ລາວ: ຍັງບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

16:43 | 11/11/2020

ປັດຈຸບັນ, ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.855 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 10 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 70.542 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອເບີ 24 ຍັງຄົງພັກຮັກສາຢູ່ໂຮງໝໍມິດຕະພາບ.

ລາວ ຍ ງບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ສະພາແຫ່ງຊາດ ຮັບຮອງກົດໝາຍສ້າງໃໝ່ ວ່າດ້ວຍການສຶກສາຊັ້ນສູງ
ລາວ ຍ ງບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ໜັງສືພິມປະເທດລາວ ໄດ້ລົງບົດຂຽນກ່ຽວກັບຄວາມກ້າວໜ້າ ໃນການເຊື່ອມເຂົ້າກັນຊຸມຊົນອາຊຽນ
ລາວ ຍ ງບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ
ພາບປະກອບ

ໃນວັນທີ 11 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 10 ພະຈິກ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.026 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 1.318 ຄົນ (ແຮງງານລາວກັບມາແຕ່ໄທ 79 ຄົນ), ຈຸດຜ່ານດ່ານ ລາວ-ຈີນ 17 ຄົນ, ຈຸດຜ່ານດ່ານ ລາວ-ຫວຽດນາມ 690 ຄົນ ແລະ ເດີນທາງຜ່ານສະໜາມ ບິນສາກົນວັດໄຕ 01 ຄົນ, ເຊິ່ງເປັນຄົນຈີນ, ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ ແລະ ເກັບຕົວຢ່າງມາກວດ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ ຈຶ່ງນຳສົ່ງໄປສະຖານທີ່ຈຳກັດບໍ ລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບ ກຳນົດ 14 ວັນ.

ປັດຈຸບັນ, ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິ ເວນຢູ່ສູນ 2.855 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 10 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 70.542 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອເບີ 24 ຍັງຄົງພັກຮັກສາຢູ່ໂຮງໝໍມິດຕະພາບ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ສະພາບການລະບາດ ຂອງພະຍາດ COVID-19 ໃນທົ່ວໂລກ ຍັງສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເຮັດໃຫ້ມີລາຍງານຜູ້ຕິດເຊື້ອ ແລະ ຜູ້ເສຍຊີ ວິດເປັນຈຳນວນຫລວງຫລາຍ. ອີງໃສ່ສະພາບດັ່ງກ່າວ, ຈຶ່ງຮຽກຮ້ອງມາ ຍັງທຸກພາກສ່ວນ ໃນສັງຄົມ ເອົາໃຈໃສ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ຢ່າງຖືກຕ້ອງເຄັ່ງຄັດ, ສືບຕໍ່ປະຕິບັດການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ, ປະຕິບັດມາດຕະ ການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ ເພື່ອສະກັດກັ້ນ ແລະ ຫລຸດຜ່ອນການລະບາດ ຂອງພະ ຍາດ COVID-19 ໃນປະເທດຂອງພວກເຮົາ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ຂໍໃຫ້ບັນດາ ທ່ານຕິດ ຕາມຂ່າວ ຈາກພາກປົກກະຕິ ຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດ ຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມ ໄດ້ຈາກເວັບໄຊ www. covid19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ລາວ ຍ ງບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

ຍ​ສ​ໝ - ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ກໍ່​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຟື້ນ​ຟູ​ທ່າ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ, ປະ​ຕິ​ບັດ​ສຳ​ເລັດບົດ​ບາດ​ເປັນ​ປະ​ທານອາ​ຊ​ຽນ 2020, ຜ່ານ​ນັ້ນ, ໄດ້​ເພີ່ມ​ທະ​ວີ​ບົດ​ບາດ, ທີ່​ຕັ້ງ​ຂອງ ຫວຽດ​ນາມ​ໃນ​ພາກ​ພື້ນ ແລະ ສາ​ກົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ລາວ ຍ ງບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນຊາດແຫ່ງລາຊະອານາຈັກ ກຳປູເຈຍ, ສູນກາງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ, ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງການພົບປະແລກປ່ຽນ “ເພີ່ມພຸນຄູນສ້າງຄວາມມິດຕະພາບ”.

ລາວ ຍ ງບ ມ ຄ ນຕ ດເຊ ອໂຄວ ດ 19 ເພ ມ ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 51,22 ລ້ານຄົນ, ໃນນັ້ນ ມີກ່ວາ 1,26 ລ້ານຄົນເສຍຊີວິດ

ໄລ່ມາຮອດປະຈຸບັນ, ອາເມລິກາ ລວມມີ 10,41 ລ້ານຄົນຕິດເຊື້ອພະຍາດໂຄວິດ-19 ໃນນັ້ນມີກ່ວາ 244.000 ຄົນເສຍຊີວິດ.

kpl.gov.la

ເຫດການ
302 Found

Found

The document has moved here.