ກອງປະຊຸມ CLMV SEOM ຄັ້ງທີ 19

09:09 | 23/07/2020

ຍ​ສ​ໝ - ບັນ​ດາ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກ​ະ​ພາບ​ສືບ​ຕໍ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ການ​ຄ້າ, ການ​ລົງ​ທຶນ, ການ​ບໍ​ລິ​ການ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຜ່ານ​ແດນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ CLMV, ຈຳ​ກັດ ແລະ ຍົກ​ເລີກ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ​ທີ່​ບໍ່​ຈຳ​ເປັນ​ເພື່ອ​ໜູ​ນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ ​ຈຸນ​ລະວິ​ສາ​ຫະ​ກິດ, ວິ​ສາ​ຫ​ະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂອງ ບັນ​ດາ​ລະ​ບົບ​ສະ​ໜອງ.

ກອງປະຊ ມ clmv seom ຄ ງທ 19 ກອງປະຊຸມໂຕະມົນພັກການເມືອງສາກົນ ກ່ຽວກັບການຮ່ວມມືດ້ານຄວາມປອດໄພ ໃນໄລຍະ COVID-19
ກອງປະຊ ມ clmv seom ຄ ງທ 19 ຫວຽດນາມຈັດຕັ້ງກອງປະຊຸມອອນລາຍຕາໜ່າງບັນດາສູນຮັກສາສັນຕິພາບ ອາຊ

ກອງປະຊ ມ clmv seom ຄ ງທ 19

ກອງປະຊຸມເຈົ້າໜ້າອາວຸໄສດ້ານເສດຖະກິດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV SEOM) ຄັ້ງທີ 19 (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ)

ຕອນ​ເຊົ້າ​ວ​ັນ​ທີ 22 ກໍ​ລະ​ກົດ, ກອງ​ປະ​ຊຸມ​ເຈົ້າ​ໜ້າອາ​ວຸ​ໄສດ້ານ​ເສດ​ຖະ​ກິດ​ ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນາມ (CLMV SEOM) ຄັ້ງ​ທີ 19 ໄດ້​ຈັດ​ຂຶ້ນທາງ​ອອນ​ລາຍ. ນີ້​ແມ່ນກອງ​ປະ​ຊຸມ SEOM ສຳ​ຄັນ​ຂອງ​ກົນ​ໄກ​ຮ່ວມ​ມື​ເສດ​ຖະ​ກິດ CLMV. ກອງ​ປະ​ຊຸມ​ໂດຍ​ຫົວ​ໜ້າ SEOM CLMV ຂອງ​ລາວ​ບໍ​ລິ​ຫານ​ຕາມ​ກົນ​ໄກ​ໝູນ​ວຽ​ນ.

ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່, ກວດ​ກາ​ຄືນ​ໃໝ່​ສະ​ພາບ​ການ​ຜັນ​ຂະ​ຫຍາຍບ​ັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ແຜນ​ການ​ກະ​ທຳ CLMV 2019 – 2020, ປຶ​ກາ​ສ​າ​ຫາ​ລື​ແຜນ​ການ​ສ້າງ​ແຜນ​ການ​ກະ​ທຳ CLMV 2021 – 2022, ປຶກ​ສາ​ຫາ​ລື ບັນ​ດາ​ຂັ້ນ​ຕອນ​ຕໍ່​ໄປ​ຕາມ​ເອ​ກະ​ສານກອບ​ພັດ​ທະ​ນາ CLMV ທີ່​ໄດ້​ຮັບ​ຮອງ​ເອົາ​ຢູ່ກອງ​ປະ​ຊຸມ​ຂັ້ນ​ສູງ CLMV ໂດຍ​ໄວ, ອັດ​ເດດ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ ຂໍ້​ລິ​ເລີ່ມ​ເຊື່ອມ​ໂຍງ​ເ​ຂົ​້າ​ກັບ​ອາ​ຊຽ​ນ IAI, ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ CLMV ຄັ້ງ​ທີ 12.

