ຫວຽດ​ນາມ-ປາ​ນາ​ມາ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການຮ່ວມ​ມື

17:09 | 19/11/2020

ຍ​ສ​ໝ - ທ່ານບຸຍ​ແທັງ​ເຊີນ​ຢັ​ັ້ງ​ຢືນ​ວ່າ​, ຫວຽດ​ນາມ ຖື​ປາ​ນາ​ມາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່​ພ​າກ​ພື້ນ ອາ​ເມ​ລິ​ກາ ລາ​ຕິນ ແລະ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ​ປະ​ເທດ ສ.ປາ​ນາ​ມາ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທ​ຶນ.

ຫວຽດ ນາມ ປາ ນາ ມາ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ແລະ ການຮ ວມ ມ ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ພາກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ ສັນ​ຕິ​ພາບ ແລະ ພັດ​ທະ​ນາ
ຫວຽດ ນາມ ປາ ນາ ມາ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ແລະ ການຮ ວມ ມ ນຳ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມ​ຈາກ​ມາ​ເລ​ເຊີຍ​ກັບ​ມາ​ປະ​ເທດ​ຢ່າງ​ປອດ​ໄພ
ຫວຽດ ນາມ ປາ ນາ ມາ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ແລະ ການຮ ວມ ມ
ທ່ານ ບຸ່ຍ​ແທັງ​ເຊີນ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: TTXVN)

ໃນ​ຂອບ​ເຂດ​ສະ​ເຫຼີມ​ສະຫຼອງ 45 ປີ​ເຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດລະ​ຫວ່າງ​ສອງ​ປະ​ເທດ (28/8/1975 - 28/8/2020), ຕອນ​ຄ່ຳ​ວັນ​ທີ 18 ພະ​ຈິກ. ທ່ານ ບຸ່ຍ​ແທັງ​ເຊີນ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ການ​ໂອ້​ລົມສົນ​ທະ​ນາ​ຜ່ານ​ທາງ​ອອນ​ລາຍ​ກັບ​ທ່ານ Federico Alfaro Boyd ຮອງ​ລັດ​ຖະ​ມົ​ນ​​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ທາ​ລະ​ນະ​ລັດ ປາ​ນາ​ມາ.

ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ຮ​ອງ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ໄດ້​ເຫັນ​ດີ​​ຕໍ່​ເລື່ອງ​ສອງ​ຝ່າຍ​ສືບ​ຕໍ່​ສົບ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັກ​ສາທ່າ​ພັດ​ທະ​ນາ​ການ​ພົວ​ພັນ, ຊຸກ​ຍູ້​ບັນ​ດາ​ການ​ຢ້ຽມ​ຢາມຂັ້ນ​ສູ​ງເມື່ອ​​ມີເງື່ອນ​ໄຂ​ເອື້ອ​ອຳ​ນວຍ; ຮັກ​ສາກົນ​ໄກ​ຄະ​ນະກຳ​ມະ​ການປະ​ສົມ​ກ່​ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ; ຊຸກ​ຍູ້​ການ​ແລກ​ປ່ຽນ​ການ​ຄ້າ, ການ​ລົງ​ທຶນ​ສອງ​ຝ່າຍ​ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວສົ່ງເສີມ, ແລກ​ປ່ຽນ​ຄະ​ນະວິ​ສາ​ຫະ​ກິດ; ເພີ່​ມ​ທະ​ວີ​ການ​ຮ່ວມ​ມືຂົ​ນ​ສົ່ງທາງ​ທະ​ເລ, ກະ​ສິ​ກຳ, ການ​ສຶກ​ສາ ແລ​ະ​ ການພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ໃຫ້ຫຼາຍກວ່າ​ອີກ.

