ສະ​ຖານ​ທູດ ມາ​ເລ​ເຊຍ ​ສະ​ໜັບ​ສະ​ໜູນ​ຜູ້​ປະ​ສົບ​ໄຟ​ນ້ຳ​ຖ້ວມ​ເຂດ​ພາກ​ກາງຫວຽດ​ນາມ

14:32 | 18/12/2020

ຍ​ສ​ໝ - ທີ່ການພົບປະ, ທ່ານນາງເອກອັກຄະລັດຖະທູດ Sharifah Norhana Syed Mustaffa ໄດ້ແບ່ງປັນກ່ຽວກັບການຄວາມເສຍຫາຍ​ທາງ​ດ້ານຊີວິດແລະຊັບສິນຢ່າງໃຫຍ່ຫຼວງ ເຊິ່ງປະຊາຊົນຢູ່ເຂດພາກກາງຫວຽດນາມ ປະສົບໃນໄລ​ຍະ​ທີ່​ຜ່ານ​ມາ.

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ​ຈາກ​ມາ​ເລ​ເຊຍ​ກັບ​ຄືນ ປະ​ເທດ
ການ​​ເຈ​ລະ​ຈາ​ທາງ​ໂທ​ລະ​ສັ​ບ​ ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ມາ​ເລ​ເຊຍ
ສະ​ຖານ​ທູດ ມາ​ເລ​ເຊຍ ​ສະ​ໜັບ​ສະ​ໜູນ​ຜູ້​ປະ​ສົບ​ໄຟ​ນ້ຳ​ຖ້ວມ​ເຂດ​ພາກ​ກາງຫວຽດ​ນາມ
ການ​ນຳ​ ກົມອາຊີຕາເວັນອອກສ່ຽງໃຕ້ - ອາຊີໃຕ້ - ປາຊີຟິກໃຕ້ຮັ​ບ​ເງິນ​ສະ​ໜັບ​ສະ​ໜູນ​ຂອງມ​າ​ເລ​ເຊຍ​ຈາກ​ທ່ານ​ນາງ Sharifah Norhana Syed Mustaffa, ເອກອັກຄະລັດຖະທູດມາເລເຊຍປະຈຳຫວຽດນາມ (ພາບ: Baoquocte.com)

ວັນທີ 17 ທັນວາ, ໂດຍໄດ້ຮັບອະນຸຍາດຈາກຜູ້ນຳກະຊວງການຕ່າງປະເທດ, ການ​ນຳ​ ກົມອາຊີຕາເວັນອອກສ່ຽງໃຕ້ - ອາຊີໃຕ້ - ປາຊີຟິກໃຕ້ໄດ້ໃຫ້ການ​ຕ້ອນ​ຮັບທ່ານ​ນາງ Sharifah Norhana Syed Mustaffa, ເອກອັກຄະລັດຖະທູດມາເລເຊຍປະຈຳຫວຽດນາມເພື່ອຮັບເອົາເງິນເປັນຈຳ​ນ​ວນ 25,000 USD ຈາກ​ລັດ​ຖະ​ບານ​ມາເລເຊຍ ແລະ ວັດຖຸພັນທີ່​ມີມູນຄ່າ 22,000 USDຈາກ​ສະມາຄົມວິ​ສາ​ຫະ​ກິດມາເລເຊຍຢູ່ ຫວຽດນາມ ແລະ ເງິນ​ເປັນຈຳນວນ 5,000 USD ຈາກ​ກຸ່ມບໍລິສັດ Gamuda Land Group ທີ່ສະໜັບສະໜູນຜູ້ປະສົບເຄາະ​ຮ້າຍຈາກພາຍຸ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນຢູ່ບັນດາແຂວງພາກກາງໃນ​ຫວ່າງ​ແລ້ວນີ້. ເຂົ້າຮ່ວມຝ່າຍຫວຽດນາມມີທ່ານນາງ ເລື່ອງ​ທິ​ຮົ່ງ​ທຸຍ, ຫົວໜ້າພະແນກພົວພັນຕ່າງປະເທດ ແລະ ການພັດທະນາ, ຜູ້ຕາງໜ້າສະ​ພາກາແດງຫວຽດນາມໄດ້​ຈຳ​ນ​ວ​ນ​ເງິນ ແລະ ວັດ​ຖຸ​ພັນ​ສະ​ໜັບ​ສະ​ໜູນ.