ໃນສະພາບການໂລກລະບາດ Covid-19 ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ເຮັດໃຫ້ຊັກ​ຊ້າຄວາມຄືບໜ້າຂອງການ​ເຄື່ອນ​ໄຫວ/ໂຄງການຈຳນວນໜຶ່ງ, ຫວຽດນາມໄດ້​ເປັນ​ເຈົ້າ​ການສະ​ເໜີ​ປ່ຽນແປງວິ​ທີ​ການຈັດຕັ້ງຕາມ​ທິດ​ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ຄື ການປະຊຸມທາງອອນ​ລາຍ, ​ຕະ​ຫຼ​າດ​ນັດ​ຕາມ​ຮູບ​ການ​ອອນ​ລາຍ, ການຝຶກອົບຮົມທາງອອ​ນ​ລາຍ... ນອກຈາກນັ້ນ, ບັນດາປະເທດກໍ່ເຫັນດີເປັນ​ເອ​ກະ​ພາບສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ການ​ເຄື່ອນ​ໄຫວການຄ້າ, ການລົງທືນ ແລະ ການບໍລິການ, ໂດຍສະເພາະແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວຂ້າມຊາຍແດນ CLMV, ຈຳ ກັດແລະ ຍົກ​ເລີກ​ບັນ​ດາ​ຮົ້ວກີດຂວາງດ້ານການຄ້າທີ່ບໍ່ຈຳເປັນເພື່ອສະໜັບສະໜູນໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ, ໂດຍສະເພາະແມ່ນຈຸນ​ລະວິສາຫະກິດ ແລະ ວິ​ສາ​ຫະ​ກິດຂະໜາດ ກາງ ແລະ ນ້ອຍ, ຮັບປະກັນການເຄື່ອນ​ໄຫວຂອງລະບົບສະໜອງ.

ບັນ​ດາ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກ​ະ​ພາບ​ສືບ​ຕໍ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ການ​ຄ້າ, ການ​ລົງ​ທຶນ, ການ​ບໍ​ລິ​ການ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ການ​ຄ້າ​ຜ່ານ​ແດນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ CLMV, ຈຳ​ກັດ ແລະ ຍົກ​ເລີກ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ​ທີ່​ບໍ່​ຈຳ​ເປັນ​ເພື່ອ​ໜູ​ນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ ​ຈຸນ​ລະວິ​ສາ​ຫະ​ກິດ, ວິ​ສາ​ຫ​ະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂອງ ບັນ​ດາ​ລະ​ບົບ​ສະ​ໜອງ.

ກອງປະຊ ມ clmv seom ຄ ງທ 19 ສ້າງ​ເຂດ​ເສດ​ຖະ​ກິດ CLMV ພັດ​ທະ​ນາ ແລ​ະ ແກ້ງ​ແຍ້ງ​ ​ຮອດ​ປີ 2030

ຕອນເຊົ້າວັນທີ 12 ມັງກອນ, ຢູ່ ຮ່າໂນ້ຍ, ກອງປະຊຸມ ເຈົ້າໜ້າທີ່ເສດຖະກິດຂັ້ນສູງ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV SEOM ) ຄັ້ງທີ 18 ຖືກຈັດຂຶ້ນ ພາຍໃຕ້ການເປັນປະທານຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ.

ກອງປະຊ ມ clmv seom ຄ ງທ 19 ສິ້ນສຸດກອງປະຊຸມລັດຖະມົນຕີເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນ ຄັ້ງທີ 19

ຍສໝ - ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ຕອນບ່າຍວັນທີ 25 ຕຸລາ, ຢູ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ອາຊຽນ ຄັ້ງທີ 19 (TELMIN 19) ໄດ້ອັດລົງ. ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ...

ກອງປະຊ ມ clmv seom ຄ ງທ 19 ກອງປະຊຸມ ASEM ຄັ້ງທີ 13 ສ້າງຄວາມປະທັບໃຈຕໍ່ຜູ້ແທນພາສີລາວ

ຍສໝ - ຕອບສຳພາດກັບໜັງສືພິມພາສີ, ທ່ານ ການດາ ສີປະເສີດ ຮອງຫົວໜ້າກົມຮ່ວມມືສາກົນ, ກົມພາສີ ສປປ ລາວ ໄດ້ຕີລາຄາສູງຕໍ່ວຽກງານກະກຽມ, ການຕ້ອນຮັບ, ການຈັດຕັ້ງຂອງຂະແໜງພາສີຫວຽດນາມ ໃນກອງປະຊຸມ ASEM ຄັ້ງທີ 13.

​ບຸນ​ຄົງ

302 Found

Found

The document has moved here.