ສະຫະປະຊາຊາດ ສະເໜີໃຫ້ຫວຽດນາມ ໜູນຊ່ວຍກໍ່ສ້າງສູນກວດຫາເຊື້ອພະຍາດໂຄວິດ-19 ໜຶ່ງແຫ່ງ ຢູ່ ຊູດັງໃຕ້

10:32 | 14/12/2020

ຍສໝ - ຫົວໜ້າກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ລາຍງານຕໍ່ນາຍົກລັດຖະມົນຕີ ຫວຽດນາມ ຂໍແຜນນະໂຍບາຍເພື່ອຜັນຂະຫຍາຍຕາມຂໍ້ສະເໜີຂອງ ສະຫະປະຊາຊາດ (ສປຊ).

ສະຫະປະຊາຊາດ ສະເໜ ໃຫ ຫວຽດນາມ ໜ ນຊ ວຍກ ສ າງສ ນກວດຫາເຊ ອພະຍາດໂຄວ ດ 19 ໜ ງແຫ ງ ຢ ຊ ດ ງໃຕ ຮອງເລຂາທິການໃຫຍ່ ສປຊ ມີຄວາມປາດຖະໜາກຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ
ສະຫະປະຊາຊາດ ສະເໜ ໃຫ ຫວຽດນາມ ໜ ນຊ ວຍກ ສ າງສ ນກວດຫາເຊ ອພະຍາດໂຄວ ດ 19 ໜ ງແຫ ງ ຢ ຊ ດ ງໃຕ ກອງປະຊຸມໂອ້ລົມສົນທະນາກ່ຽວກັບການສ້າງຂອບການຮ່ວມມືພັດທະນາຫວຽດນາມ - ສປຊ ໄລຍະ 2022-2026
ສະຫະປະຊາຊາດ ສະເໜ ໃຫ ຫວຽດນາມ ໜ ນຊ ວຍກ ສ າງສ ນກວດຫາເຊ ອພະຍາດໂຄວ ດ 19 ໜ ງແຫ ງ ຢ ຊ ດ ງໃຕ
ທ່ານພົນຕີ ຟຸ່ງຊີເຕິນ ເຮັດວຽກກັບກົມຮັກສາສັນຕິພາບຫວຽດນາມ. ພາບ: qdnd.vn.

ສປຊ ໄດ້ສະເໜີໃຫ້ຫວຽດນາມ ຜັນຂະຫຍາຍສູນກວດຫາເຊື້ອພະຍາດໂຄວິດ-19 ໜຶ່ງແຫ່ງ ເພື່ອແນໃສ່ໜູນຊ່ວຍ ສປຊ ເພີ່ມທະວີກໍາລັງຄວາມສາມາດປ້ອງກັນ, ຕ້ານພະຍາດຢູ່ບໍລິເວນຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້. ຫົວໜ້າກະຊວງປ້ອງກັນປະເທດ ໄດ້ລາຍງານຕໍ່ນາຍົກລັດຖະ ມົນຕີ ຂໍແຜນນະໂຍບາຍເພື່ອຜັນຂະຫຍາຍຕາມຂໍ້ສະເໜີຂອງ ສປຊ, ພ້ອມທັງໜູນຊ່ວຍວັດຖຸອຸປະກອນການແພດປ້ອງກັນພະຍາດຈຳນວນໜຶ່ງ ທີ່ຫວຽດນາມຜະລິດເອງໃຫ້ລັດຖະບານ ສ.ຊູດັງໃຕ້.

ທ່ານພົນຕີ ຟຸ່ງຊີເຕິນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຮຽກຮ້ອງໃຫ້ກົມຮັກສາສັນຕິພາບຫວຽດນາມ ຄວນສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ປະດິດຄິດສ້າງໃນການຜັນຂະຫຍາຍປະຕິບັດໜ້າທີ່ໃນສະພາບພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ, ເປັນຕົ້ນແມ່ນວຽກງານຄຸ້ມຄອງ, ບັນຊາ, ບໍລິຫານກໍາລັງຮັກສາສັນຕິພາບຫວຽດນາມ ຢູ່ຊູດັງໃຕ້ ແລະຢູູ່ ສ.ອາຟະລິກາກາງ, ສ້າງແຜນການຮັບປະກັນຄວາມສະຫງົບ, ຄວາມປອດໄພໃນກໍລະນີໂລກພະຍາດໃນບໍລິເວນສືບຕໍ່ຜັນແປສັບສົນ, ແກ່ຍາວ...

ຕໍ່ໜ້າຜົນກະທົບທີ່ນັບມື້ນັບຮ້າຍແຮງຂອງໂລກລະບາດ ໂຄວິດ - 19, ຄວາມຕ້ອງການ ແລະ ທ່າອ່ຽງໃນການຮ່ວມມືສາກົນເພື່ອຮັບມືກັບໂລກລະບາດໂຄວິດ - 19 ກໍ່ນັບມື້ນັບເພີ່ມຂຶ້ນ. ໂດຍແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ, ຫວຽດນາມ ມີຄວາມປາດຖະໜາວ່າ “ປະຊາຄົມສາກົນ ຈະເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງຂອງແຕ່ລະປະເທດ, ກໍ່ຄືຈິດໃຈຄວາມສາມັກຄີ, ການຮ່ວມມືສາກົນ ຢ່າງແຮງ ເພື່ອພ້ອມກັນຜ່ານຜ່າໂລກລະບາດໂຄວິດ - 19 ແລະ ສ້າງອະນາຄົດທີ່ດີງາມກ່ວາ ໃຫ້ແກ່ແຕ່ລະປະເທດ ແລະ ປະຊາຊົນທຸກຄົນ. ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວິວັດທະນາການອັນສູງສົ່ງດັ່ງກ່າວ”.