ທ່ານ ບຸຍ​ແທັງ​ເຊີນ ​ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ສະ​ພາບ​ການ​ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ, ປະ​ສົບ​ການ​ໃນ​ການ​ຮັບ​ມື ແລະ ຄວບ​ຄ​ຸມ​ໂລກ​ລະ​ບາດ ໂຄວິດ - 19. ທ່ານ ກໍ່​ຢັ​ັ້ງ​ຢືນ​ວ່າ​, ຫວຽດ​ນາມ ຖື​ປາ​ນາ​ມາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່​ພ​າກ​ພື້ນ ອາ​ເມ​ລິ​ກາ ລາ​ຕິນ ແລະ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ​ປະ​ເທດ ສ.ປາ​ນາ​ມາ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທ​ຶນ.

ສ່ວນ​ທ່ານ Federico Alfaro ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ປາ​ນາ​ມາ ແລະ ບັນ​ດາ​ມາດ​ຕະ​ການ​ຂອງ ລັດ​ຖະ​ບານ ເພື່ອ​ຮັກ​ສາ​ສະ​ຖຽນ​ລະ​ພາບ ເສດ​ຖະ​ກິດ - ສັງ​ຄົ​ມ​ໃນ​ສະ​ພາບ​ການ​ທີ່​ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ຄື​ໃນ​ປັດ​ຈຸ​ບັນ. ທ່ານ ກ​ໍ່​ຢັ້ງ​ຢືນ​ວ່າ ປາ​ນາ​ມາ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັດ​ຂອງ ຫວຽດ​ນາມ ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ ປີ 2020 ແລະ ກຳ​ມະ​ການບ​ໍ່​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020 – 2021, ພິ​ເສດ​ແມ່ນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເປັນ​ຢ່າງ​ດີ, ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເທື່ອ​ລະ​ກ້າວ.

ເນື່ອງ​ໃນ​ໂອ​ກາດນີ້, ສອງ​ຝ່າຍຢັ້ງ​ຢືນ​ວ່າ ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງສາ​ກົນ ແລະ ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ​ແລະ​ກັນ​ໃນ​ການ​ສະ​ໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ບັນ​ດາ​ສຳ​ນັກ​ງານ​ອົງ​ການຂອງ ສປຊ, ສອງ​ຝ່າຍກໍ່ແບ່ງ​ປັນ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ລັດ​ທິຫຼາຍ​ຝ່າຍ, ແກ້​ໄຂການ​ຂັດ​ແຍ້ງ​ກັນ​ດ້ວຍ​​​ການສັນ​ຕິ​ວິ​ທີ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ.

ຫວຽດ ນາມ ປາ ນາ ມາ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ແລະ ການຮ ວມ ມ ກອງປະຊຸມສຸດຍອດອາຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື

ຍ​ສ​ໝ - ທ່ານ ຫຼີເຄືອສຽງ ນາຍົກລັດຖະມົນຕີຈີນ ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ໂລກລະບາດ ໂຄວິດ - 19, ການຄ້າ ອາຊຽນ - ຈີນຍັງຄົມເພີ່ມຂຶ້ນ ແລະ ອາຊຽນຈະແມ່ນຄູ່ຮ່ວມມືທາງການຄ້າ ໃຫຍ່ທີ່ສຸດຂອງ ຈີນ ເມື່ອວົງເງິນການຄ້າສອງສົ້ນ ໃນໄລຍະ 3 ເດືອນຕົ້ນປີ 2020 ເພີ່ມຂຶ້ນ 70% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ ...

ຫວຽດ ນາມ ປາ ນາ ມາ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ແລະ ການຮ ວມ ມ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ມີ​ການ​ເຮັດ​ວຽກ​ກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko

ຍ​ສ​ໝ - ຮອງນາຍົກລັດຖະມົນຕີສອງທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເຖິງວ່າໄດ້ຮັບຜົນກະທົບຫຼາຍພໍສົມຄວນຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ການແລກປ່ຽນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍໃນ 9 ເດືອນຕົ້ນປີ 2020 ມີສັນຍານຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໄດ້ລະດັບ 4,1 ຕື້ USD (ເພີ່ມຂຶ້ນ 13%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019).

ຫວຽດ ນາມ ປາ ນາ ມາ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ແລະ ການຮ ວມ ມ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.