ທີ່ປຶກສາແຫ່ງລັດ ມຽນມາ ໄດ້ສົ່ງສານຢື້​ຢາມ​ຖາມ​ຂ່າວກ່ຽວ​ກັບ​ໄພ​ນ້ຳ​ຖ້ວມຢູ່​ພາກ​ກາງ ຫວຽດ​ນາມ

15:04 | 22/10/2020

ທ່ານນາງ Aung San Suu Kyi ໄດ້ສະແດງຄວາມເຂົ້າອົກເຂົ້າໃຈ ແລະ ຝາກຄຳຢື້ຢາມຖາມຂ່າວມາຍັງລັດຖະບານ ແລະ ປະຊາຊົນຢູ່ເຂດຖືກຜົນເສຍຫາຍ ຍ້ອນໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍຈິດໃຈອົງອາດກ້າແກ່ນ ແລະ ຄວາມສາມັກຄີຂອງປະຊາຊົນ ຫວຽດນາມ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າບັນດາສິ່ງທ້າທາຍ ຍ້ອນໄພທຳມະຊາດກໍ່ຂຶ້ນໂດຍໄວ.

ທ ປ ກສາແຫ ງລ ດ ມຽນມາ ໄດ ສ ງສານຢ ຢາມ ຖາມ ຂ າວກ ຽວ ກ ບ ໄພ ນ ຳ ຖ ວມຢ ພາກ ກາງ ຫວຽດ ນາມ ຄະນະກຳມະການຮ່ວມມືລາວ - ຫວຽດນາມ ແລະ ວິສາຫະກິດລາວ ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນພາກກາງຫວຽດນາມ
ທ ປ ກສາແຫ ງລ ດ ມຽນມາ ໄດ ສ ງສານຢ ຢາມ ຖາມ ຂ າວກ ຽວ ກ ບ ໄພ ນ ຳ ຖ ວມຢ ພາກ ກາງ ຫວຽດ ນາມ ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021
ທ ປ ກສາແຫ ງລ ດ ມຽນມາ ໄດ ສ ງສານຢ ຢາມ ຖາມ ຂ າວກ ຽວ ກ ບ ໄພ ນ ຳ ຖ ວມຢ ພາກ ກາງ ຫວຽດ ນາມ
ຝົນຕົກ, ນໍ້າຖ້ວມ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 133 ຄົນ, ພືດພັນທັນຍາຫານນັບພັນເຮັກຕາຖືກນ້ຳຖ້ວມ, ສັດລ້ຽງຖືກນ້ຳໄຫຼຊຸໄປໝົດ. ເສັ້ນທາງຫຼວງ, ເສັ້ນທາງແຂວງຕໍ່ແຂວງ ເງະອານ, ຮ່າຕີ໊ງ, ກວ໋າງບິ່ງ, ກວ໋າງຈິ ຖືກນ້ຳຖ້ວມ, ເປ່ເພ. ພາບ: TTXVN.

ຕາມຂ່າວວັນທີ 21 ຕຸລາ ຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ໄດ້ໃຫ້ຂ່າວກ່ຽວກັບໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນ ກໍ່ຜົນເສຍຫາຍຢ່າງໜັກໜ່ວງ ທັງຊີວິດອິນຊີ ແລະ ຊັບສິນຂອງພໍ່ແມ່ປະຊາຊົນບັນດາແຂວງພາກກາງ ຫວຽດນາມ, ທ່ານນາງ Aung San Suu Kyi ໄດ້ສະແດງຄວາມເຂົ້າອົກເຂົ້າໃຈ ແລະ ຝາກຄຳຢື້ຢາມຖາມຂ່າວມາຍັງລັດຖະບານ ແລະ ປະຊາຊົນຢູ່ເຂດຖືກຜົນເສຍຫາຍ ຍ້ອນໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍຈິດໃຈອົງອາດກ້າແກ່ນ ແລະ ຄວາມສາມັກຄີຂອງປະຊາຊົນ ຫວຽດນາມ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າບັນດາສິ່ງທ້າທາຍ ຍ້ອນໄພທຳມະຊາດກໍ່ຂຶ້ນໂດຍໄວ.

ໄລ່ຮອດເວລາ 17 ໂມງຂອງວັນທີ 20 ຕຸລາ, ຝົນຕົກ, ນໍ້າຖ້ວມ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 133 ຄົນ, ພືດພັນທັນຍາຫານນັບພັນເຮັກຕາຖືກນ້ຳຖ້ວມ, ສັດລ້ຽງຖືກນ້ຳໄຫຼຊຸໄປໝົດ. ເສັ້ນທາງຫຼວງ, ເສັ້ນທາງແຂວງຕໍ່ແຂວງ ເງະອານ, ຮ່າຕີ໊ງ, ກວ໋າງບິ່ງ, ກວ໋າງຈິ ຖືກນ້ຳຖ້ວມ, ເປ່ເພ.