ເມື່ອບໍ່ດົນມານີ້, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75 ໄດ້ດຳເນີນກອງປະຊຸມພິເສດກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ຕາມຮູບການທາງອອນລາຍ.ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານອັນສຳຄັນສະບັບໜຶ່ງໄປຍັງກອງປະຊຸມ. ເນື້ອໃນສານໄດ້ສະເໜີ 6 ເນື້ອໃນ ໃນນັ້ນ ຖືບົດບາດໃຈກາງຂອງສະຫະປະຊາຊາດເປັນສຳຄັນ, ເພີ່ມທະວີການສົມທົບນະໂຍບາຍ, ສາມັກຄີກັນໃນການກະທຳ, ຍູ້ແຮງການຮ່ວມມືສາກົນ ກໍ່ຄືຄວາມມານະພະຍາຍາມຂອງບັນດາອົງການຫລາຍຝ່າຍ ໃນການບໍລິຫານທົ່ວໂລກ ແນໃສ່ຍູ້ໂຄວິດ-19 ໃຫ້ຖອຍໄປ; ຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງຂອງທຸກນະໂຍບາຍ ແລະ ມີການກະທຳດ້ວຍບຸລິມະສິດແຖວໜ້າແມ່ນຮັກສາສຸຂະພາບ, ຊີວິດອີນຊີຂອງມະນຸດ, ຮັບປະກັນໃຫ້ປະຊາຊົນຢູ່ທຸກປະເທດ ແລະ ເຂດແຄ້ວນ ລ້ວນແຕ່ໄດ້ສຳຜັດກັບວັກຊິນ ແລະ ຢາປິ່ນປົວໂຄວິດ-19 ດ້ວຍຄ່າໃຊ້ຈ່າຍເໝາະສົມ.

ສະຫະປະຊາຊາດ ສະເໜ ໃຫ ຫວຽດນາມ ໜ ນຊ ວຍກ ສ າງສ ນກວດຫາເຊ ອພະຍາດໂຄວ ດ 19 ໜ ງແຫ ງ ຢ ຊ ດ ງໃຕ ເລຂາທິການໃຫຍ່ ສປຊ ສົ່ງໂທລະເລກຢ້ຽມຢາມຖາມຂ່າວ ສະພາບການພາຍຸນໍ້າຖວ້ນຢູ່ພາກກາງຫວຽດນາມ

ຍສໝ - ໄດ້ຍິນຂ່າວວ່າ ຫວຽດນາມ ກຳລັງປະສົບກັບຄວາມເສຍຫາຍຫລາຍຢ່າງ ທີ່ເກີດຈາກໄພພິບັດທາງທຳ ມະຊາດ, ທ່ານ Antonio Guterres - ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວ ມາເຖິງທ່ານເລຂາທິການໃຫຍ່ ແລະ ປະທານປະເທດຫວຽດນາມຫງວຽນຟູຈ້ອງ.

ສະຫະປະຊາຊາດ ສະເໜ ໃຫ ຫວຽດນາມ ໜ ນຊ ວຍກ ສ າງສ ນກວດຫາເຊ ອພະຍາດໂຄວ ດ 19 ໜ ງແຫ ງ ຢ ຊ ດ ງໃຕ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມພິ​ທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ

ຍ​ສ​ໝ - ທ່ານ Kamal Maholtra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມຕີລາຄາສູງທີ່ຕັ້ງ ແລະບົດບາດຂອງຫວຽດນາມໃນຖານະເປັນ​ກຳ​ມະ​ການ​ບໍ່​ປະ​ຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ແລະປະທານອາຊຽນໃນປີ 2020.

ສະຫະປະຊາຊາດ ສະເໜ ໃຫ ຫວຽດນາມ ໜ ນຊ ວຍກ ສ າງສ ນກວດຫາເຊ ອພະຍາດໂຄວ ດ 19 ໜ ງແຫ ງ ຢ ຊ ດ ງໃຕ ຫວຽດ​ນາມ​​ເປັນ​ປະ​ທານ​ຮ່ວມກອງປະຊຸມທາງອອນລາຍຂອງ ສະພາຄວາມໝັ້ນຄົງ ສປຊ

ຍ​ສ​ໝ - ບັນດາປະເທດ ເກືອບທັງໝົດໄດ້ສະໜັບສະໜູນການນຳໃຊ້ມາດຕະການເປັນກາງໃນການສະກັດກັ້ນ, ແກ້ໄຂການຂັດແຍ້ງ, ປະທະກັນ ໂດຍຖືວ່າ ສະພາຄວາມໝັ້ນຄົງ ສປຊ ມີບົດບາດຕົ້ນຕໍ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ຄວນສືບຕໍ່ໜູນຊ່ວຍ, ຊຸກຍູ້ມາດຕະການເປັນກາງຜ່ານການສະໜັບສະໜູນດ້ານການເມືອງໃຫ້ແກ່ ການເປັນກາງ, ກຳມະການໄກ່່ເກ່ຍ, ສ້າງກຳລັງຄວາມສາມາດເປັນກາງ ໃຫ້ແກ່ບັນດາອົງການຈັດຕັ້ງພາກພື້ນ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ຕໍ່ວິວັດທະນາການຄວາມເປັນກາງ.

ໄຊພອນ

ເຫດການ
302 Found

Found

The document has moved here.