ອິນ​ເດຍ​ຍູ້​ໄວບັນ​ດາ​ໂຄງ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ ກັບ​ບັນ​ດາ​ປະ​ເທດ CLMV

15:00 | 08/12/2020

ຍ​ສ​ໝ - ຕາມ​ທ່ານ V Muraleedharan ແລ້ວ, ການ​ຊຸກ​ຍູ້​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ ເຂດ​ເອ​ກະ​ຊົນ​ສວມ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ເຕີບ​ໂຕ​ໃນ​ພາກ​ພື້ນ CLMV.

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນ​າມ ​ຄັ້ງ​ທີ 12
ກອງປະຊຸມ CLMV SEOM ຄັ້ງທີ 19
ອິນ​ເດຍ​ຍູ້​ໄວບັນ​ດາ​ໂຄງ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ ກັບ​ບັນ​ດາ​ປະ​ເທດ CLMV
ທ່ານ V Muraleedharan ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ດຳ​ເນີນ​ທຸ​ລະ​ກິດ ອິນ​ເດຍ - CLMV (ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ) ຄັ້ງ​ທີ 6 ດ້ວຍ​ຫົວ​ຂໍ້​ວ່າ "ສ້າງ​ຂົວ​ເຊື່ອມ​ຕ​ໍ່​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ສ້າງ​ສັນ" ທີ່​ໄດ້​ດຳ​ເນີນ​ຫວ່າງ​ແລ້ວນີ້, ທ່ານ V Muraleedharan ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ເດຍ​ໄດ້​ຢັ້ງ​ຢືນ​ວ່າ ອິນ​ເດຍ ໃຫ້​ຄຳ​ໝັ້ນ​ສັນ​ຍາຊຸກ​ຍູ້​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ​ເຂດ​ເອ​ກະ​ຊົນ​ລະ​ຫວ່າງ ອິນ​ເດຍ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ CLMV ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ການ​ເຊື່ອມ​ໂຍງ ແລະ ເຊື່ອມ​ຕໍ່​ກັບ ອາ​ຊຽນ.

ຕາມ​ທ່ານ V Muraleedharan ແລ້ວ, ການ​ຊຸກ​ຍູ້​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ ເຂດ​ເອ​ກະ​ຊົນ​ສວມ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ເຕີບ​ໂຕ​ໃນ​ພາກ​ພື້ນ CLMV. ເພື່ອ​ຜັນ​ຂະ​ຫຍາຍ​ເປົ້າ​ໝາຍນີ້, ປີ 2015 ອິນ​ເດຍ​ໄດ້​ສ້າງ​ຕັ້ງ ກອງ​ທຶນ "ບັນ​ດາ​ໂຄງ​ການ​ມີ​ຜົນ​ກະ​ທົບ​ໂດຍ​ໄວ" ທີ່​ມີ​ຊື່​ວ່າ "ກອງ​ທຶນ PDF - CLMV" ດ້ວຍຍອດ​ມູ​ນ​ຄ່າ​ແມ່ນ 5 ຕື້ Rupi ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ລົງ​ທຶນ​ຈາກ​ເຂດ​ເອ​ກະ​ຊົນ​ອິ​ນ​ເດຍ ເຂົ້າ​ເຂດ CLMV ຜ່ານ​ການ​ສ້າງ​ຕັ້ງ​ບັນ​ດາ​ສູນ​ຜະ​ລິດ, ລະ​ບົບ​ສະ​ໜອງ.

ປັດ​ຈຸ​ບັນ, ມີ2ໂຄງ​ການ​ຢູ່ ມຽນ​ມາ ແລະ 1 ໂຄງ​ການ​ຢູ່ ຫວຽດ​ນາມ ແລະ 1 ໂຄງ​ການ​ຢູ່​ກຳ​ປູ​ເຈຍ ໄດ້​ກຳ​ນົດ​ວ່າ​ເພື່ອ​ສົມ​ທົບ​ກັບ​ເຂດ​ເອ​ກະ​ຊົນ​ຂອງ​ອິນ​ເດຍ.

ທ່ານ V Muraleedharan ຖື​ວ່າອິນ​ເດຍ​ພວມ​ຕັ້ງ​ໜ້າ​ປະ​ຕິ​ບັດ​ໂຄງ​ການ​ເຊື່ອມ​ໂຍງ ແລະ ເຊື່ອມ​ຕໍ່​ອາ​ຊຽນ​ດ້ວຍ​ຂໍ້​ສະ​ເໜີ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຍູ້​ໄວ​ການ​ຜັນ​ຂະ​ຫຍາຍບວງ​ເງິນ​ສິນ​ເຊື່ອ 1 ຕື້ USD ຂອງ​ອິນ​ເດຍ ເພື່ອ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ດ້ານ​ວັດ​ຖຸ ແລະ ດີ​ຈີ​ຕອນ ໂດຍ​ໄດ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ຍົກ​ອອກ​ມາ​ຢູ່ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ - ອິນ​ເດຍ​ປີ 2015.

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນ​າມ ​ຄັ້ງ​ທີ 12

ຍສໝ - ວັນທີ 24 ສິງຫາ, ກອງປະຊຸມລັດຖະມົນຕີເສດຖະກິດ ບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 12 (CLMV EMM 12) ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ.

ກອງປະຊຸມ CLMV SEOM ຄັ້ງທີ 19

ຍ​ສ​ໝ - ບັນ​ດາ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກ​ະ​ພາບ​ສືບ​ຕໍ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ການ​ຄ້າ, ການ​ລົງ​ທຶນ, ການ​ບໍ​ລິ​ການ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຜ່ານ​ແດນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ CLMV, ຈຳ​ກັດ ແລະ ຍົກ​ເລີກ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ​ທີ່​ບໍ່​ຈຳ​ເປັນ​ເພື່ອ​ໜູ​ນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ ​ຈຸນ​ລະວິ​ສາ​ຫະ​ກິດ, ວິ​ສາ​ຫ​ະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂອງ ບັນ​ດາ​ລະ​ບົບ​ສະ​ໜອງ.

ສ້າງ​ເຂດ​ເສດ​ຖະ​ກິດ CLMV ພັດ​ທະ​ນາ ແລ​ະ ແກ້ງ​ແຍ້ງ​ ​ຮອດ​ປີ 2030

ຕອນເຊົ້າວັນທີ 12 ມັງກອນ, ຢູ່ ຮ່າໂນ້ຍ, ກອງປະຊຸມ ເຈົ້າໜ້າທີ່ເສດຖະກິດຂັ້ນສູງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV SEOM ) ຄັ້ງທີ 18 ຖືກຈັດຂຶ້ນ ພາຍໃຕ້ການເປັນປະທານຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.