ໄລ່ຮອດວັນທີ 20 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກ໋ວາງຈິ້ ໄດ້ຮັບເອົາເງິນສົດ 20 ຕື້ດົ່ງ ແລະ ສິນຄ້າ, ສະບຽງອາຫານທີ່ມີມູນຄ່າກ່ວາ 10 ຕື້ດົ່ງ ໂດຍບັນດາຫົວໜ່ວຍ, ສ່ວນບຸກຄົນໜູນຊ່ວຍໃຫ້ພໍ່ແມ່ປະຊາຊົນໃນເຂດຖືກໄພນ້ຳຖ້ວມ. ວັນທີ 20 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ຮັບການບໍລິຈາກສະໜັບສະໜູນປະຊາຊົນພາກກາງແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກໜັກ, ນ້ຳແກ່ງຖ້ວມ ດ້ວຍຈຳນວນເງິນກ່ວາ 22 ຕື້ດົ່ງ ແລະ ບັນດາປະເພດສິນຄ້າອື່ນໆ.

ທ ປ ກສາແຫ ງລ ດ ມຽນມາ ໄດ ສ ງສານຢ ຢາມ ຖາມ ຂ າວກ ຽວ ກ ບ ໄພ ນ ຳ ຖ ວມຢ ພາກ ກາງ ຫວຽດ ນາມ ຫວຽດ​ນາມ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປຶກອອ​ນລາຍ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ໂກ​ລົມ​ເບຍ ຂ​ອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ ໄດ້​ຕີ​ລາ​ຄາ​ສູງ​ຕໍ່ການຮຽກ​ໂຮມ​ ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແຫ່ງ​ຊາດ ແລະ ສະເໜີ​ໃຫ້​ບັນ​ດາ​ຝ່າຍໃຫ້​ບຸ​ລິ​ມະ​ສິດ​ໜ້າ​ທີ່​ປົກ​ປ້ອງ​ສາ​ມັນ​ຊົນ, ພິ​ເສດ​ແມ່ນ ແມ່​ຍິງ ແລະ ເດ​ັກ​ນ້ອຍ.

ທ ປ ກສາແຫ ງລ ດ ມຽນມາ ໄດ ສ ງສານຢ ຢາມ ຖາມ ຂ າວກ ຽວ ກ ບ ໄພ ນ ຳ ຖ ວມຢ ພາກ ກາງ ຫວຽດ ນາມ UNICEF ສະ​ເໜີ 4 ຂົງ​ເຂດ​ບຸ​ລິ​ມະ​ສິດ​ຮ່ວມ​ມື​ກັບ​ກະ​ຊວງ​ສຶກ​ສາ ແລະ ບຳ​ລ​ຸງ​ສ້າງ ຫວຽດ​ນາມ

ທ່ານນາງຮອງລັດຖະມົນຕີ ໂງທິມິນ ໄດ້ສະແດງຄວາມເຫັນດີເຫັນພ້ອມຕໍ່ຂໍ້ສະເໜີຮ່ວມມືຂອງ UNICEF ໃນໄລຍະຈະມາເຖິງ ເພື່ອແນໃສ່ສ້າງສະພາບແວດລ້ອມຮ່ຳຮຽນ ຂຽວ - ສະອາດ - ສວຍງາມ ແລະ ປອດໄພໃຫ້ແກ່ນັກຮຽນທຸກໆຄົນ.

ທ ປ ກສາແຫ ງລ ດ ມຽນມາ ໄດ ສ ງສານຢ ຢາມ ຖາມ ຂ າວກ ຽວ ກ ບ ໄພ ນ ຳ ຖ ວມຢ ພາກ ກາງ ຫວຽດ ນາມ ຫວຽດ​ນາມ​ຈັດ​ຕັ້ງ ການໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ສິດ​ອຳ​ນາດ​ດ້ານ​ເສດ​ຖະ​ກິດ​ຂອງແມ່​ຍິງ

ທ່ານ ໂຕແອັງຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ປີ 2020 ແມ່ນປີສ້າງຂີດໝາຍໃນການປະຕິບັດຫັນເປົ້າໝາຍກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ຍົກສູງສິດອຳນາດຂອງແມ່ຍິງ ໃຫ້ປະກົດຜົນເປັນຈິງ, ສ້າງຂີດໝາຍ 25 ປີແຫ່ງການປະຕິບັດຖະແຫຼງການປັກກິ່ງ ແລະ ພື້ນຖານການກະທຳຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ.

ໄຊພອນ

ເຫດການ
302 Found

Found

The document has moved here.