ຫວຽດນາມ ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ ຖະແຫຼງການຖະແຫຼງການປອດລ່າເມືອງຂຶ້ນ ຄົບຮອບ 60 ປີ

17:21 | 20/12/2020

ຍສໝ -  ເມື່ອບໍ່ດົນມານີ້, ຄະນະຜູ້ແທນຂອງ 3 ປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ, ປະກອບມີຫວຽດນາມ, ຣັດເຊຍ ແລະ ອາຟຣິກາໃຕ້ ໄດ້ຈັດກິດຈະກຳຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ເພື່ອສະເຫຼີມສະຫຼອງ ຖະແຫຼງການ ສປຊ ກ່ຽວກັບການມອບເອກະລາດ ໃຫ້ແກ່ບັນດາປະເທດ ແລະ ຊົນຊາດທີ່ເປັນ ຫົວເມືອງຂຶ້ນ

ຫວຽດນາມ ສ ມທ ບກ ນຈ ດຕ ງພ ທ ສະເຫ ມສະຫ ອງ ຖະແຫ ງການຖະແຫ ງການປອດລ າເມ ອງຂ ນ ຄ ບຮອບ 60 ປ ຫວຽດນາມເຂົ້າຮ່ວມກອງປະຊຸມປຶກ​ສາ​ຫາ​ລື ຂອງສະມັດຊາໃຫຍ່ສະຫະປະຊາຊາດກ່ຽວກັບມະຫາສະໝຸດ ແລະກົດໝາຍວ່າ​ດ້ວຍທະເລ
ຫວຽດນາມ ສ ມທ ບກ ນຈ ດຕ ງພ ທ ສະເຫ ມສະຫ ອງ ຖະແຫ ງການຖະແຫ ງການປອດລ າເມ ອງຂ ນ ຄ ບຮອບ 60 ປ ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິສະບັບທຳອິດ ທີ່ສະເໜີໂດຍຫວຽດນາມ

ກອງປະຊຸມດັ່ງກ່າວໄດ້ຮັບການເປັນປະທານຮ່ວມ ໂດຍທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ, ພ້ອມດ້ວຍທ່ານອຸປະທູດຊົ່ວຄາວຂອງຄະນະຜູ້ແທນລັດເຊຍ ແລະ ທ່ານຮອງຫົວໜ້າຄະນະຜູ້ແທນປະເທດອາຟຣິກາໃຕ້, ໂດຍມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຂອງຄະນະຜູ້ແທນບັນດາປະເທດສະມາຊິກສະຫະປະຊາຊາດ ເກືອບ 100 ຄົນ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງຄັ້ງນີ້, ບັນດາປະເທດສະມາຊິກສະຫະປະຊາຊາດ ໄດ້ຍົກສູງຄວາມໝາຍສຳຄັນຂອງຖະແຫຼງການປອດລ່າເມືອງຂຶ້ນ, ເຊິ່ງໄດ້ຮັບຮອງເອົາໃນປີ 1960 ໂດຍສະມັດຊາໃຫຍ່ສະຫະປະຊາຊາດ ໃນມະຕິເລກທີ 1514, ແລະ ກ່າວວ່າຖະແຫຼງການດັ່ງກ່າວ ຍັງແມ່ນໜຶ່ງໃນ ເອກະສານທີ່ສຳຄັນທີ່ສຸດຂອງສະຫະປະຊາຊາດ.

ຫວຽດນາມ ສ ມທ ບກ ນຈ ດຕ ງພ ທ ສະເຫ ມສະຫ ອງ ຖະແຫ ງການຖະແຫ ງການປອດລ າເມ ອງຂ ນ ຄ ບຮອບ 60 ປ
ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: baoquocte)

ນັບແຕ່ໄດ້ຮັບຮອງເອົາ, ຖະແຫຼງການປອດລ່າເມືອງຂຶ້ນດັ່ງກ່າວ ໄດ້ກາຍເປັນແຫຼ່ງກຳລັງແຮງຊຸກຍູ້ການເຄື່ອນໄຫວ ແລະ ເປັນຄວາມປາດຖະໜາຂອງບັນດາປະຊາຊາດຫົວເມືອງຂຶ້ນ ເຊິ່ງຕໍ່ສູ້ເພື່ອເອກະລາດ, ຢຸດຕິລັດທິລ່າເມືອງຂຶ້ນ, ນຳເອົາດ້ວຍໝາກຜົນອັນໃຫຍ່ຫຼວງແມ່ນການປົດປ່ອຍຫຼາຍກ່ວາ 750 ລ້ານຄົນໃນຫຼາຍກ່ວາ 80 ປະເທດລ່າເມືອງຂຶ້ນໃນອາຊີ, ອາຟຣິກກາ, ອາເມລິກາລາຕິນ ແລະ ໂອເຊຍເນຍ.

ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກ, ຄວາມມານະພະຍາຍາມຂອງຫວຽດນາມ ໃນວິວັດການຕໍ່ສູ້ປົດປ່ອຍຊາດ, ຍາດເອົາຄວາມເອກະລາດ, ເນັ້ນໜັກເຖິງການພົວພັນລະຫວ່າງການຕໍ່ສູ້ຂອງປະຊາຊົນຫວຽດນາມ ແລະ ປະຊາຊົນໂລກ ແລະ ສະຫະປະຊາຊາດ.

ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ ໄດ້ເນັ້ນໜັກວ່າ ການຕໍ່ສູ້ຂອງຫວຽດນາມ ເພື່ອຍາດເອົາຄວາມເອກະລາດແຫ່ງຊາດ ໂຮມປະເທດຊາດເປັນເອກະພາບກັນ ໄດ້ຕິດພັນກັບປະຫວັດແຫ່ງການຕໍ່ສູ້ຂອງຫລາຍປະເທດທົ່ວໂລກ, ພິເສດແມ່ນຢູ່ອາຟຼິກກາ. ຫວຽດນາມໄດ້ຮັບການສະໜັບສະໜູນດ້ານຈິດໃຈຢ່າງແຮງ ຈາກຫຼາຍປະເທດ ແລະ ເພື່ອນມິດສາກົນໃນການຕໍ່ສູ້ນີ້.

ຍ້ອນແນວນັ້ນ, ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ ໄດ້ຢືນຢັນຄວາມສຳຄັນຂອງຂະບວນການປອດລ່າເມືອງຂຶ້ນ ແລະ ປະຕິບັດສິດທິຕັດສິນດ້ວຍຕົນເອງ ຂອງບັນດາປະເທດຕາມກົດໝາຍວ່າດ້ວຍການລ່າເມືອງຂຶ້ນ, ກົດບັດສະຫະປະຊາຊາດ ແລະ ມະຕິທີ່ກ່ຽວຂ້ອງ. ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງເພີ່ມທະວີການຮ່ວມມືກັບບັນດາອົງການທີ່ກ່ຽວຂ້ອງ ຂອງສະຫະປະຊາຊາດ ເພື່ອສົ່ງເສີມການຕັດສິນໃຈ ແລະ ການປະຕິບັດຖະແຫຼງການ, ໃນຈິດໃຈສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ສາມັກຄີ.

ຫວຽດນາມ ສ ມທ ບກ ນຈ ດຕ ງພ ທ ສະເຫ ມສະຫ ອງ ຖະແຫ ງການຖະແຫ ງການປອດລ າເມ ອງຂ ນ ຄ ບຮອບ 60 ປ ສະຫະປະຊາຊາດ ສະເໜີໃຫ້ຫວຽດນາມ ໜູນຊ່ວຍກໍ່ສ້າງສູນກວດຫາເຊື້ອພະຍາດໂຄວິດ-19 ໜຶ່ງແຫ່ງ ຢູ່ ຊູດັງໃຕ້

ຍສໝ - ຫົວໜ້າກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ລາຍງານຕໍ່ນາຍົກລັດຖະມົນຕີ ຫວຽດນາມ ຂໍແຜນນະໂຍບາຍເພື່ອຜັນຂະຫຍາຍຕາມຂໍ້ສະເໜີຂອງ ສະຫະປະຊາຊາດ (ສປຊ).

ຫວຽດນາມ ສ ມທ ບກ ນຈ ດຕ ງພ ທ ສະເຫ ມສະຫ ອງ ຖະແຫ ງການຖະແຫ ງການປອດລ າເມ ອງຂ ນ ຄ ບຮອບ 60 ປ ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ສະຫະພັນອາຟຼິກາແມ່ນກອບສຳຄັນສຳລັບການປະຕິບັດບັນດາຂໍ້ລິເລີ່ມດ້ານຄວາມໝັ້ນຄົງ ແລະສັນຕິພາບໃນພາກພື້ນ, ໂດຍຜ່ານການນຳໃຊ້ການສະໜັບສະໜູນ ແລະ ຊິ​ຊາ​ການຂອງສາກົນ.

ຫວຽດນາມ ສ ມທ ບກ ນຈ ດຕ ງພ ທ ສະເຫ ມສະຫ ອງ ຖະແຫ ງການຖະແຫ ງການປອດລ າເມ ອງຂ ນ ຄ ບຮອບ 60 ປ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສົ່ງສານເຖິງກອງປະຊຸມພິເສດ ຂອງສະຫະປະຊາຊາດກ່ຽວກັບ COVID-19

ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຫາກໍສົ່ງສານ ຢ່າງສຳຄັນຕໍ່ກອງປະຊຸມພິເສດກ່ຽວກັບການຕອບໂຕ້, ຄຸ້ມຄອງການແຜ່ລະບາດຂອງພະຍາດ COVID-19 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 75 ທີ່ດຳເນີນໃນວັນທີ 3-4 ທັນວາ 2020 ທີ່ນິວຢອກ, ອາ​ເມລິ​ກາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.