ຫາລື ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX

21:19 | 12/12/2020

ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປຶກສາຫາລືລະດັບສູງ ກ່ຽວກັບ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເພື່ອກະກຽມໃຫ້ແກ່ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ 13 ໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2020 ເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດເຫັນໃສ່ຮ່າງ ແຜນພັດທະນາດັ່ງກ່າວ ໃຫ້ມີຄວາມເໝາະສົມ, ສອດຄ່ອງ, ແທດເໝາະ ແລະ ສາມາດຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໂດຍການເປັນ ປະທານຮ່ວມຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ຊາລາ ຊັກກິເນສ ຜູ້ປະສານງານອົງການ ສະຫະປະຊາຊາດປະຈຳ ສປປ ລາວ, ມີຕົວແທນ ຈາກບັນດາກະຊວງ-ຂະແໜງການຕ່າງໆ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຫາລ ຮ າງແຜນພ ດທະນາເສດຖະກ ດ ສ ງຄ ມແຫ ງຊາດ ຄ ງທ ix ຫາລື ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV
ຫາລ ຮ າງແຜນພ ດທະນາເສດຖະກ ດ ສ ງຄ ມແຫ ງຊາດ ຄ ງທ ix ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ສປປ.ລາວ 5 ປີ ຄັ້ງທີ IX
ຫາລ ຮ າງແຜນພ ດທະນາເສດຖະກ ດ ສ ງຄ ມແຫ ງຊາດ ຄ ງທ ix
ຫາລື ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືກ່ຽວກັບ 6 ເປົ້າໝາຍ ແລະ 25 ແຜນວຽກຈຸດ ຂອງຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບບູລິມະສິດ ການພັດທະນາ ສຳລັບ 2021-2025, ເຊິ່ງ 6 ເປົ້າໝາຍດັ່ງກ່າວ ປະກອບມີ: ເສດຖະກິດ, ພັດທະນາ ຊັບພະຍາກອນມະນຸດ, ຊີວິດການເປັນຢູ່ທີ່ດີ, ການປົກປັກຮັກສາ ສິ່ງແວດລ້ອມ, ການພັດທະນາ ໂຄງລ່າງເຊື່ອມໂຍງ ແລະ ເຊື່ອມຈອດ ແລະ ການຄຸ້ມຄອງບໍລິຫານລັດ. ແຜນພັດທະນາ 5 ປີ ຄັ້ງທີ IX ແມ່ນຈະໄດ້ສຸມໃສ່ ການປະຕິຮູບ ໂຄງສ້າງເສດຖະກິດ ໃຫ້ມີການ ຫັນປ່ຽນ ຢ່າງຮອບດ້ານ ກ້າວໄປສູ່ ການເຕີບໂຕເສດຖະກິດ ທີ່ມີຄຸນນະພາບ ຕາມທິດຍືນຍົງ ແລະ ສີຂຽວ; ການພັດທະນາ ຊັບພະຍາກອນມະນຸດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ; ພ້ອມທັງແກ້ໄຂ ບັນຫາສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະຕິບັດ ແຜນການ 5 ປີ ຄັ້ງທີ VIII ຜ່ານມາ ໂດຍສະເພາະ ການຮັບມືກັບບັນດາ ສິ່ງທ້າທາຍທີ່ເກີດຂຶ້ນໃໝ່, ລວມທັງຜົນກະທົບ ຈາກການລະບາດ ຂອງພະຍາດໂຄວິດ-19, ບັນຫາການປ່ຽນແປງ ດິນຟ້າອາກາດ, ຂໍ້ຂັດແຍ່ງທາງການຄ້າ ແລະ ບັນຫາອື່ນໆ ເພື່ອຫລຸດຜ່ອນ ຜົນກະທົບຕໍ່ການ ພັດທະນາຂອງ ສປປ ລາວ ແລະ ສາມາດນຳພາປະເທດຊາດຫລຸດພົ້ນ ອອກຈາກສະຖານະພາບ ປະເທດດ້ອຍພັດທະນາ.