ທີ່ການພົບປະ, ທ່ານນາງເອກອັກຄະລັດຖະທູດ Sharifah Norhana Syed Mustaffa ໄດ້ແບ່ງປັນກ່ຽວກັບການຄວາມເສຍຫາຍ​ທາງ​ດ້ານຊີວິດແລະຊັບສິນຢ່າງໃຫຍ່ຫຼວງ ເຊິ່ງປະຊາຊົນຢູ່ເຂດພາກກາງຫວຽດນາມ ປະສົບໃນໄລ​ຍະ​ທີ່​ຜ່ານ​ມາ, ທ່ານ​ນາງກ​ໍ່ເນັ້ນໜັກເຖິງຈຳນວນເງິນບໍລິຈາກແມ່ນການສະແດງໃຫ້ເຫັນຄວາມຮັກແພງ, ແບ່ງປັນຂອງລັດຖະບານ ແລະ ປະຊາຊົນມາເລເຊຍ ຕໍ່ປະຊາຊົນຫວຽດນາມ ບົນຈິດໃຈ ມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ; ສະແດງຄວາມເຊື່ອ ໝັ້ນວ່າອຳນາດການປົກຄອງ ແລະ ປະຊາຊົນຢູ່ບັນດາທ້ອງຖິ່ນທີ່ຖືກຜົນສະທ້ອນຈະຜ່ານຜ່າຄວາມຫຍຸ້ງຍາກແລະນຳ​ຊີ​ວິດ​ການ​ເປັນ​ຢູ່​ກັບ​ຄືນ​ສູ່​ສະ​ພາບ​ທີ່​ເປັນ​ປົກ​ກະ​ຕິໂດຍໄວ.

ສ່ວນຜູ້ນຳພະແນກອາຊີຕາເວັນອອກສ່ຽງໃຕ້ - ອາຊີໃຕ້ - ພາກໃຕ້ປາຊີຟິກໄດ້ສະ​ແດງ​ຄວາມ​ຂອບ​ອົກຂອບໃຈຕໍ່ມາເລເຊຍ ທີ່​ໄດ້ສະໜັບສະໜູນແລະຊ່ວຍເຫຼືອຕໍ່ປະຊາຊົນພາກກາງຫວຽດນາມ; ການ​ນຳ​ກ​ໍ່ເນັ້ນໜັກວ່າ ສອງປະເທດສະໜັບສະໜູນເຊິ່ງກັນແລະກັນ ໃນເວລາປະ​ສົບ​ກັບ​ຄວາມຫຍຸ້ງຍາກແມ່ນການກະທຳ​ແທດ​ຈິງເພື່ອສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງສອງປະເທດກໍ່ຄືຈິດໃຈແຫ່ງຄວາມສາມັກຄີຂອງອາຊຽນ.

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ​ຈາກ​ມາ​ເລ​ເຊຍ​ກັບ​ຄືນ ປະ​ເທດ

ຍ​ສ​ໝ - ພາຍຫຼັງ​ເຮືອ​ບິນ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ ເຕິນ​ເຊີນ​ເຍິດ (ນະ​ຄອນ ໂຮ່​ຈີ​ມິນ), ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ການ​ເສັງ​ໄດ້​ຮັບ​ການກວດ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ຕາມ​ຂໍ້​ກຳ​ນົດ.

ການ​​ເຈ​ລະ​ຈາ​ທາງ​ໂທ​ລະ​ສັ​ບ​ ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ມາ​ເລ​ເຊຍ

ອາ​ທິດ​ຜ່ານ​ມາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຈລະຈາທາງໂທລະສັບກັບ ທ່ານ Hishammuddin Hussein ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ.

ຫວຽດ​ນາມ ລື່ມ​ກາຍ ສິງ​ກະ​ໂປ, ມາ​ເລ​ເຊຍ ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ 4 ໃນພາກ​ພື້​ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວ່າງແລ້ວນີ້, ກອງທຶນເງິນຕາສາກົນ (IMF) ໄດ້ປະກາດບົດລາຍງານແງ່ຫວັງເສດຖະກິດໂລກປີ 2020 ສະບັບອັບເດດຫຼ້າສຸດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.