ ກ ຽວກ ບການຮ ວມມ ແລະ ແລກປ ຽນຂ ມ ນຂ າວສານ
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຊາອຸດີອາຣາເບຍ ຫວູຫວຽດຢູ້ງ ແລະ ທ່ານ Abdullah Fahd Al Hussain - ປະທານສຳນັກຂ່າວສານຊາອຸດີອາຣາເບຍ. (ພາບ: TTXVN)

ສ່ວນທ່ານ Abdullah Fahd Al Hussain ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງສຳນັກຂ່າວສານຫວຽດນາມ ກໍ່ຄືການປະສານສົມທົບຢ່າງມີປະສິດທິຜົນຂອງສະຖານທູດຫວຽດນາມ ໃນການເຊື່ອມຕໍ່ສຳນັກຂ່າວສານ SPA ແລະ ສຳນັກຂ່າວສານຫວຽດນາມ ເພື່ອໃຫ້ສອງຝ່າຍລົງນາມ ໃນບົດບັນທຶກຊ່ວຍຈຳດັ່ງກ່າວຢ່າງເປັນທາງການ.

ທ່ານ Abdullah Fahd Al Hussain ໄດ້ກ່າວວ່າ, ປະຈຸບັນສຳນັກຂ່າວສານ SPA ມີ 14 ຫ້ອງການໃນ 13 ຂົງເຂດຂອງຊາອຸດີອາຣາເບຍ, 7 ຫ້ອງການຜູ້ຕາງໜ້າຢູ່ຕ່າງປະເທດ ແລະ ຄາດວ່າຈະເປີດ 3 ຫ້ອງການຜູ້ຕາງໜ້າຢູ່ຕ່າງປະເທດຕື່ມອີກ. ປະຈຸບັນ SPA ກຳລັງລົງໜັງສືພິມເປັນ 6 ພາສາ: ອາຣັບ, ອັງກິດ, ຝຣັ່ງ, ຣັດເຊຍ, ເຢຍລະມັນ ແລະ ພາສາເປີເຊຍ.

ສຳນ ກຂ າວສານຫວຽດນາມ ແລະ spa ໄດ ລ ງນາມໃນບ ດບ ນທ ກຊ ວຍຈຳ ກ ຽວກ ບການຮ ວມມ ແລະ ແລກປ ຽນຂ ມ ນຂ າວສານ ສະມາຄົມມິດຕະພາບ ແລະຮ່ວມມືຫວຽດນາມ-ຝະລັ່ງ ໄດ້ປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາ

ຍສໝ - ທ່ານ Nicolas Warnery ເອກອັກຄະລັດຖະທູດຝະລັ່ງ ປະຈໍາ ຫວຽດນາມ ຢັ້ງຢືນວ່າ ສະຖານທູດຝະລັ່ງ ປະຈໍາ ຫວຽດນາມ ຈະສືບຕໍ່ສະໜັບສະໜູນສະມາຄົມກໍ່ສ້າງ ແລະຜັນຂະຫຍາຍບັນດາການເຄື່ອນໄຫວຫຼາຍກວ່າອີກ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.

ສຳນ ກຂ າວສານຫວຽດນາມ ແລະ spa ໄດ ລ ງນາມໃນບ ດບ ນທ ກຊ ວຍຈຳ ກ ຽວກ ບການຮ ວມມ ແລະ ແລກປ ຽນຂ ມ ນຂ າວສານ ພິທີເປີດງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 20

ຍສໝ - ງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ (ຫ່າເຂົາ) ຄັ້ງທີ 20 ປີ 2020 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ “ເລີ່ມຕົ້ນການເດີນທາງໃໝ່, ສ້າງອະນາຄົດໃໝ່”.

ສຳນ ກຂ າວສານຫວຽດນາມ ແລະ spa ໄດ ລ ງນາມໃນບ ດບ ນທ ກຊ ວຍຈຳ ກ ຽວກ ບການຮ ວມມ ແລະ ແລກປ ຽນຂ ມ ນຂ າວສານ ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ທ່ານ Jaime Chomali ເອກອັກຄະລັດຖະທູດຈີເລ ປະຈໍາ ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ທີ່ຮ່າໂນ້ຍ, ທ່ານນາງ ຫງວຽນທິເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຕາງໜ້າຄະນະປະທານ VUFO ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ທ່ານ Jaime Chomali ເອກອັກຄະລັດຖະທູດຈີເລ ປະຈໍາ ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.