ປັ​ບ​ປຸງ​ການ​ພົວ​ພັນ​ຫວຽດ​ນາມ - ເຄັນ​ຢາ ໃຫ້​ນັບ​ມື້​ນັບ​ໝັ້​ນ​ຄົງ

08:50 | 04/12/2020

ຍ​ສ​ໝ -  ທ່ານ ຫງວຽນ​ນາມ​ຕ໊ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ແດງ​ຄ​ວາມ​ຊົມ​ເຊີຍ​ເມື່ອ​ການ​ພົວ​ພັນ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ຮັບ​ການ​ເປີດກວ້າ​ງ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ເປັນ​ຕົ້ນ​ແມ່ນ​ເສດ​ຖະ​ກິດ - ການ​ຄ້າ.

ພິ​ທີ​ໂຮມ​ຊຸມ​ນຸມ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫ່​ວາງ ຫວຽດ​ນາມ ກູ​ບາ
ຫວຽດນາມ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19 ກັບໂລກ
ປັ​ບ​ປຸງ​ການ​ພົວ​ພັນ​ຫວຽດ​ນາມ - ເຄັນ​ຢາ ໃຫ້​ນັບ​ມື້​ນັບ​ໝັ້​ນ​ຄົງ
ທ່ານ ຫງວຽ​ນ​ນາມ​ຕຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຕັງ​ຊາ​ນີ ທັງ​ເປັນເຄັນ​ຢາ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ເຖິງ​ທ່ານ Uhuru Muigai Kenyatta ​ປະ​ທາ​ນາ​ທິ​ບໍ​ດີ ເຄັນ​ຢາ (ພາບ: TTXVN)

ວັນ​ທີ 2 ທັນ​ວາ, ຢູ່​ນະ​ຄອນຫຼວງ Nairobi, ທ່ານ ຫງວຽ​ນ​ນາມ​ຕຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຕັງ​ຊາ​ນີ ທັງ​ເປັນ​ເຄັນ​ຢາ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ເຖິງ​ທ່ານ Uhuru Muigai Kenyatta ​ປະ​ທາ​ນາ​ທິ​ບໍ​ດີ ເຄັນ​ຢາ.

ທີ່​ພິ​ທີ, ທ່ານ Uhuru Muigai Kenyatta ໄດ້​ສະ​ແດງ​ຄວາມ​ຫວັງ​ຢາກ​ສອງ​ປະ​ເທດ​ສືບ​ຕໍ່​ປັບ​ປຸງ​ການ​ພົວ​ພັນ​ມິດ​ຕະ​ພາບ​ໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງເຂັ້ມ​ແຂງ, ກໍ່​ຄື​ການ​ຮັກ​ສາ​ການ​ສົມ​ທົບ​ກັນ ແລະ ສະ​ໜັບ​ສະ​ໜູນ​ກັນ​ບົນ​ບັນ​ດາ​ເວ​ທີ​ປາ​ໄສ​ໃນ​ພາກ​ພື້ນ ແລະ ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ ເພື່ອ​ແນ​ໃສ່​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນເຕີບ​ໂຕ​ສົມ​ກັບ​ທ່າ​ແຮງ​ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແຕ່​ລະ​ຝ່າຍ.

ທ່ານ ຫງວຽນ​ນາມ​ຕ໊ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ແດງ​ຄ​ວາມ​ຊົມ​ເຊີຍ​ເມື່ອ​ການ​ພົວ​ພັນ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ຮັບ​ການ​ເປີດກວ້າ​ງ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ເປັນ​ຕົ້ນ​ແມ່ນ​ເສດ​ຖະ​ກິດ - ການ​ຄ້າ. ໃນ​ອາ​ຍຸ​ການ​ຂອງ​ຕົນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມີ​ຄວາມ​ຫວັງ​ຢາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ ເຄັນ​ຢາ, ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ເຂົ້າ​ການ​ເຮັດ​ໃຫ້​ການ​ພົ​ວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາ​ເກົ່າ.

ພິ​ທີ​ໂຮມ​ຊຸມ​ນຸມ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫ່​ວາງ ຫວຽດ​ນາມ ກູ​ບາ

ຍ​ສ​ໝ - ທ່ານ ຟ້າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເນັ້ນ​ໜັກ​ວ່າ ກູ​ບາ ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ ແລະ ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ.

​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ລາຍ​ງານ​ໝາກ​ຜົນ​ການ​ຮ່ວມ​ມື ຕໍ່​ການ​ນຳ​ຂັ້ນ​ສູງ​ລາວ

ຍ​ສ​ໝ - ບັນດາການນຳຂັ້ນສູງລາວ ໄດ້ຕີລາຄາສູງຕໍ່ເລື່ອງ ກະຊວງການຕ່າງປະເທດ ສອງປະເທດໄດ້ຮັກສາກົນໄກຮ່ວມມືສຳຄັນເປັນປະຈຳເພື່ອໃຫ້ສອງຝ່າຍແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ ບົນເນື້ອໃນຈິດໃຈກົງໄປກົງມາ, ໄວ້ເນື້ອເຊື່ອໃຈ, ປະກອບສ່ວນເຂົ້າການເປັນເສນາທິການໃຫ້ແກ່ການນຳພັກ, ລັດ ຂອງ ແຕ່ລະຝ່າຍ ໃນນັ້ນມີວຽກງານການຕ່າງປະເທດ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ

ຍ​ສ​ໝ - ທ່ານ Park Noh Won ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ.ເກົາຫຼີ​ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ມີ​​ການ​ເປີດລະ​ດັບ​ໃຫຍ່, ການ​ພັດ​ທະ​ນາ​ມີ​ສະ​ຖຽນ​ລະ​ພາບ, ເຂົ້າ​ຮ່ວມຫຼາຍ​ສັນ​ຍາ​ການ​ຄ້າ​ເສ​ລີ FTA…

​ບຸນ​ຄົງ

302 Found

Found

The document has moved here.