ກອງປະຊຸມສໍາມະນາວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ

13:34 | 27/06/2018

ຍ​ສ​ໝ - ໃນຕອນເຊົ້າ ຂອງວັນທີ 27 ມີຖຸນາ 2018 ທີ່ ໂຮງແຮມ ລາວພຣາຊາ, ນະຄອນຫລວງວຽງຈັນ ໄດ້​ຈັດກອງປະຊຸມສໍາມະນາວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ແລະ ເຜີຍແຜ່ຜັນຂະຫຍາຍແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016 – 2020.

ກອງປະຊຸມສໍາມະນາວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ

ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ .(ພາບ: ເຟ​ສ​ບຸກ)

ກອງປະຊຸມສໍາມະນາວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ແລະ ເຜີຍແຜ່ຜັນຂະຫຍາຍແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016 – 2020 ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 27 ມີຖຸນາ 2018 ທີ່ ໂຮງແຮມ ລາວພຣາຊາ, ນະຄອນຫລວງວຽງຈັນ ພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີ ທ່ານ Christian OLK, Head of German Development Cooperation, German Embassy in Vientiane, ຜູ້ຕາງໜ້າຈາກທະນາຄານໂລກ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພະນັກງານຈາກພາກລັດ, ສະຖາບັນການສຶກສາ, ບັນດາຫົວໜ່ວຍວິສາຫະກິດ SMEs ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມຫລາຍກວ່າ 200 ທ່ານ.

ກອງປະຊຸມສໍາມະນາວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ

ກອງປະຊຸມສໍາມະນາວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ.(ພາບ: ເຟ​ສ​ບຸກ)

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍ່ແມ່ນເພື່ອເປັນການສະເຫລີມສະຫລອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ສໍາລັບ ປີ 2018 ນີ້ ແມ່ນເນັ້ນໃສ່ຫົວຂໍ້ “ຊາວໜຸ່ມແຫ່ງຍຸກສະໄໝ” ແລະ ເຜີຍແຜ່ຜັນຂະຫຍາຍແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016 – 2020 ໃຫ້ທຸກຄົນຮັບຊາບຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫິກິດຂະໜາດນ້ອຍ ແລະ ກາງ ໃຫ້ເປັນໄປຕາມທິດທາງທີ່ພັກ ແລະ ລັດຖະບານວາງອອກ.

ດັ່ງທີ່ພວກເຮົາໄດ້ຮູ້ນຳກັນແລ້ວວ່າ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ປະກອບສ່ວນສ່ວນເຂົ້າໃນການສ້າງວຽກເຮັດງານທຳ, ສ້າງລາຍລາຍຮັບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ມາຮອດປະຈຸບັນ ມີ ຈວນກ ຫລາຍກວ່າ 5 ລ້ານຫົວໜ່ວຍ ກວມເອົາຫລາຍກວ່າ 90% ຂອງເສດຖະກິດໂລກ ແລະ ສ້າງວຽກເຮັດງານທໍາໄດ້ຫລາຍກວ່າ 70% ໃນທົ່ວໂລກ ແລະ ໄດ້ປະກອບສ່ວນໃຫ້ແກ່ເປົ້າໝາຍການພັດທະນາແບບຍືນຍົງ. ເພື່ອເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງ ຈວນກ ດັ່ງດ່າວ, ກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ຄັ້ງວັນທີ 11 ເມສາ 2017 ໄດ້ອອກຍັດຕິ ສະບັບເລກທີ 71/279 ເຫັນດີເປັນເອກະພາບ ກໍານົດເອົາ ວັນທີ 27 ມິຖຸນາ ຂອງທຸກໆປີ ເປັນວັນ ສາກົນວ່າດ້ວຍ ຈວນກ ຫລື MSME Day ເພື່ອເປັນການສັນລະເສີນ ຈວນກ ທີ່ໄດ້ປະກອບສ່ວນ ເຂົ້າໃນການຂະຫຍາຍຕົວຂອງເສດຖະກິດໂລກ, ການສ້າງວຽກເຮັດງານທໍາ ແລະ ການພັດທະນາໃນທົ່ວໂລກ.

ກອງປະຊຸມສໍາມະນາວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ

ກອງປະຊຸມສໍາມະນາວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ.(ພາບ: ເຟ​ສ​ບຸກ)

ສໍາລັບ ສປປ ລາວ, ລັດຖະບານໄດ້ຖືເອົາການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ລວມທັງຈຸນລະວິສາຫະກິດ ເປັນວາລະແຫ່ງຊາດ ໂດຍໄດ້ເພີ່ມທະວີການຊີ້ນຳ-ນໍາພາ ສ້າງແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ປີ 2016-2020 ເພື່ອຮັບປະກັນວ່າ ທຸກນະໂຍບາຍ ແລະ ມາດຕະການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ລະບຸໄວ້ໃນແຜນດັ່ງກ່າວ ຈະຖືກຈັດຕັ້ງປະຕິບັດໂດຍທຸກພາກສ່ວນທີ່ ກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ແນໃສ່ເຮັດໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຮັບການພັດທະນາໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີຄວາມສາມາດໃນການແຂ່ງຂັນຢູ່ພາຍໃນປະເທດ, ພາກພື້ນ ແລະ ສາກົນ.
ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016-2020 ແມ່ນຖືກຮັບຮອງ ແລະ ປະກາດໃຊ້ໂດຍລັດຖະບານ ຕາມດໍາລັດສະບັບເລກທີ 253/ນຍ, ລົງວັນທີ 18 ສິງຫາ 2017. ແຜນສະບັບດັ່ງກ່າວແມ່ນເປັນການສືບຕໍ່ຜັນຂະຫຍາຍເນື້ອໃນກິດຈະກຳສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 11/ສພຊ, ລົງວັນທີ 21 ທັນວາ 2011 ແລະ ສ້າງຂຶ້ນບົນພື້ນຖານບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2011-2015.
ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016-2020 ປະກອບມີ 7 ຂົງເຂດນະໂຍບາຍ ແລະ 43 ມາດຕະການ, ໂຄງການ ແລະ ກິດຈະກຳຈັດຕັ້ງປະຕິບັດ ທີ່ແທດເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມໃນປະຈຸບັນ ໂດຍສະເພາະແມ່ນເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ ເປັນຕົ້ນແມ່ນປະຊາຄົມເສດຖະກິດອາຊຽນ. ແຜນດັ່ງກ່າວໄດ້ຖືກບັນຈຸເຂົ້າໃນແຜນພັດທະນາຂະແໜງການອຸດສາຫະກຳ ແລະ ການຄ້າ 5 ປີ (2016-2020) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ສອດຄ່ອງກັບແຜນຍຸດທະສາດພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016-2025 ຂອງອາຊຽນ ທີ່ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໄປແລ້ວ.
ກອງປະຊຸມແມ່ນໄດ້ຮັບຟັງການນໍາສະເໜີແຜນພັດທະນາວິສາຫິກິດຂະໜາດນ້ອຍ ແລະ ກາງ 2016-2020 ໂດຍ ທ່ານ ສົມດີ ອິນມີໄຊ, ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ; ບົດຮຽນການເຜີຍແຜ່ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງຢູ່ສາມພາກ (ເໜືອ, ກາງ, ໃຕ້), ການມີສ່ວນຮ່ວມຂອງພາກເອກະຊົນ (ສູນບໍລິການ ວນກ) ໃນການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ບົດບາດຂອງພາກລັດທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກໍາ ແລະ ປ່າໄມ້, ທະນາຄານກາງ, ການເງິນ, ວິທະຍາສາດ ແລະ ເຕັກໂນໂລຊີ, ສຶກສາທິການ ແລະ ກິລາ, ອຸດສາຫະກໍາ ແລະ ການຄ້າ ໃນການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ. ນອກນັ້ນ ຍັງໄດ້ເປີດໂອກາດໃຫ້ພາກທຸລະກິດ ໂດຍສະເພາະແມ່ນນັກທຸລະກິດຫນຸ່ມທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວທຸລະກິດ ຈໍານວນ 7 ຫົວໜ່ວຍເພື່ອນໍາສະເໜີຜົນງານ ແລະ ສົນທະນາແລກປ່ຽນບົດຮຽນ ແລະ ປະສົບການໃນການດໍາເນີນທຸລະກິດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.