ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບຫວຽດນາມ-ລາວ

12:24 | 29/11/2020

ຍສໝ - ປີ 2020 ສະມາຄົມມິດຕະພາບຫວຽດນາມ-ລາວ ທຸກຂັ້ນຢູ່ແຂວງທ໊າຍງວຽນ ໄດ້ຕັ້ງໜ້າຍູ້ແຮງບັນດາກິດຈະກໍາພົວພັນຕ່າງປະເທດປະຊາຊົນ, ຮັກສາສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ.

ເພ ມພ ນຄ ນສ າງ ສາຍພ ວພ ນມ ດຕະພາບຫວຽດນາມ ລາວ ຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ແກ່ປະຊາຊົນບັນດາຕາແສງເລ່ຍ, ເມືອງເຮືອງຮວາ, ແຂວງກວາງຈິ ສສ.ຫວຽດນາມ ແລະປະຊາຊົນ, ກໍາລັງປ້ອງກັນຊາຍແດນ ສປປ.ລາວ
ເພ ມພ ນຄ ນສ າງ ສາຍພ ວພ ນມ ດຕະພາບຫວຽດນາມ ລາວ ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ
ເພ ມພ ນຄ ນສ າງ ສາຍພ ວພ ນມ ດຕະພາບຫວຽດນາມ ລາວ
ສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ມອບໃບຍ້ອງຍໍໃຫ້ 5 ໝູ່ຄະນະ, 6 ບຸກຄົນ; ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງທ໊າຍງວຽນ ໄດ້ມອບໃບຍ້ອງຍໍໃຫ້ 18 ໝູ່ຄະນະ, 34 ບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນປີ 2020. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງທ໊າຍງວຽນ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ (2/12/1975- 2/12/2020). ທີ່ພິທີ, ສູນກາງສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ມອບໃບຍ້ອງຍໍໃຫ້ 5 ໝູ່ຄະນະ, 6 ບຸກຄົນ; ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງທ໊າຍງວຽນ ໄດ້ມອບໃບຍ້ອງຍໍໃຫ້ 18 ໝູ່ຄະນະ, 34 ບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນປີ 2020.

ຕາມ ທ່ານ ຈັນທະພອນ ຄຳມະນີຈັນ, ອຸປະທູດຊົ່ວຄາວ ສະຖານທູດລາວ ປະຈໍາ ຫວຽດນາມແລ້ວ, ນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ການພົວພັນແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໂດຍປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່ ແລະປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ສ້າງຕັ້ງ, ເພີ່ມພູນຄູນສ້າງແມ່ນມໍລະດົກອັນລໍ້າຄ່າຂອງສອງຊາດ ເຊິ່ງບັນດາການນໍາ, ປະຊາຊົນສອງປະເທດລຸ້ນຕ່າງໆໄດ້ສືບຕໍ່ພັດທະນາຢ່າງຮອບດ້ານ, ເຕັມໄປດ້ວຍນໍ້າໃຈສາມັກຄີ...

ໃນວັນທີ 27 ພະຈິກ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 45 ປີ ເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະ ປະຊາຊົນລາວ. ຕາມ ທ່ານ ຮີ່ນແກ໊ກມ້າງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ແລ້ວ, ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ຈະສືບຕໍ່ປະຕິບັດບົດບາດຂອງຕົນເປັນຂົວເຊື່ອມຕໍ່, ໜູນຊ່ວຍ ເພື່ອແນໃສ່ພັດທະນາ, ເປີດກວ້າງການຮ່ວມມືກັບລາວ. ກ່າວຄໍາເຫັນທີ່ພິທີ, ທ່ານ ວັນໄຊ ໄຊເສນາ, ຮອງຫົວໜ້າກົງສູນໃຫຍ່ ສປປ.ລາວ ປະຈຳ ນະຄອນໂຮ່ຈີມິນ ໄດ້ແບ່ງປັນກ່ຽວກັບບັນດາຜົນງານຢ່າງຕັ້ງໜ້າໃນບັນດາຂົງເຂດເຊິ່ງປະຊາຊົນລາວ ບັນລຸໄດ້ໃນໄລຍະ 45 ປີຜ່ານມາ, ທ່ານຢືນຢັນວ່າ ບັນດາຜົນງານນັ້ນແມ່ນມີການສະໜັບສະໜູນອັນໃຫຍ່ຫຼວງ, ການຊ່ວຍເຫຼືອອັນລຳຄ່າ, ທັນການຂອງພັກ, ລັດດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020) ແລະ 100 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13/12/1920 – 13/12/2020). ສະຖານທູດລາວປະຈຳຫວຽດນາມ ສົມທົບກັບກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຈັດຕັ້ງງານວາງສະແດງ “ສາຍພົວພັນມິດຕະພາບແບບພິເສດລາວ - ຫວຽດນາມ” ຢູ່ຮ່າໂນ້ຍ. ງານວາງສະແດງດັ່ງກ່າວໄດ້ຈັດຕັ້ງແຕ່ວັນທີ 01-05 ພະຈິກ.

ເພ ມພ ນຄ ນສ າງ ສາຍພ ວພ ນມ ດຕະພາບຫວຽດນາມ ລາວ ເພີ່ມທະວີການຮ່ວມມືລັດຖະສະພາ ລະຫວ່າງຫວຽດນາມ ແລະ ກາຊັກສະຖານ

ຍສໝ - ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອ່ວງຈູລູຍ ໄດ້ຕີລາຄາວ່າ ການຮ່ວມມືລັດຖະສະພາລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ ໃນຊຸມປີຜ່ານມາໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

ເພ ມພ ນຄ ນສ າງ ສາຍພ ວພ ນມ ດຕະພາບຫວຽດນາມ ລາວ ຫວຽດນາມ ຢືນອັນດັບທີ 3 ໃນບັນດາປະເທດທີ່ລົງທຶນຢ່າງແຮງ ເຂົ້າໃນປະເທດລາວ

ມາຮອດປະຈຸບັນ, ບັນດາການລົງທຶນຈາກ ສສ ຫວຽດນາມມີ 414 ໂຄງການ ດ້ວຍຍອດຈຳນວນເງິນລົງທຶນທັງໝົດ ມີເຖິງ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ.

ເພ ມພ ນຄ ນສ າງ ສາຍພ ວພ ນມ ດຕະພາບຫວຽດນາມ ລາວ ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 240 ຄົນຈາກສິງກະໂປ ກັບຄືນປະເທດ

ຍສໝ - ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ. visa ru snaia aehngngan Visa hoặc hợp ...

ໄຊພອນ

ເຫດການ
302 Found

Found

The document has moved here.