ນອກຈາກນີ້ ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວ ກັບກົນໄກການຈັດຕັ້ງປະຕິບັດ ໂດຍສະເພາະການກຳນົດ ຂອບການຕິດຕາມ ແລະ ປະເມີນຜົນ, ຍຸດທະສາດການເງິນ ແລະ ການປະເມີນ ຄ່າໃຊ້ຈ່າຍຂອງແຜນການ 5 ປີ ຄັ້ງທີ IX ເພື່ອຮັບປະກັນໃຫ້ ແຜນການດັ່ງກ່າວ ສາມາດ ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພາຍຫລັງໄດ້ຮັບຄຳຄິດ ເຫັນຈາກກອງປະຊຸມຄັ້ງນີ້ ຄະນະຮັບຜິດຊອບ ສ້າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຈະສືບຕໍ່ນໍາໄປປັບປຸງ ເນື້ອໃນໃຫ້ຄົບຖ້ວນ, ສົມບູນຂຶ້ນ ແລະ ຄາດວ່າ ຈະໄດ້ນຳສະເໜີ ລັດຖະບານພິຈາລະນາ ແລະ ສະເໜີຕໍ່ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ຮັບຮອງເອົາຢ່າງ ເປັນທາງການ ໃນຕົ້ນປີ 2021 ແລະ ຄາດວ່າ ຈະນໍາສະເໜີ ຕໍ່ກອງປະຊຸມໂຕະມົນລະດັບສູງ ເຊິ່ງຈະຈັດຂຶ້ນໃນກາງປີ 2021.

ຫາລ ຮ າງແຜນພ ດທະນາເສດຖະກ ດ ສ ງຄ ມແຫ ງຊາດ ຄ ງທ ix ຊຸກຍູ້ການຮັດແໜ້ນສາຍພົວພັນຫລາຍດ້ານ ລະຫວ່າງລາວ - ສິງກະໂປ

ໃນວັນທີ 9 ທັນວາ 2020 ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ Ms Leow Siu Lin ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ພ້ອມຄະນະ, ໃນໂອກາດມາເຄື່ອນໄຫວ ...

ຫາລ ຮ າງແຜນພ ດທະນາເສດຖະກ ດ ສ ງຄ ມແຫ ງຊາດ ຄ ງທ ix ລາວ-ຈີນ ເພີ່ມຄວາມເຂັ້ມແຂງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຊາຍແດນລໍາແມ່ນໍ້າຂອງຕອນເໜືອ

ໃນວັນທີ 09 ທັນວາ 2020 ທີ່ທ່າເຮືອກອງຮ້ອຍທະຫານຊາຍແດນ 122, ໄດ້ຈັດຕັ້ງພິທີຕ້ອນຮັບ ສະຫາຍ ທ່ານ ພົນຕີ ຢວນຮ້າຜິງ ຫົວໜ້າກອງບັນ ຊາການໃຫຍ່ຕໍາຫຼວດລາດຕາເວນທາງນ້ຳແຂວງ ຢູນນານ ສປ ຈີນ ພ້ອມຄະ ນະ ເຂົ້າຮ່ວມຊົມການສະແດງຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມຊາຍແດນ ລໍາແມ່ນໍ້າຂອງຕອນເໜືອ ຮ່ວມມືລາວ-ຈີນ ກອງຮ້ອຍທະຫານຊາຍແດນ 122 ດ່ານບ້ານມອມ ເມືອງຕົ້ນເຜິ້ງ ...

ຫາລ ຮ າງແຜນພ ດທະນາເສດຖະກ ດ ສ ງຄ ມແຫ ງຊາດ ຄ ງທ ix ປະເທດລາວ: ທົດລອງສົ່ງກະແສໄຟຟ້າແສງຕາເວັນ ຢູ່ແຂວງສະຫວັນນະເຂດ

ໃນອາທິດຜ່ານມາ, ປະເທດລາວ ໄດ້ມີການທົດລອງສົ່ງກະແສໄຟຟ້າຈາກໂຄງການໄຟຟ້າແສງຕາເວັນເຂົ້າສູ່ລະບົບຂອງໄຟຟ້າລາວ ຢູ່ແຂວງສະຫວັນນະເຂດ.

kpl.gov.la

ເຫດການ
302 Found

Found

The document has moved here.